ອັດຕຣາເງິນເຟີ້ ໃນເດືອນຕຸລາ ສູງເຖິງ 36.7%
2022.11.04

ອັດຕຣາເງິນກີບເຟີ້ ເພີ່ມຂຶ້ນຢ່າງຕໍ່ເນຶ່ອງ. ໃນເດືອນຕຸລາທີ່ຜ່ານມາເຟີ້ຂຶ້ນເປັນ 36.7% ທຽບໃສ່ເດືອນດຽວກັນຂອງປີກາຍ, ເຮັດໃຫ້ສິນຄ້າທຸກຢ່າງແພງຂຶ້ນ ເປັນຕົ້ນ ລາຄານໍ້າມັນເຊື້ອເພີງ ເພິ່ມຂຶ້ນ 95%, ສເລັ່ຍລາຄານໍ້າມັນ ແອັດຊັງທັມມະດາ 20,289 ກີບຕໍ່ລິດ, ນໍ້າມັນກາຊວນ 19,983 ກີບຕໍ່ລິດ, ຄ່າຄົມມະນາຄົມ ແລະຂົນສົ່ງເພີ່ມຂຶ້ນ 58%, ລາຄາສະບຽງອາຫານ ແລະເຄື່ອງດື່ມ ທີ່ບໍ່ມີທາດເຫລົ້າ ສູງຂຶ້ນ 38.8% ແລະບໍ່ມີທ່າທີວ່າຈະຫລຸດລົງ.
ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຫລວງພຣະບາງ ທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 4 ພຶສຈິການີ້ວ່າ:
“ສ່ວນຫລາຍຕົ້ນຕໍ ກໍແມ່ນກ່ຽວພັນ ເຖິງລາຄານໍ້າມັນຫັ້ນແຫລະ ທາງດ້ານສະບຽງ ອາຫານບໍ່ ຫລືວ່າວັສດຸກໍ່ສ້າງ ເພາະວ່າໂຕນີ້ ຫັ້ນແບບວ່າ ຂອດການຂົນສົ່ງນໍ ໃສ່ຄ່ານໍ້າມັນແມ່ນຫຍັງ ມາໄລ່ລຽງກັນມັນກໍຢາກວ່າໃຫ້ສິນຄ້າສູງ.”
ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກໍເວົ້າວ່າ ບັນຫາລາຄານໍ້າມັນແພງ ຂຶ້ນໃນປັດຈຸບັນນີ້ ທາງຣັຖບານ ກໍມີແນວທາງແກ້ໄຂຢູ່ ຊຶ່ງເບື້ອງຕົ້ນນີ້ເຫັນວ່າ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ຈະຮ່ວມລົງທຶນກັບບໍຣິສັດ ກາຍອາ ເປໂຕຣ (Gaia Petro) ຂອງເກົາຫລີໃຕ້ ສ້າງຕັ້ງໂຮງງານ ຜລິດນໍ້າມັນ ເອທານອລ ຫລືນໍ້າມັນຊີວະພາບ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍຈະເອົາໝາກປາມ ມາສະກັດເປັນນໍ້າມັນເຊື້ອເພີງ ຊຶ່ງທີ່ຜ່ານມາກໍໄດ້ມີກາສົ່ງເສີມ ໃຫ້ປະຊາຊົນປູກປາມຫລາຍຂຶ້ນ, ໃຫ້ປູກຝັງ ແລະລ້ຽງສັດຫລາຍຂຶ້ນ ເພື່ອສາມາດກຸ້ມຕົນເອງ ແລະ ຂາຍຢູ່ພາຍໃນປະເທດໄດ້ ໂດຍທີ່ພາກຣັຖ ກໍມີມາຕການກໍານົດລາຄາສິນຄ້າ ຄວບຄຸມໄປນໍາດ້ວຍ.
