ຊື້-ຂາຍ ສິນຄ້າ ຢູ່ເມືອງແກ່ນທ້າວ ບາງສ່ວນ ໃຊ້ເງິນບາທໄທຍ
2022.11.04
ປັ້ມນໍ້າມັນເຊື້ອເພີງບາງແຫ່ງ ແລະພໍ່ຄ້າແມ່ຄ້າຫຼາຍຄົນ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ຢາກໄດ້ແຕ່ເງິນບາທ ໃນການຊື້-ຂາຍ ສິນຄ້າ ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ປະກອບການ ປັ້ມນໍ້າມັນເຊື້ອເພີງ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 4 ພຶສຈິກາ ນີ້ວ່າ:
“ກໍຊິມີປັ້ມນ້ອຍ ແຕ່ບາງເທື່ອ ຊິມີເນາະ ເຂົາເຈົ້າເອົາເງິນບາທ ໄປຊື້ແລ້ວເຂົາເຈົ້າແລກເງິນກີບ ບໍ່ໄດ້ນ່າ ກໍອາຈຊິມິເປັນບາງສ່ວນ ກໍມີຢູ່ ໂຕນີ້ມັນກະຊິຂຶ້ນກັບສາງໃຫຍ່ຂະເຈົ້າແດ່ ຖ້າສາງໃຫຍ່ຂະເຈົ້າຮັບເງິນກີບຕລອດ ມັນກະຊິບໍ່ມີປັນຫາ ບາງເທື່ອຂະເຈົ້າຮັບແຕ່ເງິນບາທ ມັນກໍຊິຫຍຸ້ງຍາກໜ້ອຍນຶ່ງ ເພາະວ່າມັນຕິດຊາຍແດນເດ້ ແຕ່ວ່າສ່ວນຫຼາຍ ກໍໃຊ້ເງິນເປັນເງິນບາທແຫຼະ.”
ທ່ານກ່າວຕື່ມວ່າ ໃນສະພາບໂຕຈິງ ປັ້ມນໍ້າມັນເຊື້ອເພີງ ແຕ່ລະແຫ່ງ ຢູ່ເມືອງແກ່ນທ້າວ ຈະຮັບທັງເງິນກີບ ແລະເງິນບາທ ຂຶ້ນຢູ່ກັບວ່າ ລູກຄ້າມີເງິນກີບ ຫຼື ເງິນບາທ ມາເຕີມນໍ້າມັນ ເຊິ່ງປັ້ມນໍ້າມັນຂອງໂຕເອງ ກໍເປັນປັ້ມຂນາດໃຫຍ່ ທີ່ເຮັດແນວນັ້ນຄືກັນ ແຕ່ເມື່ອເວົ້າເຖິງປະຣິມານນໍ້າມັນ ທີ່ຈະໄດ້ຮັບນັ້ນ ຫາກເຕີມນໍ້າມັນດ້ວຍເງິນບາທ ຈະໄດ້ຫຼາຍກວ່າ ເຊັ່ນ 1 ບາທ ປັ້ມນໍ້າມັນບາງແຫ່ງ ຈະຄິດໄລ່ 480 ກີບ ຂະນະທີ່ ອັດຕຣາແລກປ່ຽນ ເຣດຂອງທະນາຄານກາງ ຢູ່ທີ່ 460 ກີບ.
