ກອງປະຊຸມ ສຸດຍອດເສຣີພາບ ທາງສາສນາສາກົລ ປະຈຳປີ 2024
2024.02.02

ກອງປະຊຸມສຸດຍອດເສຣີພາບ ທາງສາສນາສາກົລນີ້ ເປັນກອງປະຊຸມ ປະຈໍາປີ 2024 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງ ວໍຊິງຕັນ ດີ.ຊີ. ສະຫະຣັຖອາເມຣິກາ ແຕ່ວັນທີ 29-31 ມົກກະຣາ ທີ່ຫາກໍຜ່ານມານີ້ ແມ່ນເພື່ອສົ່ງເສີມເສຣີພາບ ທາງສາສນາ ໃນທົ່ວໂລກ ໃຫ້ຫລາຍຂຶ້ນ.
ກອງປະຊຸມສຸດຍອດທີ່ວ່ານີ້ ປະກອບດ້ວຍກອງປະຊຸມນໍາສເນີ ວຽກງານຕ່າງໆ, ກອງປະຊຸມໂຕະມົນ ແລະກອງປະຊຸມປຶກສາຫາລື ກ່ຽວກັບສະຖານະການ ຂອງຊາວຄຣິສຕຽນ ຢູ່ປະເທດພະມ້າ ແລະປະເທດອື່ນໆ ອີກຫລາຍປະເທດ.
ໃນການເຂົ້າຮ່ວມກອງປະຊຸມ ສຸດຍອດເສຣີພາບ ທາງສາສນາສາກົລ ຂອງຄະນະຜູ້ແທນອົງການ ໂຮມລາວເພື່ອສັນຕິພາບ ແລະປະຊາທິປະໄຕ ຄັ້ງທໍາອິດນີ້ ປະກອບດ້ວຍນັກເຄື່ອນໄຫວ ເພື່ອປະຊາທິປະໄຕ 2 ທ່ານຄື ຍານາງ ມະນີສາຄອນ ສິນບັນດິດ ແລະຍານາງ ປາແຢ້ງ ລີຟຸງ.
ຍານາງ ມະນີສາຄອນ ສິນບັນດິດ ໃຫ້ສັມພາດວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພານີ້ວ່າ ເປັນຄັ້ງທໍາອິດ ທີ່ອົງການຂອງພວກທ່ານ ໄດ້ເຂົ້າຮ່ວມກອງປະຊຸມສຸດ ຍອດທີ່ວ່ານັ້ນ.
ຍານາງກ່າວວ່າ ກອງປະຊຸມສຸດຍອດຄັ້ງນີ້ ໄດ້ເວົ້າເຖິງສະພາບສາສນາ ຢູ່ຫລາຍປະເທດ ທີ່ຣັຖບານບໍ່ມັກສາສນາປະເທດອື່ນ.
“ເວົ້າເຣື່ອງສາສນາຢູ່ປະເທດລາວ ຍານາງ ມະນີສາຄອນ ສິນບັນດິດ ກໍໄດ້ເວົ້າເຖິງຄວາມຫຍຸ້ງຍາກ ຍ້ອນຣັຖບານຈໍາກັດ, ຕາມທໍາມະດາແລ້ວ ຄົນເຮົາມີສິດເລືອກ ທີ່ຈະນັບຖືສາສນາໃດກໍໄດ້.”
ແລະຍານາງ ປາແຢ້ງ ລີຟຸງ ກໍໄດ້ກ່າວວ່າ ບັນຫາຕ່າງໆ ທີ່ໄດ້ຍົກຂຶ້ນເວົ້າຢູ່ໃນກອງປະຊຸມສຸດຍອດນັ້ນ ມີຫລາຍຢ່າງທີ່ເປັນໜ້າສົນໃຈ.
“ໃນຂະນະນີ້ ມີຄວາມສົນໃຈຫລາຍດ້ານ ກ່ຽວກັບເສລີ ພາບທາງສາສນາ ເພາະມີຄວາມສົນໃຈຫລາຍຢ່າງ ກ່ຽວກັບສິດເສຣີພາບ ຂອງຊົນເຜົ່າສ່ວນໜ້ອຍ, ຄວາມພະຍາຍາມຕ້ານຄອມມິວນິສ, ແລະຍັງມີບັນຫາເອກກະລັກວັທນະທັມ ແລະກຽດສັກສີ ຂອງມະນຸສ. ສະນັ້ນມັນເປັນຫົວຂໍ້ໃຫມ່ຫຼາຍ ສໍາລັບຂ້າພະເຈົ້າ.”