ດັ່ງທີ່ທ່ານກ່າວວ່າ:
“ພາກຣັຖເພິ່ນກະບໍ່ນິ້ງເສີຍເດນໍ ເພິ່ນກໍມີວິທີທາງຂອງເພິ່ນຫັ້ນແຫລະ ຄືນໍ້າມັນນີ້ ເພິ່ນກໍມາເຊັນສັນຍາກັບບໍຣິສັດໃຫຍ່ໆ ທີ່ມາຜລິດເດ ມີແຜນແລ້ວເດ ນໍາໃຊ້ແຫລ່ງວັດຖຸດິບຕົ້ນຟາມຫັ້ນເດ. ເພິ່ນກໍສົ່ງເສີມຄົນມາຫລາຍປີແລ້ວເດ ເພິ່ນກໍມິທິດໃຫ້ການສົ່ງເສີມ ຊາວກະສິກອນໃນການປູກ ການລ້ຽງນີ້ແຫລະເປັນຫລັກນ່າ. ກໍມີການຄຸມເດ ຢາກຂຶ້ນລາຄາມື້ໃດ ແລະຂຶ້ນຕາມລໍາພັງໃຈບໍ່ໄດ້.”
ຍ້ອນເງິນເກີບເຟີ້ຂຶ້ນ ຜູ້ປະກອບການທຸຣະກິຈ ໄດ້ປັບລາຄາສິນຄ້າ ຂຶ້ນໄປຕາມ ບໍ່ດັ່ງນັ້ນກໍຈະດໍາເນີນທຸຣະກິຈບໍ່ໄດ້. ປັດຈຸບັນ ລາຄາເຫລັກເສັ້ນ, 1 ຕັນ ລາຄາ 12 ລ້ານປາຍກີບ ຊຶ່ງແຕ່ກ່ອນມີພຽງ 6 ລ້ານກີບ, ຊີເມັນ 1 ຕັນ (ໂຕ່ນ) ລາຄາ ປະມານ 850,000 ກີບ, ແຕ່ກ່ອນ 500,000 ກີບ ແລະອຸປະກອນ ກໍ່ສ້າງອື່ນໆຖືກປັບສູງຂຶ້ນ ເຊັ່ນກັນ.
ດັ່ງເຈົ້າຂອງຮ້ານ ຂາຍອຸປະກອນກໍ່ສ້າງ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ:
“ກະຫລາຍຢູ່ເດ ກະແມ່ນຊີເມັນກັບເຫລັກ ແລ້ວແຕ່ບາງໂຕ ເຫລັກຕັນນຶ່ງກໍ 12 ລ້ານປາຍ, ແລ້ວແຕ່ລຸ້ນ.ມັນ ຕັ້ງແຕ່ 6-7 ລ້ານ, 8 ລ້ານ. ຊີເມັນຕັນນຶ່ງກະ 850,000 ກີບ, ມັນກໍຂຶ້ນມາ ປະມານນັ້ນແຫລະ ຕັ້ງແຕ່ 5-6 ແສນ.”
ຢູ່ນະຄອນຫລວງພຣະບາງ ແມ່ຄ້າຂາຍເຄື່ອງກິນ ຜູ້ນຶ່ງກໍເວົ້າວ່າ ນາງກໍຂຶ້ນລາຄາສິນຄ້າ ເຊັ່ນກັນ ແຕ່ຂຶ້ນບໍ່ຫລາຍ ຢ້ານຂາຍບໍ່ອອກ. ນາງຂາຍອົ່ວສົ້ມ, ອົ່ວຫວານ, ອົ່ວແຜ່ນ ທີ່ເຮັດຈາກຊີ້ນໝູ ຊຶ່ງຊີ້ນໝູໃນຕລາດ ກໍມີລາຄາເຖິງ 80 ພັນກີບຕໍ່ກິໂລແລ້ວ.
“ດຽວນີ້ກະຄືວ່າແຫລະນໍ ເຄື່ອງແມ່ນຫຍັງກະແພງ ເຮົາກໍໄດ້ປັບລາຄາຂຶ້ນໜ້ອຍນຶ່ງ ຄືແຕ່ກ່ອນກະຂາຍຖືກຢູ່. ຂາຍຍ່ອຍ ແພັກນຶ່ງ 60 ພັນກີບ. ກະພໍໄດ້ໜ້ອຍນຶ່ງ ດຽວນີ້ຊີ້ນໝູູໂລນຶ່ງ 75 ພັນ, 80 ພັນແລ້ວ. ບໍ່ໄດ້ກໍາໄລ ກໍຕ້ອງຈໍາເປັນໄດ້ຂຶ້ນ ເພາະເງິນເຟີ້ຊ່ວງນີ້.”
