ຊາວສວນມັນຕົ້ນ ປະເຊີນກັບຕົ້ນທຶນ ທີ່ສູງຂຶ້ນ

ສຸພັດຕາ
2022.11.03
ຊາວສວນມັນຕົ້ນ ປະເຊີນກັບຕົ້ນທຶນ ທີ່ສູງຂຶ້ນ ຊາວບ້ານ ທີ່ປູກມັນຕົ້ນ ເພື່ອສົ່ງຂາຍເຂົ້າ ໂຮງງານຜລິດແປ້ງມັນຕົ້ນ ຂອງວຽດນາມ.
ນັກຂ່າວ ພົລເມືອງ

ສູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກັມ ແລະການຄ້າ ລະບຸວ່າ ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້ ສິນຄ້າດ້ານກະເສຕ ຖືເປັນກຸ່ມສິນຄ້າຕິດອັນດັບຕົ້ນໆ ຂອງມູນຄ່າ ການສົ່ງອອກທັງໝົດຂອງປະເທດລາວ ເມື່ອທຽບໃສ່ການສົ່ງອອກສິນຄ້າ ປະເພດໄຟຟ້າ ແລະຄໍາ ໃນນີ້ ແມ່ນມັນຕົ້ນ ເປັນສິນຄ້າທີ່ສ້າງລາຍຮັບສູງທີ່ສຸດ ໃນໝວດສິນຄ້າດ້ານການກະເສຕ.

ຂະນະທີ່ ປີນີ້ ລາຄາມັນຕົ້ນ ຢູ່ບ້ານນາພອກ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ສູງກວ່າປີທີ່ຜ່ານມາ ຄື ປີນີ້ ມັນຕົ້ນດິບ ຂາຍກິໂລລະ 1,300-1,400 ກີບ ຂະນະທີ່ ປີທີ່ຜ່ານມາ ຂາຍກິໂລລະ 650-700 ກີບ, ປີນີ້ ມັນຕົ້ນແຫ້ງ ຂາຍກິໂລລະ 2,900-3000 ກີບ ຂະນະທີ່ ປີທີ່ຜ່ານມາ ຂາຍກິໂລລະ 1,200-1,500 ກີບ.

ເຖິງແມ່ນວ່າ ລາຄາມັນຕົ້ນສູງຂຶ້ນ ແຕ່ຊາວສວນມັນຕົ້ນ ກໍຍັງຄົງຜະເຊີນກັບຕົ້ນທຶນ ການຜລິດທີ່ສູງຂຶ້ນນໍາດ້ວຍ ໂດຍສະເພາະ ຄ່າຜ້າຢາງຕາກມັນຕົ້ນແຫ້ງ ຂນາດ 4x6 ແມັດ ປັດຈຸບັນ ແຜ່ນລະ 90,000 ກີບ ແຕ່ກ່ອນ ແຜ່ນລະ 60,000 ກີບ, ຄ່າເປົ໋າບັນຈຸມັນຕົ້ນ ມັດລະ 100 ໜ່ວຍ. ປີນີ້ ລາຄາ 150,000 ກີບ ແຕ່ກ່ອນລາຄາ 95,000 ກີບ ແລະຄ່ານໍ້າມັນເຊື້ອເພີງ ທີ່ຂາຍເປັນແກ້ວ ເພື່ອນໍາໄປໃສ່ຈັກຝານມັນຕົ້ນ ປັດຈຸບັນ ແກ້ວລະ 22,000 ກີບ ແຕ່ກ່ອນແກ້ວລະ 18,000 ກີບ.

ດັ່ງຊາວສວນມັນຕົ້ນ ຢູ່ບ້ານນາພອກ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ພຶສຈິກາ ນີ້ວ່າ:

“ກະມາເບິ່ງສະພາບປັດຈຸບັນນີ້ ກໍມີແຕ່ການດີດໂຕ ສິນຂອນສິນຄ້າ ມິຫຍັງກໍຄື ຢາກເຫັນດີດຂຶ້ນນ່າ ຕົ້ນທຶນເຮົາກໍ ແມ່ນເຣື່ອງຄ່າໃຊ້ຈ່າຍ ກໍແມ່ນເປົ໋າ, ນໍ້າມັນ, ຜ້າຢາງ ອັນທີ່ສີ່ມາ ກໍລູກຈ້າງແຫຼະ ບາດນີ້ ຈ້າງລູກຫຼານເຮົາ ຈ້າງຄົນງານວ່າຊັ້ນສາ ຈ້າງຄົນໄປຝານ (ມັນຕົ້ນ) ຊ່ອຍຈຸເຮົາໄລ່ເປັນວັນ ກໍ 50,000 ກີບແລ້ວເດ້ ດຽວນີ້.”

