ເຈົ້າໜ້າທີ່ວ່າບໍໄດ້ຍຶດ ດິນໃຜ

ສົມເນ
2015.06.25
F-Xayaburi ທົ່ງນາ ປູກເຂົ້າ ຂອງ ຊາວໄຊຍະບູຣີ
RFA

ເມື່ອ ວັນທີ 19 ມິຖຸນາ ຜ່ານມາ, ນັກຂ່າວ ປະຊາຊົນ ໄດ້ ສົ່ງ ຈົດໝາຍ ຫາ ວິທຍຸ ເອເຊັຽ ເສຣີ, ໂດຍ ແຈ້ງວ່າ ທາງການ ເອົາ ທີ່ດິນ ຂອງ ປະຊາຊົນ ບາງຕອນ ໃນເຂດ ພັທນາ ບ້ານໄຮ່, ໄປ ເປັນຂອງ ຣັດ. ກ່ຽວກັບ ເຣື້ອງ ນີ້ ເອເຊັຽ ເສຣີ ໄດ້ຖາມ ໄປຍັງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງ ໄຊຍະບູຣີ ໃນ ວັນ ພະຫັດ ທີ 25 ມິຖຸນາ ນີ້, ເພິ່ນ ກໍບອກວ່າ, ການ ຈັດຕັ້ງ ປະຕິບັດ ການຂຍາຍ ເມືອງ ໃນເຂດ ບ້ານໄຮ່ ພາກ ນໍ້າຮຸ່ງ ເມືອງ ໄຊຍະບູຣີ ບໍ່ໄດ້ມີ ການເອົາ ທີ່ດິນ ປະຊາຊົນ ໄປ ໃຊ້. ຕາມທີ່ ມີຄົນ ກ່າວອ້າງ:

"ເອີ້ ໂຕນີ້ ມັນເປັນ ໂຄງການ ຂອງ ຂັ້ນເທິງ ນໍ, ແຕ່ວ່າ ການສະເໜີ ນັ້ນມັນ ເປັນກຸ່ມ ຄົນ ຈໍານວນນຶ່ງ, ມັນສ້າງ ຄວາມ ປັ່ນປ່ວນ, ແຕ່ວ່າ ບົນ ພື້ນຖານ ປະຊາຊົນ ສ່ວນຫລາຍ ກ່າ ເອກກະພາບ ກັນ ໝົດແລ້ວ. ການ ຈັດຕັ້ງ ປະຕິບັດ ໂຄງການ ຈັດສັນ ໃນເຂດ ດິນ ດັ່ງກ່າວ ຫັ້ນ".

ເນື້ອໃນ ຂອງ ຈົດໝາຍ ຍັງ ເວົ້າວ່າ ພະນັກງານ ຣັຖບາງ ຜູ້ ສວຍ ໂອກາດ ຕົວະ ຊື້ ທີ່ດິນ ນໍາ ປະຊາຊົນ, ໂດຍ ບອກວ່າ ທີ່ດິນ ຂອງ ເຂົາເຈົ້າ ຈະຖືກ ໂຄງການ ຂອງຣັຖ, ປະຊາຊົນ ບາງຄົນ ກໍຂາຍ ທີ່ດິນ ຖິ້ມ ໄປຊື່ໆ. ເຣື້ອງນີ້ ເຈົ້າໜ້າທີ່ ປກສ ກ່າວ ຢໍ້່າ ວ່າ:

"ກ່າມີ ພວກບໍດີ ຈໍານວນ ນຶ່ງ ເຂົາ ປ່າວຂ່າວ ໂຄສະນາ, ຕໍ່ການ ຈັດຕັ້ງ ຂອງ ພວກເຮົາ ນາ ບໍ່ .. ບໍ່ເປັນ ແນວນັ້ນ ດອກ ຄືໄດ້ ສະເໜີໄປ ນັ້ນ ມັນເປັນ ພວກບໍດີ ຈໍານວນ ນຶ່ງ ເຂົາ ໂຄສະນາ".

ນອກນັ້ນ ຈົດໝາຍ ຍັງກ່າວ ຕໍ່ໄປວ່າ ມີການ ເອົາວັດ ໃຫ້ ເອກະຊົນ ເຊົ່າ ເຮັດ ຮ້ານ ອາຫານ, ແລະວ່າ ຣັຖ ມີແຜນ ການ ເອົາທີ່ດິນ ໂຮງຮຽນ ປະຖົມ ບ້ານປົ່ງ ໃຫ້ ເອກະຊົນ ເຊົ່າ ເພື່ອ ສ້າງ ໂຮງແຮມ, ທັງໝົດ ນີ້ ເຈົ້າໜ້າທີ່ ວ່າ ບໍ່ເປັນ ດັ່ງທີ່ ກ່າວອ້າງ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.