ທາງການລາວ ເລັ່ງກວດສອບ ຄລິບວິດີໂອ ທີ່ມີຄົນງານຖືກທຸບຕີ

ສຸພັດຕາ
2024.02.05
ທາງການລາວ ເລັ່ງກວດສອບ ຄລິບວິດີໂອ ທີ່ມີຄົນງານຖືກທຸບຕີ ເປັນພຽງໂຕຢ່າງຮູບປະກອບ ທີ່ມີຄົນລາວຖືກຄ້າມະນຸສ ແລະຖືກທຸບຕີ ກາຍເປັນບາດແຜ ຕາມແຂນ.
Courtesy Photo

ປະມານ ວັນທີ 4 ກຸມພາ 2024 ທີ່ຜ່ານມາ ຜູ້ໃຊ້ Facebook ຊື່ O'one Keomexai Kmx ຊາວລາວ ໄດ້ເຜີຍແຜ່ ຄລິບວິດີໂອ ມີຄວາມຍາວ ທັງໝົດ 1 ນາທີ 48 ວິນາທີ ທີ່ບັນທຶກ ຈາກ TikTok ຂອງຜູ້ໃຊ້ຊາວຈີນ ຊື່ (抖音号:boylove007) ຜ່ານບັນຊີ Facebook ຂອງໂຕເອງ ໂດຍເນື້ອຫາ ຄລິບວິດິໂອ ບໍ່ໄດ້ລະບຸຣາຍລະອຽດ ວ່າແມ່ນໃຜ ເຮັດອິຫຍັງ ຍາມໃດ ແລະແນວໃດ, ລະບຸພຽງຂໍ້ຄວາມວ່າ “ຄວາມກົດດັນມີທຸກຮູບແບບ ຈັ່ງແມ່ນຊາຕ ອໍານາດຂອງເງິນໂດລ້າຣ໌” ແລະເຊັກອິນ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ, ຂະນະທີ່ ຊາວລາວຫຼາຍຄົນ ຕັ້ງຂໍ້ສັງເກດວ່າ ເປັນພາບເຄື່ອນໄຫວ ທີ່ຄົນຈີນ ຕົບຕີຄົນລາວເພດຊາຍ ທີ່ເປັນໄຂ້ ຫຼືວ່າເມົາ ບໍ່ຕື່ນໄປເຮັດວຽກ.

ຕໍ່ກັບຄລິບວິດີໂອດັ່ງກ່າວ ຊາວລາວທີ່ໃຊ້ Facebook ໃຫ້ຄວາມສົນໃຈ ເປັນຈໍານວນຫຼາຍ ມີຈໍານວນຜູ້ຄົນກົດໄລ້ຄ໌ ເຖິງ 8 ພັນກວ່າຄັ້ງ, ຈໍານວນຜູ້ຄົນ ສະແດງຄວາມຄິດເຫັນ ເຖິງ 4 ພັນກວ່າຄັ້ງ ແລະຈໍານວນຜູ້ຄົນ ແຊຣ໌ຄລິບວິດີໂອນີ້ ເຖິງ 6 ພັນກວ່າຄັ້ງ ຈົນເຮັດໃຫ້ຄລິບວິດິໂອດັ່ງກ່າວ ໄປເຖິງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ແລະທາງເຈົ້າໜ້າທີ່ ກໍາລັງກວດສອບ ເພື່ອແຈ້ງໃຫ້ສັງຄົມ ຮັບຮູ້ຕື່ມພາຍຫຼັງ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ກຸມພາ ນີ້ວ່າ:

ດຽວອ້າຍ ໃຫ້ເຂົາເຊັກເບິ່ງກ່ອນ ວ່າມັນໂຕເກົ່າບໍ ໂຕໃໝ່ ຫຼືວ່າ ມັນຢູ່ເຂດເຮົາ ຫຼື ຢູ່ໃສບໍ່ຮູ້ເທື່ອ ຄົນລາວເຮົາຢູ່ໃນເຂດນີ້ແທ້ບໍ່ ເພາະວ່າເຮົາ ຍັງບໍ່ທັນຮູ້ ມັນຢູ່ໃສແທ້ເທື່ອ. ທາງເຈົ້າໜ້າທີ່ ເພິ່ນກໍາລັງເຊັກ (Check) ຢູ່ເດີ້ ຣາຍລະອຽດ ລະເປັນແນວໃດແລ້ວ ທາງເຮົາຊິແຈ້ງໃຫ້ຕື່ມ.”

