ລາວມີຜູ້ຕິດເຊື້ອ ໂຄວິດ-19 ສະສົມເກີນ ແສນຄົນ

ໄຊຍາ
2021.12.21
ລາວມີຜູ້ຕິດເຊື້ອ ໂຄວິດ-19 ສະສົມເກີນ ແສນຄົນ ສູນຂ່າວສານ ການແພດສຸຂສຶກສາ, 1 ຕຸລາ 2021.
RFA

ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ໄດ້ຣາຍງານປະຈຳວັນທີ 21 ເດືອນທັນວາ 2021 ພົບວ່າມີຜູ້ຕິດເຊື້ອໃໝ່ເພີ່ມ ນຶ່ງພັນປາຍຄົນ ແລະ ມີຜູ້ຊີວິດໃນວັນດຽວກັນນີ້ເຖິງ 10 ຄົນ. ຂະນະທີ່ຍອດຜູ້ຕິດເຊື້ອສະສົມເກີນ ນຶ່ງແສນຄົນໄປແລ້ວ ຊຶ່ງນັບເປັນສະຖິຕິທີ່ສູງສຸດ. ຈາກສະຖານະການດັ່ງກ່າວຍັງສົ່ງຜົລໃຫ້ປະເທດລາວ ບໍ່ສາມາດຄວບຄຸມການແຜ່ຣະບາດໄດ້. ໃນຂະນະທີ່ພາກຂແນງການ ສາທາຣະນະສຸຂ ກໍກຳລັງເລັ່ງໃສ່ການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເພື່ອຫຼຸດຜ່ອນການແຜ່ເຊື້ອ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນທ່ານນຶ່ງທີ່ຂໍສງວນຊື່ແລະຕຳແໜ່ງກ່າວໃນວັນທີ 21 ທັນວານີ້ວ່າ:

ທີ່ໜັກຢູ່ນີ້ເພິ່ນເລັ່ງໃສ່ສັກວັກຊິນ 12 ປີຂື້ນເມືອແລະເພິ່ນໃຫ້ໄປສັກໝົດ ເພື່ອຕຽມເປີດການຮຽນການສອນ. ມີພະຍາດຕິດຕໍ່ ແລະກາອາຍຸສູງເພິ່ນຈະຣະດົມໃຫ້ ໄປສັກວັກຊິນທັງໝົດ. ດຽວນີ້ຜູ້ທີ່ວ່າມີຄວາມສ່ຽງເນາະຕາມເງື່ອນໄຂ ມີບ່ອນແຍກໃຫ້ຮັກສາ ໂຕຢູ່ທີ່ບ້ານ ແລະກໍປະຕິບັດຕາມຄຳແນະນຳ ຂອງເພິ່ນ 14 ວັນ ຖ້າວ່າບໍ່ມີຫຍັງກາຖືວ່າສາມາດດຳຣົງຊີວິດ ປົກກະຕິໄດ້.

ທາງດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫຼວງພຣະບາງ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງກໍກ່າວວ່າ ໃນໄລຍະນີ້ກໍຍັງໜ້າເປັນຫ່ວງຫຼາຍ ຍ້ອນມີຜູ້ຕິດເຊື້ອໂຄວິດ-19 ສູງຢູ່ແຕ່ທາງແຂວງ ຫຼວງພຣະບາງກໍໄດ້ເລັ່ງໃຫ້ຊາວບ້ານສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ໃຫ້ຄົບໂດສ ຮວມເຖິງເດັກອາຍຸ 12 ປີ ກໍສາມາດໄປສັກໄດ້ແລ້ວ. ສ່ວນຜູ້ທີ່ຢູ່ໃນກຸ່ມສ່ຽງໃຫ້ໄປກວດຫາເຊື້ອແລະໃຫ້ແຍກໂຕຖ້າຕິດເຊື້ອກໍໃຫ້ໄປປີ່ນປົວທັນທີ ດັ່ງທ່ານກ່າວວ່າ:

