ກຸ່ມຄົນຂັບຣົຖ ທີ່ເປັນຄົນຈີນປະມານ 10 ຄົນ ໃຊ້ໄມ້ລຸມຕີຄົນລາວ ທີ່ຂັບຣົຖບັນທຸກຂົນສົ່ງ ຢູ່ເຂດບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ໃນມື້ວັນທີ 2 ມິນາ 2022, ເຈັບສາຫັດ ຈົນຖືກນໍາສົ່ງໂຮງໝໍທີ່ຢູ່ໃກ້ຄຽງ, ຕາເບື້ອງຊ້າຍບໍ່ເຫັນດີ ຍ້ອນຖືກຕີໃນລະຫວ່າງໝົດສະຕິໄປແລ້ວ, ອີງຕາມຄໍາເວົ້າຂອງຄົນຂັບຣົຖບັນທຸກສິນຄ້າ ທີ່ຮູ້ເຫດການຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ມິນານີ້.
" ຄົນລາວທີ່ຖືກຄົນຈີນ ຕີນີ້ເຈັບຫລາຍ ໂອ໋ ດຽວນີ້ຕາເບື້ອງຊ້າຍນີ້ຍັງບໍ່ເຫັນຮຸ່ງດີປານໃດ ຖືກໄມ້ຕີແລ້ວກະເວລາລາວເຈັບ ລາວບໍ່ໄຫວແລ້ວ ເຂົາຍັງໄປລຸມຕີຄືນບາດນີ້ນະ ຕີແລ້ວເຂົາຊົກໜ້າຊົກຕາ ແລ້ວກະເສັ້ນເລືອດຝອຍໃນຕານີ້ແຕກ. "
ຄົນຂັບຣົຖຜູ້ນີ້ເວົ້າຕື່ມວ່າ ຫລັງຈາກນັ້ນ ກຸ່ມຄົນຂັບຣົຖຈີນທີ່ໄດ້ລຸມຕີຄົນລາວ ກໍຖືກກຸ່ມຂັບ ຣົຖຄົນລາວຕີຄືນຢູ່ໃກ້ດ່ານສາກົນບໍ່ເຕັນ ແລະຖືກເຈົ້າໜ້າທີ່ ກັກຕົວໄວ້ໃນມື້ດຽວກັນ ຊຶ່ງຈໍານວນນຶ່ງຍັງຖືກກັກຕົວຢູ່. ສ່ວນກຸ່ມຄົນຂັບຣົຖຈີນ ທີ່ກໍ່ເຫດລຸມຕີຄົນລາວ ຊຶ່ງຖືກຈັບນັ້ນ ໄດ້ຍິນຂ່າວວ່າ ຖືກປ່ອຍຕົວໄປແລ້ວ ຍ້ອນນາຍຈ້າງ ຂອງພວກເຂົາໃຊ້ເງິນ ປະກັນຕົວອອກໄປ.
ຄົນລາວຂັບຣົຖ ທີ່ຮູ້ເຫດການອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເເຊັຽເສຣີ ຄືກັນວ່າ ກຸ່ມຄົນຂັບຣົຖຈີນທີ່ໄດ້ລຸມຕີຄົນລາວ ຊຶ່ງຖືກຈັບນັ້ນ ເຈົ້າໜ້າທີ່ໄດ້ປ່ອຍໄປແລ້ວ, ແຕ່ບໍ່ຮູ້ວ່າພວກເຂົາຍັງຢູ່ໃນປະເທດລາວ ຫລືບໍ່.
" ດຽວນີ້ຫັ້ນ ຄົນຈີນຫັ້ນຂະເຈົ້າປ່ອຍໄປແລ້ວ ເອົາເງິນຈ້າງນ່າ ຈ້າງຕໍາຣວດລາວແລ້ວ ມີແຕ່ວ່າຄົນລາວນີ້ຝ່າຝືນເທົ່ານັ້ນແຫລະເຈັບຫລາຍໂອ ເຂົ້າຫ້ອງໄອຊີຢູ. "
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ຄອບຄົວຂອງຄົນຂັບຣົຖ ທີ່ຖືກລຸມຕີບາດເຈັບສາຫັດ ເພື່ອຂໍຮູ້ເຫດການເພິ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ ນັກປັນຍາຊົນໃນລາວທ່ານນຶ່ງ ທີ່ເຫັນເຫດການດັ່ງກ່າວ ທາງຄລິບວີດີໂອໃນສື່ສັງຄົມອອນລາຍ ກໍຕັ້ງຄໍາຖາມຕໍ່ການປະຕິບັດງານຂອງເຈົ້າໜ້າທີ່ ຕໍາຣວດໃນມື້ເກີດເຫດນັ້ນວ່າ ເປັນຍ້ອນຫຍັງຈຶ່ງບໍ່ເຂົ້າໄປຫ້າມ ໄວ້ທັນທ່ວງທີ ແລະຊ່ອຍເຫລືອຄົນລາວ ທີ່ກໍາລັງຖືກກຸ່ມຄົນຈີນລຸມຕີຢູ່ນັ້ນ.
