0:00 / 0:00
ພວກພໍ່ແມ່ ຂອງເດັກນ້ອຍ ແຂວງຫຼວງນໍ້າທາ ເມື່ອຮູ້ຂ່າວວ່າ ພວກລູກຖືກລັກພາໂຕ ໄປປະເທດພະມ້າ ຈຶ່ງພາກັນຮວມໂຕກັນຮ້ອງທຸກ ຂໍໃຫ້ທາງການລາວຊ່ອຍເຫຼືອ ເພາະມັນເປັນບັນຫາ ການຄ້າມະນຸດຂ້າມຊາດ ຄໍາຮ້ອງທຸກດັ່ງກ່າວນີ້ ທາງການລາວ ກໍໄດ້ຮັບຮູ້ໄວ້ເກືອບຈະຮອດປີແລ້ວ ແຕ່ກໍຍັງບໍ່ມີຫຍັງຄືບໜ້າເລີຍ.