ກາໜ້າເປັນຫ່ວງດຽວນີ້ກໍຍັງມີຢູ່ ໜ່ວຍສະເພາະກິຈ ກາສົມທົບກັບຂັ້ນແຂວງພວກແພດໝໍ ກໍໄດ້ເອົາໃຈໃສ່ຢູ່ດຽວນີ້ກໍຍັງສັກ ຢູ່ເຂັມສອງກຳລັງເລັ່ງກັນຢູ່ນີ້ແຫຼະ ເດືອນນີ້ກໍຈະເອົາເດັກ 12 ປີ ສັກຕິດເຊື້ອໃຫ້ເຂົ້າປີ່ນປົວຫັ້ນນ່າປົວຢູ່ເຮືອນ ເລີຍນ່າດຽວນີ້ນ່າໄປສູນມັນໄດ້ເສັຽຄ່າ ເຂົາເຈົ້າກໍບໍ່ຢາກໄປແລ້ວເດ.

ປັດຈຸບັນປະເທດອ້ອມຂ້າງ ເຊັ່ນປະເທດໄທຍ ກໍພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນແລ້ວຊຶ່ງທາງການລາວ ກໍໄດ້ເຝົ້າຣະວັງຢ່າງເຂັ້ມງວດ ໂດຍສະເພາະຜູ້ທີ່ເດີນທາງ ເຂົ້າມາພາຍໃນປະເທດກໍຍັງໃຫ້ກັກໂຕ 14 ວັນຄືເກົ່າ ແລະຕ້ອງມີເອກະສານຢັ້ງຢືນຢ່າງ ຖືກຕ້ອງຕາມຣະບຽບການ. ສຳລັບການເຝົ້າຣະວັງ ເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ຢູ່ຕາມຊາຍແດນໃນແຂວງຈຳປາສັກ ທີ່ຕິດກັບແຂວງອຸບົນຣາຊທານີ ຂອງໄທຍກໍໄດ້ມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງເຝົ້າເວັນຍາມຢ່າງ ເຂັ້ມງວດເພື່ອປ້ອງກັນການລັກລອບເຂົ້າ ປະເທດລາວແບບຜິດກົດໝາຽ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງຈຳປາສັກ ທ່ານນຶ່ງທີ່ຂໍສງວນຊື່ແລະຕຳແໜ່ງກ່າວວ່າ:

ຄຸມເຂັ້ມຄືກັນເຈົ້າໜ້າທີ່ແຮງຄຸມເຂັ້ມ ຊ່ວງນີ້ແຮງເຮັດທັງເວັນທັງຄືນ ເຮົາບໍ່ທັນເປີດດ່ານມີແຕ່ນອກຈາກຜູ້ລັກລອບ ໂອ້ມັນໄປຕາມຊ່ອງທາງທັມມະຊາດ ກໍຍາກໂຕ ນີ້ພົມແດນຕິດກັບໄທຍມັນກວ້າງ ເຂົາເຄີຍໄປເຄີຍມາຊ່ອງທາງທັມມະຊາດ.

ຂນະດຽວກັນຢູ່ແຂວງສວັນນະເຂດ ກໍມີເຈົ້າໜ້າທີ່ທີ່ກ່ຽວຂ້ອງເຝົ້າເວັນຍາມຢ່າງເຂັ້ມງວດ ເຊັ່ນກັນຊຶ່ງກໍສ່ຽງຈະມີຜູ້ລັກລອບເຂົ້າມາ ເນື່ອງຈາກເປັນແຂວງທີ່ຕິດກັບແຂວງມຸກດາຫານ ຂອງປະເທດໄທຍ. ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:

ຜແນກສາທາຣະນະສຸກແຂວງ ໄດ້ແຈ້ງໃຫ້ໄປແລ້ວແຕ່ຣະເມືອງເຝົ້າຣະວັງ ກ່ຽວກັບພະຍາດໂຄວິດສາຍພັນໃໝ່ນີ້. ພວກເຮົາກໍມີການສະກັດກັ້ນ ມີອ້າຍນ້ອງຊາຍ ແດນແລະພາກສ່ວນເຈົ້າໜ້າທີ່ ເຂັ້ມງວດຢູ່ດອກສຳລັບການຈັດຕັ້ງ ໃນແຕ່ລຣະດ່ານແຕ່ຣະແຄມຂອງມີໝົດ.