ໃນຂະນະດຽວກັນ ຊາວບ້ານໃນເຂດເທສບານ ເມືອງແກ່ນທ້າວ ຄົນນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັ້ມນໍ້າມັນເຊື້ອເພີງ ຢູ່ເຂດເທສບານ ເມືອງແກ່ນທ້າວ ຮັບທັງເງິນບາທ ແລະເງິນກີບ ສ່ວນປັ້ມນໍ້າມັນເຊື້ອເພີງ ຢູ່ເຂດອື່ນ ກໍບໍ່ແນ່ໃຈຄືກັນ ວ່າຈະຮັບແຕ່ເງິນບາທບໍ່ ເຊິ່ງການຈ່າຍຄ່ານໍ້າມັນເຊື້ອເພີງດ້ວຍເງິນບາທ ກໍບໍ່ໄດ້ສ້າງຄວາມຫຍຸ້ງຍາກ ໃນການດໍາລົງຊີວິດ ຂອງຊາວເມືອງແກ່ນທ້າວປານໃດ ເນື່ອງຈາກຊາວເມືອງແກ່ນທ້າວ ນິຍົມໃຊ້ເງິນຕຣາ 2 ສະກຸນ ຄື ເງິນບາທ ແລະເງິນກີບ ຄຽງຄູ່ກັນໄປຢູ່ແລ້ວ ຍ້ອນເປັນເມືອງ ທີ່ໃກ້ກັບປະເທດໄທຍ ອີກທັງເວລາໄປຊື້ເຄື່ອງຊື້ຂອງຢູ່ຕລາດ ພໍ່ຄ້າແມ່ຄ້າ ກໍຈະຄິດໄລ່ເປັນແຕ່ເງິນບາທ:
“ແຕ່ຢູ່ແຖວແກ່ນທ້າວນີ້ ເຂົາເຈົ້າຮັບ ຮັບໝົດເດ້ ເງິນກີບ ເງິນບາທເຂົາກໍຮັບໝົດ ແຕ່ຄັນໄປເຂດອື່ນ ກໍນັ້ນເນາະ ບໍ່ຮູ້ ບໍ່ຮູ້ຄືກັນ ມັນກໍບໍ່ໄດ້ຫຍຸ້ງຍາກຫຍັງໃດ໋ ເພາະວ່າແກ່ນທ້າວນີ້ ມັນໃຊ້ເງິນສອງໜ້າຢູ່ແລ້ວ ໃຊ້ເງິນກີບເງິນບາທ ຢູ່ໃກ້ໄທຍແດ່ ຈັ່ງຊີ້ບໍ ອັນນີ້ ກໍມີສ່ວນ ກໍເພາະວ່າ ເຟີ້ຫຼາຍ ເພາະວ່າຢູ່ພີ້ ສ່ວນຫຼາຍກໍໃຊ້ເງິນບາທແດ່ ໄປຊື້ຢູ່ຕລາດແມ່ນຫຍັງ ເຂົາກໍໄລ່ ໄລ່ເປັນເງິນບາທໝົດເລີຍ.”
ຊາວບ້ານທີ່ເຮັດອາຊີພ ຂາຍອາຫານຕາມສັ່ງ ຢູ່ບ້ານເມືອງເກົ່າ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັ້ມນໍ້າມັນເຊື້ອເພີງ ທີ່ຢູ່ເຂດບ້ານເມືອງເກົ່າ ເມືອງແກ່ນທ້າວ ກໍຮັບເງິນບາທ ແລະເງິນກີບ ເປັນຕົ້ນ ຖ້າມີເງິນບາທ ໄປຕື່ມນໍ້າມັນເຊື້ອເພີງ ພະນັກງານປັ້ມນໍ້າມັນ ເພິ່ນກໍຈະຄິດໄລ່ລາຄາ ເປັນເງິນກີບ ໂດຍຄິດໄລ່ຕາມອັດຕຣາ ການແລກປ່ຽນເງິນຕຣາ ໃນມື້ນັ້ນໆ ອີກທັງ ລູກຄ້າທີ່ມາສັ່ງອາຫານ ພາຍໃນຮ້ານ ກໍຈະຖາມແຕ່ລາຄາອາຫານ ເປັນເງິນບາທ ເນື່ອງຈາກເມືອງແກ່ນທ້າວ ມີຊາຍແດນຕິດກັບ ປະເທດໄທຍ ເຮັດໃຫ້ປະຊາຊົນພາຍໃນ ເມືອງແກ່ນທ້າວ ຂ້າມໄປປະເທດໄທຍ ເພື່ອໄປຊື້ເຄື່ອງຂອງມາໄວ້ຢູ່ ໄວ້ກິນ ແລະໄວ້ຂາຍ ຈຶ່ງເປັນສາເຫດທີ່ເຮັດໃຫ້ ປະຊາຊົນພາຍໃນເມືອງແກ່ນທ້າວ ນິຍົມໃຊ້ເງິນບາທນໍາດ້ວຍ:
