ນັກລົງທຶນ ໄດ້ປໂຍດ ຈາກການສ້າງເຂື່ອນ ໃສ່ແມ່ນ້ຳຂອງ

ຈຳປາທອງ
2022.11.04
ນັກລົງທຶນ ໄດ້ປໂຍດ ຈາກການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ເວທີເສວະນາ ຂອງພາກປະຊາສັງຄົມໄທຍ ເພື່ອໃຫ້ຣັຖບານໄທຍ ພິຈາຣະນາເຖິງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຈາກການສ້າງເຄື່ອນ ໃສ່ແມ່ນ້ຳຂອງ, ຈັດຂຶ້ນທີ່ ສູນສິລປະວັທນະທັມ ນະຄອນຫຼວງບາງກອກ, ປະເທດໄທຍ, ວັນທີ 4 ພຶສຈິກາ 2022.
RFA

ພາກປະຊາສັງຄົມໄທຍ ຈັດງານເສວະນາ ເຣື່ອງ “ເຂື່ອນແມ່ນໍ້າຂອງ, ຄ່າໄຟ, ໃຜຕ້ອງການໄຟຟ້າ?” ທີ່ສູນສິລປະວັທນະທັມ ບາງກອກ, ໃນມື້ວັນທີ 4 ພຶສຈິການີ້ ຊຶ່ງໃນນັ້ນໄດ້ເນັ້ນເຖິງ ຜົລກະທົບ ທີ່ຈະເກີດຂຶ້ນຕໍ່ສິ່ງແວດລ້ອມ, ສັງຄົມ ແລະຜົລກະທົບ ຂ້າມຊາຍແດນ ຊຶ່ງພາກປະຊາສັງຄົມໄທຍເຫັນວ່າ ຣັຖບານໄທຍ ບໍ່ຄວນເລັ່ງໃຫ້ເຮັດສັນຍາ ຊື້ຂາຍໄຟຟ້ານັ້ນ.

ຍານາງ ສ. ຣັຕຕະນະມະນີ ພົລກລ້າ ຜູ້ປະສານງານ ແລະທັງເປັນທະນາຍຄວາມ ຈາກມູນນິທິ ສູນຂໍ້ມູນຊຸມຊົນ ຂອງໄທຍ ກ່າວໃນງານເສວະນາ ຄັ້ງນີ້ວ່າ ເຂື່ອນໃນແມ່ນໍ້າຂອງ ຫລາຍແຫ່ງ ເປັນຕົ້ນເຂື່ອນປາກແບງ, ເຂື່ອນປາກລາຍ ແລະເຂື່ອນຫລວງພຣະບາງ ໄດ້ຮັບການອະນຸມັດ ຈາກຣັຖບານໄທຍ ໃຫ້ເລັ່ງເຮັດສັນຍາ ຊື້-ຂາຍ ໄຟຟ້າ ກັບຜູ້ພັທນາໂຄງການ, ແຕ່ສະພາບປັດຈຸບັນ ໄທຍບໍ່ມີຄວາມຈໍາເປັນ ທີ່ຈະຕ້ອງເພີ່ມ ການສໍາຮອງໄຟຟ້າ ເນື່ອງຈາກໄຟຟ້າ ສໍາຮອງຂອງໄທຍ ມີສູງກວ່າເກນປົກກະຕິ ທີ່ເຄີຍກໍານົດໄວ້ 15% ຂອງກໍາລັງ ການຜລິດໄຟຟ້າ ທັງໝົດ ຂອງປະເທດ.

ດັ່ງຍານາງກ່າວວ່າ:

ຕອນນີ້ ເຮົາກໍາລັງແບກຮັບພາຣະ ຄ່າໄຟຟ້າ ທີ່ບໍ່ຈໍາເປັນ ຫລືບໍ່, ເຮົາກໍາລັງແບກຮັບ ຄ່າໄຟ ໂດຍທີ່ເຮົາບໍ່ໄດ້ຜົນປໂຍດຫຍັງ ແຕ່ມັນມີໜ່ວຍງານ ບາງໜ່ວຍງານ ແລະເອກຊົນບາງສ່ວນ ພັດໄດ້ຮັບຜົນປໂຍດກັບພວກເຮົາ ໃນບ່ອນນີ້ ຊຶ່ງເປັນເຣື່ອງທີ່ເປັນບັນຫາ ຫລາຍ.

