ລາວ-ເກົາຫລີໃຕ້ ຈະລົງທຶນ ຜລິດນໍ້າມັນ ຊີວະພາບ ຢູ່ລາວ
2022.11.02
ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ (Lao State Fuel) ຈະຮ່ວມລົງທຶນ ກັບບໍຣິສັດ ກາຍອາ ເປໂຕຣ (Gaia Petro) ປະເທດເກົາຫລີໃຕ້ ເພື່ອຕັ້ງບໍຣິສັດຮ່ວມທຶນ ເຈເອລຊີ (JLC) ໃນການສ້າງຕັ້ງ ໂຮງງານ
ຜລິດນໍ້າມັນ ເອທານອລ (Ethanol) ຫລື ນໍ້າມັນຊີວະພາບ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍຈະເຣີ່ມດຳເນີນການ ໃນທ້າຍປີ 2022 ນີ້.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 2 ພຶສຈິການີ້ວ່າ:
“ເກົາຫລີຫັ້ນ ມັນແມ່ນການເຊັນສັນຍາ ຮ່ວມການນຳໃຊ້ພະລັງງານ ສະອາດ ຈະຜລິດນໍ້າມັນ ຊີວະພາບ ແຕ່ ເຊັນ MOU ກັນຊື່ໆ ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ບໍຣິສັດ ກາຍອາ ເປໂຕຣ (Gaia Petro) ຂອງປະເທດ ເກົາຫລີໃຕ້ ໄດ້ເຂົ້າມາເຊັນບົດບັນທຶກ ຄວາມເຂົ້າໃຈ ຫລື MOU ກັບຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ເພື່ອສຶກສາ ຄວາມເປັນໄປໄດ້ ໃນການສ້າງຕັ້ງ ໂຮງງານຜລິດນໍ້າມັນ ເອທານອລ ຫລື ນໍ້າມັນຊີວະພາບ ໃນປະເທດລາວ ຕັ້ງແຕ່ວັນທີ 05 ມິຖຸນາ 2022 ຜ່ານມາ.
ຈາກນັ້ນ ໄດ້ເອົານໍ້າມັນໂຕແບບ ແອັດຊັງຊີວະພາບ ໄປຫ້ອງທົດລອງ ຂອງອົງການທີ່ກ່ຽວຂ້ອງ ເພື່ອທົດສອບ ປະກົດວ່າ ຜົລການທົດສອບ ອອກມາເປັນນໍ້າມັນ ຊີວະພາບຊະນິດໃໝ່ ທີ່ບໍ່ເຄີຍໃຊ້ ໃນລາວ ແລະສາມາດນໍາໃຊ້ ກັບເຄື່ອງຈັກ ທຸກຊະນິດ ທີ່ໃຊ້ນໍ້າມັນແອັດຊັງ ນໍາໃຊ້ທົ່ວໄປໄດ້.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ຫລື ADB ປະຈຳລາວກ່າວວ່າ ການຮ່ວມມືກັບປະເທດເກົາຫລີໃຕ້ ເພື່ອສ້າງໂຮງງານຜລິດນໍ້າມັນ ຊີວະພາບ ຖືເປັນເຣື່ອງທີ່ດີຫລາຍ ເນື່ອງຈາກຈະຊ່ອຍຫລຸດຜ່ອນ ຄວາມສ່ຽງເຣື່ອງການຂາດເຂີນ ນໍ້າມັນເຊື້ອເພີງ ໃນລາວໄດ້ເປັນຢ່າງດີ.
