ຄົນງານລາວ ຖືກຕົວະ ໄປເຮັດວຽກ ຢູ່ເຂດພິເສດ
2021.12.03
ຄົນງານລາວຫຼາຍ 100 ຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ ຍ້ອນຖືກບໍຣິສັດ ຜູ້ຈ້າງງານກັກໂຕເປັນເວລາ 1-3 ເດືອນ ແທນທີ່ຕາມຂໍ້ຕົກລົງ ໃຫ້ກັກໂຕພຽງແຕ່ 14 ວັນເທົ່ານັ້ນ ເຮັດໃຫ້ຄົນງານລາວເຫຼົ່ານັ້ນບໍ່ພໍໃຈ. ຄົນງານຜູ້ນຶ່ງທີ່ຖືກຕົວະໃຫ້ເຂົ້າໄປເຮັດວຽກ ໃນເຂດເສຖຫິກພິເສດສາມຫລ໋ຽມຄຳກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ທັນວານີ້ວ່າ:
“ກັກໂຕເກືອບຊີ່ຮອດແລ້ວເດ ຈົນຮອດປານນີ້ຍັງບໍ່ມີການເວົ້າຊີ່ເຮັດວຽກຫຍັງເລີຍ ໂດຍຂະເຈົ້າອອກໃຫ້ໝົດເລີຍ ຮວມທັງຄ່າກິນຄ່າຢູ່ ຄ່າຣົຖ ຄ່າເດີນທາງຄ່າກັກໂຕ ຄ່າກວດໂຄວິດອີ່ຫຍັງຂະເຈົ້າອອກໃຫ້ໝົດຈະມີການຫັກເງິນເດືອນຕາມຫລັງຂະເຈົ້າເວົ້າແນວນັ້ນແຫລະ ອອກບໍ່ໄດ້ເດີໂຕນີ້ ຂະເຈົ້າໃຫ້ມີສັນຍາ 6 ເດືອນເຖິງ 9 ເດືອນ ຈື່ງຈະສາມາດອອກໄດ້”
ຄົນງານລາວຜູ້ນີ້ກ່າວຕື່ມວ່າ ຕົນໄດ້ຕັດສິນໃຈມາເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ໃນຕຳແໜ່ງ ຕອບຄຳຖາມລູກຄ້າຜ່ານ ອິນເຕີຣ໌ເນັຕ ແຕ່ບໍ່ຮູ້ວ່າ ລັກສນະວຽກເປັນແບບໃດ ຊຶ່ງນາຍໜ້າປະກາດຫາຄົນງານ ກໍບໍ່ເວົ້າລາຍລະອຽດປານໃດ ບອກພຽງແຕ່ວ່າ ເປັນວຽກງ່າຍ ເງິນເດືອນສູງ ເຣີ່ມຕົ້ນ ປະມານ 5,000 ຢວນຂຶ້ນໄປ ຫຼືປະມານ 8.5 ລ້ານກີບ ຕໍ່ເດືອນ.
