ເສັຽຊີວີດ ຈາກໂຄວິດ-19 ເພີ່ມສູງຂຶ້ນຫຼາຍ

ສຸພັດຕາ
2021.12.03
ເສັຽຊີວີດ ຈາກໂຄວິດ-19 ເພີ່ມສູງຂຶ້ນຫຼາຍ ບັນຍາກາດ ຂອງການຊື້ຂາຍຫງາຍມື ທີ່ຕລາດ ລາວ-ອົດຊີ້ ຖ່າມກາງມາຕການ ປ້ອງກັນໂຄວິດ-19 ຢ່າງເຕັມທີ່ (TS), ວັນທີ 15 ພຶສຈິກາ 2021.
RFA

ຕັ້ງແຕ່ເດືອນພຶສຈິກາ 2021 ມາຮອດປັດຈຸບັນນີ້ ມີຜູ້ເສັຽຊີວິດຈາກການຕິດເຊື້ອໂຄວິດ-19 ສູງເຖິງ 120 ຄົນ ຖືວ່າໂຕເລຂເພີ່ມສູງຂຶ້ນຫຼາຍເທົ່າ ຫາກທຽບໃສ່ເດືອນຕຸລາທີ່ຜ່ານມາ ມີຜູ້ເສັຽຊີວິດທັງໝົດ 45 ຄົນ ແລະເດືອນກັນຍາ ມີຜູ້ເສັຽຊີວິດທັງໝົດ 4 ຄົນ ເຊິ່ງໃນແຕ່ລະມື້ຍັງພົບວ່າ ມີຜູ້ເສັຽຊີວິດທຸກມື້ ສູງສຸດມື້ລະ 8 ຄົນ ສາເຫດສ່ວນໃຫຍ່ ທີ່ເຮັດໃຫ້ມີຜູ້ເສັຽຊີວິດເພີ່ມຂຶ້ນນີ້ ຍ້ອນວ່າຜູ້ຕິດເຊື້ອໂຄວິດ-19 ສ່ວນໃຫຍ່ແມ່ນມີໂຣຄປະຈໍາໂຕກັນຫຼາຍ ແລະຮວມທັງບໍ່ໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ນໍາດ້ວຍ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 3 ທັນວາ ນີ້ວ່າ:

“ຕາມເຫັນສ່ວນໃຫຍ່ກະມີແຕ່ແນວນັ້ນ ສ່ວນໃຫຍ່ແມ່ນບໍ່ໄດ້ສັກ ກັບຜູ້ສູງອາຍຸ ບາງບ້ານຜູ້ເຖົ້າ ເພິ່ນບໍ່ກ້າສັກກັນ ມັນກະທັມມະດາ ປົກກະຕິແຫຼະຜູ້ເຖົ້າ ສ່ວນໃຫຍ່ເພິ່ນກະມີແຕ່ວ່າເຖົ້າແລ້ວ ຈະໄປສັກເຮັດຫຍັງ ຢູ່ນໍາລູກນໍາຫຼານ ໄດ້ຈັກປີຫັ້ນນ່າ.”

ສໍາລັບໃນວັນທີ່ 3 ທັນວາ 2021 ມີຜູ້ເສັຽຊີວິດຈາກການຕິດເຊື້ອໂຄວິດ-19 ເພີ່ມອີກ 5 ຄົນ ສ່ວນໃຫຍ່ແລ້ວຜູ້ທີ່ເສັຽຊີວິດນີ້ ກໍແມ່ນມີໂຣຄປະຈໍາໂຕ ແລະກໍບໍ່ໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19, ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວມຄຸມພຍາດຕິດຕໍ່ ກະຊວງສາທາຣະສຸຂ ກ່າວຕໍ່ສື່ມ່ວນຊົນ ໃນວັນທີ່ 3 ທັນວານີ້ວ່າ:

“ກໍຣະນີທີ່ນຶ່ງ ເພດຊາຍ ອາຍຸ 57 ປີ ກະແມ່ນເປັນເບົາຫວານ ຄວາມດັນເລືອດ ວັນນະໂຣຄ ບໍ່ໄດ້ຮັບການສັກວັກຊິນ, ກໍຣະນີທີ່ສອງ ເພດຊາຍອາຍຸ 88 ປີ ກະມີປະດົງ ແລະກະຄວາມດັນເລືອດສູງ ບໍ່ໄດ້ຮັບການສັກວັກຊິນ, ກໍຣະນີທີ່ສາມ ເພດຊາຍອາຍຸ 48 ປີ ກະແມ່ນໄຂຫຼັງຊຸດໂຊມ ຜ່າຕັດລໍາໄສ້ ແລະຕັບແຂງ ບໍ່ໄດ້ຮັບການສັກວັກຊິນ.”

