ໂຮງຮຽນສາມັນ ກິນນອນ ຊົນເຜົ່າ ນ້ຳບາກ ງົບປະມານ ບໍ່ພຽງພໍ
2022.03.08
ນັກຮຽນໂຮງຮຽນ ສາມັນກິນນອນຊົນເຜົ່ານໍ້າບາກ ນັບແຕ່ຊັ້ນ ມ.1 ຫາ ມ.7 ຈໍານວນ 654 ຄົນ ຢູ່ເມືອງນໍ້າບາກ ແຂວງຫຼວງພຣະບາງ ຍັງຕ້ອງການຄວາມຊ່ອຍເຫຼືອ ຫຼາຍຢູ່ ພາຍຫຼັງທີ່ໂຮງຮຽນເປີດໂຮງຮຽນ ຕັ້ງແຕ່ວັນທີ່ 29 ພຶສພາກາ 2021 ມາຮອດປັດຈຸບັນ ແລ້ວຍັງຂາດງົບປະມານດ້ານອາຫານ 3 ຄາບ ເຖິງແມ່ນວ່າ ຣັຖບານຈະມີເງິນອຸດໜູນ ຊ່ອຍເຫຼືອນັກຮຽນ ຄົນລະ 2 ແສນກີບ ຕໍ່ເດືອນ ແລ້ວກໍຕາມ ແຕ່ຍັງບໍ່ພຽງພໍ ຍ້ອນລາຄາຄ່າຄອງຊີພສູງຂຶ້ນ ຈຶ່ງເຮັດໃຫ້ນັກຮຽນ ກິນອາຫານບໍ່ຄົບໝວດໝູ່ ສ່ວນຫຼາຍກິນແຕ່ແປ້ງແລະຜັກ, ອີງຕາມຄວາມເວົ້າຂອງນາຍຄຣູ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 8 ມິນານີ້ວ່າ:
“ອັນອາຫານການກິນນີ້ແຫຼະ ເພາະວ່າ ຣັຖບານສນອງໃຫ້ ຜູ້ນຶ່ງ 2 ແສນກີບຕໍ່ເດືອນ ສະນັ້ນ ເຮົາເອົາ 2 ແສນກີບ ມາຫານໃຫ້ບຸກຄົນ ເດືອນນຶ່ງມັນໄດ້ເທົ່າໃດ ຕໍ່ມື້ນຶ່ງຫັ້ນນ່າ ມັນອາຈບໍ່ພຽງພໍຕື່ມຫຍັງຫັ້ນນ່າ.”
ນາຍຄຣູ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ອີກທ່ານນຶ່ງ ກ່າວວ່າໃນມື້ດຽວກັນນີ້ວ່າ ບໍ່ພຽງແຕ່ງົບປະມານ ດ້ານອາຫານເທົ່ານັ້ນທີ່ບໍ່ພຽງພໍ, ງົບປະມານດ້ານສ້າງການສ້າງສະຖານທີ່ ໂດຍສະເພາະຫໍພັກນັກຮຽນ ກໍບໍ່ພຽງພໍ ນັກຮຽນຈໍາເປັນຕ້ອງໄດ້ນອນແຍ້ກັນ ອີກທັງງົບປະມານດ້ານອຸປະກອນການຮຽນ-ການສອນ ແລະເຄື່ອງນຸ່ງຫົ່ມກໍຂາດເຂີນນໍາດ້ວຍ.
ດັ່ງທີ່ທ່ານກ່າວວ່າ:
“ຄວາມຕ້ອງການຍັງຫຼາຍຢູ່ ເປັນສະບູ ເປັນເຄື່ອງສໍາອາງ ນີ້ກະອັນນັ້ນ ເປັນເຄື່ອງນຸ່ງຫົ່ມ ນີ້ກະຄືກັນ ອຸປະກອນການຮຽນກໍຍັງຂາດເຂີນ ເຣື່ອງອາຄານສະຖານທີ່ນີ້ນ່າ ໂດຍສະເພາະຄືຫໍພັກໂຮງຮຽນຊີ້ນ່າ ແບບວ່າບຽດກັນຈັ່ງຊີ້ນ່າ ຍາມໜາວນີ້ພໍໄດ້ ຍາມຮ້ອນມາລະມັນເປັນການແອອັດ.”
ນອກຈາກໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ທີ່ເຂີນງົບປະມານດ້ານຕ່າງໆແລ້ວນັ້ນ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ເມືອງຊຽງເງິນ ແຂວງຫຼວງພຣະບາງ ກໍເຂີນອຸປກອນກິລາ ເພື່ອການຮຽນ-ການສອນ ໂດຍສະເພາະ ປະເພດບານເຕະ ແລະບານຕີ ບໍ່ພຽງພໍ ເຮັດໃຫ້ນັກຮຽນຕ້ອງລໍຖ້າໝູ່ຫຼີ້ນແລ້ວກ່ອນ ຈຶ່ງໄດ້ຫຼີ້ນ ຈົນບາງເທື່ອກໍເຮັດໃຫ້ນັກຮຽນບໍ່ທັນໝູ່ ຮວມທັງງົບປະມານທາງດ້ານອາຫານຢູ່ໂຮງຮຽນກິນນອນແຫ່ງນີ້ ກໍບໍ່ພຽງພໍເຊັ່ນກັນ ໃນແຕ່ລະມື້ ນັກຮຽນຈຶ່ງໄດ້ກິນເຂົ້າແຕ່ກັບຂົ້ວຜັກ ແລະກັບແກງ ທີ່ມີແຕ່ນໍ້າ, ດັ່ງນັກຮຽນຊັ້ນ ມ.7 ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ເມືອງຊຽງເງິນ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ພໍມີແຕ່ອັນເຂົາເຈົ້າຍາຍເຂົ້າຊື່ໆຊິນ່າ ກັບແກ້ມນີ້ອັນບໍ່ມີ ບາງມື້ກໍຂົ້ວ ຂົ້ວແຕ່ຜັກກະຫຼໍ່າປີ ແຕ່ຂົ້ວຫັ້ນກະພໍກິນໄດ້ຢູ່ ແຕ່ສ່ວນຫຼາຍເຂົາເຈົ້າ ຈະເຮັດແຕ່ແກງ ແກງແຕ່ນໍ້ານ່າ ແລ້ວກະຜັກກະໃສ່ໜ້ອຍດຽວ ແບບອັນຄິດສະພາບ ແບບຢູ່ຄຸກຈັ່ງຊີ້ນ່າ.”
ນັກຮຽນ ທີ່ຮຽນຢູ່ໂຮງຮຽນສາມັນກິນນອນຊົນເຜົ່າ ສ່ວນໃຫຍ່ ແມ່ນມາຈາກຄອບຄົວທຸກຍາກ ຢູ່ເຂດຫ່າງໄກສອກຫຼີກ ເດີນທາງມາຈາກເຂດພູດອຍຂອງແຕ່ລະເມືອງ ພາຍໃນແຂວງ ເພື່ອມາຮຽນໜັງສື ແລະກິນນອນຢູ່ພາຍໃນຫໍພັກຂອງໂຮງຮຽນ ເລີ່ມແຕ່ເດືອນ ກັນຍາ ຂອງແຕ່ລະປີ ຈົນຮອດເດືອນພຶສພາຂອງແຕ່ລະປີ ນັກຮຽນເຫຼົ່ານີ້ ຈຶ່ງໄດ້ພາກັນກັບບ້ານຂອງໃຜລາວ ນັ້ນໝາຍຄວາມວ່າ ນັກຮຽນຕ້ອງໃຊ້ຊີວິດນອນຢູ່ຫໍພັກຂອງໂຮງຮຽນປະມານ 8-9 ເດືອນຕໍ່ສົກຮຽນ, ດັ່ງນັ້ນ ທາງດ້ານຜູ້ປົກຄອງ ຈຶ່ງຢາກໃຫ້ພາກສ່ວນທີ່ມີງົບປະມານ ຊ່ອຍເຫຼືອນັກຮຽນກຸ່ມນີ້.
