ເດັກນ້ອຍ ໃນເຂດພາກເໜືອ ທີ່ຄອບຄົວ ທຸກຍາກ ຂາດເຄື່ອງກັນໜາວ
2022.11.01
ໃນໄລຍະວັນທີ 31 ຕຸລາ-6 ພິສຈິກາ ອາກາດຈະເຢັນລົງ 1 ຫາ 2 ອົງສາ ຢູ່ໃນຫລາຍແຂວງຂອງປະເທດລາວ ແຕ່ແຂວງທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມໃນປີນີ້ ໂດຍສະເພາະຢູ່ເມືອງນາໝໍ້ ເມືອງຫລາ ແຂວງອຸດົມໄຊ ແລະ ເມືອງຂວາ ແຂວງຜົງສາລີ ຈະມີຊາວບ້ານ ແລະ ເດັກນ້ອຍ ປະສົບພັຍໜາວຫລາຍກວ່າ ຍ້ອນເຄື່ອງນຸ່ງຫົ່ມ ແລະ ເຮືອນຊານຂອງພວກເຂົາ ໄຫລໄປນຳນໍ້າ ສະເພາະເມືອງນາໝໍ້ ເເຂວງອຸດົມໄຊ ມີເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີ ໃນ 13 ບ້ານ ຈຳນວນຫລາຍ ຍັງຕ້ອງການເຄື່ອງນຸ່ງຫົ່ມກັນໜາວ ແລະ ຍັງຕ້ອງໃສ່ໂສ້ງເສື້ອ ຂອງພໍ່ແມ່ ກັນໜາວ ສ່ວນພໍ່ແມ່ກໍໃສ່ເສື້ອຜ້າກັນໜາວໂຕເກົ່າ ແລະ ໃສ່ຊໍ້າ ພາຍຫລັງເຮືອນຊານ ແລະ ເຄື່ອງນຸ່ງຫົ່ມ ໄຫລໄປກັບນໍ້າ ເອົາຄືນບໍ່ໄດ້.
ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງນາໝໍ້ ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1 ພືສຈິກາ ນີ້ວ່າ:
“ເຫັນວ່າ ພົບຄວາມຫຍຸ້ງຍາກຢູ່ຈຸດນີ້ ໂດຍສະເພາະ ແມ່ນເດັກນ້ອຍ ລຸ່ມ 5 ປີນີ້ ຍັງອັນຕລາຍທີ່ສຸດ ຢູ່ໃນຫັ້ນ ສ່ວນຫລາຍ ແມ່ນບໍ່ມີເຄື່ອງນຸ່ງເນາະ ບາງເທຶ່ອ ບາງຫລັງຄາເຮືອນນີ້ ໄປເຫັນນີ້ ເຫັນນຸ່ງເສື້ອພໍ່ບໍ່ ເສື້ອແມ່ບໍ່ກໍມີຫັນນ່າ ພໍ່ກໍໄດ້ນຸ່ງແຕ່ຜືນດຽວ ບາງຄອບຄົວນີ້ ເສື້ອສໍ່ານີ້ນີ້ ບໍ່ຊັກຫວ້າ ລາວວ່າ ບໍ່ມີອັນປ່ຽນ ລາວວ່ານ່າ ພົບຄວາມຫຍຸ້ງຍາກຫລາຍ.”
ທ່ານກ່າວຕື່ມວ່າ ອາກາດໜາວເຣີ່ມມາຮອດແລ້ວ ຄົນໃນເມືອງເຣີ່ມຕົ້ມນໍ້າຮ້ອນ ເພື່ອອາບ ແລະ ດື່ມ. ເພີ່ມຄວາມອົບອຸ່ນ ໃຫ້ຮ່າງກາຍແລ້ວ ສ່ວນຊາວບ້ານ ແລະ ເດັກນ້ອຍທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ໃນຄອບຄົວທີ່ທຸກຍາກ ຍັງບໍ່ມີເຮືອນຊານໜ້າແໜ້ນ ກັນໜາວ ມີແຕ່ພຽງອ້າຍນ້ອງທະຫານ ຊ່ວຍປຸກເຮືອນແບບພື້ນຖານ ໂດຍວິທີການມຸງຫຍ້າຄາ ແລະ ແອ້ມຝາໄມ້ເຮັ້ຽ ເທົ່ານັ້ນ ພາຍຫລັງເຮືອນຂອງເຂົາເຈົ້າໄຫລໄປກັບນໍ້າ.
