ເກົ່າຍັງບໍ່ໄປ ໃໝ່ມາ ປະຊາ-ຣັຖ ເຝົ້າລະວັງ ໂອ່ໄມ່ຄຣ້ອນ
2021.12.06

ທາງການລາວ ເຣີ່ມເຝົ້າລະວັງ ເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ຢ່າງເຂັ້ມງວດ, ໂດຍສະເພາະຄົນຕ່າງປະເທດ ທີ່ຈະເດີນທາງເຂົ້າມາພາຍໃນປະເທດລາວ ຜ່ານເຮືອບິນ ຕ້ອງເປັນນັກວິຊາການ ຫຼືເຈົ້າໜ້າທີ່ ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິຈເທົ່ານັ້ນ ແລະ ມີເອກະສານ ການກວດຫາເຊື້ອໂຄວິດ-19 ແລະ ການສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ຄົບໂດສ ແລະ ເອກະສານອື່ນໆ ຢ່າງຄົບຖ້ວນ. ເຈົ້າໜ້າທີ່ ສນາມບິນສາກົລວັດໄຕ ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 6 ທັນວາ ນີ້ວ່າ:
“ຄົນປະເທດນັ້ນ ປະເທດນີ້ ເພິ່ນກະອະນຸມັດ ແມ່ນສະເພາະກິຈ ຂັ້ນສູນກາງພິຈາຣະນາ ເປັນຣາຍບຸກຄົນ. ຄັນເປັນທາງຂ້າຣາຊການເນາະ ເປັນອົງການຈັດຕັ້ງສາກົລແມ່ນຫຍັງຕ່າງໆ ໃຫ້ອົງການຈັດຕັ້ງສາກົລນັ້ນ ເຮັດຫາສະເພາະກິຈ. ຄັນເປັນນັກທຸຣະກິຈ ກະແມ່ນບໍຣິສັດ ທີ່ຈະເຊີນເຂົາມາເຮັດວຽກຫັ້ນ ເຮັດໜັງສືຈາກສູນກາງ ມີຄົບຊຸດ ໃບກວດໂຄວິດ-19 ແລະ ມາຮອດສນາມບິນ ກະກວດ.”
ເມື່ອສັປດາທີ່ຜ່ານມາ, ທາງການລາວ ກໍໄດ້ອອກແຈ້ງການ ຫ້າມບຸກຄົນຈາກ 9 ປະເທດ ທີ່ມີຄວາມສ່ຽງ ເດີນທາງເຂົ້າປະເທດລາວ ຄື ອະຟຣິກາໃຕ້, ນ່າມິເບັ່ຽ, ຊິ່ມບັບເວ້, ບອສວ່ານ້າ, ເລ່ໂຊ່ໂທ່, ເອສວາຕິນີ, ເຊເຊລ, ມາລາວີ, ແລະ ໂມຊັມບິຄ ຍ້ອນປະເທດດັ່ງກ່າວ ມີການຣະບາດ ຂອງເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ.
ຂະນະທີ່ຢູ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ທີ່ຕິດກັບປະເທດຈີນ, ເຈົ້າໜ້າທີ່ ກໍຍັງປິດດ່ານສາກົລຢູ່ ແລະ ຜູ້ໃດຈະເຂົ້າ-ອອກ ກໍຕ້ອງໄດ້ຮັບອະນຸຍາດ ຈາກຄະນະສະເພາະກິຈ ຂອງແຂວງ ແລະ ມີເອກະສານຖືກຕ້ອງ ຄົບຖ້ວນເຊັ່ນກັນ. ຫຼ້າສຸດນີ້, ທາງຄະນະສະເພາະກິຈແຂວງ ກໍເຣີ່ມເຜີຍແຜ່ຂໍ້ມູນ ຂອງເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ໃຫ້ແກ່ພະນັກງານ ໃນເບື້ອງຕົ້ນແລ້ວ ເພື່ອກຽມຮັບມືໄວ້ ເພາະໃນອະນາຄົດ ເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ກໍສ່ຽງຈະເຂົ້າມາລາວ ຄ້າຍຄືກັບສາຍພັນເດລຕ້ານີ້ ເຊັ່ນກັນ, ເຊິ່ງອາຈເປັນເຣື່ອງ ທີ່ຫຼີກເວັ້ນໄດ້ຍາກ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນ້ຳທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ:
2 “ລາວນີ້ແຫຼະເນາະ ຫຼີກລ້ຽງມັນກໍຊິຍາກ. ກໍຍັງປິດດ່ານຢູ່ ເຂັ້ມງວດກວ່າເກົ່າຫັ້ນແຫຼະ, ຄົນເຂົ້າ-ອອກຫັ້ນແຫຼະເນາະ ກໍຍັງຈຳກັດຢູ່. ຜູ້ທີ່ຈະເຂົ້າ ມັນຕ້ອງມີເງື່ອນໄຂ, ແຕ່ວ່າດຽວນີ້ ໄທເຮົາກໍກຳລັງອົບຮົມ ກ່ຽວກັບເຊື້ອໃໝ່ໂຕນີ້ຢູ່.”
