ເຣື້ອງທີ່ເກັບບັນທຶກໄວ້
2021-12-07
ເຖິງແມ່ນວ່າ ຣົຖຂົນສົ່ງສິນຄ້າ ຈາກລາວ ສາມາດເຂົ້າໄປຈີນໄດ້ແລ້ວ ແຕ່ກໍພົບກັບບັນຫາ ການຈຳກັດຈຳນວນຣົຖລາວທີ່ເຂົ້າຈີນ ເຮັດໃຫ້ຈຳເປັນ ຕ້ອງຈອດອັ່ງກັນ ຢູ່ດ່ານພາສີ ບໍ່ເຕັນ ແຂວງ ຫຼວງນໍ້າທາ ປະມານ 2,000-3,000 ຄັນ.
2021-12-07
ຜູ້ປະກອບການ ທຸຣະກິຈໃນລາວ ແລະຊາວລາວຈໍານວນນຶ່ງ ເຫັນວ່າ ການເຂົ້າມາລົງທຶນຂອງກຸ່ມຄົນຈີນ ແມ່ນມີຈໍານວນຫຼາຍເກີນໄປ ແລະຍິ່ງທາງຣົຖໄຟລາວ-ຈີນ ເປີດແລ້ວ ຄົນຈີນ ແລະສິນຄ້າຈີນ ຍິ່ງຈະເຂົ້າມາລາວຫຼາຍຂຶ້ນ.
2021-12-06
ຄົນງານສວນໝາກໂມຈີນ ໃນບ້ານໜອງປະຈິດ, ເມືອງບໍ່ແຕນ ແຂວງໄຊຍະບູຣີ ຖິ້ມສິ່ງເສດເຫຼືອ ລົງໃສ່ຫ້ວຍນ້ຳ ທີ່ຊາວບ້ານຊົມໃຊ້ ເຮັດໃຫ້ນ້ຳໃນຫ້ວຍ ປົນເປື້ອນ ແລະ ຕັນ ບໍ່ເປັນຕາໃຊ້ດື່ມ ແລະ ອາບ. ຕໍ່ບັນຫາດັ່ງກ່າວນີ້ ພວກຊາວບ້ານ ກໍຢາກໃຫ້ອຳນາດ ການປົກຄອງບ້ານ ຊ່ອຍແກ້ໄຂບັນຫາໃຫ້ ເພາະຊາວບ້ານ ເດືອດຮ້ອນຫຼາຍ
2021-12-06
ທາງການລາວ ໄດ້ເປີດໃຊ້ ດ່ານສາກົລ ສິ້ນຄ້າ ທ່າບົກ-ທ່ານາແລ້ງ ແລ້ວ, ໂດຍຄາດຫວັງ ໃຫ້ເປັນລະບົບ ທີ່ມີຄວາມ ທັນສມັຍ ແລະ ມີຄວາມສາມາດ ຮອງຮັບ ການຂົນຖ່າຍສິນຄ້າ ເຂົ້າ-ອອກ ຢ່າງມີປະສິດທິພາບ.
2021-12-06
ຍ້ອນຣົຖໄຟ ເປັນເຣື່ອງໃໝ່ ສຳລັບ ປະເທດລາວ ຈຶ່ງເຮັດໃຫ້ຫຼາຍຢ່າງເບິ່ງສັບສົນ ປົນເລ, ທັງການຂາຍປີ້, ການກວດຄົນ ແລະຄວາມປອດພັຍ ຂອງຜູ້ໂດຍສານ ທີ່ອາດມາພ້ອມກັບ ເຊື້ອໂຄວິດ-19 ເຮັດໃຫ້ ການຂີ່ຣົຖໄຟ ກາຍເປັນ ບົດທົດສອບ ຄວາມອົດທົນ ທັງຜູ້ໃຊ້ບໍຣິການ ແລະຜູ້ໃຫ້ບໍຣິການ.
2021-12-06
ທາງການລາວ ເຣີ່ມເຝົ້າລະວັງ ເຊື້ອໂຄວິດ-19 ສາຍພັນ ໂອ່ໄມ່ຄຣ້ອນ ຢ່າງເຂັ້ມງວດ ດ້ວຍການເຜີຍແຜ່ ຂໍ້ມູນໃນເບື້ອງຕົ້ນ ໃນບາງແຂວງ ຂະນະທີ່ຊາວລາວ ຢາກໃຫ້ ມີການເຜີຍແຜ່ ຂໍ້ມູນ ກ່ຽວກັບເຊື້ອໂຄວິດ-19 ສາຍພັນໃໝ່ນີ້ ໃຫ້ສັງຄົມຮັບຮູ້ ຫຼາຍກວ່ານີ້ ເພື່ອຈະໄດ້ ຫາທາງປ້ອງກັນ ໃຫ້ທັນເວລາ.