ທ່ານກ່າວຕື່ມວ່າ ທົ່ວບ້ານນາພອກ ມີປະຊາຊົນປູກມັນຕົ້ນ ໃນຂອບເຂດດິນບ້ານໂຕເອງ 10 ເຮັກຕ້າຣ໌ ເຊິ່ງຫຼາຍກວ່າ 3 ປີ ທີ່ຜ່ານມາ ທີ່ປູກພຽງປະມານ 3 ເຮັກຕ້າຣ໌, ອີກທັງ ການປູກມັນຕົ້ນ ຂອງຊາວບ້ານຢູ່ບ້ານນາພອກນີ້ ຈະນິຍົມປູກມັນຕົ້ນ ສາຍພັນເຕົ່າງອຍ ຫຼືພາສາທ້ອງຖິ່ນ ເອີ້ນວ່າ ສາຍພັນອີ່ຂຽວປົດໜີ້ ແລະການປູກມັນຕົ້ນ ຂອງພວກເຂົາເຈົ້າ ຈະບໍ່ນິຍົມໃສ່ປຸ໋ຍເຄມີ ເພື່ອເລັ່ງໃຫ້ມັນຕົ້ນ ອອກຜົນຜລິດງາມ ຍ້ອນລາຄາປຸ໋ຍ ເຄມີແພງ ປະຊາຊົນທີ່ປູກມັນຕົ້ນ ຈຶ່ງພາກັນປູກມັນຕົ້ນ ແບບທັມມະຊາຕ ໃຊ້ປຸ໋ຍຊີວະພາບ ສີດໃສ່ໃບມັນຕົ້ນ ເພື່ອເລັ່ງໃຫ້ຫົວມັນຕົ້ນໃຫຍ່, ມີນໍ້າໜັກໆ ແລະຄາດວ່າປີຕໍ່ໄປ ປະຊາຊົນຜູ້ໃດ ທີ່ມີດິນວ່າງເລັກໆນ້ອຍໆ ກໍຈະພາກັນປູກມັນຕົ້ນຕື່ມ ຍ້ອນມີໂຮງງານເກັບຊື້ມັນຕົ້ນ ຂອງວຽດນາມຮັບຊື້ ແລະ ມັນຕົ້ນກໍລາຄາດີ.

ຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ມີປະຊາຊົນປູກມັນຕົ້ນປະມານ 50 ເຮັກຕ້າຣ໌ ແລະປີນີ້ ລາຄາຂາຍມັນຕົ້ນແຫ້ງ ໃຫ້ໂຮງງານຂອງວຽດນາມສູງເຖິງ 3,000 ກີບຕໍ່ກິໂລ ແລະມັນຕົ້ນດິບລາຄາສູງເຖິງ ກິໂລລະ 1,120 ກີບ ແຕ່ວ່າ ຕົ້ນທຶນໃນການຜລິດ ກໍສູງຂຶ້ນເຊັ່ນກັນ ໂດຍສະເພາະ ຕົ້ນທຶນດ້ານການຈ້າງຄົນງານ ແບບບໍ່ລ້ຽງເຂົ້າ ມີແຕ່ໃຫ້ນໍ້າດື່ມຟຣີເທົ່ານັ້ນ ຕົກຢູ່ຜູ້ລະ 60,000-65,000 ກີບ ຕໍ່ມື້ແລ້ວ ແລະຕົ້ນທຶນ ຄ່າໜາມໝາກຈັບລ້ອມຮົ້ວ ກັນສັດໃຫຍ່ບຸກທໍາລາຍມັນຕົ້ນ ກໍແພງຂຶ້ນນໍາດ້ວຍ.

ດັ່ງຊາວສວນມັນຕົ້ນ ຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ກ່າວໃນມື້ດຽວກັນນີ້ວ່າ:

(ຮົ້ວໝາມໝາກຈັບ) ເກດທັມມະດາ ເຂົາກໍໄລ່ເປັນໂລ ໂລນຶ່ງກໍປະມານ 15,000 ກີບ ແຕ່ກ່ອນໂລນຶ່ງປະມານ 10,000 ກີບ, ປັດຈຸບນນີ້ເນາະ ຄ່າແຮງງານປົກກະຕິ ເມື່ອກ່ອນນັ້ນ 35,000 ກີບ ດຽວນີ້ກໍຂຶ້ນ 60,000-65,000 ກີບ, (ລາຍໄດ້) ໄດ້ກໍ ກໍມັນບໍ່ສົມກັບການລົງທຶນ ບໍ່ສົມກັບການທຸ້ມເທ ເຫື່ອແຮງໃສ່ຫັ້ນແຫຼະ ມັນກໍບໍ່ມີທາງຊິເຮັດເດ້ ແຖວເຮົາກໍປະຊາຊົນ ພວກເຮົາກໍເຂດນອກ ໄດ້ກໍໄລເລັກໆໜ້ອຍໆ ກໍຈໍາເປັນຕ້ອງໄດ້ເຮັດ ເພື່ອໃຫ້ຊີວິດການເປັນຢູ່ນີ້ ພໍມີຢູ່ມີກິນ ພໍພຽງແຕ່ ໃຊ້ໃນຊີວິດປະຈໍາວັນເຮົານີ້ແຫຼະ.”

