ແມ່ຍິງລາວ ຢູ່ໄຊຍະບູຣີ ຖືກພາໄປຈີນ, ຫາຍສາບສູນໃນປີ 2022 ກັບບ້ານແລ້ວ

ສຸພັດຕາ
2024.02.01
ແມ່ຍິງລາວ ຢູ່ໄຊຍະບູຣີ ຖືກພາໄປຈີນ, ຫາຍສາບສູນໃນປີ 2022 ກັບບ້ານແລ້ວ ນາງ ເກດແກ້ວ ໄຊຍະວົງ ກ່ອນຫາຍສາບສູນ ປີ 2022 (ຮູບຊ້າຍ) ແລະ ນາງເກດແກ້ວ ໄຊຍະວົງ ຕອນກັບຄືນບ້ານ ຄອບຄົວເຮັດບາສີສູ່ຂວັນຕ້ອນຮັບ ເດືອນມົກກະຣາ (1) ປີ 2024.
Courtesy Photo

ກໍຣະນີ ຂອງນາງ ເກດແກ້ວ ໄຊຍະວົງ, ປັດຈຸບັນ ອາຍຸໄດ້ 28 ປີ, ເປັນຊາວບ້ານ ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ທີ່ໄປແຕ່ງດອງຢູ່ຈີນ ແລ້ວຫາສາບສູນໄປ ເປັນເວລາ 3 ປີ ໃນເບື້ອງຕົ້ນ ເອເຊັຽເສຣີ ໄດ້ຣາຍງານ ວ່າ ມື້ທີ່ລາວຫາຍສາບສູນໄປ ແມ່ນວັນທີ 23 ເດືອນກຸມພາ ປີ 2022 ແຕ່ເອເຊັຽເສຣີ ໄດ້ຮັບການຢືນຢັນ ຈາກຜູ້ເປັນເອື້ອຍ ຂອງນາງ ເກດແກ້ວ ໃນຄັ້ງຫຼ້າສຸດ ນີ້ວ່າ ນາງ ເກດແກ້ວ ໄດ້ຫາຍສາບສູນໄປ ຕັ້ງແຕ່ມື້ວັນທີ 23 ເດືອນກຸມພາ ປີ 2021 ພາຍຫຼັງທີ່ ຖືກນາຍໜ້າຄົນລາວ ຕົວໄປເຮັດວຽກຢູ່ຮ້ານອາຫານ ທີ່ແຂວງບໍ່ແກ້ວ ແຕ່ປີ 2020, ​ຈາກນັ້ນ ກໍໄປແຕ່ງດອງ ກັບຄົນຈີນ ຢູ່ເຂດຢວນໂຈ, ເມືອງອີ້ຊຸນ ມົລທົລຈຽງຊີ ປະເທດຈີນ ແລະໃນວັນທີ 16 ເດືອນມົກກະຣາ ປີ 2024 ກໍໄດ້ກັບມາຮອດປະເທດລາວແລ້ວ.

ດັ່ງຜູ້ເປັນ​ເອື້ອຍ ຂອງນາງ ເກດແກ້ວ ໄດ້ກ່າວຕໍ່ວິຍຸເອເຊັຽເສຣີ ໃນວັນທີ 28 ມົກກະຣາ ນີ້ວ່າ:

“ໂດຍໆ ແມ່ນແລ້ວ ກັບມາຮອດແລ້ວ ເຈົ້າໜ້າທີ່ ຢູ່ກົມກົງສູນ ຢູ່ວຽງຈັນເນາະ ເຂົາເຈົ້າໂທມາແຈ້ງ ໃນມື້ວັນທີ 16 ເນາະ (ເດືອນມົກກະຣາ) ປະມານ 4 ໂມງ (ແລງ) ຂະເຈົ້າແຈ້ງມາວ່າ ມາຕ້ອນຮັບເອົານ້ອງເຈົ້າເດີ້. ກໍາລັງບິນຈາກປະເທດຈີນມາ ວ່າຊີ້ ເພິ່ນສົ່ງມາ ເພິ່ນວ່າໃຫ້ໄປຮັບເອົາດ່ວນ ໃຫ້ເພິ່ນມາເຊັນເອົາເດີ້. ອອກຈາກກົມນີ້ (ກົມຕໍາຣວດ ຕ້ານການຄ້າມະນຸສ ຢູ່ນະຄອນຫຼວງວຽງຈັນ) ກະເລີຍໃຫ້ເອື້ອຍໄປຮັບເອົາ ເຊັນອອກມາລະກະ ມາພັກຜ່ອນຢູ່ນໍາເອື້ອຍ ຢູ່ຫໍພັກນໍາເອື້ອຍຫັ້ນ.

