ເຣື້ອງທີ່ເກັບບັນທຶກໄວ້
2022-11-04
ອັດຕຣາເງິນກີບເຟີ້ ໃນເດືອນຕຸລາຜ່ານມາ ສູງເຖິງ 36.7% ທຽບໃສ່ ເດືອນດຽວກັນ ຂອງປີກາຍ, ເຮັດໃຫ້ສິນຄ້າ ທຸກຢ່າງແພງຂຶ້ນ ແລະສະພາວະດັ່ງກ່າວນີ້ ໄດ້ກະທົບຕໍ່ ປະຊາຊົນທົ່ວໄປ ທີ່ອາສັຍການຄ້າຂາຍ ລ້ຽງຊີພ ລວມເຖິງພະນັກງານ, ຣັຖກອນ ທີ່ຕ້ອງເພີ່ງພາ ເງິນເດືອນ.
2022-11-04
ປັ້ມນໍ້າມັນເຊື້ອເພີງ ບາງແຫ່ງ ແລະພໍ່ຄ້າ-ແມ່ຄ້າ ຫຼາຍຄົນ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ຢາກຮັບແຕ່ເງິນບາທ ໃນການຊື້-ຂາຍ ສິນຄ້າ ຍ້ອນວ່າ ເມືອງນີ້ ມີຊາຍແດນ ຕິດກັບປະເທດໄທຍ.
2022-11-04
ພາກປະຊາສັງຄົມໄທຍ ເວົ້າວ່າ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແມ່ນພວກນັກລົງທຶນ ໄດ້ຮັບຜົລ ປໂຍດ ແຕ່ມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ຣັຖບານໄທຍ ບໍ່ຄວນເລັ່ງ ໃຫ້ເຮັດສັນຍາ ຊື້-ຂາຍ ໄຟຟ້າເທື່ອ.
2022-11-03
ການສ້າງງເຂື່ອນ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ປະຊາຊົນ ຢູ່ແຄມນ້ຳຂອງ ຜູ້ທີ່ຫາປາ ເປັນອາຊີພ ຈົນເຂົາເຈົ້າ ຫຼາຍຄົນ ຕ້ອງຢຸດເຊົາ ອາຊີພຫາປາ ແລະ ໜີໄປຂາຍແຮງງານ ຢູ່ປະເທດໄທຍ ແທນ.
2022-11-03
ຣັຖວິສາຫະກິຈ ໄຟຟ້າລາວ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ຕັດໄຟຟ້າ ຊາວບ້ານ ບ້ານຫລັກ 20 ຍ້ອນລືມຈ່າຍຄ່າໄຟ ຕາມກໍານົດ ພຽງມື້ນຶ່ງ, ສອງມື້, ແຕ່ຣັຖວິສາຫະກິຈ ຖືວ່າຊາວບ້ານ ເຮັດຜິດລະບຽບ ການຈ່າຍຄ່າໄຟ, ຂະນະທີ ຊາວບ້ານເຫັນວ່າ ເປັນການກະທໍາ ທີ່ເກີນກວ່າເຫດ.
2022-11-03
ກະຊວງອຸດສາຫະກັມ ແລະການຄ້າ ລະບຸວ່າ ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້ ມັນຕົ້ນ ເປັນສິນຄ້າ ທີ່ສ້າງລາຍຮັບສູງທີ່ສຸດ ໃນໝວດສິນຄ້າ ດ້ານການກະເສຕ, ແຕ່ຊາວສວນ ຕ້ອງປະເຊີນກັບ ຕົ້ນທຶນການຜລິດສູງຂຶ້ນ ຍ້ອນໄດ້ຮັບຜົລກະທົບ ຈາກເງິນເຟີ້.
2022-11-03
ຊາວບ້ານບໍ່ເຕັນ 380 ຄອບຄົວ ທີ່ຖືກໂຍກຍ້າຍ ຍ້ອນໂຄງການ ເຂດເສກິຈ ສະເພາະ ບໍ່ເຕັນແດນງາມມາໄດ້ເກືອບ 20 ປີແລ້ວ ແຕ່ຍັງບໍ່ມີນໍ້າປະປາໃຊ້, ຊຶ່ງຊາວບ້ານ ຈຳເປັນຕ້ອງໄດ້ຂຸດນໍ້າສ້າງ (ນ້ຳບາດານ) ໃຊ້ເອງ, ຫຼືໃຊ້ນໍ້າໃນນ້ຳຫ້ວຍ.
2022-11-03
ເມື່ອຕົ້ນເດືອນກັນຍາ 2022 ທີ່ຜ່ານມານີ້ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ໄດ້ໃຫ້ສັມພາດ ຕໍ່ວິທຍຸ ແຫ່ງຊາຕ ວ່າ ຈະມອບເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ໃຫ້ກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ໃຫ້ສໍາເຣັດ 100% ໃນເດືອນ ຕຸລາ ປີ 2022 ນີ້.