“ຂ້ອຍໄປຕື່ມ ກໍເງິນກີບເງິນບາທ ເພິ່ນເອົາໝົດກໍລະ ຄັນເຮົາມີເງິນບາທ ກໍຕື່ມເປັນເງິນບາທກໍໄດ້ ແລ້ວເຂົາກໍກົດລາຄາ ເປັນເງິນເງິນກີບຫັ້ນແລ້ວ ເຂົາກໍໄລ່ໄປຕາມເຣດ ໄລ່ເອົາສອງພັນກີບໄປເຕີມເອົາ ຄັນເປັນເງິນບາທ ເຮົາໄປເຕີມລະບັດໄດ້ໜ້ອຍ ສ່ວນຫຼາຍ ຄັນວ່າຢູ່ທາງເຂດບ້ານພວກຂ້ອຍ ກະເງິນບາທນີ້ເປັນສ່ວນຫຼາຍ ແຕ່ວ່າ ມັນຕິດຊາຍແດນ ລະມັນລູກຄ້າມາ ກະເວົ້າເປັນເງິນບາທ ເງິນບາທກັນໝົດ ບາງຄົນເຂົາບໍ່ຢາກໄດ້ນ່າ ເງິນກີບນ່າ ເພິ່ນເປີດດ່ານນີ້ ແຫ່ງຫຼັ່ງກັນຂ້າມໄປຟາກນັ້ນ ໄປຊື້ເຄື່ອງຝາກນັ້ນມາຈັ່ງຊີ້ນ່າ ເງິນກີບ ເອົາໄປໃຊ້ພຸ້ນ (ໄທຍ) ບໍ່ໄດ້ເດ້.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາຊາວບ້ານ ໃນເຂດເທສບານເມືອງແກ່ນທ້າວ ຈຶ່ງໄດ້ຮູ້ວ່າ ຢູ່ພາຍໃນເມືອງແກ່ນທ້າວ ມີປັ້ມນໍ້າມັນເຊື້ອເພີງບາງແຫ່ງ ຮັບແຕ່ເງິນບາທແທ້ ໂດຍຈະເປັນປັ້ມນໍ້າມັນ ທີ່ຕ້ອງການເອົາເງິນບາທ ໄປຊື້ນໍ້າມັນເຊື້ອເພີງ ທີ່ນໍາເຂົ້າມາຈາກປະເທດໄທຍ, ຂະນະທີ່ສ່ວນຫຼາຍ ປັ້ມນໍ້າມັນເຊື້ອເພີງ ຈະຂາຍນໍ້າມັນເຊື້ອເພີງ ເປັນເງິນກີບ ແຕ່ຈະມີບາງປັ້ມ ທີ່ຫຼົບຫຼີກສາຍຕາເຈົ້າໜ້າທີ່ ຂາຍນໍ້າມັນເຊື້ອເພີງເປັນເງິນບາທນໍາດ້ວຍ.
ດັ່ງຊາວບ້ານ ໃນເທສບານເມືອງແກ່ນທ້າວ ອີກຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ່ ອັນນັ້ນ ແມ່ນກໍຣະນີ ມັນຢາກຕົວະເຮົາຊື່ໆດອກ ແບບວ່າ ມັນຢາກໄດ້ເງິນຕຣາ ໄປຊື້ນໍ້າມັນຕ່າງປະເທດ ຈັ່ງຊີ້ດອກ ແຕ່ຈິງກໍຂາຍເປັນເງິນກີບຫັ້ນແຫຼະ ແຕ່ວ່າສ່ວນຫຼາຍ ມັນກໍລັກເຈົ້າລັກນາຍ ມັນເອົາເງິນບາທ ເຮົາຢາກໃຫ້ໃຊ້ເງິນກີບໝົດ ເວົ້າລວມກັນທົ່ວເມືອງ ບໍ່ໃຫ້ຈ່າຍເງິນບາທເດ້ ແຕ່ໂຕຈິງ ມັນກໍລັກເອົາເງິນບາທຊື່ໆ ຄືເຈົ້າເຂົ້າໄປຕລາດ ເຂົາກໍເວົ້າເທົ່ານັ້ນບາທ ເທົ່ານີ້ບາທຫັ້ນແຫຼະ ເຂົາບໍ່ເວົ້າກີບດອກ.”