2021-12-06
ຣັຖບານລາວ ເປີດໃຊ້ ຣົຖໄຟລາວ-ຈີນ ຢ່າງເປັນທາງການ ທ່າມກາງ ຄວາມເປັນຫ່ວງ ກ່ຽວກັບ ໜີ້ສິນ ໂຄງການຣົຖໄຟ ທີ່ຈະຕ້ອງໃຊ້ຄືນ ແລະ ຜົລກະທົບ ຈາກການຣະບາດ ຂອງໂຄວິດ-19.
2021-12-05
ສິງກະໂປຣ໌ ແລະ ມາເລເຊັຍຜ່ອນ ຂໍ້ຈໍາກັດ ລະຫວ່າງກັນ, ອະນຸຍາດໃຫ້ ຄົນສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບກໍານົດ ເຂົ້າປະເທດ ໂດຍບໍ່ຕ້ອງ ຖືກກັກຕົວ ຫຼັງຈາກມີ ມາຕການ ເຂັ້ມງວດ ມາເກືອບ 2 ປີ.
2021-12-05
ການຕັ້ງ ພັກການເມືອງໃໝ່ ແລະ ການຊ່ວຍເຫຼືອ ທາງເສຖກິຈ ຂອງສະຫະຣັຖ ອາເມຣິກາ ແກ່ປະເທດລາວ.
2021-12-05
ເດີນໜ້າເປີດ ທາງຣົຖໄຟ ລາວ-ຈີນ, ເຫດການ ຕຳຣວດ ບັງຄັບໃຫ້ ຊາວບ້ານ 36 ຄອບຄົວ ອອກຈາກ ທີ່ດິນ, ຫຼາຍຝ່າຍ ກັງວົນ ເຣື່ອງຜົລກທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ແລະ ຄວາມບໍ່ປອດພັຍ ຈາກໂຄງການ ເຂື່ອນຊະນະຄາມ.
2021-12-04
ຜູ້ນຳ ສຫະພາບ ຢູໂຣບ ແລະອາຊ້ຽນ ຮຽກຮອ້ງ ກຸ່ມຜເດັດການ ທະຫານພະມ້າ ເຈຣະຈາ ກັບຣັຖບານ ພົລເຮືອນ ເພື່ອປະຊາທິປະຕັຍ ແລະຄວາມ ປອງດອງ ຊາດ ໃນກອງປະຊຸມ ອາຊ້ຽນ-ຢູໂຣບ ທີ່ກັມພູຊາເປັນເຈົ້າພາບ.
2021-12-03
ຄົນງານລາວ ຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຊຶ່ງເຮັດໃຫ້ ຄົນງານລາວ ຫຼາຍຄົນ ຖືກບັງຂັບໄປເຮັດວຽກ ຜິດປະເພດ ຫຼືເຮັດວຽກເກີນເວລາ.
2021-12-03
ການແຜ່ຣະບາດ ຂອງເຊື້ອ ໂຄວິດ-19 ເຮັດໃຫ້ ການເກັບກູ້ລະເບີດ ຕ້ອງຢຸດຊົ່ວຄາວ, ໃນປີ 2021 ນີ້ ມີຈໍານວນຜູ້ເຄາະຮ້າຍ ຈາກເຫດລະເບີດບໍ່ທັນແຕກ ຈໍານວນ 55 ຄົນ ໃນນີ້ມີຜູ້ບາດເຈັບ 44 ຄົນ ແລະເສັຽຊີວິດ 11 ຄົນ.
2021-12-03
ລາວມີຜູ້ເສັຽຊີວິດ ຈາກໂຄວິດ-19 ສູງເຖິງ 120 ຄົນ ສະເພາເດືອນ ພຶສຈິກາ ມາເຖິງ ປັດຈຸບັນ ຖືວ່າ ເປັນຈຳນວນ ເພີ່ມສູງຂຶ້ນຫຼາຍ ຫາກທຽບໃສ່ເດືອນຕຸລາ ແລະເດືອນກັນຍາ ທີ່ຜ່ານມາ.
2021-12-03
ເສັ້ນທາງຣົຖໄຟ ລາວ-ຈີນ ເປີດໃຊ້ ຢ່າງເປັນທາງການ ໃນວັນທີ 3 ທັນວາ ປີ 2021 ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຮ່ວມກັນ ເປັນປະທານ ໃນພິທີເປີດດັ່ງກ່າວ ຜ່ານລະບົບວິດີໂອທາງໄກ.