ການຜລິດນໍ້າມັນ ຊີວະພາບ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຖືເປັນອີກນຶ່ງທາງເລືອກ ຂອງຣັຖບານລາວ ທີ່ຄວນຈະໄດ້ຮັບການ ສນັບສນູນ ແລ້ວຍັງເປັນການຫລຸດຜ່ອນ ການນຳເຂົ້າ ນໍ້າມັນເຊື້ອເພີງ ຈາກຕ່າງປະເທດ ນໍາດ້ວຍ. ນອກຈາກນີ້ ຫາການຜລິດນໍ້າມັນ ຊີວະພາບ ເກີດເປັນຜົລສຳເຣັດແທ້ ຈະເປັນການເສີມສ້າງ ຄວາມໝັ້ນຄົງ ທາງດ້ານພະລັງງານ ໃຫ້ກັບປະເທດລາວ ໃນອະນາຄົຕ ອີກດ້ວຍ.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເປັນປັດຈັຍຢູ່ບ່ອນວ່າ ລາວກາຢາກຫາທາງອອກ ກາເປັນບາດກ້າວນຶ່ງ ການເພິ່ງພາໂຕເອງ ເຣື່ອງພະລັງງານຫັ້ນນ່າ ມັນຕ້ອງໄດ້ຫັນໄປ ເຣື່ອງຄວາມໝັ້ນຄົງ ທາງດ້ານພະລັງງານ ໝັ້ນຄົງ ທາງດ້ານສະຖຽນລະພາບ ພາຍໃນກັນເອງ.”
ສ່ວນຊາວລາວຜູ້ນຶ່ງ ໃນແຂວງຈຳປາສັກ ກ່າວວ່າ ກໍເຫັນດີນຳໂຄງການ ດັ່ງກ່າວ ເນື່ອງຈາກ ບໍຣິສັດເກົາຫລີໃຕ້ ທີ່ຈະເຂົ້າມາລົງທຶນ ສ້າງຕັ້ງໂຮງງານ ແມ່ນເປັນບໍຣິສັດໃຫຍ່ ແລະມີມາຕຖານສູງ ຫາກບໍຣິສັດດັ່ງກ່າວ ມີຄວາມຕັ້ງໃຈສູງ ແລະເຮັດທຸຣະກິຈ ຢ່າງໂປ່ງໃສ ກໍຈະຊ່ອຍພັທນາ ປະເທດລາວ ໄດ້ເປັນຢ່າງດີ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເກົາຫລີ ເຮັດຫັ້ນມັນໄດ້ຢູ່ດອກ ຄັນລາວເຮັດນີ້ ຫາກິນແຕ່ເງິນ ແຕ່ຄຳ ຄັນວ່າເກົາຫລີ ສັມປະທານເຮັດເອງ ຟື້ຟູຊີວິຕ ການເປັນຢູ່ ປະຊາຊົນ ກາຊິມີ ບັນຫາຫຍັງ ກາດີຫັ້ນແລ້ວ.”
ປະເທດລາວຖື ເປັນອີກນຶ່ງປະເທດ ໃນພາກພື້ນທີ່ຍັງມີຄວາມສ່ຽງ ໃນການຂາດເຂີນນໍ້າມັນ ເຊື້ອເພີງໂດຍໃນໄລຍະ ເດືອນເມສາ ຫາ ເດືອນມິຖຸນາ 2022 ຜ່ານມາ ກໍປະເຊີນກັບສະພາບ ຂາດເຂີນນໍ້າມັນເຊື້ອເພີງ ມາແລ້ວ ເນື່ອງຈາກຣັຖບານລາວ ນໍາເຂົ້ານໍ້າມັນເຊື້ອເພີງ ໄດ້ພຽງ 60,000,000 ລິດຕໍ່ເດືອນ ແຕ່ຕາມການໃຊ້ໂຕຈີງ ຕ້ອງນໍາເຂົ້າປະມານ 120,000,000 ລິດຕໍ່ເດືອນ ຍ້ອນຂາດເຂີນເງິນຕຣາຕ່າງປະເທດ.