ຫຼ້າສຸດນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍພຍາຍາມເລັ່ງສັກວັກຊິນປ້ອງກັນເຊື້ອໂຄວິດ-19 ໃຫ້ແກ່ປະຊາຊົນ ເພື່ອໃຫ້ທຸກຄົນໄດ້ມີພູມຕ້ານທານຕໍ່ເຊື້ອດັ່ງກ່າວ ຖ້າຫາກຕິດເຊື້ອໂຄວິດ-19 ອາການກໍຈະບໍ່ຮ້າຍແຮງ ໂດຍເຈົ້າໜ້າທີ່ໄດ້ລົງພື້ນໄປແຕ່ລະບ້ານ ເພື່ອສັກວັກຊິນໃຫ້ແກ່ຜູ້ສູງອາຍຸ, ຄົນພິການ ແລະຄົນອື່ນໆ ທີ່ມີຄວາມຫຍຸ້ງຍາກ ໃນການເຂົ້າໄປຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຢູ່ທີ່ສູນບໍຣິການ.

ກ່ຽວກັບການເສັຽຊີວິດຂອງຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມສູງຂຶ້ນນີ້ ຊາວບ້ານຫຼາຍຄົນກໍຢ້ານລະກັງວົນຢູ່ ແລະເຫັນວ່າ ຜູ້ສູງອາຍຸ ແລະຜູ້ທີ່ມີໂຣຄປະຈໍາໂຕນັ້ນ ມັກຈະມີຄວາມສ່ຽງຕິດເຊື້ຶອໂຄວິດ-19 ໄດ້ງ່າຍ ແລະຄົນທີ່ບໍ່ຢາກໄປສັກວັກຊິນປ້ອງກັນເຊື້ຶອໂຄວິດ-19 ກໍສ່ຽງທີ່ຈະຕິດເຊື້ອນີ້ໄດ້ງ່າຍເຊັ່ນດຽວກັນ, ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

“ບໍ່ແມ່ນທັມມະດາແຫຼະນີ້ ກໍຢ້ານແຫຼະເວີ່ຍ ໂຣຄປະຈໍາໂຕນີ້ ມາເຂົ້າກັບໂຣຄນີ້ ມັນຈັ່ງເສັຍ ພວກໂຣຄປະຈໍາໂຕນີ້ ມີຄວາມສ່ຽງຫຼາຍ ໂຕນີ້ນິ່ນ່າ ສ່ວນຫຼາຍກະຄົນ ຜູ້ເປັນໂຣຄຫັ້ນແລ້ວ ບໍໍ່ສັກເອງຫັ້ນນ່າ.”

ຊາວບ້ານອີກທ່ານນຶ່ງ ກໍກ່າວວ່າ ທັງຢ້ານແລະບໍ່ຢ້ານແດ່ ແຕ່ກໍບໍ່ໄດ້ປະໝາດ ເພາະຫຼາຍຄົນ ກໍຮູ້ຈັກວິທີປ້ອງກັນໂຕເອງ ແລະພາຄອບຄົວໄປຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຊິ່ງຄອບຄົວຂອງຕົນເອງກໍເຊັ່ນກັນ ແມ່ນໄດ້ສັກວັກຊິນໝົດທຸກຄົນແລ້ວ:

“ເຮົາມັນມີໝູ່ຄູ່ ມັນມີພີ່ນ້ອງຫັ້ນນ່າ ເຮົາຈະສົ່ງເສີມ ໃຫ້ເຂົາໄປສັກດຽວນີ້ນ່າ ພີ່ນ້ອງເຮົານ່າ ບໍ່ມີຈັກຄົນເລີຍ ທີ່ວ່າບໍ່ໄດ້ສັກ ມັນມີພູມຕ້ານທານໄດ້ເດ້.”

ການຣະບາດຂອງເຊື້ອໂຄວິດ-19 ສາຍພັນເດລຕານີ້ ທາງການລາວ ຍັງບໍ່ສາມາດຄວບຄຸມໄດ້ດີເທົ່າທີ່ຄວນ ເຖິງແມ່ນວ່າຈະມີມາຕການປ້ອງກັນເຊື້ອໂຄວິດ-19 ແລ້ວກໍຕາມ ແຕ່ກໍຍັງມີການຕິດເຊື້ອສູງຢູ່ ແລະມີຜູ້ເສັຽຊີວິດໃນທຸກມື້ນໍາອີກ.