ການເຂົ້າຮ່ວມກອງປະຊຸມ ສຸດຍອດຄັ້ງນີ້ ເປັນຄັ້ງທໍາອິດ ຊຶ່ງຍານາງ ກ່າວວ່າ ໄດ້ຮຽນຮູ້ຫລາຍຢ່າງ.
“ແມ່ນຄັ້ງທຳອິດຂອງຂ້າພະເຈົ້າ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດນີ້, ເປັນຄັ້ງທຳອິດ ທີ່ອົງການໂຮມລາວເພື່ອສັນຕິພາບ ແລະປະຊາທິປະໄຕ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ພວກຂ້າພະເຈົ້າໄດ້ຮຽນຮູ້ຫລາຍຢ່າງ ແລະຫວັງວ່າ ມັນຈະເປັນພື້ນຖານທີ່ຈະຊ່ອຍສົ່ງເສີມ ບັນຫາສິດທິມະນຸສ ໃນລາວ ອັນຈະສົ່ງຜົລສະທ້ອນອັນດີ ຕໍ່ຊາວມົ້ງ ຊາວລາວ ແລະກຸ່ມຊົນເຜົ່າອື່ນໆ ຢູ່ປະເທດລາວ.”
ພ້ອມກັນນັ້ນ ຍານາງ ປາແຢ້ງ ລີຟຸງ ກໍກ່າວ່າ ເຣື່ອງທີ່ວ່ານັ້ນ ເປັນຫົວຂໍ້ໃຫມ່ຫລາຍສໍາລັບຂ້າພະເຂົ້າ.“ມັນເປັນຫົວຂໍ້ໃຫມ່ຫລາຍສໍາລັບຂ້າພະເຈົ້າ. ຕົວຢ່າງເຊັ່ນ, ຂ້າພະເຈົ້າ ບໍ່ແມ່ນຄົນເຂັ່ງສາສະຫນາຫຍັງຫລາຍ, ແຕ່ມັນເປັນທີ່ໜ້າສົນໃຈຫລາຍ ທີ່ໄດ້ຮຽນຮູ້ວ່າ ສັດທາເປັນແຮງບັນດານໃຈທີ່ດີ ສໍາລັບຜູ້ຄົນທັງຫລາຍ, ແນ່ນອນ, ເປັນແຮງຈູງໃຈທີ່ດີສໍາລັບຜູ້ຄົນຈໍານວນຫລວງຫລາຍ. ມັນເປັນຄຸນຄ່າສໍາຄັນຂອງພວກເຂົາເຈົ້າ ແລະທັງເປັນຊ່ອງທາງ ໃຫ້ຜູ້ຄົນມາຮວມຕົວກັນ ແລະຄົ້ນຫາຈຸດຮ່ວມ ທີ່ມີຮ່ວມກັນ.
ດັ່ງນັ້ນ ມັນຈຶ່ງເປັນປໂຍດຫລາຍໃນຄວາມຫມາຍ. ສິ່ງທີ່ຂ້າພະເຈົ້າ ໄດ້ຮຽນຮູ້ ໃນຖານະຄົນຍັງໃໝ່ກ່ຽວກັບສິດທິມະນຸດ ທີ່ກ່ຽວຂ້ອງກັບປະເທດລາວນັ້ນ ກໍຄື ແນ່ນອນ ທຸກຄົນບອກພວກຂ້າພະເຈົ້າວ່າ ຕອນນີ້ ຍັງບໍ່ມີຂໍ້ມູນຫຍັງຫລາຍ ກ່ຽວກັບປະເທດລາວໃນປັດຈຸບັນ ເພາະມັນຫາຂໍ້ມູນນັ້ນ ຍາກຫລາຍ. ຢູ່ໃນເຈັ້ຍໃນສໍ ປາກົດວ່າ ທຸກສິ່ງທຸກຢ່າງ ແມ່ນໂອເຄໝົດ. ແຕ່ໃນເມື່ອ ບໍ່ມີຫຍັງຢູ່ໃນເຈັ້ຍນັ້ນ ກໍບໍ່ໝາຍຄວາມວ່າ ທຸກສິ່ງທຸກຢ່າງ ຈະໂອເຄໝົດ.”
ໃນກອງປະຊຸມສຸດຍອດ ເສຣີພາບທາງສາສນາສາກົນ ປະຈໍາປີຄັ້ງທີ 4 ມີບຸກ ຄົນສໍາຄັນຫລາຍໆທ່່ານເຂົ້າຮ່ວມປະກອບຄໍາເຫັນ ຊຶ່ງໃນນັ້ນ ກໍມີທັງທ່ານ Mike Pence ອະດີດຮອງປະທານາທິບໍດີ ສະຫະຣັຖອາເມຣິກາ.