ຢູ່ບ້ານໂນນອຸດົມ ເມືອງບາຈຽງຈະເລີນສຸຂ ແຂວງຈໍາປາສັກ ມີພົລເມືອງທັງໝົດ 151 ຄອບຄົວ ໃນນັ້ນ ປູກມັນຕົ້ນ 150 ຄອບຄົວ ໃນເນື້ອທີ່ທັງໝົດ 350 ເຮັກຕ້າຣ໌ ແລະປີນີ້ ພວກຂະເຈົ້າໄດ້ຂາຍມັນຕົ້ນ ໃຫ້ກັບໂຮງງານເກັບຊື້ມັນຕົ້ນຂອງໄທຍ ໃນລາຄາສູງກວ່າປີທີ່ຜ່ານມາ ຄື ປີນີ້ ມັນຕົ້ນດິບຂາຍໄດ້ ກິໂລລະ 1,380 ກີບ ແຕ່ເມື່ອປີກາຍ ຂາຍໄດ້ກິໂລລະ 500-700 ກີບ ແລະປີນີ້ ມັນຕົ້ນແຫ້ງ ຂາຍໄດ້ກິໂລລະ 3,000 ກີບ ແຕ່ເມື່ອປີກາຍ ຂາຍໄດ້ກິໂລລະ 1,500 ກີບ.

ເຖິງແມ່ນວ່າ ລາຄາມັນຕົ້ນຈະສູງຂຶ້ນ ແຕ່ອັດຕຣາເງິນເຟີ້ໃນປະເທດລາວ ກໍສູງຂຶ້ນນໍາດ້ວຍ ເປັນຕົ້ນ ປັດຈຸບັນ ເອົາເງິນກີບ ໄປແລກເອົາເງິນບາດໄທຍ ເພື່ອຊື້ເຄື່ອງມາໃຊ້ໃນຄົວເຮືອນ ກໍມີອັດຕຣາແລກປ່ຽນໃນທ້ອງຖິ່ນ 500,000 ກີບ ຕໍ່ 1,000 ບາດແລ້ວ ເຮັດໃຫ້ລາຍຈ່າຍດ້ານຄ່າຄອງຊີພ ເພີ່ມຂຶ້ນຕາມ.

ດັ່ງຊາວສວນມັນຕົ້ນ ຢູ່ບ້ານໂນນອຸດົມ ເມືອງບາຈຽງຈະເລີນສຸຂ ແຂວງຈໍາປາສັກ ກ່າວໃນມື້ດຽວກັນນີ້ວ່າ:

“ປີກາຍນີ້ ມັນ ລາຄາບໍ່ດີ ແຕ່ວ່າ ເຄື່ອງຂອງຮ້ານຊື້ ພວກເຮົາໃຊ້ປະຈໍາວັນ ລາຄາມັນຖືກຄືກັນ ແລ້ວບາດນີ້ ລາຄາດີຄືເຄື່ອງຂອງໃນຮ້ານເນາະ ຄືເຮົາຊື້ຈໍາພວກແຟ໊ບອີ່ຫຍັງ ສະບູອີ່ຫຍັງນີ້ນ່າ ເຄື່ອງໃຊ້ປະຈໍາວັນເຮົານີ້ຂຶ້ນ ຈັ່ງຊີ້ ປີກາຍນີ້ ເຮົາເກັບກ່ຽວມັນຕົ້ນໝົດແລ້ວ ລາຄາພຸ່ງຂຶ້ນໝົດ ຄ່າຄອງຊີບເຮົາ ເຮົາກໍຕາຍກັນໝົດທາງນີ້.”

ທ່ານກ່າວຕື່ມວ່າ ການເກັບກູ້ຜົນຜລິດມັນຕົ້ນ ຈະເຣີ່ມແຕ່ເດືອນພຶສຈິກາ ໄປຮອດເດືອນເມສາ ເຊິ່ງລາຄາມັນຕົ້ນ ທີ່ຈະຂາຍອອກໃຫ້ໂຮງງານຈະຫຼຸດ ຫຼືເພີ່ມຂຶ້ນ ກໍຍັງບໍ່ສາມາດຄາດຄະເນໄດ້.