ນາງຍັງເວົ້າໃຫ້ຟັງ ເຖິງຄວາມຮູ້ສຶກ ພາຍຫຼັງທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ໂທມາແຈ້ງ ເຣື່ອງນ້ອງສາວ ທີ່ກັບມາແຕ່ຈີນ ນັ້ນວ່າ:

“ຫຼັງຈາກວ່່າ ເຈົ້າໜ້າທີ່ເພິ່ນ ໂທມາບອກແນວນັ້ນລະນໍ້ ກະຄວາມດີໃຈແດ່ ຕື່ນເຕັ້ນປານວ່າ ຝັນກາງເວັນຫັ້ນແຫຼະ. ຄວາມດີໃຈນ່າ ໂທບອກພໍ່ແມ່ ໂທບອກຍາຕິ ພີ່ນ້ອງ ຂະເຈົ້າກະວ່າ ຕື່ນເຕັ້ນ ກະດີໃຈ ກະຄົ້ນຄວ້າໄປເຊັນເອົາອອກມາ ອອກມາລະກະກັບຮອດບ້ານຮອດຊ່ອງ. ເພິ່ນກະຢູ່ກັບພໍ່ກັບແມ່ ຢູ່ເຮືອນນໍາພໍ່ນໍາແມ່ ຄວາມດີອົກ ດີໃຈໝົດແຫຼະ.

ຜູ້ເປັນເອື້ອຍ ຍັງເວົ້າອີກວ່າ ນັບແຕ່ແລ່ນເອກກະສານ ຂໍການຊ່ອຍເຫຼືອນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເຣື່ອງຕາມຫານ້ອງສາວທີ່ຫາຍສາບສູນ ຢູ່ຈີນນັ້ນ ກໍເປັນເວລາ 3 ປີ ແລະຄິດວ່າ ຄົງຈະບໍ່ມີມື້ໄດ້ພົບນ້ອງສາວອີກແລ້ວ ແຕ່ໃນທີ່ສຸດ ກໍໄດ້ຮູ້ວ່າ ນ້ອງສາວຍັງມີຊີວິດຢູ່ ແລະໄດ້ລົມກັບນ້ອງສາວນໍາ.

“ຄຶດວ່າ ເພິ່ນຊິປະ ຊິປ່ອຍຜ່ານມານ່າເນາະ ກະໄລຍະກະ 3 ປີເຂົ້າມາລະ ກະຫາຍຈ້ອຍ ລະກະບໍ່ເຫັນເພິ່ນຊິຕິດຕໍ່ມາເລີຍ ກະມິດໄປ. ກະຄຶດວ່າ ເພິ່ນຊິປະລະເລີຍໄປແລ້ວນ່າ ກະມິດໄປຈັ່ງນີ້ ກະບໍ່ຄິດວ່າເພິ່ນຍັງ ຕິດຕໍ່ຊອກຫາ ໃຫ້ໄດ້ຢູ່ຫັ້ນນ່າ ລາວຫາຍໄປ ວັນທີ 23 (ເດືອນ 2) ປີ 2021 ລາວຫາຍໂຕໄປ ເຂົ້າມາຫາ 3 ປີແລ້ວນີ່ນ່າ. ລາວຫາຍໄປກະດາຍ ມື້ທີ່ລາວຊິມາ ຊິກັບມາຫັ້ນ ເຂົາເຈົ້າກະບໍ່ໄດ້ແຈ້ງລ່ວງໜ້າເນາະ ເພາະວ່າເຂົາສົ່ງລາວ ບິນມາຮອດສນາມບິນວັດໄຕ. ແລ້ວເຈົ້າໜ້າທີ່ຈັ່ງວ່າ ສົ່ງຂ່າວມາ ໂທມາບອກເລີຍ ໂທມາຮອດເຮົາກະ ບໍ່ຮູ້ແນວຊິເຮັດແຫຼະ ທັງຕື່ນເຕັ້ນ ຫຼືວ່າທັງ ໃຈນຶ່ງກະຕື່ນເຕັ້ນ. ໃຈນຶ່ງກະວ່າ ບໍ່ຢາກເຊື່ອປານໃດເນາະ ເພາະວ່າບໍ່ໄດ້ຍິນສຽງປາກ ສຽງນ້ອງສາວນ່າ. ຫຼັງຈາກນັ້ນ ເຈົ້າໜ້າທີ່ເວົ້າ ຄັນຖ້າວ່າບໍ່ເຊື່ອ ລະກະຊິໃຫ້ລົມ ຊິໃຫ້ລົມກັບນ້ອງສາວເຈົ້າເດີ້. ກະເພິ່ນກະເອົາໄປໃຫ້ລົມກັບນ້ອງສາວ ໄດ້ຍິນສຽງນ້ອງສາວ ປາກ 2-3 ຄໍາ ເຮົາກະແຄ້ນເລີຍ. ລາວກະເອີ້ນໃສ່ ເອີ່..ເອື້ອຍ ມາຮັບເອົາຂ້ອຍແດ່ ວ່າຊີ້. ລາວກະໄຫ້ໃສ່ໂທຣະສັບ ເຮົາກະປາກບໍ່ໄດ້.

