ຊາວບ້ານ ບ້ານຫຼັກ 20 ເມືອງຄຳເກີດ ຖືກຕັດໄຟຟ້າ

ຈຳປາທອງ
2022.11.03
ຊາວບ້ານ ບ້ານຫຼັກ 20 ເມືອງຄຳເກີດ ຖືກຕັດໄຟຟ້າ ຮູບໂຕຢ່າງ: ເຈົ້າໜ້າທີ່ ກຳລັງກວດກາ, ຕິດຕັ້ງ, ສ້ອມແປງ ອຸປະກອນ ໄຟຟ້າ ຕາມເຮືອນປະຊາຊົນ.
ນັກຂ່າວ ພົລເມືອງ

ຣັຖວິສາຫະກິຈໄຟຟ້າລາວ ປະຈໍາເມືອງຄໍາເກີດ ແຂວງບໍຣິຄໍາໄຊ ຕັດໄຟຢູ່ເຮືອນຊາວບ້ານ ບ້ານຫລັກ 20 ເມືອງຄໍາເກີດ ເພາະລືມຈ່າຍເງິນຄ່າໄຟຟ້າ ພຽງ 2 ມື້ ຍ້ອນທາງຣັຖວິສາຫະກິຈ ຖືວ່າຜິດລະບຽບການຊໍາລະ ໃນແຕ່ລະເດືອນ. ຊາວບ້ານເຫັນວ່າ ການກະທໍາທີ່ວ່ານັ້ນ ເປັນການກະທໍາ ເກີນເຫດ ເພາະບາງຄົນກໍອາຈຫລົງລືມໄດ້.

ຊາວບ້ານຫລາຍຄົນເຫັນວ່າ ບໍ່ສົມຄວນຈະເຮັດຄືແນວນັ້ນ ເພາະເປັນການກະທໍາ ທີ່ເກີນເຫດ, ກາຍມື້ຈ່າຍພຽງມື້ນຶ່ງ ສອງມື້ ກໍຕັດໂລດ, ຄວນຈະຜ່ອນຜັນກັນໄດ້, ຄວນແຈ້ງເຕືອນໃຫ້ຮູ້ກ່ອນ.

ດັ່ງຊາວບ້ານ ບ້ານຫລັກ 20, ເມືອງຄໍາເກີດ ຜູ່ນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ພຶສຈິການີ້ວ່າ:

ເພິ່ນກໍານົດວັນທີ 29 ເນາະ ເຮົາກາຍວັນທີ 29 ເພິ່ນກະຕັດເລີຍ ໄຟຟ້າຕັດເລີຍ ໃຫ້ໄປພົວພັນທີ່ຫ້ອງການເອງເລີຍ ຄວາມຄິດເຫັນຂ້ອຍຊິ ກໍບໍ່ຢາກເຫັນດີປານ ໃດຫັ້ນເນາະ ເພາະຫາກກາຍ 2 ມື້ເພິ່ນລະຕັດຫັ້ນນ່າ. ຢາກໃຫ້ເປັນໜັງສືມາເຕືອນຈັກຄັ້ງ 2 ຄັ້ງນີ້ນ່າ.

ທ່ານກ່າວຕື່ມວ່າ ກ່ອນຈະເຖິງກໍານົດ ມື້ຈ່າຍຄ່າໄຟຟ້າ ກໍມີເຈົ້າໜ້າທີ່ ໄຟຟ້າເມືອງ ປະກາດທາງໂທຣະໂຄ່ງໃຫ້ປະຊາຊົນ ຈ່າຍຕາມກໍານົດເວລາ, ແຕ່ເມືອເຖິງມື້ຈ່າຍແລ້ວ ບາງຄົນກໍຫລົງລືມໄປ.

ປະຊາຊົນ ຢູ່ເມືອງຄໍາເກີດ ອີກຜູ້ນຶ່ງກໍເວົ້າວ່າ ເມື່ອເດືອນຕຸລາ ທີ່ຜ່ານມາ ຕົນລືມຈ່າຍຄ່າໄຟຟ້າ ໄປມື້ນຶ່ງ ຍ້ອນມີວຽກຫຍຸ້ງຍາກ ເລີຍຖືກເຈົ້າໜ້າທີ່ ໄຟຟ້າເມືອງ ມາຕັດໄຟທັນທີ ແລະຖືກປັບໃໝ, ແທນທີ່ຈະໄດ້ຈ່າຍປະມານ 50,000 ກີບ ແຕ່ຕ້ອງໄດ້ຈ່າຍເຖິງ 100,000 ປາຍກີບ ຮວມທັງຄ່າຕໍ່ໃຫ້ໃໝ່.

