ຣັຖບານລາວ ຮຽກຮ້ອງໃຫ້ທຸກພາກສ່ວນ ຊ່ອຍແກ້ໄຂບັນຫາ ເສຖກິຈ

2024.02.01
ຣັຖບານລາວ ຮຽກຮ້ອງໃຫ້ທຸກພາກສ່ວນ ຊ່ອຍແກ້ໄຂບັນຫາ ເສຖກິຈ ງານຕລາດນັດຂາຍສິນຄ້າ ຈັດໂດຍກອງທັບ ນະຄອນຫຼວງວຽງຈັນ. ວັນທີ 17 ມົກກະຣາ 2024.
ນັກຂ່າວ ພົລເມືອງ

ໃນລະຫວ່າງວັນທີ 29 ຫາ 30 ມົກກະຣາ ປີ 2024 ທີ່ຜ່ານມາ, ໄດ້ມີກອງປະຊຸມຣັຖບານສໄມສາມັນ ປະຈຳເດືອນມົກກະຣາ ປີ 2024 ຢູ່ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ. ໂດຍທາງຣັຖບານ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ທັງຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ ສຸມໃສ່ທຸກວິຖີທາງ ຕາມຂົງເຂດຄວາມຮັບຜິດຊອບ ເພື່ອຊ່ອຍຣັຖບານ ແກ້ໄຂບັນຫາເສຖກິຈ-ການເງິນຝືດເຄືອງ ແລະຊີວິດຄວາມເປັນຢູ່ ທີ່ຍາກລຳບາກ ຂອງປະຊາຊົນລາວ ໃນປັດຈຸບັນ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວລາວຈຳນວນນຶ່ງ ໃນເຣື່ອງສະພາບຄວາມເປັນຢູ່ ແລະບັນຫາເສຖກິຈ-ການເງິນ ທີ່ພວກເຂົາເຈົ້າ ພວມປະເຊີນ.

ໂດຍຊາວບ້ານ ຜູ້ລ້ຽງໝູ ນາງນຶ່ງ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ກ່າວວ່າ ປັດຈຸບັນ, ລາຄາຂາຍໂຕໝູ ແມ່ນຕ່ຳລົງຫຼາຍ ກວ່າປີກາຍ. ໂດຍແມ່ໝູ ປົດລະວາງ ແຕ່ກ່ອນ ຂາຍລາຄາໂລລະ 40,000 ກີບ ແຕ່ປັດຈຸບັນ ລາຄາ ໂລລະ 33,000 ຫາ 35,000 ກີບ. ຂະນະທີ່ ໝູຂຸນ ແຕ່ກ່ອນ ຂາຍລາຄາໂລລະ 48,000 ກີບ ປັດຈຸບັນ ລາຄາຢູ່ທີ່ປະມານ ໂລລະ 38,000 ຫາ 40,000 ກີບທໍ່ນັ້ນ. ທັງທີ່ລາຄາຂາຍຊີ້ນໝູ ຕາມຕລາດ ພັດແພງຂຶ້ນ ໂລລະ 90,000 ກີບແລ້ວ. ນອກຈາກນີ້ແລ້ວ, ຫົວອາຫານເກືອໝູ ກໍແພງຂຶ້ນກ່ອນເກົ່າຫຼາຍ ເຮັດໃຫ້ຊາວບ້ານຜູ້ລ້ຽງໝູ ປະສົບກັບຄວາມຍາກລຳບາກ ບໍ່ກຸ້ມຢູ່ ກຸ້ມກິນ, ດັ່ງທີ່ນາງ ກ່າວໃນມື້ວັນທີ 1 ກຸມພາ 2024 ນີ້ວ່າ:

“ໝູແມ່ປົດນີ້ ຕະກີ້ ເຮົາໄດ້ໂລ 40 (ພັນກີບ) ເນາະ, ດຽວນີ້ມີແຕ່ 33-35 (ພັນກີບ) ແພງສຸດ, ບາດລະລົງຫຼາຍໄດ໋. ແມ່ນ! ມັນຖືກກ່ອນທຸກປີນີ້ນ່າ. ແລ້ວປີກາຍນີ້ເນາະ ໝູຂຸນ ອັ່ນໄດ້ໂລ 48 (ພັນກີບ) ນີ້ປີໂລ 40 ກະຍັງຊີງຍາກ. ເຮົາຂາຍໄດ້ແຕ່ 38-39 (ພັນກີບ). ແພງແຮ່ງນ່າ ຫົວອາຫານນ່າ.”