ດັ່ງຜູ້ປົກຄອງນັກຮຽນທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ຄັນວ່າ ມີຈໍານວນນຶ່ງ ກະຂໍນໍາອົງການຈັດຕັ້ງຕ່າງໆມາຊ່ວຍເຫຼືອ ສ່ວນຫຼາຍມາຫັ້ນ ມີແຕ່ຜູ້ທຸກຍາກ ແບບຜູ້ດ້ອຍໂອກາດ ຜູ້ຢູ່ຫ່າງໄກສອກຫຼີກ ຄອບຄົວທຸກຍາກ ສ່ວນຫຼາຍກໍບໍ່ມີດອກ ການກິນການຢູ່ມິຫຍັງ ນໍ້າໃນຟືນໄຟ ມິຫຍັງ ກໍເບື້ອງຣັຖເສັຍໝົດ.”
ໂຮງຮຽນສາມັນກິນນອນຊົນເຜົ່າ ກິນນອນຊົນເຜົ່ານໍ້າບາກ ແລະໂຮງຮຽນ ສາມັນກິນນອນຊົນເຜົ່າສວນຫຼວງ ແມ່ນເປັນໂຮງຮຽນຢູ່ພາຍໃຕ້ ສັງກັດການເບິ່ງແຍງ ຂອງກະຊວງສຶກສາທິການ ແລະກິລາ ໂດຍໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ຈະຮັບເອົານັກຮຽນ ທີ່ຢູ່ເຂດພູດອຍ ຈາກເມືອງນໍ້າບາກ, ເມືອງວຽງຄໍາ, ເມືອງງອຍ, ເມືອງປາກອູ ແລະເມືອງໂພນທອງເຂົ້າຮຽນ, ສ່ວນໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ຈະຮັບນັກຮຽນທີ່ຢູ່ເຂດພູດອຍ ຈາກເມືອງຊຽງເງິນ, ເມືອງຫຼວງພຣະບາງ, ເມືອງພູຄູນ, ເມືອງຈອມເພັດ, ເມືອງນານ, ເມືອງປາກແຊງ ແລະເມືອງໂພນໄຊ ເຂົ້າຮຽນ ໂດຍຜູ້ປົກຄອງບໍ່ໄດ້ເສັຍຄ່າຮຽນຈັກກີບ.
ທີ່ຜ່ານມາທັງສອງໂຮງຮຽນນີ້ ກໍໄດ້ຮັບການຊ່ອຍເຫຼືອ ຈາກອົງການຈັດຕັ້ງສາກົລ ແລະເອກະຊົນເປັນໄລຍະ ເປັນຕົ້ນ ມິລນິທິຊ່ອຍເຫຼືອເດັກແຂວງຫຼວງພຣະບາງ ໃຫ້ງົບປະມານປຸງແຕ່ອາຫານທຸກວັນອັງຄານ ແລະ ວັນພະຫັດຕໍ່ສັປດາ ຫຼືອົງການຈັດຕັ້ງສາກົລ ຊ່ອຍເຫຼືອເປັນສະບູ ຢາຖູແຂ້ວໃຫ້ນັກຮຽນ ເຊິ່ງການຊ່ອຍເຫຼືອດັ່ງກ່າວ ກໍບໍ່ພຽງພໍ ແລະທາງພັກ-ຣັຖ ກໍຍັງບໍ່ມີງົບປະມານໃນແກ້ໄຂບັນຫາທີ່ກ່າວມາທັງໝົດ ເຖິງແມ່ນວ່າ ທາງຜູ້ອໍານວຍການ ຂອງໂຮງຮຽນແຕ່ລະແຫ່ງ ໄດ້ຂຶ້ນແຜນຂໍງົບປະມານ ແກ້ໄຂບັນຫາດັ່ງກ່າວແລ້ວກໍຕາມ, ອີງຕາມຂໍ້ມູນຈາກຫ້ອງການ ໂຮງຮຽນສາມັນກິນນອນ ຊົນເຜົ່ານໍ້າບາກ ເມືອງນໍ້າບາກ ແຂວງຫຼວງພຣະບາງ.