ເຣື້ອງທີ່ເກັບບັນທຶກໄວ້
2023-09-11
ເຈົ້າໜ້າທີ່ ອົງການກວດສອບແຫ່ງຣັຖ ຂອງລາວ ໄດ້ເດີນທາງໄປປະເທດຈີນ ເພື່ອແລກປ່ຽນຂໍ້ມູນ ແລະ ຝຶກອົບຮົມ ວຽກງານກວດສອບ.
2023-09-11
ເນື່ອງໃນວັນສາກົລ ແຫ່ງການຮຽນຮູ້ໜັງສື 8 ກັນຍາ ຄົບຮອບ 58 ປີ ຣັຖບານລາວ ໃຫ້ຄວາມສໍາຄັນຕໍ່ການສຶກສາ ແຕ່ມາຮອດປີ 2023 ຢູ່ຫຼາຍແຂວງ ຍັງມີນັກຮຽນຊັ້ນອະນຸບານ ຫາ ຊັ້ນມັທຍົມ ບໍ່ຮູ້ໜັງສືຈໍານວນຫຼາຍ ທັງກຸ່ມຊົນເຜົ່າ ແລະ ກຸ່ມລາວລຸ່ມ (ຄົນລາວ) ໃນເຂດຫ່າງໄກສອກຫຼີກ.
2023-09-11
ຢູ່ຫຼາຍແຂວງພາກເໜືອ ປະຊາຊົນ ຫັນໄປບຸກເບີກເນື້ອທີ່ປ່າ ເພື່ອປູກສາລີ ແປຮູບ ສົ່ງອອກໄປຂາຍຢູ່ປະເທດຈີນ ເຮັດໃຫ້ກະທົບປ່າໄມ້ ແລະ ທາງການລາວ ຍັງບໍ່ມີມາຕການ ໃນການສະກັດກັ້ນ ຫຼື ຊ່ວຍເຫຼືອໃຫ້ປະຊາຊົນ ອອກຈາກການບຸກລຸກປ່າ.
2023-09-09
ພວກພໍ່ແມ່ ຂອງເດັກນ້ອຍ ແຂວງຫຼວງນໍ້າທາ ເມື່ອຮູ້ຂ່າວວ່າ ພວກລູກຖືກລັກພາໂຕ ໄປປະເທດພະມ້າ ຈຶ່ງພາກັນຮວມໂຕກັນຮ້ອງທຸກ ຂໍໃຫ້ທາງການລາວຊ່ອຍເຫຼືອ ເພາະມັນເປັນບັນຫາ ການຄ້າມະນຸດຂ້າມຊາດ ຄໍາຮ້ອງທຸກດັ່ງກ່າວນີ້ ທາງການລາວ ກໍໄດ້ຮັບຮູ້ໄວ້ເກືອບຈະຮອດປີແລ້ວ ແຕ່ກໍຍັງບໍ່ມີຫຍັງຄືບໜ້າເລີຍ.
2023-09-08
ປະທານາ ທິບໍດີ ປະເທດອິນໂດເນເຊັຽ ໄດ້ສົ່ງມອບຄ້ອນ ປະທານວຽນ ອາຊ້ຽນໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ລາວ ເພື່ອເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດຜູ້ນໍາ ອາຊ້ຽນຄັ້ງທີ 44 ໃນປີ 2024 ຂະນະທີ່ ສປປ ລາວຍັງປະເຊີນກັບ ບັນຫາເສຖກິຈ.
2023-09-08
ກະຊວງສາທາຣະນສຸຂ, ສະຫະພາບຢູໂຣບ ແລະ ຢູນິເຊຟ ຣາຍງານວ່າ ເດັກນ້ອຍລາວອາຍຸ 5 ປີລົງມາ ມີອັດຕຣາ ການຂາດສານອາຫານ ແລະເຮັດໃຫ້ຄວາມສູງ ບໍ່ໄດ້ມາຕຖານ ເຊິ່ງມີຈຳນວນ ເພີ່ມຂຶ້ນ 4% ຈາກ 33% ຂຶ້ນມາເປັນ 37% ຂອງຈຳນວນເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ທັງໝົດພາຍໃນປະເທດ.
2023-09-08
ຄົບຮອບ 6 ປີ ທີ່ລູກຄ້າບໍຣິສັດ ພີເອສ ສົ່ງເສີມກະສິກັມ ແລະ ອຸດສາຫະກັມຄົບວົງຈອນ ຂາເຂົ້າ-ຂາອອກ ຈໍາກັດ ຫຼື ພີເອສ ມາປະທ້ວງ ເພື່ອທວງເງິນຄືນ ແຕ່ ມາຮອດປັດຈຸບັນ ເຂົາເຈົ້າ ກໍຍັງບໍ່ທັນຮັບເງິນຄືນ ແລະມີລູກຄ້າ ຂອງບໍຣິສັດ ພີເອສ ປະມານ 200,000 ປາຍຄົນ ເຊິ່ງມີມູນຄ່າຄວາມເສັຽຫາຍ 1,000 ຕື້ກີບ.
