ແມ່ຍິງລາວ ຈຳນວນຫຼາຍ ສ່ຽງຕໍ່ການຖືກຄ້າມະນຸດ

ສຸພັດຕາ
2022.03.07
ແມ່ຍິງລາວ ຈຳນວນຫຼາຍ ສ່ຽງຕໍ່ການຖືກຄ້າມະນຸດ ສະຖານບັນເທີງ ທີ່ມີການຂາຍບໍຣິການທາງເພດແຝງຢູ່ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ເດືນອກຸມພາ ປີ 2022.
ຮູບພາບ: Courtesy Photo

ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນບ່ອນທີ່ມີການຄ້າມະນຸດຫຼາຍ ໂດຍສະເພາະ ໃນໄລຍະ 4-5 ເດືອນມາ ນີ້ ແມ່ນມີການໂຄສະນາ ຮັບເອົາແມ່ຍິງ ໄປເຮັດວຽກຕອບແຊັດ ໂດຍຜ່ານການໂພສ ປະກາດຮັບສມັກພະນັກງານຕອບແຊັດ ເອົາສາວງາມ ອາຍຸລະຫວ່າງ 18-35 ປີ ໄດ້ພາສາຈີນ, ລາວ, ໄທຍ ແລະ ອັງກິຈ ລົງທາງສື່ສັງຄົມອອນລາຍນ໌ ບາງບ່ອນ ຣະບຸເງິນເດືອນ 5,000 ຢວນຕໍ່ເດືອນ ຫຼືປະມານ 8 ລ້ານປາຍກີບຕໍ່ເດືອນ ແລະ ທຸກໆບ່ອນ ຈະລະບຸຄ່າກິນ, ຄ່າຢູ່, ຄ່າເດີນທາງ ແລະຄ່າແລ່ນເອກະສານຟຣີ ຈຶ່ງເຮັດໃຫ້ແມ່ຍິງລາວຈໍານວນນຶ່ງຫຼົງເຊື່ອ ແລະສມັກເຮັດວຽກເປັນພະນັກງານຕອບແຊັດໄປ, ແຕ່ເມື່ອໄປຮອດພຸ້ນແລ້ວ ກໍພົບບັນຫາແນວນັ້ນແນວນີ້ ຜູ້ເຮັດບໍ່ໄດ້ ກໍຖືກນາຍໜ້າຂາຍຕໍ່ໃຫ້ຄົນຈີນ ແລ້ວໄປເຮັດວຽກຂາຍບໍຣິການທາງເພດ.

ມາຮອດປັດຈຸບັນ ມີແມ່ຍິງລາວຫຼາຍຄົນ ທີ່ຖືກຕົວະໄປເຮັດວຽກໃນເຂດດັ່ງກ່າວ ຍັງລໍຖ້າການຊ່ອຍເຫຼືອຢູ່ ຊຶ່ງພວກນາງໄດ້ຂໍຄວາມຊ່ອຍເຫຼືອ ໄປຍັງເຈົ້າທີ່ຕໍາຣວດສະເພາະກິຈ ປະຈໍາເຂດດັ່ງກ່າວແຕ່ດົນແລ້ວ ແຕ່ຈົນປານນີ້ ກໍຍັງບໍ່ຮັບຄໍາຕອບແນວໃດ ຈາກເຈົ້າໜ້າທີ່ເລີຍ.

ດັ່ງແມ່ຍິງລາວນາງນຶ່ງ ອາຍຸ 22 ປີ ຈາກແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອທ້າຍເດືອນກຸມພາ 2022 ນີ້ວ່າ:

“ນ້ອງບໍ່ໄດ້ໂທໄປແລ້ວ ເພາະວ່ານ້ອງໂທໄປ ຂະເຈົ້າບໍ່ຕອບນ້ອງເລີຍ ແບບພວກນ້ອງໂທຫາອັນເຈົ້າໜ້າທີ່ແລ້ວ ເຈົ້າໜ້າທີ່ເຂົາບໍ່ຮັບສາຍ ແຊັດໄປແລ້ວ ອ່ານແລ້ວກະບໍ່ຕອບ ມີແຕ່ວ່າ ສົ່ງເບີໄປໆໄປແລ້ວ ລະກໍແຊັດໄປ ລະກະມີແຕ່ເບິ່ງແລ້ວກະບໍ່ຕອບ.”