ນອກຈາກນີ້ ໃນມື້ວັນທີ່ 3 ພຶສຈິກາ ທີ່ຜ່ານມາ ເພສເຟສບຸກຄ໌ (ເວົ້າຈາພາສາຂ່າວ Ver.8) ໄດ້ລະບຸຂໍ້ຄວາມ ທີ່ແຊຣ໌ມາຈາກ ຜູ້ໃຊ້ເຟສບຸກຄ໌ ທີ່ຂໍສງວນຊື່ ແລະນາມສະກຸນວ່າ “ຢູ່ເມືອງແກ່ນທ້າວ ເອົາເງິນກີບຊື້ນໍ້າມັນບາງປັ້ມບໍ່ຂາຍໃຫ້ ເພິ່ນຊິເອົາແຕ່ເປັນເງິນບາທ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງແກ່ນທ້າວ ກ່າວວ່າ ຢູ່ພາຍໃນເມືອງ ຍັງບໍ່ມີການຣາຍງານຈາກຂັ້ນບ້ານ ຫຼືປະຊາຊົນ ວ່າ ມີປັ້ມນໍ້າມັນເຊື້ອເພີງບາງແຫ່ງ ຮັບແຕ່ເງິນບາທເທື່ອ ມີແຕ່ຂັ້ນບ້ານຣາຍງານວ່າ ສ່ວນຫຼາຍປັ້ມນໍ້າມັນເຊື້ອເພີງ ພາຍໃນເມືອງ ຮັບເປັນເງິນກີບ ແຕ່ຖ້າບໍ່ມີເງິນກີບ ກໍຮັບເງິນບາທກໍໄດ້ຄືກັນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງແກ່ນທ້າວ ກ່າວໃນມື້ດຽວກັນນີ້ວ່າ:
“ຢູ່ເມືອງແກ່ນທ້າວນີ້ ພວກຂ້ອຍ ກວດລະອຽດເດ້ ກວດເກືອບທຸກມື້ ໄດ້ແຕ່ພົວພັນ ຄັນຢູ່ຂອບເຂດບ້ານ ກໍໃຫ້ບ້ານ ເປັນຜູ້ຕິດຕາມຊ່ວຍຈັ່ງຊີ້ນ່າ ແລ້ວເຂົາເຈົ້າກໍວ່າ ສ່ວນຫຼາຍກໍເວົ້າເປັນເງິນກີບ ຫັ້ນແຫຼະ ເພາະວ່າ ຄັນບໍ່ມີເງິນກີບ ເຂົາກໍເອົາເປັນເງິນບາທ ແລ້ວກໍໄລ່ອັດຕຣາແບບທົ່ວໄປຫັ້ນແຫຼະ ດຽວນີ້ ມາຮອດປັດຈຸບັນ ຢູ່ເມືອງແກ່ນທ້າວ ຂ້ອນຂ້າງຈະສງົບລະ.”
ທ່ານກ່າວຕື່ມວ່າ ຫາກປະຊາຊົນຜູ້ໃດ ພົບເຫັນປັ້ມນໍ້າມັນເຊື້ອເພີງ ໃນເຂດທີ່ໄປໃຊ້ບໍຣິການຮັບແຕ່ເງິນບາທ ສາມາດແຈ້ງເຫດດັ່ງກ່າວ ມາຍັງຫ້ອງການອຸດສາຫະກັມ ແລະການຄ້າເມືອງ ເມືອງແກ່ນທ້າວໄດ້ ແລ້ວປັັ້ມນໍ້າມັນເຊື້ອເພີງທີ່ເຮັດແນວນັ້ນ ຈະຖືກສຶກສາອົບຮົມ ເປັນອັນດັບທໍາອິດ ຫາກມີເທື່ອທີ 2 ກໍຈະຖືກສັ່ງປິດກິຈການຊົ່ວຄາວ ແລະຖ້າເຮັດຜິດຫຼາຍກວ່າ 2 ເທື່ອ ກໍຈະຖືກສັ່ງຢຸດດໍາເນີນກິຈການ ຖາວອນ.