ປັຈຸບັນ ອຳນາດການປົກຄອງເມືອງ ແລະ ແຂວງ ຮັບຮູ້ບັນຫາ ຫລັງຈາກພັຍນໍ້າຖ້ວມ ສິ້ນສຸດລົງ ຊາວບ້ານ ແລະ ເດັກນ້ອຍໃນເຂດ ປະສົບພັຍນໍ້າຖ້ວມ ຈະສືບຕໍ່ປະສົບພັຍໜາວ ແລະ ອາຈຮຸນແຮງ ເຣີ່ມແຕ່ເດືອນ ພຶສຈິກາ ຫາ ເດືອນ ມົກກະຣາແລ້ວ, ແລະ ທີ່ຜ່ານມາ ອຳນາດການປົກຄອງ ແຕ່ລະຂັ້ນ ກໍໄດ້ຫານັກທຸຣະກິຈ ເຂົ້າມາຊ່ວຍເຫລືອ ດ້ານເຂົ້າສານ ອາຫານກິນ ເບື້ອງຕົ້ນ, ສ່ວນເຄື່ອງນຸ່ງຫົ່ມກັນໜາວ ຍັງບໍ່ທັນມີພາກສ່ວນໃດ ເຂົ້າມາຊ່ວຍເຫລືອເທຶ່ອ ແລະ ຫລ້າສຸດ ເຈົ້າໜ້າທີ່ ຜແນກສາທາຣະນະສຸຂຂັ້ນແຂວງ ໃນແຂວງອຸດົມໄຊ ແນະນຳໃຫ້ສຸຂສາລາ ແລະ ໂຮງໝໍເມືອງ ທີ່ຢູ່ໃກ້ບ້ານ ທີ່ຖືກພັຍນໍ້າຖ້ວມ ຕຣຽມ ສະຕ໊ອກ (ກັກຕຸນ) ຢາປິ່ນປົວພຍາດ ປອດອັກເສບ ແລະ ອາການໄຂ້ຫວັດ ໃຫ້ພຽງພໍ ໃນ 30 ວັນຂັ້ນຕົ້ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງນາໝໍ້ ແຂວງອຸດົມໄຊ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ໃນໂຮງໝໍນ້ອຍ ໂຮງໝໍຊຸມຊົນ ຂອງພວກເຮົາ ຍັງຄາດຫວັງວ່າ ຈະຕ້ອງໄດ້ເອົາຢາມາ ສະຕ໊ອກໃນ 30 ວັນນີ້ ເພຶ່ອບໍ່ໃຫ້ຢາປະເພດນີ້ ບໍ່ໃຫ້ຂາດນ່າ ເດືອນ 11 ນີ້ ຂື້ນໄປຄິດວ່າ ຈະແມ່ນອັກເສບປອດ ສະນັ້ນພວກເຮົາ ຈະໄດ້ເຕືອນໃຫ້ບັນດາໂຮງໝໍນ້ອຍ, ໂຮງໝໍຊຸມຊົນ ຈະຕ້ອງໄດ້ກະກຽມ ຢາປະເພດທີ່ປີ່ນປົວອັກເສບປອດນີ້ ແຕ່ວ່າ ເວົ້າເຣຶ່ອງເຄື່ອງນຸ່ງຫົ່ມນີ້ ບໍ່ວ່າພາກສ່ວນໃດ ຍັງບໍ່ເຫັນມາຊ່ວຍເທຶ່ອ.”
ຢູ່ເມືອງຫລາ ເເຂວງອຸດົມໄຊ ບໍ່ວ່າຈະເປັນເດັກນ້ອຍ ຫລື ຜູ້ໃຫຍ່ ທີ່ຖືກຜົລກະທົບຈາກພັຍນໍ້າຖ້ວມ ຈະລຳບາກ ກັບພັຍໜາວຫລາຍກວ່າໝູ່ ຍ້ອນເປັນເຂດບ້ານ ຂອງຊົນເຜົ່າກຶມມຸ ແລະ ຊົນເຜົ່າອາຂ່າ ອາສັຍຢູ່ ແລ້ວເຄື່ອງນຸ່ງຫົ່ມ ທີ່ຈະກັນໜາວໄດ້ ພັດໄຫລໄປກັບສາຍນໍ້າ ສ່ວນວ່າ ມີພາກສ່ວນທີ່ກ່ຽວຂ້ອງ ມາຊ່ວຍເຫລືອ ກໍຊ່ວຍເຫລືອເປັນເງິນສົດ ຫລືເຂົ້າສານ ອາຫານແຫ້ງ ຍັງບໍ່ທັນມີການຊ່ວຍເຫລືອ ເປັນເຄື່ອງກັນໜາວເທຶ່ອ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຫລາ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ເຂດທີ່ວ່າພັຍນໍ້າຖ້ວມຫັ້ນ ລຳບາກຫລາຍເດ້ ເຂດເຂົາຢູ່ ມັນເປັນເຂດຊົນເຜົ່າແດ່ ແລ້ວກໍບ້ານເຮືອນເຂົາເຈົ້າຢູ່ ມັນຢູ່ຕີນດອຍ ເວລາມັນຊຸ ນໍ້າມັນຈະຖັ່ງໃສ່ ເຄື່ອງຂອງໄຫລໄປກັບນໍ້າ ມີສ່ວນໃດ ສ່ວນນຶ່ງ ບໍຣິການບໍ່ທົ່ວ ບໍ່ເຖິງແຫລະ ບາງຢ່າງມັນກໍເປັນເຄື່ອງໃຊ້ສອຍ.”