ເອື້ອຍຂອງນາງ ເກດແກ້ວ ຍັງເລົ່າໃຫ້ຟັງຕື່ມ ຕາມທີ່ໄດ້ລົມກັບນ້ອງສາວ ແລະນ້ອງສາວ ກໍໄດ້ເລົ່າເຫດການ ທີ່ລາວພົບພໍ້ ຕອນທີ່ຍັງຢູ່ປະເທດຈີນ ນັ້ນວ່າ:

“ລາວກະຢາກເສັຍຈິດຫຼາຍແລ້ວນ່າ ຖາມບໍ່ເຂົ້າເຣື່ອງນ່າ ຖາມລາວ ຜ່ານມາ. ລາວກະວ່າ ຖາມວ່າ ອ້າວ ນ້ອງໄປມິດຢູ່ໃສ ຄືວ່າ ຫາຍໄປດົນແທ້. ລາວກະຕອບວ່າ ຂ້ອຍໄດ້ໄປຢູ່ນໍາຜົວຄົນຈີນ. ມີນາຍໜ້າຜູ້ເອົານ້ອງໄປຫັ້ນ. ຈັບເອົານ້ອງໄປຂາຍ, ໄປຂາຍຕໍ່ ຂາຍໄປຂາຍມາລະ ເອົາໄປຂັງຢູ່ໃນຫ້ອງ. ແລ້ວໃຊ້ຄົນໄປຂົ່ມຂືນ. ຫຼັງຈາກນັ້ນມາແລ້ວ ລາວໄດ້ຫຼຸດພົ້ນ ອອກຈາກເຂົາຫັ້ນເນາະ. ແລ່ນໄປຫາຕໍາຣວດ ໄດ້ຊອກໄປຫາຕໍາຣວດຫັ້ນ. ໄປພົບຕໍາຣວດຈີນຫັ້ນ, ຕໍາຣວດຄົນຈີນ ກະເລີຍຈັບຂັງລາວໄວ້. ຈັບຂັງລາວໄວ້ ເປັນໄລຍະ ເປັນປີ 2 ປີ ນີ້ແຫຼະ ຈົນວ່າ ຮອດມື້ວັນທີ 14-15 (ເດືອນມົກກະຣາ) ຜ່ານມານີ້ແຫຼະ ລາວວ່າ ມີບັດມີໃບ ທີ່ພວກເອື້ອຍແລ່ນໄປນີ້ ຮອດລາວນີ້. ມີຜູ້ຕິດຕາມຫາຊິນ່າ ແລ້ວເຂົາເຈົ້າ ກະສົ່ງມາ ວ່າຊັ້ນ.