2022-11-02
ສະຫະຣັຖ ອາເມຣິກາ ໃຫ້ທຶນຊ່ອຍເຫຼືອ ກໍ່ສ້າງວິດຖ່າຍ ແລະ ບ່ອນລ້າງມື ໃຫ້ຊົນເຜົ່າມັງກອງ ແລະ ຊົນເຜົ່າກະຕ່າງ ຢູ່ສຸຂສາລາ ເມືອງພີນ ແລະ ເມືອງອາດສະພັງທອງ ແຂວງສວັນນະເຂດ.
2022-11-02
ນັກຮຽນ ໃນເມືອງປາກລາຍ ແຂວງໄຊຍະບູຣີ ແຕ່ຊັ້ນ ປ.1 ຈົນເຖິງ ຊັ້ນ ມ.7 ປະລະການຮຽນ ໃນສົກຮຽນ ປີ 2022-2023 ເຖິງ 1,039 ຄົນ ເນື່ອງວ່າ ຖານະຄອບຄົວທຸກຍາກ, ຢູ່ຫ່າງໄກໂຮງຮຽນ ແລະອຸປະສັກອື່ນໆ ທີ່ເຮັດໃຫ້ນັກຮຽນ ອອກໂຮງຮຽນ ເປັນຈຳນວນຫຼາຍ.
2022-11-02
ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ຈະຮ່ວມລົງທຶນ ກັບບໍຣິສັດ ກາຍອາ ເປໂຕຣ (Gaia Petro) ປະເທດເກົາຫລີໃຕ້ ເພື່ອຕັ້ງບໍຣິສັດຮ່ວມທຶນ ໃນການສ້າງຕັ້ງ ໂຮງງານຜລິດນໍ້າມັນ ເອທານອລ (Ethanol) ຫລື ນໍ້າມັນຊີວະພາບ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
2022-11-02
ສະຖານີຣົຖໄຟ ເມືອງໄຊ ແຂວງອຸດົມໄຊ ເປັນສະຖານີຣົຖໄຟ ຫລ້າສຸດທີ່ເປີດໃຫ້ບໍຣິການ ຂົນສົ່ງສິນຄ້າ ໃນຂະນະທີ່ຜູ້ປະກອບການ ຢູ່ແຂວງອຸດົມໄຊ ທີ່ສົ່ງສິນຄ້າ ດ້ານການກະເສຕໄປຈີນ ຍັງມັກໃຊ້ ບໍຣິການຂົນສົ່ງ ດ້ວຍຣົຖບັນທຸກຢູ່.
2022-11-02
ທາງການອິນເດັຽ ໄດ້ປະສານງານ ກັບທາງການລາວ ໃນການຊ່ອຍເຫລືອ ພົລເມືອງອິນເດັຽ ທີ່ຖືກຕົວະຍົວະ ໄປເຮັດວຽກເປັນສແກມເມີຣ໌ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຳນວນ 11 ຄົນ ພ້ອມທັງແຈ້ງເຕືອນ ພົລເມືອງຂອງຕົນ ໃຫ້ລະວັງ ອາຈຖືຶກນັກຕົ້ມຕຸນ ຕົວະ.
2022-11-01
ອາກາດຈະເຢັນລົງ ໃນຫລາຍແຂວງ ແຕ່ແຂວງທີ່ມີພັຍນໍ້າຖ້ວມ ຈະມີຊາວບ້ານ ແລະ ເດັກນ້ອຍ ປະສົບພັຍໜາວ ຫລາຍກວ່າແຂວງອື່ນໆ ຍ້ອນ ເຄື່ອງນຸ່ງຫົ່ມ ແລະ ທີ່ຢູ່ອາສັຍ ໄດ້ໄຫລໄປກັບນໍ້າ ຊ່ວງທີ່ຖືກນ້ຳຖ້ວມ ເມື່ອເດືອນສິງຫາ ທີ່ຜ່ານມາ.
2022-11-01
ທ່ານ ປີເຕີ້ຣ໌ ເຮມ໋ອນ ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ໄດ້ຈັດພິທີ ລົງນາມ ໃຫ້ທຶນ ຊ່ອຍເຫຼືອ ຈຳນວນ 49,800 ໂດລ້າຣ໌ ສະຫະຣັຖ ສນັບສນູນ ໂຄງການ ອະນຸຮັກຮູບແຕ້ມ ຝາຜນັງ ວັດເກົ່າສມັຍບູຮານ 3 ວັດ ໃນແຂວງສວັນນະເຂດ.