ຢູ່ບ້ານສິນໄຊ ເມືອງຂວາ ແຂວງຜົງສາລີ ມີຊາວບ້ານປະມານ 30 ຄອບຄົວ ໃນນັ້ນຈະມີປະມານ 3-4 ຄອບຄົວ ທີ່ເຮືອນຊານໄຫລໄປນຳນໍ້າ ກໍບໍ່ມີເຮືອນທີ່ໜາແໜ້ນ ໄວ້ກັນພັຍໜາວ ລວມເຖິງເສື້ອຜ້າ ເຄື່ອງນອນ ເປັນພວກໝອນ, ຜ້າຫົ່ມ ກໍຖືກຂີ້ຕົມຖົມ, ເຮັດໃຫ້ 3-4 ຄອບຄົວນັ້ນ ຈະພະເຊີນກັບພັຍໜາວ.
ດັ່ງ ຊາວບ້ານຢູ່ບ້ານສິນໄຊ ເມືອງຂວາ ແຂວງຜົງສາລີ ກ່າວໃນມື້ດຽວກັນນີ້ວ່າ:
“ດຽວນີ້ກໍໄດ້ນຸ່ງເສື້ອອຸ່ນ ນຸ່ງເສື້ອຊ້ອນ ແລ້ວກໍນຸ່ງເສື້ອອຸ່ນທາງນອກ ແລ້ວເດ້. ໜາວແລ້ວເດ້ ມື້ນີ້ ແຮງໜາວຫລາຍມື້ນີ້ ບໍ່ໄດ້ຫຍັງ ເປັນຜ້າຫົ່ມ ຜ້ານອນເນາະ ມັນກໍເສັຍຫາຍໄປຫລາຍເຕີບ. ນໍ້າມັນມາຖ້ວມ ແລ້ວກໍບໍ່ທັນໄດ້ຈັບ ໄດ້ເອົາມັນກໍເປັນຕົມ ເປັນນັ້ນ ຖ້ວມເຕັງຖົມໝົດ ແລ້ວກໍຢູ່ບ້ານເຮົາ ນີ້ ຍັງຫລາຍຢູ່ ຂາດເຂີນ ອັນນ່າ ເຄື່ອງນຸ່ງຫົ່ມເປັນເສື້ອ ເປັນໝອນ ເປັນຫຍັງ ກໍຖີ້ມໝົດ ໂອ້.”
ອາກາດໜາວ ເຣີ່ມມາຮອດ ບ້ານຕ່າງດູ່ ເມືອງນາໝໍ້ ແຂວງອຸດົມໄຊ. ຕອນເຊົ້າ ແລະ ຕອນຄໍ່າ ຕ້ອງໄດ້ໃສ່ເສື້ອກັນໜາວ 2-3 ໂຕຊ້ອນກັນ ສ່ວນຕອນສວຍ ແລະ ຕອນແລງບໍ່ໜາວປານໃດ. ຂະນະທີ່ ເຄື່ອງນຸ່ງຫົ່ມ ຂອງຊາວບ້ານ ບາງຄອບຄົວ ຖືກຂີ້ຕົມທັບຖົມ ເປີະເປື້ອນ ບໍ່ສາມາດເອົາຊັກ ເພື່ອສວມໃສ່ໄດ້ຄືເກົ່າ ເຮັດໃຫ້ ຍັງພົບເຫັນເດັກນ້ອຍ ນັກຮຽນບໍ່ມີເສື້ອກັນໜາວ ເວລາໄປໂຮງຮຽນ ຕ້ອງໄດ້ຢືນກອດເອິກກັນໜາວແທນ.