ນາງເວົ້າອີກວ່າ ຕອນນີ້ ນາງແລະນ້ອງສາວ ບໍ່ຮູ້ວ່າຈະເຮັດແນວໃດແລ້ວ.

“ເພາະວ່າຕອນນີ້ ແບບມັນບໍ່ຮູ້ຊິເຮັດແນວໃດເລີຍ ມັນທໍຣະມານ ແບບເງິນຊິຊື້ເຂົ້າຊື້ນໍາກິນກະຍັງບໍ່ມີ.”

ນາງຜູ້ນີ້ ທັງເວົ້າທັງໄຫ້ ອີກຕື່ມວ່າ ເມື່ອຕິດຕໍ່ຫາເຈົ້າໜ້າທີ່ບໍ່ໄດ້ ນາງກໍເລີຍກໍເລີຍຕິດຕໍ່ຫາທາງຄອບຄົວ ເພື່ອໃຫ້ຄອບຄົວຫາທາງຊ່ອຍເຫຼືອ ໃຫ້ນາງ ແລະ ນ້ອງສາວໄດ້ກັບບ້ານ.

“ກະໂທຫາທາງແມ່ແລ້ວ ແມ່ກະວ່າ ບໍ່ຮູ້ທາງຊິຊ່ອຍເຫຼືອແນວໃດແລ້ວ ເພາະວ່ານ້ອງໂທຫາແມ່ ນ້ອງກະໄຫ້ ແມ່ກໍໄຫ້  ນ້ອງກະບອກແມ່ແລ້ວວ່າ ນ້ອງໂທຫາເຈົ້າໜ້າທີ່ໃຫ້ມາຊ່ວຍລູກແດ່ ແຕ່ເຮົາໂທຫາບາງຄົນ ແຊັດໄປແລ້ວ ເຂົາບໍ່ຕອບ ໂທໄປເຂົາບໍ່ຮັບ ແມ່ກະບອກວ່າ ພຍາຍາມເດີ້ລູກ ໄປຢູ່ນໍາຄົນອື່ນ ກະຟັງຄວາມເຂົາແດ່ ຊິຟັງແນວໃດຂະເຈົ້າມີແຕ່ ໄປເຮັດວຽກຂະເຈົ້າກະມີແຕ່ດ່າໆ ເຮົາກະບໍ່ແມ່ນວ່າໄປ ຊິໄປເຮັດວຽກແບບນີ້ ມາລະມາບັງຄັບໃຫ້ເຮົາເຮັດວຽກແບບນີ້ ມາລະມາບັງຄັບໃຫ້ເຮົາເຮັດວຽກແບບນີ້ ນ້ອງສາວກະແຮງໄຫ້ທຸກມື້ ບໍ່ກິນເຂົ້າກິນນໍ້າ ເບິ່ງຈັກນ່ອຍກະເປັນໄຂ້ ເປັນອັນນີ້ອັນນັ້ນ ບໍ່ໄປວຽກຫົວໜ້າກະດ່າໆ ໄລ່ບັງຄັບໃຫ້ໄປ ບໍ່ມີມື້ຊິໄດ້ພັກເລີຍ ວ່າມັນເບິດເນາະ ເວລາເຮົາປະຈໍາເດືອນເຮົາມາ ຜູ້ຍິງມັນກະມີເບິດທຸກຄົນເນາະ ແລ້ວກະຍັງໃຫ້ເຮົາໄປໃດ໋.”