ຄົນງານລາວ ທີ່ເຮັດວຽກຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກ່າວວ່າ ໂຕເອງ ໄດ້ເຫັນຄລິບວິດີໂອແລ້ວ ແລະບໍ່ຮູ້ວ່າ ມັນຢູ່ຕຶກໃດ ຍ້ອນຕຶກຢູ່ພາຍໃນເຂດນີ້ ມັນມີຫຼາຍ ແລະຄລິບວິດີໂອ ຖືກບັນທຶກພຽງແຕ່ໃນຫ້ອງນອນ ບໍ່ສາມາດລະບຸໄດ້ວ່າ ບ່ອນໃດ ພ້ອມຢັ້ງຢືນວ່າ ຢູ່ໃນເຂດເສຖກິຈພິເສດສາມຫຼ່່ຽມຄໍາ ຍັງມີຄົນຈີນ ໃຊ້ຄວາມຮຸນແຮງນໍາຄົນລາວຢູ່ ໃນນັ້ນ ມີບາງບ່ອນ ປິດບັງ ການໃຊ້ຄວາມຮຸນແຮງນໍາຄົນລາວນໍາດ້ວຍ.

ດັ່ງທ່ານຂຍາຍຄວາມ ຕໍ່ເຣື່ອງນີ້ ໃນມື້ດຽວກັນນີ້:

ກໍຫັ້ນແຫຼະ ມັນຢູ່ໃນຫັ້ນນ່າ ກໍເບິ່ງໄດ້ ບໍ່ຮູ້ຄືກັນ ມັນຫຼາຍຕຶກນ່າ ກໍບໍ່ຮູ້ແຫຼະ ຢູ່ຈຸດຕຶກໃດ ກໍໜ້າຈະມີຢູ່ ແຕ່ວ່າ ບາງບ່ອນ ເຂົາກໍຊິປິດບັງໄວ້ ບາງບ່ອນເຂົາກໍຊິແຊຣ໌ຄລິບ. ຖ່າຍວິດີໂອ ອອກມາຈັ່ງຊີ້ນ່າ. ຄລິບຫຼຸດຈັ່ງຊີ້ ໂອ້ ຕອນເບິ່ງຫັ້ນ ບາງຄົນກໍເມັ້ນໄປ ບອກວ່າ ເປັນຈີນຕີຈີນ ບໍ່ແມ່ນລາວເດີ້. ບາງຄົນກໍວ່າ ເປັນລາວ ບາງຄົນ ກໍວ່າ ລາວເປັນໄຂ້ ເຮັດວຽກບໍ່ໄດ້ ຈັ່ງຊີ້ນ່າ. ກໍໜ້າຈະມີ 100% ຢູ່ ຫຼານເຂົ້າໄປເຮັດວຽກຢູ່ໃນຫັ້ນຫຼາຍ ກໍລົມໃຫ້ຟັງ ມີຫ້ອງຂັງ ຫ້ອງນັ້ນ, ຫ້ອງນີ້. ຂັງໄວ້ ເຂົາເຮັດວຽກບໍ່ໄດ້ບໍ ຈັ່ງໃດນ່າ ຂັງໄວ້ຈັ່ງຊີ້ນ່າ ທໍຣະມານບໍ.”