ຊາວບ້ານນາງນີ້ ກ່າວອີກວ່າ ຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ລົງມາແກ້ໄຂບັນຫາ ລາຄາຂາຍໂຕໝູຕົກຕ່ຳ ໃຫ້ຊາວບ້ານ. ຍ້ອນວ່າ ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຫຼາຍ ແລະເຂົາເຈົ້າ ບໍ່ມີທາງເລືອກ ທີ່ຈະໄປເຮັດອາຊີບຢ່າງອື່ນແລ້ວ.

ນອກຈາກນີ້ແລ້ວ, ອັດຕຣາເງິນເຟີ້, ອັດຕຣາແລກປ່ຽນ, ການເພີີີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອເພີງ, ການຂາດແຄນນ້ຳມັນກາຊວນ ຍັງສືບຕໍ່ສົ່ງຜົລກະທົບໂດຍຕຣົງ ຕໍ່ລາຄາສິນຄ້າ ແລະຊີວິດການເປັນຢູ່ ຂອງປະຊາຊົນຢ່າງໜັກໜ່ວງ. ໂດຍບັນຫາ ການຂາດແຄນນ້ຳມັນກາຊວນ ຊຶ່ງຍັງສືບຕໍ່ແກ່ຍາວ ເປັນເວລາຫຼາຍກວ່າ 2 ສັປດາແລ້ວ.

ສຳລັບປ້ຳນ້ຳມັນ ທີ່ຢູ່ໃນເຂດຫ່າງໄກສອກຫຼີກ ຍິ່ງໄດ້ຜົລກະທົບແຮ່ງຫຼາຍ ຍ້ອນວ່າ ການຂົນສົ່ງນ້ຳມັນມີຄວາມຊັກຊ້າ ຈາກໄລຍະທາງທີ່ຫ່າງໄກ ແລະສະພາບທາງ ທີ່ເປ່ເພ. ລວມທັງ ປະຣິມານນ້ຳມັນກາຊວນ ທີ່ແຕ່ລະປ້ຳໄດ້ຮັບມາ ຕົກທີ່ປະມານ 3,000 ລິດ ຊຶ່ງຖືວ່າ ໜ້ອຍຫຼາຍ. ເຮັດໃຫ້ບາງປ້ຳນ້ຳມັນ ຍັງບໍ່ມີນ້ຳມັນກາຊວນ ໃຫ້ບໍຣິການ, ດັ່ງທີ່ຜູ້ປະກອບການປ້ຳນ້ຳມັນ ນາງນຶ່ງ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ກ່າວວ່າ:

“ຕອນນີ້ ຍັງບໍ່ມີນ່າ ນ້ຳມັນຍັງບໍ່ທັນມາຮອດ ຜ່ານມາໄດ້ 2 ມື້ລະເດ້. ລາຄາໜ້າປ້ຳທົ່ວໄປ ປົກກະຕິຫັ້ນແຫຼະ ກະລາຄາ 21,200 ປາຍ (ກີບ).”

ທັງນີ້, ໃນໄລຍະ ເດືອນມົກກະຣາ ທີ່ຫາກໍຜ່ານມານັ້ນ. ທາງການລາວ ໄດ້ປັບຂຶ້ນ ລາຄານ້ຳມັນເຊື້ອເພີງ ເຖິງ 4 ຄັ້ງ. ໂດຍຄັ້ງຫຼ້າສຸດ ປັບຂຶ້ນໃນວັນທີ 30 ມົກກະຣາ 2024 ດັ່ງນີ້:

  1. ນ້ຳມັນກາຊວນ ປັບຂຶ້ນ 430 ກີບ, ຕົກລາຄາ ລິດລະ 21,210 ກີບ,
  2. ນ້ຳມັນແອັດຊັງທັມມະດາ ປັບຂຶ້ນ 380 ກີບ, ຕົກລາຄາ ລິດລະ 23,220 ກີບ,
  3. ນ້ຳມັນແອັດຊັງພິເສດ ປັບຂຶ້ນ 1,200 ກີບ, ຕົກລາຄາລິດລະ 30,940 ກີບ.