ເງິນກີບເຟີ້ສູງຂຶ້ນນີ້ ເຮັດໃຫ້ລາຄາສິນຄ້າ ອຸປະໂພກ, ບໍຣິໂພກ ທີ່ຈໍາເປັນ ປະຈໍາວັນ ແພງຂຶ້ນທົບເຄິ່ງ ຮວມທັງ ອາຫານທຸກຢ່າງ, ທັງຜັກ, ໝາກໄມ້ ແລະແປ້ງນົວ ກໍແພງຂຶ້ນຕາມໆກັນ.
“ເຂົາລະຂຶ້ນລາຄາສິນຄ້າ ນັ້ນທົບເຄິ່ງເລີຍ. ແປ້ງນົວຫັ້ນເຄີຍຊື້ຖົງ 8 ພັນ, ດຽວນີ້ຂຶ້ນ 15 ພັນ. ໝາກແອັບເປິ້ນຫັ້ນນະ ເຄີຍຊື້ໂລນຶ່ງ 25 ພັນ ດຽວນີ້ ໂລນຶ່ງ 50 ກໍມີ. ຜັກຫັ້ນທຸກຊະນິດຂຶ້ນໝົດເລີຍ. ເຂົາມີດິນສວນ, ດິນເຂົາກະປູກເອງ ກິນເອງ ບໍ່ມີກະຕ້ອງໄດ້ຊື້ແພງກັບເຂົາ ກະຍາກຄືເກົ່າ.”
ຢູ່ແຂວງສວັນນະເຂດ ປະຊາຊົນຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ສິນຄ້າທຸກຢ່າງ ແພງຂຶ້ນໝົດ ບໍ່ວ່າຈະເປັນສິນຄ້າ ອຸປະໂພກ, ບໍຣິໂພກ ປະເພດຕ່າງໆກໍແພງຂຶ້ນທຸກຢ່າງ ຊຶ່ງຕົນເອງກໍບໍ່ຫວັງທີ່ຈະ ໃຫ້ຣັຖບານແກ້ໄຂ, ມີແຕ່ຫາຢູ່, ຫາກິນ ໄປໃນແຕ່ລະມື້ ພໍໃຫ້ມີຊີວິຕ ຢູ່ລອດກໍພໍແລ້ວ.
“ແພງຂຶ້ນແຫລະ ປະຊາຊົນທັມມະດາ ຫາຢູ່ ຫາກິນ ໄປຈັ່ງຊີ້ແຫລະ ບໍ່ຊ່າງຈະເວົ້າວ່າ ຈະໃຫ້ຣັຖບານເຮັດນັ້ນ ເຮັດນີ້ ບໍ່ຊ່າງຈະເວົ້າເລີຍ ເຮົາກະສູ້ໆພໍຊີວິຕ ຄອບຄົວພວກເຮົາ ໃຫ້ມັນລອດແລ້ວ ກະແລ້ວ.”
ເງິນກີບເຟີ້ ຢູ່ໃນຂະນະນີ້ ສົ່ງຜົລກະທົບ ຢ່າງໜັກໜ່ວງ ຕໍ່ການດໍາລົງຊີວິຕ ຂອງປະຊາຊົນລາວ ທົ່ວທັງປະເທດ ຮວມທັງພະນັກງານ-ຣັຖກອນ ແລະຜູ້ເພິ່ງພາເງິນເດືອນ ເປັນຫລັກ ຍ້ອນຄ່າຄອງຊີພຖີບຕົວສູງຂຶ້ນ, ຕ້ອງໄດ້ດິ້ນຮົນ ຊອກວຽກເຮັດ, ຫາອາຊີພເສີມ ແມ່ນແຕ່ໄປເປັນຜູ້ຮັບຈ້າງ ລຽນຄິວໃຫ້ຄົນອື່ນ ຫລືເປັນຜູ້ຊື້ປີ້ຣົຖໄຟ ລາວ-ຈີນ ເອົາໄປຂາຍຕໍ່ ເຖິງມັນຈະບໍ່ຖືກຕ້ອງ ແຕ່ກໍຕ້ອງໄດ້ເຮັດ ເພື່ອເອົາຊີວິຕໃຫ້ຢູ່ລອດ.