ເຖິງແມ່ນວ່າ ການຣະບາດຂອງໂຄວິດ-19 ຍັງຮຸ່ນແຮງໃນໄລຍະ 2-3 ເດືອນມານີ້ ກໍຕາມ ແຕ່ຍັງມີຄົນງານລາວ ເຂົ້າໄປເຮັດວຽກໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເປັນຈຳນວຫຼາຍພັນຄົນ ແລະຄົນງານຜູ້ນຶ່ງ ຈະຕ້ອງຈ່າຍເງິິນຄ່າດຳເນີນການ ເປັນຕົ້ນຄ່າເອການ, ຄ່າເດີນທາງ ແລະຄ່າຢູ່ຄ່າກິນປະມານ 7-15 ລ້ານກີບຕໍ່ຄົນ ຊຶ່ງສ່ວນໃຫຍ່ບໍຣິສັດ ຜູ້ຈ້າງງານຈະຈ່າຍໃຫ້ ແລ້ວຫັກເອົາເງິນເດືອນຫຼັງຈາກເຮັດວຽກ. ຄົນງານຜູ້ເຮັດວຽກ ຢູ່ເຂດເສຖກິຈພິເສດອີກຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແຮງງານລາວໄຫລເຂົ້າກາຊີ່ໂນບໍ່ຕ່ຳກວ່າ 3-4 ພັນຄົນນ່າ 7 ລ້ານກີບມຮອດນີ້ ບໍຣິສັດເຂົາລ້ຽງເຂົ້າ ລ້ຽງນ້ຳ ແລ້ວກະກວດໂຄວິດ ຜ່ານແລ້ວກະເອົາເຂົ້າເຮັດວຽກ ບໍ່ໄດ້ຕາມມາຕຖານເຂົາໃຫ້ເງິນ ຈຳນວນນຶ່ງແລ້ວກະສົ່ງກັບ”
ຄົນງານລາວທີ່ຈະເຂົ້າໄປເຮັດວຽກ ໃນເຂດເສຖຫິກພິເສດສາມຫຼ່ຽມຄຳ ຈະໄດ້ຮັລຄຳສັ່ງຣາຍລະອຽດວ່າຈະເຮັດວຽກນຳບໍຣິສັດໃດ ແລະວຽກງານນັ້ນໆ ມີລັກສນະແບບໃດ ມີຄວາມເຊື່ອຖືໜ້ອຍຫຼາຍປານໃດ ແລະເງື່ອນໄຂຂໍ້ຕົກລົງຕ່າງໆ ໃນການເດີນທາງ ການກັກໂຕ ກະລະອຽດຈະແຈ້ງ ຖ້າບໍ່ເຊັ່ນກໍມີໂອກາດສູງ ທີ່ຈະຖືກຕົ້ມເຂົ້າໄປເຮັດວຽກແບບບໍ່ສມັກໃຈ ຫຼືເປັນການບັງຄັບໃຊ້ແຮງງານ ເພື່ອເຮັດວຽກເກີນເວລາ 9-10 ຊົ່ວໂມງຕໍ່ມື້.
“ມັນກະແລ້ວແຕ່ບ່ອນ ບາງບ່ອນກະປະມານ 7 ມື້ 14 ມື້ ບາງບ່ອນກະເປັນເດືອນ ເຂົາກັກເອົາເງິນເຈົ້າແລ້ວ ເຈົ້າບໍ່ຮູ້ສຸມສີ່ສຸມແປດເຂົ້າໄປ ເຂົາກະໄປກັກເອົາເງິິນເຈົ້າຫັ້ນແຫລະ ເຂົາໄປກັກເອົາເງິນເຈົ້າ ເຈົ້າມາເຮັດວຽກ ວຽກກະເຮັດໃຫ້ເຂົາຟຣີໆກ່ອນເຂົາບັງຄັບເຈົ້າ”
ໃນໄລຍະນີ້ ມີຫຼາຍບໍຣິສັດ ເປີດຮັບສມັກເອົາຄົນງານ ຊຶ່ງບໍຣິສັດສ່ວນໃຫຍ່ ຈະອອກຄ່າໃຊ້ຈ່າຍໃຫ້ກັບຄົນງານລາວ ທຸກຢ່າງ ແລະຈຳເປັນຕ້ອງກັກໂຕຢ່າງນ້ອຍ 14 ມື້ ຫຼາຍກວ່ານັ້ນ ແລ້ວແຕ່ບໍຣິສັດ ເມື່ອຄົນງານກັກໂຕຄົບກຳນົດ ກໍຈະເຣີ່ມເຮັດວຽກໄດ້ ຕາມປົກກະຕິ ແຕ່ຈະຕ້ອງເຮັດຈົນຄົບສັນຍາຈ້າງ ຢ່າງນ້ອຍ 6 ເດືອນຂຶ້ນໄປແລ້ວແຕ່ບໍຣິສັດ. ດັ່ງນາຍໜ້າຄົນງານລາວ ທ່ານນຶ່ງກ່າວວ່າ:
“ອ່າ ຝັ່ງພີ້ຂະເຈົ້າແລ່ນໃຫ້ໝົດເຈົ້າ ອອກຄ່າເດີນທາງໃຫ້ໝົດ ທຸກຢ່າງ ຕ້ອງໄດ້ກັກໂຕເຈົ້າ 14 ມື້ ບ່ອນຢູ່ບ່ອນກິນໃຫ້ ແບບໃດຂອງເຂົາໝົດ ເຂົາອອກໃຫ້ກ່ອນເຈົ້າ.”