ກ່ຽວກັບເຣື່ອງດັ່ງກ່າວ ຊາວລາວຈຳນວນນຶ່ງທີ່ຕິດຕາມ ຊື່ສັງຄົມອອນລາຍນ໌ກໍໄດ້ຮັບຮູ້ຂ່າວ ສານຫຼາຍແລ້ວແຕ່ກໍມີຈຳນວນນຶ່ງ ກໍຍັງບໍ່ຮັບຮູ້ເຖິງຂ່າວສານກ່ຽວກັບສາຍພັນໂອໄມຄຣອນນີ້ ກໍຢາກໃຫ້ຣັຖບານເຜີຍແຜ່ ຂໍ້ມູນກ່ຽວກັບໂຄວິດ-19 ສາຍພັນດັ່ງກ່າວໃຫ້ຫຼາຍຂື້ນ ແລະໃຫ້ຣະອຽດຈະແຈ້ງ. ຊາວບ້ານໃນແຂວງສວັນນະເຂດທ່ານນຶ່ງກ່າວວ່າ:

ເພິ່ນຍັງບໍ່ທັນແຈ້ງເຕືອນດອກ ແນວໃດດອກຊາວບ້ານບາງຄົນກໍຮູ້ເຂົາເບິ່ງໃນເຟສ ໃນລາຍຫັ້ນນ່າກໍຢາກໃຫ້ເພິ່ນໂຄສະນາ ແຈ້ງເຕືອນນີ້ແລ້ວທາງນີ້ບໍ່ທັນໄດ້ຮູ້ຫຍັງ.

ສ່ວນໃນນະຄອນຫຼວງວຽງຈັນ ຫຼາຍຄົນກໍຮັບຮູ້ຂ່າວສານກັນຫຼາຍແລ້ວ ເພາະມີເຈົ້າໜ້າທີ່ຂັ້ນບ້ານຊ່ອຍປະຊາສັມພັນຢູ່ຕໍ່ເນື່ອງ, ດັ່ງຊາວບ້ານໃນ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:

ຮັບຮູ້ຢູ່ແລ້ວໄດ້ຍິນຕລອດເຟສຫັ້ນນ່າ ເພິ່ນແຈ້ງເຕືອນແລ້ວລົງທຸກເມືອງ ເລີຍລະເດ້ເພິ່ນກໍປະກາດໃຫ້ພວກເຮົາຣະວັງໝົດແລ້ວ ເດ້ແລ້ວກາພວກນາຍບ້ານເຂົາເຈົ້າປະກາດ.

ສຳລັບເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ທີ່ອົງອານາມັຍໂລກ ຫຼື WHO ໄດ້ຈັດໃຫ້ເປັນສາຍພັນ ທີ່ມີຄວາມໜ້າກັງວົນ Variant of Concern ຫຼັງພົບວ່າທີ່ການກາຍພັນ ອາດຈະສົ່ງຜົລເຮັດໃຫ້ໄວຣັສຕ້ານປະສິດຕິພາບ ທີ່ວັກຊິນມີຢູ່ໄດ້.

ຜູ້ຕິດເຊື້ອສາຍພັນ ໂອໄມຄຣອນ ອີງຕາມການຣາຍງານ ຂອງສື່ສາກົລປັດຈຸບັນນີ້ ຢ່າງນ້ອຍປະມານ 50 ປະເທດທົ່ວໂລກ ສາຍພັນໂອໄມຄຣອນ ໄດ້ແຜ່ຣະບາດເຂົ້າໄປ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.