ບັນຫາສໍາຄັນກໍຄືວ່າ ເຂື່ອນທັງ 3 ແຫ່ງ ທີ່ນໍາສເນີເຂົ້າໃນ ການເຮັດສັນຍາ ຊື້-ຂາຍ ໄຟຟ້າ ໂດຍສະເພາະເຂື່ອນປາກແບງ ທີ່ມີບັນຫາເຣື່ອງການຮັບຮູ້ ຫລື ຂໍ້ມູນຕ່າງໆ ເປັນຕົ້ນຂໍ້ມູນ ເຣື່ອງນໍ້າເພີ່ມສູງຂຶ້ນ, ການອົພຍົບຂອງປາ, ການປ່ຽນພູມສັນຖານ ຂອງແມ່ນໍ້າ, ການຫລຸດລົງ ຂອງຝຸ່ນຕົມ ຂນາດນ້ອຍ ຫລື ຕະກອນ. ເຣື່ອງເຫລົ່ານີ້ ແມ່ນບໍ່ໄດ້ຮັບການສຶກສາ ຢ່າງຈະແຈ້ງ ແລະສົມບູນ.

ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ຂອງໄທຍ ກ່າວວ່າ ການຮີບດ່ວນ ອະນຸມັດໃຫ້ ເຮັດສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນແມ່ນໍ້າຂອງ ໂດຍບໍ່ສົນໃຈວ່າ ໄຟຟ້າສໍາຮອງ ຂອງໄທຍ ມີຫລາຍສໍ່າໃດ ແລະ ການເມີນເສີຍຕໍ່ບັນຫາ ທີ່ເກີດຂຶ້ນກັບລະບົບນິເວດ ແລະຊີວິດ ການເປັນຢູ່ ຂອງຊາວບ້ານນັ້ນ ເປັນສິ່ງທີ່ນ່າເປັນຫ່ວງ ແລະຖ້າຫາກເຂື່ອນ ໃນແມ່ນໍ້າຂອງ ທັງ 3 ແຫ່ງ ໄດ້ຮັບການອະນຸມັດ ໃຫ້ກໍ່ສ້າງຂຶ້ນແທ້ ກໍຈະເຮັດໃຫ້ລະດັບນໍ້າ ໜ້າເຂື່ອນສູງຂຶ້ນ ຊຶ່ງອາຈມີຜົນກະທົບ ຕໍ່ເສັ້ນເຂດແດນ ທັມມະຊາຕລະຫວ່າງລາວ ແລະໄທຍ ແລະສ່ຽງທີ່ຈະເຮັດໃຫ້ລາວ ແລະໄທຍ ສູນເສັຽພື້ນທີ່ ການກະເສຕໄປຫລາຍ. ການຮີບດ່ວນ ໃນການອະນຸມັດໃຫ້ ເຮັດສັນຍາ ຊື້-ຂາຍ ໄຟຟ້າທີ່ວ່ານັ້ນ ສະທ້ອນໃຫ້ເຫັນ ຢ່າງຈະແຈ້ງວ່າ ການສ້າງເຂື່ອນໄຟຟ້າ ເປັນພຽງເພື່ອຊອກຫາ ຜົລປໂຍດຂອງບໍຣິສັດ ທີ່ລົງທຶນສ້າງ ແລະໜ່ວຍງານທີ່ຈະໄດ້ຮັບຜົລປໂຍດ ເທົ່ານັ້ນ.

ດັ່ງທີ່ທ່ານກ່າວວ່າ:

ກະເຫັນຈະແຈ້ງແລ້ວວ່າ ເຣື່ອງພະລັງງານໄຟຟ້າ ຫລືເຣື່ອງການສ້າງເຂື່ອນນີ້ ມັນບໍ່ແມ່ນເຣື່ອງຂອງພະລັງງານໄຟຟ້າແລ້ວ. ເຮົາເຫັນຈະແຈ້ງແລ້ວວ່າ ພະລັງງານບ້ານເຮົາ ມັນເກີນໄປໝື່ນກວ່າ ເມກາວັດ ເພາະສະນັ້ນເຂື່ອນທັງ 3 ແຫ່ງທີ່ຈະເຮັດສັນຍາ ຊື້-ຂາຍ ໄຟຟ້າ. ຂ້ອຍວ່າເປົ້າໝາຍແທ້ຈິງແລ້ວ ມັນບໍ່ແມ່ນເຣື່ອງພະລັງງານແລ້ວ ແທ້ຈິງໆຄືເຣື່ອງເງິນຂອງກຸ່ມທຶນ ຂນາດໃຫຍ່. ເຂື່ອນບໍ່ແມ່ນໂຄງການ ທີ່ບໍຣິສຸດ ຫລືສະອາດ ມັນມີຜົນກະທົບ ຫລາຍຢ່າງ.