ທ່ານກ່າວຕື່ມວ່າ ຖ້າຫາກຄົນງານໄທຍ ແລະຄົນງານພະມ້າຢາກເຂົ້າມາເຮັດວຽກ ໃນເຂດເສຖກິຈພິເສດ ໃນໄລຍະມີການປິດປະເທດນັ້ນ ທາງບໍຣິສັດຈີນ ກໍຊອກຊ່ອງທາງໃຫ້ພວກຂະເຈົາເຂົ້າມາໄດ້ ໂດຍບໍ່ຜ່ານເຈົ້າໜ້າທີ່ດ່ານຫຼືເປັນການເຂົ້າມາແບບຜິດກົດ ໝາຍຊຶ່ງບໍຣິສັດກໍອອກຄ່າໃຊ້ຈ່າຍ ໝົດທຸກຢ່າງໃຫ້ເຫມືອນກັນ.
ໄລະຍະຜ່ານມາ ກໍມີຄົນງານລາວຫຼາຍຄົນ ລັກກັບບ້ານຍ້ອນວ່າ ບໍ່ມີວຽກເຮັດ ຫຼືມີກໍເປັນວຽກທີ່ຕົນບໍ່ຕ້ອງການ ຖ້າເປັນຜູ້ຍິງກໍຖືກບັງຄັບ ໃຫ້ຂາຍບໍຣິການ. ພາກສ່ວນກ່ຽວຂອ້ງກໍໄດ້ແນະນຳ ໃຫ້ຄົນງານ ຖ້າພົບເຫັນບັນຫາດັ່ງກ່າວໃຫ້ລາຍງານ ໃຫ້ເຈົ້າໜ້າທີ່ຮູ້ ເພື່ອຈະໄດ້ກວດກາ ແລະຕິດຕາມ. ດັ່ງເຈົ້າໜ້າທີ່ແຮງງານ ແລະສວັສດີການສັງຄົມ ແຂວງບໍ່ແກ້ວກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
“ໂຕນີ້ຂ້ອຍກະບໍ່ຮູ້ເນາະ ຂະເຈົ້າບໍ່ໄດ້ສເນີມາເນາະ ແຕ່ວ່າ ທາງຜແນກແຮງງານນີ້ ທາງເຮົາກະບໍ່ຮູ້ຄືກັນເນາະ ເຂົ້າໄປກວດ ກະຕ້ອງໄດ້ຜ່ານຄະນະສເພາະກິິດຫັ້ນນ່າ ຄັນໄປກະຕ້ອງໄດ້ຜ່ານເພີ່ນຫັ້ນນ່າ ຄັນມີແຮງງານທີ່ເກີດຂໍ້ຂັດແຍ່ງນີ້ ຂະເຈົ້າສເນີມາເຮົາກະຕ້ອງໄດ້ໄປ”
ປັດຈຸບັນ ສພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄຳ ໄດ້ອະນຸຍາດໃຫ້ບໍຣິສັດຕ່າງໆ ສາມາດນຳເຂົ້າຄົນງານມາເຮັດວຽກໄດ້ ແຕ່ຕ້ອງໄດ້ຮັບການສັກວັກຊີນ ຄົບ 2 ເຂັມ ເມື່ອເຂົ້າມາແລ້ວ ຕ້ອງໄດ້ກັກໂຕ 14 ວັນກ່ອນຈະເລີ່ມເຮັດວຽກໄດ້ ໂດຍສພາເຂດເສຖກິຈພິເສດ ຢັ້ງຢືນວ່າການນຳເຂົ້າຄົນງານ ຈາກທັງພາຍໃນ ແລະຕ່າງປະເທດນັ້ນ ທາງເຂດເສຖກິຈພິເສດ ຈະເຂັ້ມງວດ ຄວບຄຸມ ແລະປ້ອງກັນ ການຣະບາດຂອງ ໂຄວິດ-19 ເປັນຢ່າງດີ.