ໂຄວິດ-19 ເຮັດໃຫ້ ການກູ້ ລະເບີດ ຢຸດຊົ່ວຄາວ
2021.12.03
ຜູ້ເຄາະຮ້າຍ ຈາກເຫດລະເບີດບໍ່ທັນແຕກ ໃນຂົງເຂດທົ່ວປະເທດ ສະເພາະປີ 2021 ມີຜູ້ບາດເຈັບ 44 ຄົນ ແລະເສັຽຊີວິດ 11 ຄົນ ສ່ວນວ່າປີ 2019 ຜູ້ເຄາະຮ້າຍຈາກເຫດ ລະເບີດບໍ່ທັນແຕກ 25 ຄົນ ແລະປີ 2020 ມີຜູ້ເຄາະຮ້າຍ ຈາກເຫດລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນປະເທດລາວ 18 ຄົນ.
ເມື່ອວັນທີ່ 30 ພຶສຈິກາ ທີ່ຜ່ານມາ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກັມມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ.ລາວ ກ່າວໃນກອງປະຊຸມທາງໄກ ຄະນະຊີ້ນໍາໂຄງການເກັບກູ້ລະເບີດບໍ່ທັນແຕກ ວ່າ ການແຜ່ຣະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ການປະຕິບັດງານພາກສນາມ ໃນການເກັບກູ້ລະເບີດ ຕ້ອງຢຸດຊົ່ວຄາວ ເຮັດໃຫ້ໃນປີນີ້ມີຈໍານວນຜູ້ເຄາະຮ້າຍ ຈາກເຫດລະເບີດບໍ່ທັນແຕກ ຈໍານວນ 55 ຄົນ.
ກ່ຽວກັບເຣື່ອງນີ້ ຊາວບ້ານຈໍານວນຫຼາຍ ຢູ່ແຂວງຊຽງຂວາງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການເກັບກູ້ລະເບີດ ດັ່ງກ່າວນີ້ໃຫ້ລະອຽດດີກ່ອນ ກ່ອນທີ່ຈະອະນຸຍາດໃຫ້ ປະຊາຊົນສາມາດປຸກເຮືອນຢູ່ໄດ້ ຍ້ອນທີ່ຜ່ານມາໄດ້ ເກີດເຫດລະເບີດແຕກໃສ່ຊາວບ້ານ ເຮັດໃຫ້ບາດເຈັບ ແລະເສັຽຊີວິດກໍມີ ຊຶ່ງເຫດດັ່ງກ່າວນັ້ນ ແມ່ນເກີດຂຶ້ນຢູ່ພາຍໃນຊຸມຊົນ ທີ່ມີຜູ້ຄົນອາສັຍຢູ່ເປັນຈໍານວນຫຼາຍ, ດັ່ງຊາວບ້ານ ຢູ່ບ້ານໂພນສວັນ ເມືອງແປກ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 3 ທັນວາ 2021 ນີ້ວ່າ:
“ຢູ່ບ້ານເຮືອນຂອງປະຊາຊົນເລີຍ ແຕ່ວ່າບໍ່ຮູ້ວ່າ ກ່ອນທີ່ເພິ່ນຈະສ້າງ ວ່າເພິ່ນໄດ້ລົງໄປກວດກາແລ້ວບໍ ຫຼືວ່າບໍ່ໄດ້ກວດ ມີແຕ່ຖາງແລ້ວກໍຕັ້ງຂຶ້ນມາເລີຍບໍຈັ່ງຊີ້ຫັ້ນນ່າ ສົມມຸດເຮົາຈະຕັ້ງເຮືອນ ແບບຢາກຈະແຈ້ງໃຫ້ເກັບກູ້ ຫຼືຢາກໃຫ້ເຂົ້າມາກວດໃຫ້ມັນຣະອຽດ ຄັດຖ້າວ່າມີຫຍັງບໍຫັ້ນນ່າ ຕາຍຄາທີ່ເລີຍ ພໍ່ເຖົ້າຫັ້ນນ່າ ລາວຂຸດຕົ້ນກ້ວຍແລ້ວກໍລະເບີດຫັ້ນນ່າ ໄປຝັງຢູ່ໃນກ້ອງຕົ້ນກ້ວຍ ມີຫຼານນ້ອຍ 2 ຄົນ ດີແຕ່ຫຼານນ້ອຍບໍ່ຕາຍນໍາ.”