ສ່ວນຢູ່ແຂວງສວັນນະເຂດ ມີດິນທົ່ງພຽງຫຼາຍ ເຮັດໃຫ້ມີນັກລົງທຶນພາຍໃນ ແລະຕ່າງປະເທດຣາຍໃຫຍ່ ຄື ໄທຍ ເຂົ້າມາສ້າງຕັ້ງໂຮງງານ ເກັບຊື້ມັນຕົ້ນພາຍໃນແຂວງສວັນນະເຂດ ເພື່ອສົ່ງມັນຕົ້ນອອກໄປໄທຍ, ອີກທັງປະເທດລາວ ກໍຍົກເວັ້ນອາກອນມູນຄ່າເພີ່ມ ໃຫ້ກັບນັກລົງທຶນດ້ານການກະເສຕ ເປັນຕົ້ນ ປະເພດມັນຕົ້ນ ແຕ່ໃຫ້ເສັຍຄ່າອາກອນກໍາໄລເທົ່ານັ້ນ ຈຶ່ງເຮັດໃຫ້ດຶງດູດນັກລົງທຶນ ມາເຄື່ອນໄຫວເສຖກິຈພາຍໃນລາວໄດ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ໂຕສົ່ງອອກ ເຮົາກໍຖື ສູນ ຢູ່ແລ້ວ ເຮົາສົ່ງໄປຕ່າງປະເທດເນາະ ບາດນີ້ ເຮົາຍົກເວັ້ນທາງກົດໝາຍ ເຮົາກໍຕ້ອງມີເອກກະສານຢັ້ງຢືນ ການຍົກເວັ້ນ ເຮົາຈະບໍ່ໄດ້ເກັບອາກອນມູນຄ່າເພີ່ມ ເວລາເຮົາຊື້ ກໍບໍ່ໄດ້ເກັບ ເວລາຂາຍ ກໍບໍ່ເກັບ ແຕ່ເຮົາມີກໍາໄລ ເຮົາມີລາຍຮັບ ລົບລາຍຈ່າຍເທົ່າໃດ ເຮົາມີກໍາໄລ ເຮົາກໍແຈ້ງຂຽນໃສ່ກໍາໄລຫັ້ນ ໂຕນີ້ກໍເປັນການສົ່ງເສີມ ໃຫ້ຜູ້ເຄື່ອນໄຫວລົງທຶນ ລົງທຶນໃນການປູກມັນ ກໍສາມາດເຄື່ອນໄຫວໄດ້ ເຮົາກໍເລີຍບໍ່ເກັບເຂົາເຈົ້າເນາະ ຕາມກົດໝາຍຍົກເວັ້ນຢູ່ແລ້ວ ຣັຖບານມີການສົ່ງເສີມ.”

ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ມັນຕົ້ນ ແມ່ນເປັນສິນຄ້າທີ່ສ້າງລາຍຮັບ ສູງທີ່ສຸດ ໃນໝວດສິນຄ້າດ້ານການກະເສຕ ເຊິ່ງມີມູນຄ່າ 249 ລ້ານໂດລ້າຣ໌ ສະຫະຣັຖ ຂອງ 6 ເດືອນຕົ້ນປີ 2022 ແລະມີຄວາມເປັນໄປໄດ້ວ່າ ຈະຂຍາຍໂຕສູງຂຶ້ນ ເມື່ອທຽບໃສ່ໃນໄລຍະດຽວກັນ ຂອງ 6 ເດືອນຕົ້ນປີ 2021 ທີ່ມີມູນຄ່າ 196 ລ້ານໂດລ້າສະຫະຣັຖ ສເລັ່ຽເພີ່ມຂຶ້ນ 27% ແລະປະເທດລາວ ສົ່ງອອກຫຼາຍທີ່ສຸດ ແມ່ນປະເທດໄທຍ, ວຽດນາມ ແລະຈີນ, ອີງຕາມການຣາຍງານ ຂອງສູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກັມ ແລະການຄ້າ ເມື່ອບໍ່ດົນມານີ້.

ນອກຈາກມັນຕົ້ນ ທີ່ເປັນສິນຄ້າດ້ານການກະເສຕ ທີ່ສົ່ງອອກຫຼາຍກວ່າໝູ່ ເປັນອັນດັບ 1 ແລ້ວນີ້ ມັນຕົ້ນ ຍັງຖືວ່າ ເປັນອີກນຶ່ງສິນຄ້າທີ່ສໍາຄັນ ທີ່ສ້າງລາຍຮັບຈາກການສົ່ງອອກຂອງປະເທດລາວ ກວມເອົາ 20% ຂອງຈໍານວນສິນຄ້າ ສົ່ງອອກທັງໝົດນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.