2023-09-08
ມີແຈ້ງການ ເຣື່ອງການໂຄສະນາ ທຶນການສຶກສາຂອງບັນດາ ບໍຣິສັດ, ບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ເປັນທາງການ ໂດຍມີເນື້ອໃນລະບຸວ່າ ປັດຈຸບັນ, ມີບັນດາຜູ້ບໍ່ຫວັງດີໂຄສະນາ ຊວນເຊື່ອ ຜ່ານທາງເຟສບຸກຄ໌ ໃນການລະດົມເອົານັກສຶກສາ ໄປຮຽນຕໍ່ຢູ່ປະເທດຈີນ ຈຶ່ງໃຫ້ລະວັງ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ.
2023-09-07
ເສຖກິຈ-ການເງິນຂອງລາວຕົກຕໍ່າ, ການຜລິດພາຍໃນບໍ່ພຽງພໍ, ນໍາສິນຄ້າເຂົ້າ ຫລາຍກວ່າສົ່ງອອກ ແລະມີການແລກປ່ຽນເງິນຕຣານອກລະບົບ ສິ່ງເຫຼົ່ານີ້ສ້າງບັນຫາ ໃຫ້ແກ່ລະບົບເສຖກິຈ ໂດຍລວມ ຂອງປະເທດ.
2023-09-07
ຜແນກອຸດສາຫະກັມ ແລະ ການຄ້າ ແຂວງອຸດົມໄຊ ໄດ້ແຈ້ງການກຳນົດລາຄາສິນຄ້າ ປະເພດອາຫານ 5 ຢ່າງທີ່ຈຳເປັນຕ້ອງຄວບຄຸມລາຄາ ໃຫ້ຄົງທີ່ ຂະນະທີ່ສິນຄ້າຫຼາຍຢ່າງແພງຂຶ້ນ ເຮັດໃຫ້ຜູ້ບໍຣິໂພກ ໄດ້ຮັບຜົລກະທົບຢ່າງໜັກ.
2023-09-07
ງານວາງສະແດງ ແລະ ຈັດຈຳໜ່າຍສິນຄ້າ ນຶ່ງເມືອງ ນຶ່ງຜລິດຕະພັນ ແລະ ສິນຄ້າຄອບຄົວໂຕ ແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ 9 ລະຫວ່າງວັນທີ 2-10 ກັນຍານີ້ ໂດຍມີຈຸດປະສົງ ເພື່ອເປັນການຊຸກຍູ້ ສົ່ງເສີມຜູ້ປະກອບການສິນຄ້າ ຜລິດຕະພັນໂອດ໋ອບ ແລະ ຄອບຄົວໂຕແບບ.
2023-09-07
ຊາວບ້ານ 50 ຄົນ ທີ່ຖືກບໍຣິສັດຈີນກ່າວຫາວ່າ ລັກຂຸດແຮ່ຄຳ ແລະຖືກຈັບຂັງ ຢູ່ເຂດບໍ່ຄໍາຜາປົ່ນ ເມືອງປາກອູ ແຂວງຫລວງພຣະບາງ ໄດ້ຖືກປ່ອຍໂຕໝົດແລ້້ວ ເມື່ອທ້າຍເດືອນທີ່ຜ່ານມາ, ແຕ່ຍັງບໍ່ຮູ້ວ່າ ບັນຫານັ້ນ ຖືກແກ້ໄຂແນວໃດ.
2023-09-06
ອັດຕຣາເງິນເຟີ້ຍັງສືບຕໍ່ສູງ ແລະ ຄາລາສິນຄ້າຍັງແພງຢ່າງຕໍ່ເນື່ອງ ໃນຂະນະທີ່ທະນາຄານແຫ່ງ ສປປ ລາວ ປະກາດຂາຍພັນທະບັດງວດທີ 3 ແລ້ວ.
2023-09-06
ທາງການລາວ ລົງນາມໃນສັນຍາ ສໍາຣວດ ແລະອອກແບບ ທາງຣົຖໄຟ ລາວ-ວຽດນາມ ໄລຍະທີ 1 ຈາກເມືອງທ່າແຂກ ໄປຊາຍແດນວຽດນາມ ເຊິ່ງມີຄວາມຍາວ 139.19 ກິໂລແມັດ ຕາມແຜນ ຈະເຣີ່ມການກໍ່ສ້າງ ບໍ່ໃຫ້ກາຍຕົ້ນປີ 2024.
2023-09-06
ສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄຳ ກວດພົບທຸຣະກິຈຈີນ ພາຍໃນເຂດ ຈຳນວນ 85 ແຫ່ງ ທີ່ຕິດຕັ້ງປ້າຍ ບໍ່ຖືກກົດໝາຍ ແລະ ໄດ້ສັ່ງໃຫ້ຮື້ຖອນ ເພື່ອປັບປຸງໃໝ່ ໃຫ້ຖືກຕ້ອງ.