ທ່ານກ່າວຕື່ມອີກວ່າ ຂະບວນການປຶກສາຫາລືກັນ ກ່ອນລ່ວງໜ້າ ຫລື PNPCA ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົນ ສໍາລັບເຂື່ອນໃນແມ່ນໍ້າຂອງ ຄວນຈະຕ້ອງເອົາໃຈໃສ່ ແລະສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ. ຖ້າຫາກໂຄງການໃດ ມີຄວາມສ່ຽງ ທີ່ຈະເກີດຜົລກະທົບ ຮ້າຍແຮງກໍຄວນຈະ ໂຈະໂຄງການນັ້ນອອກໄປກ່ອນ, ບໍ່ຄວນຈະປ່ອຍຜ່ານໄປ ໂດຍທີ່ບັນຫາ ແລະຂໍ້ກັງວົນ ຂອງຊາວບ້ານໃນພື້ນທີ່ ຍັງບໍ່ໄດ້ຮັບການແກ້ໄຂ.

ຍານາງ ສິຣິກັນຍາ ຕັນສະກຸລ ປະທານຄະນະກັມມາທິການ ການພັທນາເສຖກິຈ ປະຈໍາສະພາຜູ້ແທນຣາສດອນ ຂອງໄທຍ ກ່າວວ່າ ແມ່ນໍ້າຂອງ ຖືເປັນແມ່ນໍ້າສາຍຫລັກ ທີ່ໄຫລຜ່ານຫລາຍປະເທດ ແລ້ວແຕ່ລະປະເທດ ໄດ້ຖືເອົາແມ່ນໍ້າຂອງ ເປັນຊັພຍາກອນທັມມະຊາຕ ທີ່ມີຄວາມສໍາຄັນຫລາຍ ເພາະເປັນແຫລ່ງ ສະບຽງອາຫານ ແລະໃຊ້ທໍາການກະເສຕ. ແຕ່ການສ້າງເຂື່ອນ ໃນແມ່ນໍ້າຂອງ ຊຶ່ງເປັນເຂື່ອນຂນາດໃຫຍ່ ແລະຜົລກະທົບກໍຂ້ອນຂ້າງຮຸນແຮງ ຄືດັ່ງທີ່ເກີດຂຶ້ນ ຈາກເຂື່ອນໄຊຍະບູຣີ ໃນປັດຈຸບັນນີ້. ເພາະສະນັ້ນແລ້ວ ຣັຖບານໄທຍ ແລະບໍຣິສັດເອກຊົນໄທຍ ຊຶ່ງເປັນຜູ້ຮັບຊື້ໄຟຟ້າ ແລະໄປລົງທຶນໃນໂຄງການ ເຂື່ອນຕ່າງໆໃນລາວ ຄວນຈະຄໍານຶງ ເຖິງຜົລກະທົບ ທີ່ຈະເກີດຂຶ້ນ ແລະເອົາຜົລປໂຍດຂອງປະເທດ ເປັນທີ່ຕັ້ງ. ຖ້າຫາກວ່າ ໂຄງການເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຈະເກີດຂຶ້ນແທ້ ກໍຄວນຈະສຶກສາຜົລກະທົບ ຢ່າງລະອຽດ-ຮອບດ້ານ ແລະຕ້ອງເປີດເຜີຍ ຂໍ້ມູນຕ່າງໆໃຫ້ຊາວບ້ານ ແລະສັງຄົມຮູ້ ເພື່ອຄວາມໂປ່ງສັຍ ແລະກວດສອບໄດ້.

ຍານາງກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:

ການຜລິດໄຟຟ້າ ຈາກນໍ້າ ຫາກເບິ່ງໂດຍທົ່ວໄປແລ້ວ ກໍເປັນຄືພະລັງງານ ສະອາດ ພຽງແຕ່ວ່າ ສິ່ງທີ່ຄາດບໍ່ເຖິງ ຄືຜົລກະທົບ ທາງດ້ານສະພາບແວດລ້ອມ ທີ່ຈະເກີດຂຶ້ນກັບປະເທດລຸ່ມເຂື່ອນ. ມັນຈໍາເປັນທີ່ຈະຕ້ອງມີ ຂະບວນການທີ່ຮັດກຸມ ຫລາຍກວ່ານີ້ ເພື່ອປ້ອງກັນຜົລກະທົບ ຫລືວ່າແກ້ໄຂຜົລກະທົບ ທີ່ຈະເກີດຂຶ້ນໄດ້ນັ້ນ.