ເທື່ອນຶ່ງ ເດືອນ 10 ກະວຽກຫລາຍແດ່ ກະລືມຈ່າຍມື້ນັ້ນ ກະບໍ່ໄດ້ກາຍດົນ ແຕ່ລະເທື່ອກະໂອນຕົງເນາະ ບາດນີ້ຄ່າໄຟ ກະບໍ່ໄດ້ແພງ ຂນາດນັ້ນເນາະ 55,000-56,000, ແລ້ວບາດນີ້ເຮົາເສັຽ 100,000 ປາຍ ເຂົາເຈົ້າຈຶ່ງລົງມາຕໍ່ໃຫ້ໃໝ່ນ່າ ແລ້ວຫລາຍກວ່າຄ່າໄຟອີກ ຂ້ອຍຄິດວ່າໜ້າຈະມີໜັງສື ແບບວ່າ ມາເຕືອນ ຈັ່ງມາຕັດເລີຍຫັ້ນນ່າ ອັນນີ້ແບບລືມມື້ດຽວເດ໋.

ກ່ຽວກັບບັນຫາທີ່ວ່ານີ້ ຊາວບ້ານຢູ່ເມືອງຄໍາເກີດ ຜູ້ນຶ່ງ ທີ່ບໍ່ເຄີຍຖືກຕັດໄຟຟ້າ ຍ້ອນໄດ້ຈ່າຍຕາມກໍານົດເວລາ ເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 3 ພຶສຈິການີ້ ວ່າ ຖ້າຜູ້ໃດບໍ່ຈ່າຍຄ່າໄຟຟ້າ ຕາມກໍານົດເວລາ ກໍຈະຖືກຕັດທັນທີ.

ອັນນີ້ຈ່າຍທຸກເດືອນ ຖ້າຜູ້ໃດລືມຈ່າຍເພິ່ນຈະຕັດໄຟຟ້າເລີຍ ເພິ່ນຈະບໍ່ໃຫ້ໃຊ້ເລີຍ ປັດຈຸບັນເປັນແນວນີ້ກົດລະບຽບ ເພິ່ນນ່າ.

ເວົ້າເຖິງສາເຫດ ທີ່ຊາວບ້ານຖືກຕັດໄຟຟ້າ ເຈົ້າໜ້າທີ່ໄຟຟ້າລາວ ປະຈໍາເມືອງຄໍາເກີດ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າວ່າ ຍ້ອນຊາວບ້ານ ບໍ່ຈ່າຍຄ່າໄຟຕາມລະບຽບ, ຕາມກໍານົດເວລາ ທີ່ທາງການໄຟຟ້າກໍານົດ ແລະວ່າ ໄດ້ເຮັດໜັງສືແຈ້ງການ ໃຫ້ນາຍບ້ານໄປແລ້ວ ແລະໄດ້ເປີດກອງປະຊຸມໃຫ້ປະຊາຊົນ ເຂົ້າຮ່ວມຟັງເມື່ອ 2-3 ເດືອນທີ່ຜ່ານມາ ແລະໃນແຕ່ລະເດືອນ ກ່ອນຈະຮອດມື້ຈ່າຍຄ່າໄຟ ກໍມີພະນັກງານ ໄຟຟ້າໄປປະກາດເຕືອນຕາມບ້ານ, ແຕ່ກໍອາຈບໍ່ທົ່ວເຖິງ ແລະນາຍບ້ານກໍປະກາດ ທາງໂທຣະໂຄ່ງຊ່ອຍນໍາ.

ເຮົາໂຄສະ ນາຜ່ານໂທລະໂຄ່ງຢູ່ແລ້ວ ຂອງທຸດໆບ້ານ ເພິ່ຮບໍ່ໃຫ້ຊໍາລະຄ່າໄຟ ກາຍເດືອນ. ຖ້າຜຸ້ໃດຊໍາລະຄ່າໄຟກາຍເດືອນ ຈະຖືກງົດໃຊ້ບໍລິການຊົ່ວຄາວ ຫລັງຈາກມາຈ່າຍຄ່າໄຟ ແລະຄ່າລະບຽບການ ເຮົາຈຶ່ງໄປຕໍ່ໃຫ້ຄືນ ອັນນີ້ເຮົາມີແຈ້ງການລະອຽດ ລົງໄປບ້ານ ແລ້ວໃຫ້ບ້ານເປັນຜູ້ແຈ້ງການໃຫ້ ພວກເຮົານັ້ນເປີດກອງປະຊຸມຢູ່ບ້ານ ຜູ້ໃດໄປກອງປະຊຸມຢູ່ບ້ານນັ້ນ ອາຈຮູ້ ທີ່ຈິງຜູ້ໃດມີສະຕິ ຮອດກໍານົດເວລາຕ້ອງຈ່າຍ ມັນກະບໍ່ມີບັນຫາ.”