ໂດຍເມື່ອສົມທຽບ ກັບລາຄານ້ຳມັນສູງສຸດ ໃນວັນທີ 24 ມິຖຸນາ 2022 ແລ້ວ, ການປັບຂຶ້ນລາຄານ້ຳມັນ ຄັ້ງຫຼ້າສຸດ ເຮັດໃຫ້ລາຄາຂາຍນ້ຳມັນແອັດຊັງ ຢູ່ລາວ ທັງປະເພດທັມມະດາ ແລະປະເພດພິເສດ ແພງທີ່ສຸດ ເທົ່າທີ່ເຄີຍມີມາ. ຂະນະທີ່ ລາຄານ້ຳມັນກາຊວນ ໃນປັດຈຸບັນ ຍັງຖືກກ່ອນ ລາຄາສູງສຸດ ແຕ່ພຽງ ແຕ່ 970 ກີບຕໍ່ລິດ ທໍ່ນັ້ນ.

ທີ່ຜ່ານມາ, ຣັຖບານລາວ ພະຍາຍາມຊອກຫາວິທີ ສ້າງຣາຍຮັບເຂົ້າງົປມານ ເປັນຕົ້ນ ໃນເດືອນຕຸລາ ປີ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ໄດ້ອອກຣັຖບັນຍັດ ປັບຂຶ້ນ ອັດຕຣາອາກອນຊົມໃຊ້ສິນຄ້າບາງປະເພດ ເປັນຕົ້ນ ຣົຖຍົນ, ເຄື່ອງດື່ມທີ່ມີທາດເຫຼົ້າ, ຢາສູບ, ນ້ຳຫວານ ແລະເຄື່ອງຫຼິ້ນເກມສ໌ ແລະທາງກະຊວງການເງິນ ໄດ້ອອກແຈ້ງການ ຈັດຕັ້ງປະຕິບັດຣັຖບັນຍັດດັ່ງກ່າວ ໂດຍມີຜົລຕັ້ງແຕ່ວັນທີ 1 ມົກກະຣາ 2024 ນີ້.

ຢ່າງໃດກໍຕາມ, ການປັບຂຶ້ນ ອັດຕຣາອາກອນຊົມໃຊ້ດັ່ງກ່າວ ເຮັດໃຫ້ຜູ້ປະກອບການຂາຍສິນຄ້າຂ້າງເທິງ ປັບຂຶ້ນລາຄາສິນຄ້າ ເປັນຕົ້ນ ບໍຣິສັດ ເບັຍລາວ ຈຳກັດ ປະກາດປັບຂຶ້ນລາຄາຂາຍເບັຍ ແລະນ້ຳຫວານ ເກືອບທຸກຣາຍການ. ເຊັ່ນດຽວກັບ ບໍຣິສັດຂາຍຣົຖຍົນ ກໍປັບລາຄາຂາຍຣົຖເພີ່ມຂຶ້ນ ເປັນຕົ້ນ ຣົຖຈິບ ຂນາດເຄື່ອງ 2.0 ຣຸ່ນນຶ່ງ ມີການປັບຂຶ້ນລາຄາ ຈາກ 46,500 ໂດລ້າຣ໌ສະຫະຣັຖ ເປັນ 46,800 ໂດລ້າຣ໌ສະຫະຣັຖ.

ດັ່ງທີ່ ພະນັກງານຂາຍຣົຖຍົນ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

“ລາຄາ 46,800 ເຈົ້າ. ຕອນຊ່ວງເປີດໂຕໃໝ່ໆຫັ້ນ ລາຄາຢູ່ປະມານອັ່ນ 46,500 ນີ້ແຫຼະ ມັນຈະຂຶ້ນໜ້ອຍນຶ່ງ ຂຶ້ນຢູ່ປະມານ 2-300.”

