ຊາວໄທຈະຟ້ອງຜູ້ ກ່ຽວຂ້ອງ ເຂື່ອນ ປາກແບງ

ສິດນີ
2017.06.08
F-Thai ຕົວແທນກຸ່ມຄົນຮັກຊຽງຂອງຊາວໄທ ກ່າວຕໍ່ນັກຂ່າວ ຢູ່ຕໍ່ໜ້າສານປົກຄອງ
RFA/PP

ພາກປະຊາສັງຄົມໄທ ຈະຟ້ອງ ຫນ່ວຍງານທີ່ກ່ຽວຂອງ ຂອງຣັຖບານ ກ່ຽວກັບ ຜົລກະທົບ ທີ່ຈະເກີດຂື້ນ ຈາກໂຄງການ ເຂື່ອນ ປາກແບງ ຫລັງຈາກ ມີການສຳຣວດ ຜົລກະທົບ ຂ້າມແດນພົບວ່າ ເຂື່ອນດັ່ງກ່າວ ຈະສົ່ງຜົລກະທົບ ຕໍ່ປະຊາຊົນ ຕາມລຳ ແມ່ນ້ຳຂອງໃນໄທ. ດັ່ງຕົວ ແທນ ກຸ່ມຄົນຮັກຊຽງຂອງ ກ່າວຕໍ່ເອເຊັຽເສຣີ ໃນຕອນນຶ່ງວ່າ:

"ກໍ່ຟ້ອງໃຫ້ສານອອກຄຳສັ່ງ ໃຫ້ຫນ່ວຍງານຣັດ ປະຕິບັດຕາມກົດຫມາຍ ຣັຖທັມມະນູນໄທ ວ່າການໄປທຳ ກິຈກັມ ໃນນອກປະເທດ ກໍແລ້ວ ແຕ່ ທີ່ສົ່ງຜົລກະທົບ ກໍຕ້ອງທຳການ ຂັ້ນຕອນ ປະຕິບັດຕາມ ຂັ້ນຕອນ ຢ່າງຮອບຄອບ ເພາະວ່າຕົງຈຸດນີ້ ສ້າງ ຄວາມປ່ຽນແປງ ໃຫ້ກັບ ຊາວບ້ານ".

ທ່ານກ່າວຕື່ມວ່າ ຜ່ານມາ ມີໂຄງການຂອງຣັຖ ບາງໂຄງການ ໄດ້ເຈຣະຈາ ຊື້ໄຟຟ້າຈາກເຂື່ອນ ດັ່ງກ່າວ ທັ້ງໆທີ່ໂຄງການ ເຂື່ອນນີ້ຍັງບໍ່ ສຳເຣັດ ການສືກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ຕາມຂໍ້ຕົກລົງ ຂອງ ຄນະກັມມະທິການ ແມ່ນ້ຳຂອງ ສາກົນ. ພາກ ປະຊາສັງຄົມໄທ ຍັງຕ້ອງການຢາກໃຫ້ ຣັຖບານໄທ ເປີດເຜີຍຂໍ້ມູນ ແລະ ຜົລກະທົບ ຂ້າມແດນ ໃຫ້ແກ່ປະຊາຊົນ ທ້ອງຖິ່ນຮູ້ ໃນຖານະປະເທດ ສະມາຊິກ ແມ່ນ້ຳຂອງ ກ່ອນຈະມີການ ສ້າງເຂື່ອນ ປາກແບງ ໃນລາວ.

ໃນອາທິດຜ່ານມາ ເຄືອຂ່າຍແມ່ນ້ຳສາກົນ ຫລື international river ກໍໄດ້ອອກຖແລງການ ສະແດງຄວາມກັງວົນ ກ່ຽວກັບ ຜົລກະທົບ ຈາກ ເຂືື່ອນປາກແບງ ໂດຍສະເພາະ ຜົລກະທົບ ຕໍ່ ປະຊາຊົນ ລາວແລະໄທ.

ພາກສ່ວນຕ່າງໆໃນປະເທດວຽດນາມ ກໍກັງວົນ ໃນໂຄງການ ເຂື່ອນປາກແບງ ເຊັ່ນກັນ ກຸ່ມດັ່ງກ່າວ ຢາກໃຫ້ ທາງການລາວ ທົບທວນ ໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ທັງຫມົດ. ກ່ຽວກັບບັນຫານີ້ ທ່ານ ດາວົງ ພອນແກ້ວ ເອກອະທິບໍດີ ກະຊວງພລັງງານ ແລະບໍ່ແຮ່ ສປປລາວ ເວົ້າວ່າ:

"ຄັນເວົ້າແຕ່ວ່າສຶກສາສຶກສາຫຍັງ ເພາະວ່າຜ່ານມາ ກໍໄດ້ມີການສຶກສາ ຄົບຖ້ວນແລ້ວ ແລະທາງ MRC ເອງກໍໄດ້ສຶກສາ ທາງດ້ານແບບ ຄົບຖ້ວນນັ້ນແລ້ວ ວ່າຜົລກະທົບ ບັນດາເຂືື່ອນນີ້ ນອກຈາກ ເຂື່ອນແລ້ວ ມັນກໍມີຫລາຍຢ່າງ ທີ່ຜົລກະທົບ ຕໍ່ສາຍນ້ຳ ສີມາຖິ້ມໃສ່ແຕ່ ໂຄງການປາກແບງ ສ້າງຜົລກະທົບ ຫມົດ ກໍບໍ່ຍຸຕິທັມ ປານໃດເນາະ".

ທ່ານກ່າວຕື່ມວ່າ ທາງ MRC ກໍໄດ້ຈັດກອງປະຊຸມ ປຶກສາຫາລືລ່ວງຫນ້າ ເພື່ອໃຫ້ພາກສ່ວນຕ່າງໆ ໄດ້ສເນີຄວາມເຫັນ ທີ່ສ້າງສັນ ກ່ຽວກັບ ໂຄງການເຂື່ອນ ປາກແບງ ແລະ ຂະບວນການ ດັ່ງກ່າວ ຈະສິ້ນສຸດລົງ ໃນມື້ວັນທີ 19 ມິຖຸນາ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.