ໃນຂະນະດຽວກັນ ແມ່ຍິງລາວ ຈາກແຂວງໄຊຍະບູຣີ ອາຍຸ 26 ປີ ແລະນ້ອງສາວອາຍຸ 23 ປີ ທີ່ເຄີຍຕິດຕໍ່ຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ຕໍາຣວດສະເພາະກິຈ ປະຈໍາເຂດພິເສດດັ່ງກ່າວ ກໍກ່າວວ່າ ເຖິງແມ່ນວ່າ ນາງຈະມາເຮັດວຽກຢູ່ນີ້ ດ້ວຍຄວາມສມັກໃຈກໍຕາມ ແຕ່ຈະໃຫ້ທົນຢູ່ຕໍ່ໄປຄົງບໍ່ໄຫວແລ້ວ ເພາະເຮັດຫຍັງກະຖືກແຕ່ຕັດເງິນ ຮວມທັງຍັງມີໜີ້ສິນແບບບໍ່ຮູ້ໂຕນໍາອີກ.

“ຕິດຕໍ່ ເພາະນ້ອງຢາກກັບບ້ານດ່ວນໆ ທຸກຍາກ ບໍ່ມີເງິນບໍ່ມີຄໍາ ຢູ່ກະ ຫົວໜ້າກະຮ້າຍເຄັ່ງຄັດ ໄປໃສກະວ່າໃໝ ລົງໄປຊອກຊື້ອັນກອກອັນກິນຢູ່ລຸ່ມກະໃໝ ປັບເງິນປັບຄໍາເຮົາ ບໍ່ໄດ້ເງິນໄດ້ຫຍັງ ເຮັດວຽກໃຊ້ໜີ້ຂະເຈົ້າ ຂ້ອຍບໍ່ຮູ້ເດ້ວ່າໜີ້ອິຫຍັງ ເພາະວ່າ ຂ້ອຍກະຖາມ ບາດຂ້ອຍຖາມຂະເຈົ້າ ຂະເຈົ້າວ່າ ເອີ່ໜີ້ອັນກວດໂຄວອກໂຄວິດ ກວດເລືອດນີ້ແຫຼະ ອ້າວໜີ້ ຄັນໜີ້ກວດໂຄວອກໂຄວິດ ແມ່ນຫຍັງມັນຄືຮອດຫຼາຍຂນາດນັ້ນ ຂ້ອຍຕິດຢູ່ໝື່ນ 10,000 ກັບ 6,400 (ຢວນ).”

ນາງເວົ້າອີກວ່າ ນອກຈາກບໍ່ມີເງິນໄວ້ເກັບທ້ອນແລ້ວນັ້ນ ນ້ອງສາວຂອງນາງ ບາງຄັ້ງ ກໍຖືກນາຍຈ້າງກັກຂັງ ບໍ່ໃຫ້ອອກຈາກຫ້ອງນໍາດ້ວຍ.

“ເອີ່ ຄັນເວົ້າບໍ່ຟັງຄວາມ ຂະເຈົ້າກະຈະຂັງ ສໍາລັບຂ້ອຍແທ້ບໍ່ເຫັນເຮັດ ແຕ່ນ້ອງສາວຂ້ອຍແທ້ຫັ່ນເຫັນ ມີນ້ອງສາວມາຢູ່ນໍາກັນ ແບບວ່າລົງໄປຊື້ກອກຊື້ກິນ ແລ້ວວ່າຈຸຂ້ອຍລົງໄປຊື້ກອກຊື້ກິນແລ້ວ ວ່າຈຸຂ້ອຍນີ້ລັກໄປນີ້ໄປນັ້ນ ແບບມາປັບໝອກປັບໃໝ ເວົ້າແນວນີ້ແນວນັ້ນ ລະກະວ່າ ຊິຂັງເພິ່ນໄວ້ມື້ນຶ່ງ ບໍ່ໃຫ້ອອກຈາກຫ້ອງ ບໍ່ໃຫ້ໄປໃສ.”