ດັ່ງ ຊາວບ້ານຢູ່ບ້ານຕ່າງດູ່ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ນໍ້າຖ້ວມພັດໄຫລໄປ ກໍເວົ້າເຣຶ່ອງເສື້ອບາງຄົນ ບາງຄອບຄົວ ເຂົາເຈົ້າກໍບໍ່ມີຫັ້ນນ່າ ມັນເປິເປື້ອນ ຂີ້ຕົມ ເຂົາເຈົ້າກໍໄຫລໄປນຳນໍ້າແດ່ ແລ້ວທີ່ເຂົາເຈົ້າຍັງຊັກໄດ້ ເຂົາເຈົ້າກໍເກັບມາຊັກນຸ່ງໃສ່ ຫລືວ່າ ຂີ້ຕົມມັນຖົ່ມໄດ້ ກໍບໍ່ເຫັນຮອດເຄື່ອງນຸ່ງຫັ້ນເລີຍນ່າ ນ້ອງນັກຮຽນ ບາງເຊົ້າໄປໂຮງຮຽນ ນຸ່ງແຕ່ເສື້ອຜືນດຽວກໍມີນ່າ ຕ້ອງໄດ້ກອດເອິກ (ໜາວ) ຢູ່ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ບໍ່ວ່າຈະເປັນເຄື່ອງນຸ່ງຫົ່ມມື 1 ຫລື ມື 2 ຊາວບ້ານກໍພ້ອມຈະຮັບ ເພື່ອມາກັນໜາວ ແລະ ຮູ້ສຶກຍິນດີ ທີ່ຫລາຍພາກສ່ວນໃຫ້ການຊ່ວຍເຫລືອ ເພື່ອໃຫ້ຊາວບ້ານ ສາມາດຮັບມືກັບພັຍໜາວໄດ້.
ນອກຈາກນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຊຽງຄໍ້ ແຂວງຫົວພັນ ເຊິ່ງເປັນເມືອງນຶ່ງ ທີ່ມີບ້ານຮັບ ແລະ ບ້ານຫ້ວຍປີກ ຖືກຜົລກະທົບ ຈາກພັຍນໍ້າຖ້ວມ ເມື່ອທ້າຍເດືອນ ສິງຫາ ທີ່ຜ່ານມາ ຈະບໍ່ໄດ້ຮຸນແຮງເທົ່າ ແຂວງອຸດົມໄຊ ຮອດຂັ້ນເຮືອນຊານ ເຄື່ອງນຸ່ງຫົ່ມໄຫລໄປກັບນໍ້າ ມີແຕ່ໄດ້ຮັບຜົລເສັຍຫາຍ ໃນພື້ນທີ່ທາງການກະເສຕເທົ່ານັ້ນ ຈຶ່ງເຮັດໃຫ້ ບ້ານດັ່ງກ່າວ ປະຊາຊົນສາມາດຮັບມືກັບພັຍໜາວ ທີ່ຈະມາຮອດໃນມໍ່ໆນີ້ໄດ້. ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຊຽງຄໍ້ ແຂວງຫົວພັນ
ກ່ອນໜ້ານີ້ ໃນວັນທີ 24 ຕຸລາ ທີ່ຜ່ານມາ ອົງການກາແດງລາວ ກໍໄດ້ມອບເງິນສົດ ຊ່ວຍເຫລືອຜູ້ປະສົບພັຍນໍ້າຖ້ວມ ຢູ່ 3 ແຂວງພາກເໜືອ ຄື ແຂວງອຸດົມໄຊ ແຂວງຜົງສາລີ ແລະ ແຂວງຫົວພັນ ຈຳນວນທັງໝົດ 1,275 ຄອບຄົວ 61 ບ້ານໃນ 9 ເມືອງ ໂດຍຈະຮັບເງິນສົດ ຄອບຄົວລະ 2,500,000 ກີບ ເພື່ອໄປໃຊ້ຈ່າຍໃນສິ່ງທີ່ຈຳເປັນ.
ຫລ້າສຸດນີ້ ອີງຕາມການສລຸບ ສະພາບອາກາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາຕ ໃນວັນທີ 31 ຕຸລາ ໄດ້ລະບຸວ່າ ມວນອາກາດ ຈາກປະເທດຈີນ ຈະແຜ່ລົງມາປົກຄຸມ ຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ ຈະເຮັດໃຫ້ແຂວງຫົວພັນ, ແຂວງຜົງສາລີ, ແຂວງຊຽງຂວາງ ມີອຸນຫະພູມ ຕໍ່າສຸດ 11-15 ອົງສາ ສ່ວນ ແຂວງອຸດົມໄຊ, ແຂວງຫລວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຫລວງພຣະບາງ ແລະ ແຂວງໄຊຍະບຸຣີ ມີອຸນຫະພູມຕໍ່າສຸດ 13-19 ອົງສາ ເຊິ່ງຖືວ່າ ເຂົ້າສູ່ໄລຍະອາກາດໜາວ.