ເງິນກີບເຟີ້ ກະທົບຊີວິດ ການເປັນຢູ່ ປະຊາຊົນ
2022.03.09
ສູນສະຖິຕິ ແລະຄົ້ນຄວ້າ ເສຖກິຈແຫ່ງຊາດລາວ ໄດ້ຣາຍງານເມື່ອບໍ່ດົນມານີ້ວ່າ ໃນປີ 2021 ທີ່ຜ່ານມາອັດຕຣາເງິນເຟີ້ໃນລາວ ສະເລັ່ຽຢູ່ທີ່ 4.9% ຂະນະທີ່ໃນເດືອນມົກກະຣາ ທີ່ຜ່ານມາ ອັດຕຣາເງິນເຟີ້ໃນລາວເພີ່ມສູງຂຶ້ນເຖິງ 6.25%. ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ຫລື ADB ປະຈຳລາວ ກ່າວວ່ານັບແຕ່ກາງປີ 2021 ເປັນຕົ້ນມາອັດຕຣາເງິນເຟີ້ ໃນລາວຖືວ່າສູງຫລາຍ ປັດຈັຍສຳຄັນມາຈາກຣັຖບານລາວ ເພິ່ງພາການນຳເຂົ້າເປັນຫລັກ ໂດຍສະເພາະນໍ້າມັນ ຊຶ່ງສົ່ງຜົລໃຫ້ລາຄາສິນຄ້າ, ອາຫານປັບໂຕສູງຂຶ້ນໃນຂະນະທີ່ ເງິນກີບລາວ ຢູ່ໃນໄລຍະອ່ອນຄ່າ ເມື່ອທຽບໃສ່ເງິນບາດ ແລະເງິນໂດລາຣ໌ສະຫະຣັຖ.
ດັ່ງເຈົ້າໜ້າທີ່ ທະນາຄານພັທນາ ເອເຊັຽປະຈຳລາວກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 09 ມີນານີ້ວ່າ:
“ນໍ້າມັນຈະເປັນປັດຈັຍໃຫຍ່ ພໍສົມຄວນເນາະ ນໍ້າມັນນີ້ມັນເວົ້າເຖິງເຣື່ອງ ຄ່າຄອງຊີບແລ້ວເດ ໂຕນຶ່ງກາເອີ້ນວ່າ ລາຄາອາຫານກັບການອ່ອນຄ່າ ຂອງເງິນກີບຕໍ່ກັບເງິນບາດ ຈະມີຜົລກະທົບ ກໍຖືວ່າສູງເນາະ ຄືເວົ້າແຈ້ງໆ ກາບໍ່ຢາກໃຫ້ກາຍ 5%.”
ທ່ານໄດ້ກ່າວຕື່ມວ່າ ມາຕການຄວບຄຸມ ເພື່ອບໍ່ໃຫ້ອັດຕຣາເງິນເຟີ້ໃນລາວ ເພີ່ມສູງຂຶ້ນອີກ ຣັຖບານລາວຕ້ອງຈຳກັດ ການນຳເຂົ້າສິນຄ້າ ຈາກຕ່າງປະເທດ ເພື່ອຮັກສາສະເຖັຽລະພາບທາງ ການເງິນຈາກສະພາບເງິນກີບອ່ອນຄ່າ, ຊຸກຍູ້ສົ່ງເສີມໃຫ້ປະຊາຊົນລາວ ຜລິດສະບຽງອາຫານ ໃຫ້ພຽງພໍ ແລະຊອກຕລາດເພື່ອສົ່ງອອກສິນຄ້າ, ສ້າງບັນຍາກາດ ຫລືກະຕຸ້ນສະພາບ ເສຖກິຈພາຍໃນປະເທດໃຫ້ມີການເຄື່ອນໄຫວ ເພື່ອໃຫ້ປະຊາຊົນອອກມາຈັບຈ່າຍ ຊື້ສິນຄ້າ ແລະຄວບຄຸມເງິນຕຣາ ຕ່າງປະເທດເພື່ອເຮັດໃຫ້ເງິນກີບ ແຂງຄ່າຂຶ້ນ.