" ຕາມທີ່ເຮົາເຫັນຫັ້ນນ່າ ຕາມຈິງແລ້ວເຈົ້າໜ້າທີ່ ກະຄວນມີໜ້າທີ່ຫ້າມຫັ້ນນ່າ ການຂັບຣົຖແຊງກັນແນວໃດກໍຕາມ ການລົງໄມ້ລົງມືມັນກະຄືການຜິດ ບໍ່ວ່າສິເອົາໄມ້ເອົາຫຍັງຕີກະຜິດແຫລະ. "
ກໍຣະນີຄົນຈີນລຸມຕີຄົນລາວຄັ້ງນີ້ ນັກຊ່ຽວຊານດ້ານກົດໝາຍ ລາວທ່ານນຶ່ງໃຫ້ຄວາມເຫັນວ່າ ຜູ້ກະທໍາມີຄວາມຜິດໃນຂໍ້ຫາພະຍາຍາມທໍາຮ້າຍຮ່າງກາຍ, ແຕ່ບໍ່ຜິດໜັກຄືກັນກັບຂໍ້ຫາພະ ຍາຍາມຂ້າ. ແຕ່ທ່ານຍັງບໍ່ຮູ້ວ່າ ໃຜຖືກ, ໃຜຜິດ, ແຕ່ເຖິງຢ່າງໃດກໍຕາມ ເມື່ອພາກສ່ວນທີ່ກ່ຽວຂ້ອງ ສລຸບການດໍາເນີນຄະດີແລ້ວ ຜູ້ເສັຍຫາຍກໍສາມາດຟ້ອງຮ້ອງໄດ້.
" ນ່າຈະເປັນການທໍາຮ້າຍຮ່າງກາຍ ຈະຕົກຢູ່ໃນວັກເຮັດໃຫ້ບຸກຄົນອື່ນບາດເຈັບ ສາຫັດ ຖ້າເສັຽຊີວິດກະທໍາຮ້າຍຮ່າງກາຍຈົນເຖິງຂັ້ນເສັຽຊີວິດ ຖ້າວ່າຜູ້ໃດເປັນຜູ້ເສັຽຫາຍ ມັນກະສາມາດຟ້ອງຮ້ອງໄດ້. "
ກ່ຽວກັບເຫດການຕີກັນ ຢູ່ໃກ້ດ່ານສາກົນບໍ່ເຕັນນັ້ນ ເຈົ້າໜ້າທີ່ຕໍາຣວດຜແນກ ຈະລາຈອນແຂວງຫລວງນໍ້າທາທ່ານນຶ່ງເວົ້າວ່າ ໃນເບື້ອງຕົ້ນ ທາງຕໍາຣວດຈະລາຈອນ ບໍ່ໄດ້ເຂົ້າຮ່ວມການແກ້ໄຂ, ມີພຽງແຕ່ໄດ້ຣາຍງານສະພາບເຫດການທີ່ເກີດຂຶ້ນ, ສ່ວນລາຍລະອຽດ ແລະຄວາມຄືບໜ້າໃນການແກ້ໄຂບັນຫາ ແມ່ນເຈົ້າໜ້າທີ່ຕໍາຣວດ ປະຈໍາດ່ານສາກົນບໍ່ເຕັນ ເປັນຜູ້ຮັບຜິດຊອບ.
" ພວກເຮົາກະບໍ່ໄດ້ເຂົ້າຮ່ວມ ເພາະໂຕນີ້ເປັນຕໍາຣວດເຂດທີ່ວ່າປະຈໍາຢູ່ບໍ່ເຕັນ ເຂົ້າຮ່ວມແກ້ໄຂຫຍັງຕ່າງໆ ແນວໃດເຮົາກະບໍ່ຊາບ ມີແຕ່ເຫັນພາບແລະເຫັນຂ່າວເທົ່ານັ້ນ ຄືກັນຫັ້ນແຫລະ ຢູ່ໃນຄລິບໃນຫຍັງຖືວ່າການສັນຈອນເທົ່ານັ້ນຊື່ໆ ໄທເຮົາຮັບຜິດຊອບເຣື່ອງການສັນຈອນ. "
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບບັນຫາທີ່ວ່ານັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຕໍາຣວດປະຈໍາດ່ານສາກົນບໍ່ເຕັນ ທີ່ຮັບຜິດຊອບໃນການແກ້ໄຂຄະດີດັ່ງກ່າວ ແຕ່ທ່ານຍັງບໍ່ສາມາດໃຫ້ຂໍ້ມູນໄດ້. ແລະໃນຂະນະດຽວກັນ ກໍໄດ້ຕິດຕໍ່ໄປຫາບໍຣິສັດ LCD ແລະ LS ຈໍາກັດ ຊຶ່ງເປັນບໍຣິສັດຂອງຈີນ ທີ່ໃຫ້ບໍຣະການຂັບຣົຖຂົນສົ່ງສິນຄ້າ ຈາກສາງຄ່ຽນຖ່າຍສິນຄ້າ ໄປຫາໜ້າດ່ານສາກົນບໍ່ເຕັນ, ແຕ່ເຈົ້າໜ້າທີ່ບໍຣິສັດດັ່ງກ່າວ ບໍ່ສາມາດໃຫ້ຄວາມເຫັນໃດໆ ກ່ຽວກັບເຫດການທີ່ເກີດຂຶ້ນນັ້ນໄດ້.