ກ່ອນໜ້ານີ້ ວິທຍຸເອເຊັຽເຄີຍໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຕໍາຣວດສະເພາະກິຈ ຢູ່ເຂດເສຖກິຈພິເສດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອສອບຖາມຂໍຄວາມຊ່ອຍເຫຼືອ ແລະຂໍຄໍາແນະນໍາໃຫ້ແກ່ແມ່ຍິງລາວ ຈາກແຂວງໄຊຍະບູຣີ ແລະ ແຂວງຫຼວງພຣະບາງ ທີ່ຍາກກັບບ້ານ, ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດສະເພາະກິຈ ໃນເຂດເສຖກິຈພິເສດ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 8 ກຸມພາ ຜ່ານມານີ້ວ່າ:

“ບອກເບີເພິ່ນມາ ໃຫ້ເພິ່ນ ເອົາເບີໆຂ້ອຍໃຫ້ເພິ່ນກະໄດ້ ໃຫ້ເພິ່ນໂທມາຂໍຄວາມຊ່່ວຍເຫຼືອຫຍັງ ໃຫ້ເພິ່ນໂທມາຫາຂ້ອຍເລີຍເດີ້ ເອົາເບີໃຫ້ເພິ່ນໂລດ ບອກເບີໂທມາໂລດ.”

ໃນມື້ດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ຕໍາຣວດສະເພາະກິຈ ເມືອງຕົ້ນເຜິ້ງ ອີກທ່ານນຶ່ງ ແລ້ວທ່ານກໍກ່າວ ກ່ຽວກັບເຣື່ອງນີ້ ພຽງສັ້ນໆວ່າ:

“ເອົາເບີໂທອັນນ່າ ໄປໃຫ້ຂະເຈົ້າເລີຍເນາະ ໃຫ້ຂະເຈົ້າໂທມາເລີຍເນາະ ເຮົາຊິແນະນໍາຂະເຈົ້າ.”

ນອກຈາກນີ້ແລ້ວ ເມື່ອວັນທີ່ 9 ກຸມພາທີ່ຜ່ານມາ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຫ້ອງການ ສະຫະພັນແມ່ຍິງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອຂໍຄວາມຊ່ອຍເຫຼືອ ໃຫ້ແກ່ແມ່ຍິງລາວ ຈາກແຂວງໄຊຍະບູຣີ ແລະ ແຂວງຫຼວງພຣະບາງ ທີ່ຕ້ອງການກັບບ້ານນັ້ນ, ແຕ່ກໍໄດ້ຄໍາຕອບ ຈາກເຈົ້າໜ້າທີ່ພຽງສັ້ນໆ ແລ້ວທ່ານກໍວາງສາຍໄປ.

“ມັນກະມີທີມງານຊ່ອຍເຫຼືອເນາະ ບຶດນຶ່ງ ເອື້ອຍຊິໃຫ້ທາງຄະນະຮັບຜິດຊອບຕິດຕໍ່ໄປເດີ້ ເອື້ອຍຊິໂທຫາທີມງານ ໃຫ້ເພິ່ນປະສານອີກເທື່ອນຶ່ງເດີ້.”