ຂະນະທີ່ຊາວລາວ ຈຳນວນຫລາຍ ຕ່າງກໍພາກັນຈົ່ມວ່າ ຫລາຍເດືອນມານີ້ອັດຕຣາເງິນເຟີ້ ໃນລາວນັບມື້ນັບສູງຂຶ້ນ ໄດ້ສົ່ງຜົລກະທົບຕໍ່ຊີວິດ ປະຈຳວັນຢ່າງໜັກໜ່ວງ ເພາະລາຄາສິນຄ້າ ເກືອບທຸກປະເພດໂດຍສະເພາະລາຄານໍ້າມັນ, ອາຫານສົດ ແມ່ນປັບຂຶ້ນລາຄາຈົນໝົດ ຂະນະທີ່ລາຍໄດ້ ຂອງປະຊາຊົນຍັງຄືເກົ່າ ແລະຫາເງິນຍາກຂຶ້ນນັບມື້. ນອກຈາກນີ້ການຈ່າຍຄ່າ ນໍ້າ, ຄ່າໄຟຟ້າ, ການຈັດເກັບ ພາສີ-ອາກອນຕ່າງໆ ຂອງຣັຖບານລາວ ກໍຍັງຕ້ອງຈ່າຍປົກ ກະຕິໂດຍບໍ່ມີນະໂຍບາຍ ຫລຸດຜ່ອນໃຫ້ກັບປະຊາຊົນແຕ່ຢ່າງໃດ.
ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 9 ມີນານີ້ວ່າ:
“ດ່ານກາປິດ ບາດນີ້ການຄ້າຂາຍກາຍາກໆ ເຄື່ອງຂາຍນີ້ແພງຫລາຍ ຄັນເປີດດ່ານກະຊິໄຄ ໄປແດ່ຄ່ານໍ້າກາຂຶ້ນຄ່າໄຟ ກາຂຶ້ນຄ່ານໍ້າມັນກາຂຶ້ນ ແຕ່ເງິນເດືອນບໍ່ຂຶ້ນ.”
ຊາວລາວອີກຜູ້ນຶ່ງກ່າວວ່າ ສະພາບເສຖກິຈພາຍໃນລາວ ເຣີ້ມປ່ຽນແປງໄປຫລາຍຢ່າງ ລາຄາສິນຄ້າຫລາຍຢ່າງປັບໂຕສູງຂຶ້ນ ໂດຍສະເພາະລາຄານໍ້າມັນ, ອາຫານສົດ ແລະ ຄຳແພງຂຶ້ນຫລາຍ. ຂະນະທີ່ປະຊາຊົນລາວ ກໍປັບໂຕພາກັນຢູ່ເຮືອນ ແລ້ວສັ່ງສິນຄ້າຜ່ານຣະບົບອ໋ອນລາຍນ໌ ໂດຍບໍ່ໄດ້ອອກໄປຈັບຈ່າຍຊື້ເຄື່ອງຂອງຄືແຕ່ເກົ່າ ຍ້ອນກັງວົນເຣື່ອງການຣະບາດຂອງ ໂຄວິດ-19 ເຮັດໃຫ້ສະພາບເສຖກິຈພາຍໃນປະເທດ ບໍ່ຄືກຄື້ນປານໃດ.
ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ມີນານີ້ວ່າ:
“ເງິນກາຂຶ້ນ ຄືກັນແຫລະລ່າເອີຍ ທອງຄຳຫັ້ນຂຶ້ນໝົດ ຫາເງິນກາບໍ່ໄດ້ ດອກຂຶ້ນໝົດຄູ່ຢ່າງ ແນວຢູ່ແນວກິນຂຶ້ນໝົດ ເອີປ່ຽນແປງໄປໝົດແລ້ວ ຄູ່ມື້ນີ້ນ່າ.”
ພະນັກງານບໍຣິສັດແຫ່ງນຶ່ງ ໃນແຂວງວຽງຈັນກ່າວວ່າ ລາຄາສິນຄ້າໃນລາວ ນັບມື້ຈະແພງຂຶ້ນຫລາຍ ໂດຍສະເພາະ ຄ່າອາຫານ ແລະຄ່ານໍ້າມັນຣົຖ. ຂະນະທີ່ລາຍໄດ້ຫລືເງິນເດືອນ ແທບບໍ່ພໍກິນ ແລະຢາກໃຫ້ທາງການລາວ ເລັ່ງຄວບຄຸມລາຄາສິນຄ້າຕ່າງໆ ບໍ່ໃຫ້ແພງຈົນເກີນໄປ.