ພ້ອມກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາສະຖານທູດຈີນ ປະຈໍາລາວ ເພື່ອຂໍຮູ້ກ່ຽວກັບເຫດການທີ່ວ່ານັ້ນ ແຕ່ບໍ່ສາມາດຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າຂອງ ພັນໂທ ລາດສະຫວ່າງ ປະຈິດທໍາ ຫົວໜ້າ ຜແນກຈະລາຈອນ ແຂວງຫລວງນໍ້າທາ ທີ່ໃຫ້ສໍາພາດຊີ້ແຈງເບື້ອງຕົ້ນ ກ່ຽວກັບການລຸມຕີກັນຢູ່ແຂວງອຸດົມໄຊ ແລະແຂວງຫລວງນໍ້າທາໃນມື້ວັນທີ 2 ມິນາ ຕໍ່ໜັງສືພິມລາວພັທນາ ໃນມື້ວັນທີ 4 ມິນານີ້ແລ້ວແມ່ນວ່າ ໂຊເຟີລາວຄົນດັ່ງກ່າວ ຂັບຣົຖແຊງຣົຖຂອງຄົນຈີນ ແລ້ວຖືກເຈົ້າໜ້າທີ່ ໄດ້ເອົາຣົຖຄົນລາວໄປໄວ້ ຢູ່ປໍ້ານໍ້າມັນ ທີ່ບ້ານນາໂຮມ ເພື່ອໃຫ້ຣົຖຄົນຈີນໄປກ່ອນຕາມກົດລະບຽບ, ແຕ່ຄົນລາວລັກຂັບຣົຖອອກໄປ, ເຮັດໃຫ້ຄົນຈີນບໍ່ພໍໃຈ ແລ້ວຂີ່ຣົຖຈັກໄປລັດທາງໜ້າໄວ້ ແຕ່ຄົນລາວຂັບຣົຖໄປຕໍາຣົຖຈັກຄົນຈີນ, ຄົນຈີນບອກໃຫ້ຄົນລາວລົງຈາກຣົຖ ແລ້ວກໍຕີຄົນລາວ. ຫລັງຈາກຕີແລ້ວ ຄົນຈີນກໍໂທຫາບໍຣິສັດຈີນ ແລ້ວຄົນບໍຣິສັດຈີນຂີ່ຣົຖມາ, ລຸມຕີຄົນລາວຕື່ມ. ຫລັງຈາກນັ້ນພວກເຂົາກໍພາກັນ ຂີ່ຣົຖກັບໄປທາງດ່ານສາກົນບໍ່ເຕັນ, ພໍຮອດດ່ານພາສີ ພວກໝູ່ຂອງຄົນລາວ ທີ່ຂັບຣົຖຫລາຍຄົນບໍ່ດີໃຈ ພາ ກັນຫຸ້ມຕີກຸ່ມຄົນຈີນນັ້ນ.
ຕໍ່ຄໍາຊີ້ແຈງຂອງຫົວໜ້າ ຜແນກຈະລາຈອນ ແຂວງຫລວງນໍ້າທາ ທີ່ວ່ານັ້ນ ຊາວລາວຫລາຍຄົນກໍໄດ້ສະແດງຄວາມເຫັນ ຜ່ານສື່ສັງຄົມອອນລາຍວ່າ ເປັນຄໍາຊີ້ແຈງ ທີ່ບໍ່ໃຫ້ຄວາມເປັນ ທໍາແກ່ຄົນຂັບຣົຖລາວ ທີ່ຖືກລຸມຕີດ້ວຍໄມ້ນັ້ນເລີຍ ແລະເປັນການປົກປ້ອງ ກຸ່ມຄົນຂັບຣົຖຈີນ ທີ່ລຸມຕີຄົນລາວຈົນບາດເຈັບ ສາຫັດນັ້ນ.