ຂະນະທີ່ ຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ, ຮອງຫົວໜ້າ ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ, ຜູ້ປະຕິບັດໜ້າທີ່ໂຄສົກຣັຖບານ ໄດ້ຖແລງຂ່າວ ກ່ຽວກັບ ມາຕການແກ້ໄຂ ວຽກງານເຄັ່ງຮ້ອນທາງດ້ານເສຖກິຈ ໃນກອງປະຊຸມຣັຖບານ ປະຈໍາເດືອນມົກກະຣາ 2024 ຕອນນຶ່ງວ່າ:

“ສືບຕໍ່ແກ້ໄຂ ບັນຫາເງິນເຟີ້, ອັດຕຣາແລກປ່ຽນ, ລາຄາສິນຄ້າ ແລະໜີ້ສິນຕ່າງປະເທດ ຕາມແຜນເຄື່ອນໄຫວ ວຽກຈຸດສຸມ ຂອງຄະນະສະເພາະກິຈ. ນິຕິກັມ ແລະແຈ້ງການທິດຊີ້ນຳ ຂອງກອງປະຊຸມ ຄະນະສະເພາະກິຈໃນແຕ່ລະຄັ້ງ. ພ້ອມທັງສຸມໃສ່ ປະຕິບັດຕາມທິດຊີ້ນຳ ກ່ຽວກັບມາຕການ ຮັບມືສະພາບການຂາດເຂີນນ້ຳມັນເຊື້ອໄຟ ແລະບັນຫາ ການສນອງໄຟຟ້າໃຫ້ບາງໂຄງການ. ສຸມໃສ່ເກັບລາຍຮັບເຂົ້າງົປມານຣັຖ ໃຫ້ໄດ້ຫຼາຍສຸດກຳລັງຄວາມສາມາດ. ຕາມກົດໝາຍ, ຣັຖບັນຍັດ ທີ່ກ່ຽວຂ້ອງ ແລະຕາມທິດ ຫັນເປັນທັນສໄມ.”

ທັງນີ້, ທ່ານ ອາລຸນໄຊ ສູນນະລາດ, ຣັຖມົນຕຣີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ກ່າວຣາຍງານ ໃນກອງປະຊຸມຣັຖບານ ປະຈຳເດືອນມົກກະຣາ 2024 ກ່ຽວກັບ ຂໍ້ຄົງຄ້າງຈໍານວນນຶ່ງ ທີີີ່ຣັຖບານຈະຕ້ອງໄດ້ສືບຕໍ່ ປັບປຸງແກ້ໄຂ ເປັນຕົ້ນ; ການຈັດຕັ້ງຜັນຂຍາຍ ທິດຊີ້ນຳຂອງຣັຖບານ ຍັງຊັກຊ້າ, ບໍ່ທັນສະພາບການ ແລະຍັງບໍ່ທັນມີ ປະສິດທິຜົລສູງເທົ່າທີີ່ຄວນ ເຮັດໃຫ້ຍັງບໍ່ສາມາດບັນລຸ ໄດ້ຕາມຄາດໝາຍທີ່ວາງໄວ້. ການແກ້ໄຂບັນຫາສັງຄົມ ເປັນຕົ້ນ ບັນຫາການຄ້າຂາຍເຖື່ອນ, ຂີ້ລັກ ງັດແງະ, ບັນຫາອຸບັດຕິເຫດ, ຂໍ້ຂັດແຍ່ງຕ່າງໆ ໃນບັນຫາທີ່ດິນ ແລະອື່ນໆ ຍັງສືບຕໍ່ເກີດຂຶ້ນ ໃນລະດັບຕ່າງກັນ.

ໂດຍສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ ຂອງລາວ ເປີດເຜີຍວ່າ ອັດຕຣາເງິນເຟີ້ຢູ່ໃນລາວ ເດືອນມົກກະຣາ 2024 ນີ້ ຍັງສືບຕໍ່ເພີ່ມຂຶ້ນ 24.4% ເມື່ອທຽບໃສ່ ເດືອນມົກກະຣາ ປີກາຍຜ່ານມາ. ສຳລັບໝວດສະບຽງອາຫານ ແລະເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 25.2%, ໝວດເຫຼົ້າ ແລະຢາສູບ ເພີ່ມຂຶ້ນ 22.2%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.