ດັ່ງພະນັກງານ ບໍຣິສັດແຫ່ງນຶ່ງ ໃນແຂວງວຽງຈັນກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ມີນານີ້ວ່າ:
“ຢາກວ່າສະເລັ່ຽ 30-50 ພັນກີບຕໍ່ມື້ໃດກາຄື ອາຫານການກິນນີ້ກາ 3 ຄາບຕໍ່ມື້ເນາະ ໃສ່ນໍ້າມັນຣົຖກະຊິປະມານ 10 ພັນກີບສຳລັບຂ້ອຍແຕ່ວ່າ ອາຫານການກິນນີ້ທຽບເທົ່າ ໃນເມືອງເລີຍ.”
ທາງດ້ານນັກເສຖສາດ ແລະການເງິນທ່ານນຶ່ງກ່າວວ່າ ອັດຕຣາເງິນເຟີ້ທີ່ນັບມື້ຈະເພີ່ມຂຶ້ນ ເພາະຣັຖບານລາວເພິ່ງພາ ການນຳເຂົ້າສິນຄ້າເປັນຫລັກ. ໃນຂະນະທີ່ປະເທດລາວ ມີແຮງງານເປັນຈຳນວນຫລາຍແຕ່ຣັຖບານລາວ ກໍບໍ່ຊຸກຍູ້ສົ່ງເສີມ ຫລືສນັບສນູນນະໂຍບາຍ ຕ່າງໆ ເພື່ອກະຕຸ້ນໃຫ້ ປະຊາຊົນລາວພາຍໃນປະເທດ ຫັນມາຜລິດສິນຄ້າ ໃຫ້ພຽງພໍ ມີມາຕຖານ ແລະສົ່ງອອກໄປຕ່າງປະເທດ ທຸກຢ່າງທີ່ຣັຖບານລາວເຮັດ ແມ່ນສົ່ງເສີມແຕ່ໂຄງການ ຂນາດໃຫຍ່ ຫລືນາຍທຶນຈາກຕ່າງປະເທດ.
ດັ່ງນັກເສຖສາດ ແລະການເງິນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ມີນານີ້ວ່າ:
“ເພີ່ນສົ່ງເສີມ ແຕ່ອັນໃຫຍ່ເພາະວ່າ ດິນນໍ້າອຸດົມສົມບູນເນາະ ປູກຫຍັງກາງາມ ໜ້າຈະສົ່ງເສີມໃຫ້ເຕັກນິກ ການທີ່ຈະເຮັດໃຫ້ມັນປູກໄດ້ ຕລອດປີ ຫລືອີ່ຫຍັງຈັ່ງຊັ້ນ ຫລາຍກ່ວາແຕ່ວ່າ ບໍ່ມີກາສົ່ງເສີມຄືນ້ອງ ເວົ້າຫັ້ນແຫລະ.”
ປັດຈຸບັນ ທາງການລາວກໍກຳລັງຄົ້ນຄ້ວາ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ບໍ່ແພງຈົນເກີນໄປ ແຕ່ລາຄານໍ້າມັນແມ່່ນປັບລາຄາສູງຂຶ້ນ ເປັນຄັ້ງທີ 6 ນັບແຕ່ຕົ້ນປີ 2022 ມານີ້ ແລະນັ້ນກໍຈະ ກະທົບຕໍ່ສະພາບເສຖກິຈ ໂດຍຮວມຂອງຊາດ ກໍຄືການດຳລົງຊີວິດປະຈຳວັນ ຂອງປະຊາຊົນລາວ. ການຂົນສົ່ງສິນຄ້າ, ອັດຕຣາເງິນເຟີ້ ແລະ ຄ່າຄອງຊີບ.