ກ່ຽວກັບກໍຣະນີ ຂອງນາງ ເກດແກ້ວ ໄຊຍະວົງ ທີ່ຕົກເປັນເຫຍື່ອການຄ້າມະນຸສ ຢູ່ຈີນ ເປັນເວລາ 3 ປີ ແລະໄດ້ຮັບການຊ່ອຍເຫຼືອ ກັບມາຮອດບ້ານເກີດເມືອງນອນ ທີ່ແຂວງໄຊຍະບູຣີ ໃນວັນທີ 18 ມົກກະຣາ ທີ່ຜ່ານມາ ທາງຄອບຄົວຂອງລາວ ກໍຝາກຄວາມຂອບໃຈ ເຖິງເຈົ້າໜ້າທີ່ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງຕ່າງໆ ວ່າ:

“ກະຢາກຂອບໃຈ ພາກສ່ວນ ທີ່ໄດ້ຊ່ວຍເຫຼືອນ້ອງສາວເນາະ. ຢາກຂອບໃຈ ນໍາບັນດາຕໍາຣວດ ນໍາເຈົ້າໜ້າທີ່ທົ່ວໄປຫັ້ນແຫຼະ. ທີ່ໄດ້ຊ່ວຍເຫຼືອເນາະ ຂອບອົກຂອບໃຈ ຢ່າງຍິ່ງຫັ້ນແຫຼະ ທີ່ນັບຖື ຄັນຖ້າວ່າເວົ້າຜິດພາດອັນໃດ ກະຂໍອະໄພໃຫ້ແດ່. ຄວາມຕື່ນເຕັ້ນ ຄວາມດີໃຈຫັ້ນນ່າ ບໍ່ຊ່າງຊິເວົ້າເລີຍນີ້ນ່າ.

ກ່ຽວກັບການກັບມາລາວແລ້ວ ຂອງນາງ ເກດແກ້ວ ນີ້ ໃນມື້ວັນທີ 29 ມົກກະຣາ 2024 ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມ ໄປຍັງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ທີ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ເຈົ້າໜ້າທີ່ ຜູ້ທີ່ຮູ້ກ່ຽວກັບເຣື່ອງນີ້ ກໍກ່າວວ່າ:

“ແມ່ນແຫຼະ ເຂົາໄປເອົາຢູ່ສູນມື້ນັ້ນນ່າ ເອີ່...ໄປເອົາ ຢູ່ກົງສູນວຽງຈັນ.”

ທ່ານຍັງກ່າວຕື່ມອີກວ່າ ພາຍຫຼັງທີ່ມີກໍຣະນີ ຂອງນາງ ເກດແກ້ວ ໄດ້ຕົກເປັນເຫຍື່ອການຄ້າມະນຸສ ຢູ່ຈີນ ຢູ່ພາຍໃນບ້ານນາອູູມ. ນີ້ ກໍໄດ້ມີການປະກາດ ໂຄສະນາ ໃຫ້ປະຊາຊົນຮັບຮູ້ ເຖິງຜົລຮ້າຍຂອງການຄ້າມະນຸສ ຕລອດ:

“ກະໄດ້ແຈ້ງ ໄດ້ປະກາດຕລອດນ່າ ຖືວ່າ ໄປແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຫັ້ນນ່າເນາະ.”

ພ້ອມດຽວກັນນີ້ ເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຍັງ ກົມຕໍາຣວດສະກັດກັ້ນ ແລະຕ້ານການຄ້າມະນຸສ ຢູ່ນະຄອນຫຼວງວຽງຈັນ ເພື່ອສອບຖາມກ່ຽວກັບເຣື່ອງດັ່ງກ່າວ ນີ້ນໍາດ້ວຍ ຊຶ່ງເຈົ້າໜ້າທີ່ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່, ສຽງ ແລະຕໍາແໜ່ງ ກໍກ່າວວ່າ:

“ອັນນ່າ ແນວນີ້ ຣາຍລະອຽດ ລະຊິຂໍປຶກສາ ທາງຄະນະກ່ອນເດີ້ ເພາະວ່າ ຂ້ອຍຫາກະກັບມາແຕ່ຕ່າງແຂວງ. ໂຕນີ້ຫັ້ນນ່າ ວ່າເພິ່ນໄດ້ດໍາເນີນແນວໃດ.”

