ເຣື້ອງທີ່ເກັບບັນທຶກໄວ້
2024-02-05
ກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ມີໜັງສື ແຈ້ງໄປຍັງຜແນກກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ເຣື່ອງການກວດພົບເຊື້ອພຍາດ ໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕລາດ ດ່ານຊ້າງ (ດົງໝາກຄາຍ) ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
2024-02-05
ຕໍ່ກັບ ຄລິບວິດີໂອ ທີ່ເຜີຍແຜ່ທາງເຟສບຸກຄ໌ ໃນວັນທີ 4 ກຸມພາ 2024 ທີ່ຜ່ານມາ ທີ່ມີຄົນງານ ເພດຊາຍ ຖືກຄົນຈີນ ທຸບຕີໃນຫ້ອງນອນນັ້ນ ທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງເລັ່ງກວດສອບ ເຫດການດັ່ງກ່າວ ແມ່ນເກີດຂຶ້ນຢູ່ໃສແທ້ ແລະ ເປັນເຣື່ອງໃໝ່ ຫຼືເກົ່າ.
2024-02-05
ນາຍບ້ານ, ປກສ ບ້ານ, ເຖົ້າແກ່ແນວໂຮມບ້ານ ແລະ ສະມາຊິກປະມານ 40 ຄົນໄດ້ພາກັນບຸກລຸກໄປມ້າງເຮືອນຫຼັງນຶ່ງ ໃນເຂດບ້ານກະລຶມວັງແຂ້ ໃນຂະນະທີ່ຊາວຄຣິສຕຽນ ຈຳນວນຫຼາຍຄົນ ກຳລັງປະກອບພິທີນະມັດສະການພຣະເຈົ້າ ທັງຈູດເຜົາ ພຣະຄຳພີ ແລະປື້ມຕ່າງໆ ທີ່ກ່ຽວຂ້ອງກັບສາສນາຄຣິສຕຽນ.
2024-02-04
ການກໍ່ຣັຖປະການຢູ່ປະເທດພະມ້າ ຄົບຮອບ 3 ເຮັດໃຫ້ພະມ້າເກີດສົງຄາມກາງເມືອງ ແລະ ອີກເລື່ອງນຶ່ງກໍຄື ກຸ່ມແກ້ງຄໍເຊັນເຕີ້ຊາວ ຈີນກໍຖືກປາບປາມຢ່າງໜັກ.
2024-02-03
ທ້າວ ສີວັນ ສີບຸນເຮືອງ ຜູ້ທີ່ ຕ້ອງເສຍແຂນທັງສອງຂ້າງ ແຕ່ຍັງບໍ່ຍອມຂາດສະຕິ ລຸກຂຶ້ນສູ້ ສ້າງແຮງບັນດານໃຈ ໃຫ້ຕົນເອງ ຈົນກາຍເປັນນັກແຕ້ມ ທີ່ມີຜົນງານໄປສະແດງ ທີ່ປະເທດມາເລເຊຍ ແລະ ໄດ້ຮັບລາງວັນດີເດັ່ນ ມາຄອບຄອງ.
2024-02-02
ຣັຖວິສາຫະກິຈ ຣົຖເມນະຄອນຫລວງວຽງຈັນ ຈະປັບຄ່າໂດຍສານ ຕລາດເຊົ້າ 4 ສາຍ ເຊິ່ງຈະເພີ່ມຂຶ້ນ ໃນວັນທີ 5 ກຸມພາ ນີ້ ຂະນະທີ່ປະຊາຊົນລາວ ຫຼາຍຄົນ ຕ້ອງຈໍາໃຈຍອມຮັບ ເຖິງແມ່ນວ່າຄ່າຄອງຊີບຈະຝືດເຄືອງ ແລະຣົຖເມເປັນທາງເລືອກນຶ່ງ ທີ່ຊາວນະຄອນຫຼວງວຽງຈັນ ໃຊ້ບໍຣິການ ຫຼາຍ.
2024-02-02
ຄະນະຜູ້ແທນອົງການໂຮມລາວ ເພື່ອສັນຕິພາບ ແລະປະຊາທິປະໄຕ ເຂົ້າຮ່ວມກອງປະຊຸມສຸ ດຍອດເສຣີພາບ ທາງສາສນາສາກົລ ປະຈໍາປີ 2024 ທີ່ສົ່ງເສີມເສຣີພາບ ທາງສາສນາ ໃນທົ່ວໂລກ ແລະໃນນັ້ນໄດ້ເວົ້າເຖິງສາສນາ ໃນລາວ ທີ່ຖືກຣັຖບານຄວບຄຸມ.
2024-02-02
ບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງຈີນ ຢູ່ເມືອງກາສີ ແຂວງວຽງຈັນ ຍັງປ່ອຍນໍ້າລົງສູ່ລໍາຫ້ວຍ ແລະແມ່ນໍ້າທັມມະຊາຕ ເຮັດໃຫ້ຊາວບ້ານ ໃນເຂດບ້ານຫ້ວຍຫົກ ແລະບ້ານອ້ອມຂ້າງ ທີ່ຕ້ອງໃຊ້ນໍ້າຈາກລຳຫ້ວຍ ປັງເພື່ອການບໍຣິໂພກ ແລະເຮັດການຜລິດກະສິກັມ ໄດ້ຮັບຜົລກະທົບ.
2024-02-02
ຣັຖບານລາວ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ປະເມີນຄືນໂຄງການຂຸດຄົ້ນແຮ່ທາດ ເພື່ອປ້ອງກັນບໍ່ໃຫ້ເກີດຜົລກະທົບ ຍ້ອນວ່າທີ່ຜ່ານມາ ໄດ້ສ້າງຜົລກະທົບຫລາຍ ຕໍ່ສິ່ງແວດລ້ອມ ແລະສັງຄົມ.
2024-02-01
ໂຄງການພັທນາ ເຂດເສຖກິຈໃໝ່ ສີທັນດອນ ໄລຍະທໍາອິດ ພ້ອມທດຳເນີນການກໍ່ສ້າງ ຂະນະທີ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ ບາງສ່ວນໄດ້ຮັບເງິນຄ່າຊົດເຊີຍ ທີ່ບໍ່ເໝາະສົມກັບລາຄາທີ່ດິນ ທີ່ຕ້ອງສູນເສັຍໄປ.
2024-02-01
ຣັຖບານ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ທັງຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ ສຸມໃສ່ທຸກວິຖີທາງ ຕາມຂົງເຂດຄວາມຮັບຜິດຊອບ ເພື່ອຊ່ອຍຣັຖບານ ແກ້ໄຂບັນຫາເສຖກິຈ-ການເງິນຝືດເຄືອງ ແລະຊີວິດຄວາມເປັນຢູ່ ທີ່ຍາກລຳບາກ ຂອງປະຊາຊົນລາວ ໃນປັດຈຸບັນ.
2024-02-01
ນາງ ເກດແກ້ວ ໄຊຍະວົງ ຊາວບ້ານ ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ທີ່ໄປແຕ່ງດອງຢູ່ຈີນ ແລ້ວຫາຍສາບສູນໄປ ເປັນເວລາ 3 ປີ ໄດ້ກັບມາຮອດປະເທດລາວແລ້ວ ໃນມື້ວັນທີ 16 ມົກກະຣາ 2024 ນີ້.