ທີ່ຜ່ານມາ ກໍມີໂຄງການທັງພາຍໃນ ແລະຕ່າງປະເທດ ໄດ້ດໍາເນີນການເກັບກູ້ລະເບີດ ບໍ່ທັນແຕກຢ່າງຕໍ່ເນື່ອງ ແຕ່ປັດຈຸບັນ ກໍຍັງຄົງມີລະເບີດດັ່ງກ່າວນີ້ ຕົກຄ້າງຢູ່ໃນຫຼາຍແຂວງ ເຮັດໃຫ້ຊາວບ້ານທີ່ໃຊ້ຊີວິດປະຈໍາວັນຖືກຜົລກະທົບ ບາງສ່ວນກໍເສັຽຊີວິດ ແລະອີກບາງສ່ວນກໍໄດ້ຮັບບາດເຈັບ, ດັ່ງຊາວບ້ານ ຢູ່ບ້ານໂພນສວັນ ເມືອງແປກ ອີກນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຍັງມີຫຼາຍບ່ອນທີ່ໂຄງການ ຍັງຄົ້ນບໍ່ທັນຮອດເນາະ ໂຄງການມາຊ່ອຍກໍມີແຕ່ວ່າ ມັນຍັງມີຫຼາຍບ່ອນ ຍັງເກັບກູ້ບໍ່ທັນແລ້ວ ຜົລກະທົບຕໍ່ປະຊາຊົນ ກະຄືເວລາຂະເຈົ້າໄປເຮັດໄຮ່ເຮັດສວນຫັ້ນນ່າ ຂະເຈົ້າບໍ່ທັນໄດ້ກວດເທື່ອຫັ້ນນ່າ ບາງກໍຣະນີກໍບໍ່ຕາຍເນາະ ມັນຈະແບບສະເກັດມັນເນາະ ຈະຝັງຕາມຮ່າງກາຍ ອະວັຍວະຫຍັງ ຈະຝັງເຂົ້າທົ່ວຮ່າງກາຍເລີຍ ຝັງເຂົ້າໃນທ້ອງກໍມີເນາະ ເຮົາເຄີຍໄປຮັບເຄສນຶ່ງ ຢູ່ເມືອງພູກູດຫັ້ນນ່າ.”
ໃນຂະນະທີ່ ເຈົ້າໜ້າທີ່ ອົງການເກັບກູ້ລະເບີດ ສັງກັດຜແນກແຮງງານ ແລະສວັດດີການສັງຄົມ ຢູ່ແຂວງພາກໃຕ້ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ຖ້າຫາກຊາວບ້ານພົບວ່າມີລະເບີດບໍ່ທັນແຕກ ຢູ່ພາຍໃນບ່ອນທີ່ຢູ່ອາສັຍ ຫຼືດິນໄຮ່ດິນນາຂອງຕົນເອງນັ້ນ ກໍສາມາດຕິດຕໍ່ໄປຍັງໜ່ວຍງານທີ່ກ່ຽວຂ້ອງ ເພື່ອໃຫ້ເຈົ້າໜ້າທີ່ມາຊ່ອຍເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກນັ້ນອອກໄປທໍາລາຍ:
“ໄປເຮັດສວນເຮັດຫຍັງ ກະໄປຣາຍງານໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຫັ້ນ ລະເບີດມັນຝັງຢູ່ພື້ນດິນ ລະມັນດົນມາແລ້ວ ແລ້ວມັນກະບໍ່ຮູ້ ວ່າມັນຊິເກີດຂຶ້ນໃນຍາມໃດຫັ້ນນ່າ ຝັງຢູ່ເລິກເດ້ ພື້ນທີ່ທີ່ເຄີຍທໍາການຜລິດ ແລ້ວ ມັນກໍບໍ່ຄ່ອຍມີດອກ ມັນກໍມີໃນບ່ອນທີ່ບໍ່ທັນໄດ້ທໍາການຜລິດຫັ້ນ.”
ນອກຈາກລະເບີດບໍ່ທັນແຕກ ຈະເຮັດໃຫ້ຊາວບ້ານ ໃນພື້ນທີ່ຕ່າງໆຖືກຜົລກະທົບ ໂດຍສະເພາະຊາວກະສິກອນ ທີ່ຢູ່ໃນວັຍໜຸ່ມຜູ້ອອກແຮງງານ ໄດ້ຮັບບາດເຈັບແລະເສັຽຊີວິດແລ້ວນັ້ນ ຍັງເຮັດໃຫ້ຊາວບ້ານຈໍານວນນຶ່ງ ພິການທາງຮ່າງກາຍກໍມີ ສ່ວນເດັກນ້ອຍທີ່ເກີດໃໝ່ ກໍມີສະພາບຮ່າງກາຍທີ່ບໍ່ສົມບູນ ຍ້ອນແມ່ຂອງພວກເຂົາເຈົ້າ ໄດ້ຮັບສານເຄມີ ຈາກລະເບີດທີ່ຍັງບໍ່ທັນໄດ້ເກັບກູ້, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບຄົນພິການ ທ່ານນຶ່ງກ່າວວ່າ:
“ລະເບີດນີ້ ຖືວ່າເປັນຈໍານວນຫຼາຍ ຫຼາຍກວ່າໝູ່ເພາະວ່າ ອຸບັດຕິເຫດນີ້ກໍເປັນຈໍານວນນຶ່ງ ຫຼືວ່າເປັນມາແຕ່ກໍາເນີດ ກະອິຫຍັງຈັ່ງຊີ້ເນາະ ມັນກໍມີຈໍານວນນຶ່ງ ແຕ່ສ່ວນຫຼວງຫຼາຍແລ້ວ ເອີ້ນວ່າຄົນພິການນີ້ ມັນຈະເກີດຈາກລູກລະເບີດທີ່ຕົກຄ້າງ ໃນໄລຍະຜ່ານມາ ຫຼືວ່າສານເຄມີຕ່າງໆ ທີ່ເຮັດໃຫ້ເດັກນ້ອຍເກີດມາ ຫັ້ນມັນບໍ່ສົມບູນ.”