ອີງຕາມຄວາມເວົ້າຂອງແມ່ຍິງລາວ ທັງຈາກແຂວງໄຊຍະບູຣີ ແລະ ແຂວງຫຼວງພຣະບາງແລ້ວແມ່ນວ່າ ພວກຂະເຈົ້າ ມາຈາກຄອບຄົວທຸກຍາກ ການສຶກສາ ກໍມີພຽງເລັກໜ້ອຍ ໄປເຮັດວຽກໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແບບສມັກໃຈ ຍ້ອນຖືກຕົວະວ່າ ຈະໄດ້ເຮັດວຽກດີ ມີເງິນເດືອນຫຼາຍ ແລະເຂົ້າໃຈວ່າ ຈະເປັນວຽກທີ່ຖາວອນ ຮວມທັງຄົນທີ່ແນະນໍາ ກໍບອກວ່າ ມີທີ່ພັກເຊົາ ແລະ ການກິນຢູ່ກໍຟຣີ ລ້ຽງເຂົ້າ 3 ຄາບຕໍ່ມື້ນໍາດ້ວຍ ແຕ່ເມື່ອໄປຮອດພຸ້ນແລ້ວພັດບໍ່ເປັນແນວນັ້ນ ບາງຄົນ ກໍໄດ້ເຮັດວຽກຕາມທີ່ຕົກລົງກັນໄວ້ ແຕ່ຫຼາຍຄົນ ພັດຖືກຕົວະມາວ່າເຮັດວຽກຕອບແຊັດ ແລ້ວຖືກນາຍໜ້າຂາຍຕໍ່ໃຫ້ຄົນຈີນ ເພື່ອໄປເຮັດວຽກຂາຍບໍຣິການທາງເພດ ຮວມທັງອາຫານ 3 ຄາບທີ່ວ່ານັ້ນກໍບໍ່ໄດ້ລ້ຽງ ທຸກຢ່າງແມ່ນຕ້ອງຈ່າຍເອງ ຈົນເຮັດໃຫ້ແມ່ຍິງເຫຼົ່ານີ້ ຕ້ອງຢູ່ເຮັດວຽກດ້ວຍຄວາມລໍາບາກ ແລະ ທຸກທໍຣະມານ ມື້ໃດທີ່ປ່ວຍໄຂ້ ກໍຍັງຖືກບັງຄັບໃຫ້ອອກເຮັດວຽກ.

ໃນໄລຍະ 3 ປີ ຜ່ານມານີ້ ເປັນຊ້ວງທີ່ໂຄວິດ-19 ຣະບາດໜັກ ຊຶ່ງມີຜົລກະທົບຕໍ່ການທໍາມາຫາລ້ຽງຊີພ ຂອງຊາວລາວທີ່ຫາເຊົ້າກິນຄໍ່າ ວຽກເຮັດງານທໍາໃນທຸກຂແນງການ ໄດ້ຮັບຜົລກະທົບເຂົ້າຂັ້ນວິກິຈ ຜູ້ຄົນຕົກງານຂາດລາຍຮັບ ແລະ ໃນໄລຍະ 4-5 ເດືອນຜ່ານມາ ນີ້ ຈຶ່ງມີແມ່ຍິງລາວ ຈາກຫຼາຍແຂວງ ຕັດສິນໃຈໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພໍມີລາຍໄດ້ສົ່ງລ້ຽງຄອບຄົວ ແຕ່ກັບຖືກບັງຄັບໃຫ້ຂາຍບໍຣິການທາງເພດ ບາງກໍຣະນີ ເຈົ້າໜ້າທີ່ກໍຊ່ອຍອອກມາໄດ້ ແລະ ຫຼາຍກໍຣະນີ ກໍຍັງລໍຖ້າການຊ່ອຍເຫຼືອ.

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕໍາຣວດແຂວງບໍ່ແກ້ວ ຊ່ອຍເຫຼືອແມ່ຍິງລາວ ທີ່ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ໄດ້ຢ່າງໜ້ອຍ 14 ຄົນ ໃນນັ້ນ 3 ຄົນ ຊ່ອຍໃຫ້ໜີອອກມາໄດ້ ເມື່ອວັນທີ່ 6 ກຸມພາ ແລະເມື່ອວັນທີ່ 5 ກຸມພາ ທີ່ຜ່ານມາ ກໍຊ່ອຍໄດ້ 3 ຄົນ ຊຶຶ່ງມີທັງ ເປັນພະນັກງານຕອບແຊັດ ແລະສາວຂາຍບໍຣິການທາງເພດ, ແຕ່ປັດຈຸບັນ ກໍບໍ່ສາມາດຮູ້ໄດ້ວ່າ ຍັງມີແມ່ຍິງລາວອີກຈັກຄົນ ທີ່ລໍຖ້າການຊ່ອຍເຫຼືອ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.