ສ່ວນລາຄານໍ້າມັນໃນລາວ ປັບຂຶ້ນຕລອດນັ້ນ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງອຸດສາຫະກັມ ແລະການຄ້າ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນ ເມື່ອວັນທີ 4 ມີນາຜ່ານມາວ່າ ຍ້ອນລາວເປັນປະເທດນຳເຂົ້າ ນໍ້າມັນເຊື້ອໄຟຈາກຕ່າງປະເທດ 100% ເຖິງວ່າປະເທດລາວ ຈະມີໂຮງງານກັ່ນນໍ້າມັນໃນຂັ້ນຕອນສຸດທ້າຍກໍຕາມ ແຕ່ວັດຖຸດິບແມ່ນນໍ້າມັນ ທີ່ເກືອບສຳເຣັດຮູບ ແລະ ທາດເຄມີນຳໃຊ້ເຂົ້າໃນຂະບວນການ ກັ່ນກໍຍັງນຳເຂົ້າ 100% ພຽງແຕ່ສາມາດ ປະຢັດຕົ້ນທຶນໄດ້ພຽງຣະດັບນຶ່ງ. ອີກດ້ານນຶ່ງລາຄານ້ຳມັນ ຍັງຖືກກຳນົດດ້ວຍອັດຕຣາແລກປ່ຽນ ເພາະຕ້ອງໃຊ້ເງິນຕຣາ ຕ່າງປະເທດຊື້ນຳເຂົ້າມາ. ໃນຂະນະທີ່ທາງການ ປະກາດຂຶ້ນລາຄານໍ້າມັນ ມີຜົລແຕ່ວັນທີ 10 ມີນາ ເປັນຕົ້ນໄປ ປະຊາຊົນໃນ ນະຄອນຫລວງວຽງຈັນ ແລະຕ່າງແຂວງ, ບາງແຂວງ ກໍໄປລຽນແຖວລໍຖ້າຊື້ນໍ້າມັນ ໃນລາຄາເກົ່າ.
ເພື່ອເຮັດໃຫ້ລາຄານໍ້າມັນ ບໍ່ແພງເກີນໄປ ຣັຖບານລາວຈະຫລຸດອາກອນ ມູນຄ່າເພີ່ມລົງເຫລືອ 7% ຈາກເດີມທີ່ເກັບ 10% ແລະ ຫລຸດຜ່ອນການເກັບ ເງິນຄັງແຮນໍ້າມັນເຊື້ອໄຟທຸກຊະນິດ. ນອກຈາກນີ້ທາງການລາວຈະພິຈາຣະນາ ການເກັບເງິນກອງທຶນ ບູລະນະທາງຫລວງ, ພາສີຂາເຂົ້າ, ອາກອນຊົມໃຊ້, ອາກອນກຳໄລ ແລະ ຄ່າໃຊ້ຈ່າຍຕ່າງໆ ກັບຜູ້ປະກອບການ ບໍຣິສັດນຳ ເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟພາຍໃນປະເທດບໍ່ສູງຈົນເກີນໄປ.
ຂະນະທີ່ກອງທຶນການເງິນສາກົລ ຫລື IMF ໄດ້ຣາຍງານເມື່ອປີ 2021 ທີ່ຜ່ານມາ ສະພາບເສຖກິຈລາວມີການຂຍາຍໂຕຊ້າລົງ ໃນປີ 2021 ຍ້ອນປະເຊີນກັບ ການຣະບາດຂອງ ໂຄວິດ-19 ຄືກັນກັບຫລາຍປະເທດໃນທົ່ວໂລກ ແລະ ຄາດການວ່າເສຖກິຈລາວຈະຂຍາຍໂຕ ພຽງ 3% ໃນປີ 2022.
ນອກຈາກນີ້ ທາງການລາວຈຳເປັນຕ້ອງ ສົ່ງເສີມອາຊີບ, ການຜລິດ ແລະ ສົ່ງອອກໃຫ້ໄດ້ ຕາມໂຄຕ້າແຕ່ຄວາມສ່ຽງ ກໍຍັງສູງຍ້ອນພັຍທັມຊາດ ທີ່ອາດຈະເກີດຂຶ້ນໄດ້ທຸກເມື່ອ ເປັນຕົ້ນພັຍແລ້ງ ທີ່ຈະເຮັດປະຣິມານນໍ້າ ບໍ່ພຽງພໍໃນການປູກຝັງ ຫລືຜລິດກະແສໄຟຟ້າ ຊຶ່ງເປັນສ່ວນສຳຄັນ ຕໍ່ການພັກດັນເສຖກິຈລາວໃຫ້ບັນລຸ ຕາມການຄາດການ.