ໃນໄລຍະປີ 1964-1973 ປະເທດລາວ ຖືກຖິ້ມລະເບີດໃສ່ຫຼາຍກວ່າ 2 ລ້ານຕັນ ໃນນັ້ນມີໂບ່ມໃຫຍ່ປະມານ 4 ລ້ານໜ່ວຍ ແລະລະເບີດລູກຫວ່ານ ຫຼືບົ່ມບີ້ ຫຼາຍກວ່າ 270 ລ້ານໜ່ວຍ ນອກຈາກນີ້ ຍັງມີການຄາດການວ່າ ປະມານ 30% ຂອງລະເບີດດັ່ງກ່າວນີ້ ແມ່ນຍັງບໍ່ທັນແຕກເປັນລູກຫວ່ານ ປະມານ 80 ລ້ານໜ່ວຍ ແລະໂບ່ມໃຫຍ່ອີກຫຼາຍລ້ານໜ່ວຍ ເຊິ່ງເຊື່ອງຢູ່ທຸກແຂວງໃນປະເທດລາວ, ດັ່ງເຈົ້າໜ້າທີ່ອົງການເກັບກູ້ລະເບີດ ສັງກັດຜແນກແຮງງານ ແລະສວັດດີການສັງຄົມ ຢູ່ແຂວງພາກເໜືອ ທ່ານນຶ່ງກ່າວວ່າ:
“ໜັກໆ ມັນກະແມ່ນຢູ່ 9 ແຂວງ ເຊັ່ນພາກເໜືອ ກໍຊຽງຂວາງ ຫົວພັນ ຫຼວງພຣະບາງ ພາກກາງກໍມີຢູ່ ສວັນນະເຂດ ຄໍາມ່ວນ ແລ້ວກໍຈໍາປາສັກ ພາກໃຕ້ກໍມີສາຣະວັນ ເຊກອງ ອັດຕະປື ແຕ່ຖາມວ່າແນວລວມໃນປະເທດລາວ ລະເບີດມີບໍ່ ມີທຸກແຂວງເລີຍ 18 ແຂວງ ແມ້ກະທັ້ງນະຄອນຫຼວງວຽງຈັນກໍມີ ມັນຈະຢູ່ໃນເຂດເມືອງສັງທອງ.”
ໃນໄລຍະ 9 ເດືອນທີ່ຜ່ານມາ ອົງການເກັບກູ້ລະເບີດແຫ່ງຊາດລາວ ສາມາດເກັບລະເບີດໄດ້ 6,600 ກວ່າເຮັກຕ້າຣ໌ ໃນນີ້ກວມເອົາເນື້ອທີ່ກະສິກັມ 5,000 ປາຍເຮັກຕ້າຣ໌ ແລະເນື້ອທີ່ພັທນາ 1,000 ປາຍເຮັກຕ້າຣ໌ ສໍາລັບລະເບີດທີ່ຖືກເກັບກູ້ ແລະທໍາລາຍໄດ້ ມີຈໍານວນ 143,000 ປາຍໜ່ວຍ ໃນນັ້ນໂບ່ມໃຫຍ່ ມີ 833 ໜ່ວຍ, ບົ່ມບີ້ 90,000 ປາຍໜ່ວຍ, ມິນ 150 ໜ່ວຍ ແລະລະເບີດອື່ນໆ 51,600 ປາຍໜ່ວຍ ສ່ວນເນື້ອທີ່ ທີ່ຍັງບໍ່ທັນໄດ້ເກັບກູ້ລະເບີດນັ້ນ ມີອີກປະມານ 4,500 ປາຍເຮັກຕ້າຣ໌ ແລະຍັງບໍ່ໄດ້ກໍານົດເປັນພື້ນທີ່ອັນຕລາຍອີກ 11,200 ປາຍເຮັກຕ້າຣ໌, ອີງຕາມບົດຣາຍງານຂອງຄະນະກັມມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະອົງການເກັບກູ້ລະເບີດແຫ່ງຊາດລາວ ເມື່ອວັນທີ່ 30 ພຶສຈິກາ 2021 ທີ່ຜ່ານມາ.
ໃນປີ 2010 ທາງການລາວ ໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເຊິ່ງແມ່ນເປັນສົນທິສັນຍາທີ່ຫ້າມການນໍາໃຊ້ ການຜລິດ ການເຄື່ອນຍ້າຍ ແລະການມີລະເບີດລູກຫວ່ານໃນໄວ້ຄອບຄອງ ເຊິ່ງກໍຊ່ອຍເຮັດໃຫ້ຈໍານວນຜູ້ຖືກເຄາະຮ້າຍ ຈາກເຫດລະເບີດບໍ່ທັນແຕກພາຍໃນປະເທດລາວ ຫຼຸດລົງເລື້ອຍໆ.