ຍານາງ ສະວີ ວົງປະສິດທິພອນ ທີ່ປຶກສາດ້ານຍຸທສາຕນໍ້າ ຂອງສໍານັກງານ ຊັພຍາກອນນໍ້າ ແຫ່ງຊາຕຂອງໄທຍ ກໍກ່າວວ່າ ສິ່ງທີ່ເປັນກັງວົນ ຫລາຍທີ່ສຸດ ຄື ເຂື່ອນໃນແມ່ນໍ້າຂອງ ທຸກແຫ່ງ ແມ່ນມີການສຶກສາຜົລກະທົບ ທາງດ້ານສະພາບແວດລ້ອມ ແລະສັງຄົມ, ຜົລກະທົບຂ້າມຊາຍແດນ ທີ່ບໍ່ລະອຽດ, ບໍ່ຈະແຈ້ງ ຊຶ່ງຫາກໄດ້ຮັບການອະນຸມັດ ໃຫ້ກໍ່ສ້າງຂຶ້ນແທ້ ໂຄງການເຫລົ່ານັ້ນ ກໍຈະສົ່ງຜົລກະ ທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຢ່າງໜັກໜ່ວງ ໂດຍສະເພາະປະເທດລຸ່ມເຂື່ອນ, ແລະເຖິງແມ່ນວ່າ ເຂື່ອນໃນແມ່ນໍ້າຂອງເຫລົ່ານັ້ນ ຈະເປັນຂອງບໍຣິສັດເອກຊົນ ເຂົ້າໄປລົງທຶນ ແຕ່ພື້ນທີ່ການກໍ່ສ້າງ ກໍຢູ່ໃນການຄຸ້ມຄອງຂອງຣັຖບານລາວ ຊຶ່ງຣັຖບານລາວ ກໍຄວນເຂັ້ມງວດ ແລະເຮັດການສຶກສາ ຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ, ຈະແຈ້ງ, ເປັນຮູບປະທັມ ແລະເປັນໜ້າເຊື່ອຖືວ່າ ຜົນກະທົບທີ່ຈະເກີດຂຶ້ນ ຈະບໍ່ຮຸນແຮງ.

ດັ່ງທີ່ຍານາງກ່າວວ່າ:

ຄືທາງລາວ ກໍມີເຫດຜົນ ທີ່ຈະຕ້ອງພັທນາ ແຕ່ວ່າ ຕາມຫລັກການແລ້ວ ການພັທນາເຮົາກໍບໍ່ໄດ້ຂັດ ຂວາງ ຊຶ່ງກັນແລະກັນ. ພຽງແຕ່ວ່າ ຫາກມີຜົລກະທົບ ກໍຢາກໃຫ້ແກ້ໃນລະດັບ ທີ່ຍອມຮັບໄດ້ ໂຄງການມັນກໍຈະດໍາເນີນກັນໄປໄດ້ຢ່າງຍືນຍົງ.

ແຕ່ເຖິງຢ່າງໃດກໍຕາມ ພາກປະຊາສັງຄົມໄທຍ ຍັງເຫັນວ່າ ການຕັດສິນໃຈ ຂອງຣັຖບານໄທຍ ໃນຄັ້ງນີ້ ແມ່ນນໍາມາຊຶ່ງ ຄໍາຖາມ ຈາກຫລາຍພາກສ່ວນ ໃນສັງຄົມ ກ່ຽວກັບເຣື່ອງທັມມາພິບານ ໃນການບໍຣິຫານ ຈັດການ ເຣື່ອງພະລັງງານ ຂອງປະເທດໄທຍ ໂດຍສະເພາະ ທີ່ກ່ຽວຂ້ອງກັບການລົງທຶນ ໃນໂຄງການເຂື່ອນໄຟຟ້າ ໃນປະເທດລາວ ທີ່ມີຜົລກະທົບ ຂ້າມຊາຍແດນ ຊຶ່ງຫລາຍພາກສ່ວນ ທີ່ກ່ຽວຂ້ອງ ຍັງຄ້າງຄາໃຈ ແລະຫາຂໍ້ຍຸຕິບໍ່ໄດ້ ຈົນຮອດຂະນະນີ້.

ປະເທດລາວ ໄດ້ວາງແຜນຍຸທສາຕດ້ານພະລັງງານ ຂອງປະເທດ ໃຫ້ເປັນແບັດເຕີຣີແຫ່ງອາຊ້ຽນ ຊຶ່ງຣັຖບານລາວເຫັນວ່າ ມັນຈະຊ່ອຍສົ່ງເສີມ ເສຖກິຈລາວໃຫ້ດີຂຶ້ນ ແລະຊ່ອຍໃຫ້ລາວຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັທນາໄດ້ ຕາມເປົ້າໝາຍ, ແຕ່ຍຸທສາຕ ດັ່ງກ່າວ ກໍຍັງເປັນທີ່ຖົກຖຽງກັນ ໃນວົງກວ້າງ ເຖິງຜົລກະທົບ ທາງດ້ານສິ່ງແວດລ້ອມ ແລະສັງຄົມນີ້ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.