ຂະນະດຽວກັນ ກໍມີເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ ເຊື້ອກາຍພັນໂຕໃໝ່ ເຣີ່ມແຜ່ຣະບາດໄປຫຼາຍປະເທດແລ້ວ ແລະປະເທດລາວກໍໄດ້ເຝົ້າຣະວັງເຊື້ອສາຍພັນໃໝ່ນີ້ເຊັ່ນດຽວກັນ ຊຶ່ງເບື້ອງຕົ້ນ ທາງການລາວກໍຫ້າມບຸກຄົນ ທີ່ເດີນທາງມາຈາກ 9 ປະເທດ ທີ່ມີຄວາມສ່ຽງການຕິດເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ ເດີນທາງເຂົ້າປະເທດລາວ ເຊັ່ນ: ປະເທດ ແອຟຣິກາໃຕ້, ນາມິເບັຍ, ຊິມບັບເວ, ບອຕສະວານາ, ເລໂຊໂທ, ເອສວາຕິນິ, ເຊເຊລ, ມາລາວີ ແລະ ໂມຊໍາບິກ ເພື່ອສະກັດກັ້ນບໍ່ໃຫ້ນໍາເຊື້ອໂອໄມຄຣອນ ເຂົ້າມາແຜ່ຣະບາດໃນລາວ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ເຊື້ອກາຍພັນຂອງ ໂອໄມຄຣອນນີ້ ເພິ່ນກໍຢ້ານ ກະສ່ຽງຄືເດລຕ້າຫັ້ນແຫຼະ ເພິ່ນກະພຍາຍາມສະກັດກັ້ນຢູ່ ແຕ່ວ່າຄັນມັນເລດລອດ ມັນກໍຊິໄດ້ຣະບາດຄືເກົ່າ ແຕ່ເຮົາກໍຕ້ອງໄດ້ສະກັດກັ້ນ.”

ເມື່ອວັນທີ່ 2 ທັນວາ ທີ່ຜ່ານມາ ຄະນະສະເພາະກິຈຂັ້ນສູນກາງ ຣາຍງານວ່າ ການຕິດເຊື້ອໂຄວິດ-19 ໃນເດືອນພຶສຈິກາ ເພີ່ມຂຶ້ນສູງຢູ່ທຸກແຂວງໃນທົ່ວປະເທດ ເຊັ່ນອັດຕຣາການຕິດເຊື້ອຂອງແຂວງຜົ້ງສາລີ ເພີ່ມຂຶ້ນປະມານ 64%, ແຂວງວຽງຈັນ ເພີ່ມຂຶ້ນ 32%, ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ 27%, ແຂວງຫຼວງນໍ້າທາແລະແຂວງບໍ່ແກ້ວ ເພີ່ມຂຶ້ນ 26% ແລະແຂວງຫຼວງພຣະບາງ ເພີ່ມຂຶ້ນ 25%.

ການແຜ່ຣະບາດຂອງເຊື້ອໂຄວິດ-19 ໄດ້ແຜ່ລາມເປັນວົງກວ້າງ ເຮັດໃຫ້ທຸກພື້ນທີ່ມີຄວາມສ່ຽງເທົ່າກັນໝົດ ບໍ່ວ່າຈະຢູ່ໃນເຂດໂຕເມືອງ ຫຼືເຂດຊົນບົດ ແລະທາງການລາວ ກໍໄດ້ຮຽກຮ້ອງໃຫ້ທຸກຄົນ ປະຕິບັດຕາມມາຕການປ້ອງເຊື້ອໂຄວິດ-19 ຢ່າງເຂັ້ມງວດຄືເກົ່າ.

ໃນວັນທີ່ 3 ທັນວາ 2021 ນີ້ ທາງການລາວ ກວດຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ອີກ 1,004 ຄົນ ມາຮອດປັດຈຸບັນ ສປປ.ລາວ ມີຕິດເຊື້ອໂຄວິດ-19 ສະສົມທັງໝົດ 77,500 ຄົນ ແລະເສັຽຊີວິດສະສົມ 191 ຄົນ. ສໍາລັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ມາຮອດວັນທີ່ 2 ທັນວາ 2021 ນີ້ ມີຜູ້ຮັບສັກເຂັມທີ່ 1 ຈໍານວນ 3,992,225 ຄົນ ແລະເຂັມທີ່ 2 ຈໍານວນ 3,212,079 ຄົນ.

ຫຼັາສຸດ ໃນວັນທີ່ 3 ທັນວາ 2021 ນີ້ ຣັຖບານກຳພູຊາ ໄດ້ມອບວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ ຊິໂນແວັກ ຈຳນວນ 500,000 ໂດສ໌ ແລະ ຣົຖຂົນສົ່ງວັກຊິນ ຈຳນວນ 03 ຄັນ ໃຫ້ແກ່ຣັຖບານລາວ, ອີງຕາມການຣາຍງານຂອງ ສູນຂ່າວສານການແພດສຸຂສຶກສາ ກະຊວງສາທາຣະນະສຸຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.