ຂະນະທີ່ ອະດີດຄົນງານລາວ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ກ່າວວ່າ 2 ປີກ່ອນ ທີ່ໂຕເອງ ເຄີຍເຮັດວຽກຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຈະພົບເຫັນຄົນທີ່ອາໄສຢູ່ໃນນັ້ນ ແຈ້ງເຈົ້າໜ້າທີ່ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຫາກມີກໍຣະນີ ການນໍາໃຊ້ຄວາມຮຸນແຮງ ເກີດຂຶ້ນ ແຕ່ເວົ້າຕາມຄວາມຈິງ ຄືອໍານາດເງິນຂອງຄົນຈີນ ທີ່ໃຫ້ເຈົ້າໜ້າທີ່ ມີຫຼາຍກວ່າ ການຊ່ອຍເຫຼືອເຫຍື່ອ ທີ່ຖືກໃຊ້ຄວາມຮຸນແຮງ.

ດັ່ງທ່ານກ່າວວ່າ ໃນມື້ດຽວກັນນີ້ວ່າ:

ສ່ວນຫຼາຍກໍ ເຫັນເຂົາກໍແຈ້ງຢູ່ ແຕ່ວ່າຄົນຈີນ ເຂົາມີເງິນເນາະ ແບບເອົາເງິນໃຫ້ ເຈົ້າໜ້າທີ່ຫັ້ນແຫຼະ ແລ້ວກໍເຄີຍໄປເຮັດດົນແລ້ວ ມາດຽວນີ້ ກໍຮັບສົ່ງຄົນ ແລ້ວຮັບເຄື່ອງຂອງນໍາ.”

ສ່ວນອະດີດຄົນງານລາວ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ອີກຜູ້ນຶ່ງ ກ່າວວ່າ ການເຮັດວຽກນໍາຄົນຈີນ ທີ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍານັ້ນ ບໍ່ແມ່ນມີແຕ່ ບ່ອນທີ່ຖືກທໍາຮ້າຍຮ່າງກາຍ ເຊິ່ງບ່ອນທີ່ມີຄົນຈີນຕີຄົນລາວ ກໍເປັນຍ້ອນຄົນລາວ ບໍ່ເຂົ້າເຮັດວຽກຕາມເວລາ ທີ່ຄົນຈີນກໍານົດ ແລະຖ້າຄົນງານລາວ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຖືກກົດຂີ່ດ້ານແຮງງານ ເປັນຕົ້ນ ເຮັດວຽກແລ້ວ ບໍ່ໄດ້ຮັບເງິນເດືອນ ກໍສາມາດແຈ້ງເຈົ້າໜ້າທີ່ລາວ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາໄດ້ໂລດ.

ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

ອັນເຫັນ ຄລິບວິດີໂອນັ້ນ, ເຂົາບໍ່ໄດ້ຂຽນຣາຍລະອຽດເນາະ, ແຕ່ເບິ່ງ ຄື ຄົນເຮັດວຽກ. ໄປວຽກບໍ່ທັນປະມານນີ້. ເຄີຍໄປບໍ່ເປັນແບບນັ້ນ ອັນນີ້ ມັນຕາມທີ່ເບິ່ງຄລິບ ຄື ເຫັນອັນແກ້ວເຫຼົ້າ ແກ້ວຫຍັງ ຢູ່ຫ້ອງຫັ້ນເນາະ. ແບບຊິເມົາຄ້າງ ຫຼືວ່າ ອັນຫຍັງ ປະມານນີ້. ເບິ່ງແບບ ຄັນແບບບໍ່ເຮັດວຽກຫັ້ນນ່າ. ຕາມທີ່ອັນແບບໄປວຽກບໍ່ທັນ ອິຫຍັງ ປະມານນີ້. ມີແຕ່ບໍຣິສັດ ຈະຫັກເງິນເດືອນເທົ່ານັ້ນແຫຼະ. ເຂົາບໍ່ມາເຮັດ ກັບພະນັກງານແບບນີ້ ຄັນແບບວ່າ ຫົວໜ້າບໍ່ຈ່າຍເງິນເດືອນ ອິຫຍັງປະມານນີ້. ສາມາດໄປແຈ້ງສະເພາະກິຈ ອິຫຍັງໄດ້ ແຕ່ສ່ວນຫຼາຍ ຈະບໍ່ເປັນແບບນີ້ເນາະ. ຫົວໜ້າບາງຄົນ ເຂົາກໍບໍ່ໄດ້ຮ້າຍຂນາດນັ້ນ. ຄົນຈີນເຂົາເອົາເວລາເປັນສິ່ງສໍາຄັນນ່າ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ຜູ້ດຽວກັບຂ້າງເທິງ ກ່າວມ້ວນທ້າຍວ່າ ຖ້າຜູ້ໃດ ຮູ້ວ່າ ຄລິບວິດິໂອ ທີ່ເປັນກະແສ ຢູ່ໃນຕອນນີ້ ແມ່ນໃຜ ຕີໃຜ, ຍາມໃດ ແລະແນວໃດ ສາມາດແຈ້ງຣາຍລະອຽດ ໃຫ້ເຈົ້າໜ້າທີ່ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 07, 2024 10:32 AM

