ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ຖືກຕັດສິນ ປະຫານຊີວິດ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.03.08
ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ຖືກຕັດສິນ ປະຫານຊີວິດ ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຖືກສານຕັດສິນປະຫານຊີວິດ.
ນັກ​ຂ່າວ ພົ​ລ​ເມືອງ

ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນ ປະຫານຊີວິດ ທ້າວ ສີສຸກ ດາວເຮືອງ, ພໍ່ຄ້າຢາເສບຕິດຣາຍໃຫຍ່, ຊຶ່ງກ່ອນໜ້ານັ້ນ ທັງໄຊຊະນະ ແລະ ຄອນປະສົງ ກໍຕົກໃນຊະຕາກັມດຽວກັນ. ຣາຍການ “ມາຟັງນໍາກັນ” ສຣຸບທີ່ມາ ຂອງທັງ 3 ເຫດການໃຫ້ທ່ານ ໄດ້ຮັບຟັງນຳກັນ.

ໄມຊູລີ: ສະບາຍດີ ທ່ານ ຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບທ່ານ ເຂົ້າມາສູ່ຣາຍການ “ມາຟັງນຳກັນ” ທຸກທ້າຍສັປດາມາເກາະຕິດປະເດັນເດັ່ນ ນຳກັນ. ມື້ນີ້ຫົວຂໍ້ ໃນຣາຍການ ຂອງພວກເຮົາແມ່ນ. “ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ຖືເປັນສີ້ນສຸດ ເຄືອຂ່າຍ ໄຊຊະນະ.”

ການຕັດສີນ ເທື່ອນີ້ ຖືວ່າ ເປັນການສິ້ນສຸດ ຄະດີ ຂອງເຄືອຂ່າຍ ຂອງໄຊຊະນະ ທີ່ແກ່ຍາວ ນັບແຕ່ປີ 2017 ເປັນຕົ້ນມາ. ກ່ອນໜ້ານັ້ນ ໄຊຊະນະ ຖືກສານໄທຍ ຕັດສິນຈຳຄຸກ ຕລອດຊີວິດ ແລະ ຄອນປະສົງ ຖືກສານລາວ ຕັດສິນ ປະຫານຊີວິດ ຮວມເຖິງ ພັກພວກ ຜູ້ຮ່ວມຂະບວນການ ກໍໄດ້ຮັບໂທດໜັກໄປຕາມໆກັນ.

ໃນມື້ນີ້ ພວກເຮົາ ຈະສຣຸບ ທັງ 3 ຄະດີ ຂອງແກ້ງ ຄ້າຢາເສບຕິດຣາຍໃຫຍ່ ໃນລາວ ໃຫ້ທ່ານ ໄດ້ຮັບຟັງກັນ. ທ່ານ ຜູ້ຟັງ ທ່ານໃດ ທີ່ຕ້ອງການສົ່ງຂ່າວ ຫຼື ຕ້ອງການ ເຂົ້າຮ່ວມກັບ ຣາຍການ ຂອງພວກເຮົາໃນຮູບແບບ ສັມພາດ, ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານເຂົ້າ ໃນຊ່ອງຄອມເມັ້ນ ທີ່ຣາຍການກຳລັງກະຈາຍ ໃນຂະນະນີ້ ຈາກນັ້ນ ພວກເຮົາ ຈະໂທສອບຖາມ ສັມພາດ ເພື່ອມາອອກ ຣາຍການ. ຜ່ານມາກໍຂໍຂອບໃຈ ກັບຫລາຍພາກສ່ວນ ທີ່ໃຫ້ຂໍ້ມູນ ເຂົ້າມາຍັງ ຣາຍການເ ພື່ອນຳສເນີຂ່າວສານ ທີ່ຖືກຕ້ອງໃຫ້ທ່ານ ໄດ້ຮັບຟັງກັນ.

ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ສັປດານີ້ ພວກເຮົາ ມາເວົ້າເຖິງ ຂະບວນ ການປາບປາມຢາເສບຕິດ ໃນລາວ. ໂດຍສະເພາະ ຄະດີ ຂອງແກ້ງໄຊຊະນະ ທີ່ເປັນຄະດີໃຫຍ່ ສະເທືອນຂັວນ ຂອງປະຊາຊົນລາວ. ຫລາຍຄົນ ບໍ່ຄິດວ່າ ແກ້ງຄ້າຢາເສບຕິດ ຣາຍໃຫຍ່ ທີ່ມີເຄືອຂ່າຍ ເປັນຈຳນວນຫລາຍຈະຢູ່ໃນ ນະຄອນຫຼວງວຽງຈັນ ແລະ ກຸ່ມແກ້ງນີ້ ຍັງມີອິດທິພົລ ແລະ ລຶ້ງເຄີຍ ກັບເຄືອຍາດ ຜູ້ນຳຂອງລາວ ນຳອີກ. ແຕ່ເຖິງແນວໃດ ກໍຕາມ, ຄະດີແກ້ ໄຊຊະນະນີ້ ມາເຖິງ ເດືອນມີນາ 2022 ກໍປິດດ້ວຍ. ສານນະຄອນຫຼວງ ວຽງຈັນ ສັ່ງຕັດສິນ ປະຫານຊີວິດ ສີສຸກ ດາວເຮືອງ ພ້ອມຜູ້ຮ່ວມຂະບວນການ.

ຣາຍການ ຂອງພວກເຮົາ ຂໍນຳເອົາຂ່າວ ທີ່ສານພິພາກສາ ມາເລົ່າຄືນ ໃຫ້ທ່ານ ໄດ້ຮັບຟັງກັນ ຊຶ່ງກຸ່ມແກ້ງນີ້ ກໍມີໄຊຊະນະ, ຄອນປະສົງ ແລະ ສີສຸກດາວເຮືອງ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.