ເຈົ້າໜ້າທີ່ໄຟຟ້າລາວ ປະຈໍາເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກໍເວົ້າວ່າ ລະບຽບການດັ່ງກ່າວ ແມ່ນໃຊ້ຢູ່ແຕ່ລະເມືອງ ໃນທົ່ວແຂວງບໍຣິຄໍາໄຊ ໃນປີ 2022 ນີ້ ແລະໄດ້ຮຽກຮ້ອງໃຫ້ ປະຊາຊົນຈ່າຍຄ່າໄຟຟ້າ ໃນແຕ່ລະເດືອນ ຕາມກໍານົດເວລາ ຈຶ່ງຈະບໍ່ຖືກຕັດໄຟ, ບໍ່ໄດ້ເສັຍເງິນເພິ່ມ ແລະບໍ່ເສັຍເວລາ.

ແມ່ນແຫລະທົ່ວແຂວງ ບໍ່ທຽບແຂວງອື່ນນໍ ເພາະວ່າບາງເທື່ອ ມັນອາຈບໍ່ປະຕິບັດຄ້າຍກັນ ພຽງແຕ່ບາງຄົນບໍ່ໄດ້ຟັງຂ່າວເບາະ ສະນັ້ນນີ້ຢາກໃຫ້ຈ່າຍໃຫ້ ມັນທັນເດືອນ ແຂວງເຮົາກໍເຮັດ ປີນີ້ແຫລະ ແຕ່ຊາວງໂຄວິດ ເພິ່ນກໍໃຫ້ຜ່ອນຜັນນະຍໂບາຍ. ຫວິດ ໂຄວິດນີ້ ເພິ່ນບໍ່ໃຫ້ນະໂຍບາຍແລ້ວ.

ເມື່ອກ່ອນໜ້ານີ້ ຄືວັນທີ 9 ກັນຍາທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງຫລວງພຣະບາງ ກໍໄດ້ອອກແຈ້ງການ ໃຫ້ປະຊາຊົນ ໃນແຂວງຫລວງພຣະບາງ ເປັນຕົ້ນຜູ້ເປັນລູກຄ້າ ປະເພດທຸຣະກິຈ ຕ້ອງຊໍາລະ ຄ່າກະແສໄຟຟ້າ ໃນມື້ວັນທີ 25 ຂອງແຕ່ລະເດືອນ ບໍ່ໃຫ້ກາຍ. ຖ້າບໍ່ປະຕິບັດຕາມ ກໍຈະຖືກຕັດກະແສໄຟຟ້າ ຊົ່ວຄາວ ໂດຍບໍ່ມີການແຈ້ງເຕືອນ ລ່ວງໜ້າ ແລະຈະກັບມາມີໄຟຟ້າ ໃຊ້ອີກເມື່ອຊໍາລະຄ່າໄຟຟ້ານັ້ນແລ້ວ ແລະວ່າ ຖ້າມີຜົລກະທົບໃດໆ ເກີດຂຶ້ນກັບລູກຄ້າ ໃນໄລຍະທີ່ຖືກຕັດໄຟນັ້ນ ທາງຣັຖວິສາຫະກິຈ ໄຟຟ້າລາວ ສາຂາແຂວງຫລວງພຣະບາງ ຈະບໍ່ຮັບຜິດຊອບ ຜົລເສັຍຫາຍຫຍັງໝົດ.

ແຕ່ປະຊາຊົນ ຢູ່ແຂວງຫລວງພຣະບາງ ຢາກໃຫ້ພາກສ່ວນ ທາງການທີ່ກ່ຽວຂ້ອງ ຊ່ອຍໃຫ້ມີການຫລຸດຜ່ອນ ເງື່ອນໄຂທີ່ວ່ານັ້ນລົງ ຍ້ອນໄລຍະນີ້ເສຖກິຈ ຂ້ອນຂ້າງຝືດເຄືອງ ແລະການຫາຢູ່ຫາກິນຫຍຸ້ງຍາກ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີການປ່ຽນແປງ ຫຍັງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.