ຢາກຈະຖາມວ່າ ລັດຖະບານລາວ ປົກປ້ອງ ສິດຜົນປະໂຫຍດ ຂອງປະຊາຊົນແທ້ບໍ່?
ຜູ້ຂ້າ ເຫັນຂ່າວ ທີ່ຄົນລາວ ຖືກຈີນທໍາຮ້າຍຮ່າງກາຍ ຫລືວ່າ ຄົນງານລາວ ທີ່ເຮັດວຽກ ໃຫ້ຈີນ ຖືກນາຍຈ້າງຈີນ ທໍາຮ້າຍຮ່າງກາຍ ຫລືທຸບຕີ ແລ້່ວອົດເປັນຫ່ວງບໍ່ໄດ້ ເພາະວ່າ ຈີນມາອາໄສຢູ່ປະເທດລາວເຮົາ ແລະ ເຮັດທຸລະກິດ ຢູ່ບ້ານເຮົາ ແຕ່ລະເມີດສິດ ຂອງປະຊາຊົນ ແລະ ລະເມີດກົດໝາຍ ຂອງລາວ ແຕ່ລັດຖະບານ ບໍ່ເຫັນເຮັດຫຍັງໃຫ້ເຂົາເລີຍ. ນີ້ບໍ່ ທີ່ເພິ່ນວ່າ ຕົກເປັນຫົວເມືອງຂຶ້ນໂດຍທາງອ້ອມ. ແຕ່ມາເບິ່ງທາງປະເທດເພື່ອບ້ານ ເປັນຕົ້ນແມ່ນໄທ ເວລາ ເຫັນຄົນຕ່າງຊາດ ທໍາຮ້າຍຮ່າງກາຍ ຄົນໄທ ຢູ່ພູເກັດ ທາງເຈົ້າໜ້າທີ່ໄທ ທໍາການສືບສວນສອບສວນ ເປັນຢ່າງດີ ແລະ ເອົາເລື້ອງກັບ ຄົນຕ່າງຊາດ ຄົນນັ້ນ ຈົນໄດ້ອອກມາຂໍໂທດ ແລະ ຂໍອ່ອນຂໍຍອມ ທັ້ງໆທີ່ກ່ອນໜ້ານັ້ນ ທັງຜົວຕ່າງຊາດ ແລະ ເມຍຄົນໄທ ອ້າງວ່າ ຮູ້ຜູ້ຫລັກຜູ້ໃຫຍ່ ແລ້ວຂົ່ມຂູ່ ແມ່ຍິງ ທີິ່ຖືກທໍາຮ້າຍອີກ. ອັນນີ້ ຢາກໃຫ້ ເຈົ້າໜ້າທີ່ລາວ ທາງລາວ ເອົາເປັນຕົວຢ່າງແດ່ເດີ້. ອັນໃດ ເພິ່ນເຮັດຖືກຕ້ອງ ແລະ ເຮັດດີ ກໍ່ເອົາມາ ປະຕິບັດ ຢູ່ບ້ານເຮົາໂລດ. ຢ່າງໃຫ້ ຊາດອື່ນ ມາຂົ່ມເຫັງ ປະຊາຊົນເຮົາຫລາຍ.