ໃນຂະນະດຽວກັນ ເອື້ອຍຂອງນາງ ເກດແກ້ວ ກໍຍັງຂໍຝາກຄວາມ ເຖິງພໍ່ແມ່ປະຊາຊົນລາວ ຜູ້ທີ່ມີລູກຫຼານ ທີ່ຄິດຈະໃຫ້ໄປແຕ່ງດອງ ກັບຜູ້ຊາຍຈີນ ນັ້ນວ່າ:

“ກະຢາກຝາກເຖິງ ຄະຕິຕັກເຕືອນ ພໍ່ແມ່ປະຊາຊົນທົ່ວປະເທດລາວ ເຮົານີ້ເນາະ ຜູ້ມີລູກມີຫຼານ ຕໍ່ໄປເນາະ ກະຢາກໃຫ້ ຕັກເຕືອນລູກສາວ. ເອົາຜູ້ນີ້ເປັນໂຕຢ່າງ ເປັນບົດຮຽນ ບໍ່ໃຫ້ເປັນເຫຍື່ອຄ້າມະນຸສ ອີກຕໍ່ໄປ ກະຄືວ່າ ຄົນຈີນ ມາຊອກເອົາຄົນລາວ ໄປເປັນເມັຍແຫຼະເນາະ. ມັນກະບໍ່ເປັນຕາໄປ ອັນນີ້ກະຄືແບບນີ້ ນີ້ແຫຼະ. ຄົນລາວເຮົານີ້ ມາຊອກເອົາຜູ້ສາວຄົນລາວ ໄປເປັນເມັຍຄົນຈີນນີ້ ໄປລະບໍ່ແມ່ນແນວນັ້ນ ເພິ່ນເອົາໄປຄ້າໄປຂາຍ. ຜູ້ໃດ ມີລູກມີຫຼານ ກະເຕືອນສະຕິໄວ້ ແຕ່ນີ້ຕໍ່ໄປ ກະບໍ່ຢາກໃຫ້ເປັນໃຫ້ເກີດເນາະ ຖ້າບໍ່ໂຊກດີ ກະຄົງຊິບໍ່ໄດ້ກັບ. ຖ້າໂຊກດີ ກະກັບມາ ກະຄືິວ່າ ນ້ອງສາວຂ້າພະເຈົ້ານີ້ເນາະ ກະສະຕິປັນຍາ ກະບໍ່ເຕັມບໍ່ຖ້ວນ ຄືຄົນເສັຍຈິດ ເສັຍເສັ້ນໄປແລ້ວ. ແນວໃດ ເຮົາກະດີອົກດີໃຈ ໄດ້ກັບມາ ເຫັນໜ້າພໍ້ຕາ. ຜ່ານມາເຮົາຄິດວ່າ ຕາຍແລ້ວນ້ອງສາວນ່າ ຈົນໄດ້ທໍາກິນທໍາທານໃຫ້ແລ້ວ ເຮັດກິນທໍາທານໃຫ້ ວ່ານ້ອງສາວນີ້ ຕາຍແລ້ວ ຈົນໄດ້ 3 ປີ, ປີທີ 3 ປີນີ້ນີ່ ທີ່ວ່າເຫັນກັບຄືນມາ. ເຮົາກະດີໃຈຫັ້ນແຫຼະ. ເສັຍໃຈແຕ່ຢ່າງນຶ່ງ ທີ່ບໍ່ເຕັມນີ້ ບໍ່ເຕັມ 100.

ໃນກໍຣະນີ ການຄ້າມະນຸສ ກ່ຽວກັບນາງ ເກດແກ້ວ ໄຊຍະວົງ ທີ່ໄດ້ກັບມາສູ່ບ້ານເຮືອນ ດ້ວຍຄວາມປອດໄພ ກໍຍ້ອນຄວາມຊ່ອຍເຫຼືອ ແລະການຮ່ວມມື ຂອງເຈົ້າໜ້າທີ່ທຸກພາກສ່ວນທີ່ກ່ຽວຂ້ອງ ຊຶ່ງເພິ່ນໄດ້ຊ່ອຍພົວພັນ-ຕິດຕາມ ມາໂດຍຕລອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.