ຕໍ່ມາໃນເດືອນກັນຍາ 2022 ຄະນະປະຕິຮູບ ຣັຖວິສາຫະກິຈນໍ້າມັນ ເຊື້ອໄຟລາວ ຕາງໜ້າ ກະຊວງການເງິນ ໄດ້ມີການແຈ້ງການ ເພື່ອຊອກຫາບໍຣິສັດ ທີ່ປຶກສາທັງພາຍໃນ ແລະຕ່າງປະເທດ ເພື່ອເຂົ້າມາປະຕິຮູບ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ພາຍຫລັງທີ່ປະເຊີນກັບ ສະພາບກັບວິກິຕ ນໍ້າມັນເຊື້ອເພີງຂາດແຄນ ແລະການເງິນຮົ່ວໄຫລ ຈົນເຮັດໃຫ້ທຸຣະກິຈ ມີຄວາມອ່ອນແອ ແລະມີຄວາມສ່ຽງຕໍ່ໜ້າ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະຊວງການເງິນ ທ່ານນຶ່ງກ່າວວ່າ ບໍຣິສັດທີ່ປຶກສາ ທີ່ຈະເຂົ້າມາ ປະຕິຮູບຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ຈະຕ້ອງພັທນາການບໍຣິຫານງານ ດ້ານຕ່າງໆ ຄືນໃໝ່ໝົດ ທັງໃນສ່ວນຂອງສຳນັກງານໃຫຍ່ ແລະບໍຣິສັດຫຍ່ອຍຕ່າງໆ ເພື່ອຄວາມກ້າວໜ້າ ຂອງອົງກອນໃນອະນາຄົຕ. ແຕ່ມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຂໍ້ສຣຸບເທື່ອວ່າ ຈະຄັດເລືອກເອົາບໍຣິສັດໃດ ເຂົ້າມາປະຕິຮູບ.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກາຍັງບໍ່ທັນໄດ້ ອັນຄັດເລືອກເທື່ອວ່າ ຈະຄັດເລືອກບໍຣິສັດໃດ ໄດ້ເປັນຜູ້ມີສ່ວນຮ່ວມຫັ້ນນ່າ ຕ້ອງໄດ້ເຮັດວຽກ ກັບບໍຣິສັດແມ່ ເປັນວຽກລວມ ຂອງບໍຣິສັດ.”
ອີງຕາມການຣາຍງານ ຂອງທາງການລາວ ລະບຸວ່າ ການສ້າງໂຮງງານຜລິດນໍ້າ ມັນຊີວະພາບ ຈະເປັນອີກນຶ່ງໂຄງການ ທີ່ມີປະສິດທິຜົລ ແລະເປັນການຈັດຫາ ຜລິດຕະພັນໃໝ່ ທີ່ເປັນມິຕ ຕໍ່ສິ່ງແວດລ້ອມ ແລະມີຕົ້ນທຶນຕໍ່າກ່ວາ ການນໍາເຂົ້ານໍ້າມັນ ຈາກຕ່າງປະເທດ, ເພື່ອເປັນການຫລຸດຜ່ອນ ການນຳໃຊ້ເງິນຕຣາແລະເປັນການສ້າງວຽກເຮັດ ງານທຳ ໃຫ້ແກ່ປະຊາຊົນ ໃນຂແນງການ ກະສິກັມ ອີກດ້ວຍ.
ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ກ່າວວ່າ ໂຮງງານດັ່ງກ່າວ ຈະໃຊ້ທຶນທັງໝົດ 20 ລ້ານໂດລ້າຣ໌ ສະຫະຣັຖ. ໄລຍະໂຄງການ 12 ປີ, ໃນນັ້ນບໍຣິສັດ ກາຍອາ ເປໂຕຣ (Gaia Petro) ຂອງປະເທດເກົາຫລີໃຕ້ ຖືຮຸ້ນ 55%, ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວຖືຮຸ້ນ 22.5% ແລະ ນັກລົງທຶນ ພາຍໃນລາວຖືຮຸ້ນ 22.5%. ຄາດວ່າ ຜົລຜລິດນໍ້າມັນຊີວະພາບ ໃນປີທຳອິດ ຈະຜລິດນໍ້າມັນແອັດຊັງ ຊີວະພາບໄດ້ປະມານ 500,000 ລິດຕໍ່ມື້ ຫລືປະມານ 12,500,000 ລິດຕໍ່ເດືອນ ແລະ ໃນປີທີ 2 ເປັນຕົ້ນໄປ ຈະເພີ່ມຂຶ້ນປີລະ 20% ໂດຍຜົລຜລິດທັງໝົດ ຣັຖວິສາຫະກິຈນໍ້າມັນ ເຊື້ອໄຟລາວ ຈະເປັນຜູ້ຈຳໜ່າຽ.