ສ່ວນຢູ່ແຂວງອັດຕະປື ກໍເປັນແຂວງນຶ່ງ ທີ່ຕິດກັບຊາຍແດນວຽດນາມ ເຈົ້າໜ້າທີ່ດ່ານ ກໍຍັງເຝົ້າລະວັງ ຢ່າງເຂັ້ມງວດຄືເກົ່າ ເພາະເຊື້ອໂຄວິດ-19 ສາຍພັນເດລຕ້າ ກໍຍັງຣະບາດ ຢູ່ໃນປະເທດລາວ ແລະ ປະເທດອ້ອມຂ້າງ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອັດຕະປື ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ ຖ້າຫາກປະເທດວຽດນາມ ຫຼືປະເທດໄທຍ ມີຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ແນ່ນອນວ່າ ປະເທດລາວ ກໍມີຄວາມສ່ຽງສູງ ທີ່ຈະເກີດການຣະບາດ ຂອງສາຍພັນໂອ່ໄມ່ຄຣ້ອນ ເຊັ່ນກັນ ເພາະມີຊາຍແດນຕິດກັນ ແລະ ຄົນລັກລອບເຂົ້າມາ ໄດ້ຕລອດເວລາ. ດັ່ງທ່ານກ່າວວ່າ:
“ຖ້າວ່າມັນມາຮອດວຽດນາມ ອາຈເຂົ້າມາ. ຖ້າວ່າມັນເຂົ້າມາໄທຍ ອາຈແຖວພວກຊ່ອງເມັກ ພວກຕໍ່ເຂດນີ້ ເພາະມັນເປັນແຜ່ນດິນຕໍ່ແຜ່ນດິນ. ເວົ້າເຣື່ອງການລັກລອບ ມັນກໍຫຼາຍ ເສັ້ນທາງທັມຊາດ.”
ກ່ຽວກັບເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ນີ້, ຊາວລາວຫຼາຍຄົນ ກໍຍັງບໍ່ໄດ້ຮັບຮູ້ ເຖິງຂໍ້ມູນຂ່າວສານ ກ່ຽວກັບເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ເທົ່າທີ່ຄວນເທື່ອ ແລະ ຫຼາຍຄົນ ກໍຢາກໃຫ້ເຈົ້າໜ້າທີ່ ເຜີຍແຜ່ຂໍ້ມູນ ກ່ຽວກັບເຊື້ອໂຄວິດ-19 ໂຕໃໝ່ນີ້ ໃຫ້ປະຊາຊົນ ຮັບຮູ້ຫຼາຍກວ່ານີ້ ເພື່ອຈະໄດ້ຮູ້ຈັກ ແລະ ຫາວິທີປ້ອງກັນ ໄວ້ໃຫ້ທັນເວລາ. ຊາວລາວທ່ານນຶ່ງ ກ່າວວ່າ:
“ຄັນວ່າຮູ້ສຶກຢ້ານບໍ່ ກະເປັນຕາຢ້ານ. ແຕ່ດຽວນີ້, ຄົນເຮົາມັນຢາກໃຊ້ຊີວິດແບບທົ່ວໄປແລ້ວ, ຫັ້ນນ່າ ແລ້ວມັນຢາກໃຫ້ເຜີຍແຜ່ຫັ້ນແຫຼະເນາະ ເພາະມັນກະເປັນເຊື້ອໄວຣັສ ສາຍພັນໃໝ່ ທີ່ມັນແຮງກ່ອນ ຈາກເດລຕ້າເບາະ ມັນເປັນຈັ່ງໃດ ຄວນປ້ອງກັນ ເຮັດແນວໃດ, ຫັ້ນນ່າ.”
ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ກໍຍັງຢ້ານເຊື້ອໂຄວິດ-19 ນີ້ຢູ່, ທຸກມື້ນີ້ ເວລາອອກໄປໃສ ກໍຍັງລະມັດລະວັງໂຕຕລອດເວລາ ແລະ ກໍເຫັນອອກຂ່າວ ຢູ່ໃນສື່ສັງຄົມອອນລາຍ, ແຕ່ກໍບໍ່ຄ່ອຍຮູ້ຂໍ້ມູນ ກ່ຽວກັບເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ເທົ່າທີ່ຄວນ ຍ້ອນບໍ່ໄດ້ມີການປະຊາສັມພັນ ຢ່າງຈິງຈັງ.
“ບໍ່ຮູ້ແຫຼະ ອັນນີ້ນ່າ, ກະບໍ່ເຫັນປະຊາສັມພັນ. ໂອ້ຍ, ເວົ້າເຣື່ອງຢ້ານ ມັນກໍຢ້ານຫັ້ນແຫຼະ ບໍ່ວ່າເຊື້ອໃດ ມັນກະຢ້ານໝົດຫັ້ນແຫຼະ. ລະມັດລະວັງຄືເກົ່າຫັ້ນແຫຼະ ໃສ່ຜ້າປິດປາກ.”
ໃນວັນທີ 6 ທັນວາ 2021 ນີ້, ກະຊວງສາທາຣະນະສຸຂ ຂອງໄທຍ ກໍໄດ້ຣາຍງານວ່າ ປະເທດໄທຍ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ແລ້ວ 1 ຄົນ, ເຊິ່ງເປັນຊາວອາເມຣິກັນ ເດີນທາງມາຈາກປະເທດສະເປນ ເຂົ້າໄທຍໃນຮູບແບບ Test and Go. ລັກສະນະເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ນີ້, ອາການເບື້ອງຕົ້ນ ບໍ່ມີຄວາມແຕກຕ່າງ ຈາກສາຍພັນອື່ນຫຼາຍ ບາງຄົນບໍ່ມີອາການ ບາງຄົນກໍມີພຽງອາການອ່ອນເພັຽ ປວດຕົນໂຕ, ແຕ່ການຮັບຮູ້ກິ່ນ ແລະ ຣົດຊາດ ຍັງຮັບໄດ້ປົກກະຕິ ແລະ ອາການເຈັບປ່ວຍ ກໍບໍ່ຮຸນແຮງ.
ແຕ່ຂໍ້ກັງວົນ ຕໍ່ເຊື້ອໂຄວິດ-19 ສາຍພັນໂອ່ໄມ່ຄຣ້ອນ ແລ້ວແມ່ນວ່າ ມັນສາມາດຫຼົບຫຼີກ ພູມຄຸ້ມກັນ ຈາກການສັກວັກຊິນ ປ້ອງກັນໂຄວິດ-19 ໄດ້ ແລະ ວັກຊິນ ປ້ອງກັນໂຄວິດ-19 ທີ່ມີຢູ່ ປະສິດທິພາບການຕ້ານເຊື້ອ ຈະຫຼຸດລົງ ແລະ ພົບວ່າ ມີໂອກາດຕິດເຊື້ອຊ້ຳໄດ້ສູງຂຶ້ນ.
ວັນທີ 6 ທັນວາ ນີ້, ທາງການລາວ ກໍກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ ອີກ 871 ຄົນ. ເສັຽຊີວິຕສະສົມ 210 ຄົນ ແລະ ຕິດເຊື້ອສະສົມທັງໝົດ 80,704 ຄົນ. ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19, ມາຮອດວັນທີ 5 ທັນວາ 2021 ມີຜູ້ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ຈຳນວນ 4,052,597 ຄົນ ຫຼືກວມເອົາປະມານ 55% ເຂັມທີ 2 ຈຳນວນ 3,231,140 ຄົນ ກວມເອົາປະມານ 44%.