ເຍົາວະຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ຈຳນວນຫຼາຍ ຍັງບໍ່ຮູ້ໜັງສື

ສຸພັດຕາ
2023.09.11
ເຍົາວະຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ຈຳນວນຫຼາຍ ຍັງບໍ່ຮູ້ໜັງສື ເດັກນ້ອຍ-ເຍົາວະຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ແຂວງພາກເໜືອຂອງລາວ.
ນັກຂ່າວ ພົລເມືອງ

ເນື່ອງໃນວັນສາກົລ ແຫ່ງການຮຽນຮູ້ໜັງສື 8 ກັນຍາ ຄົບຮອບ 58 ປີ ຣັຖບານລາວ ໃຫ້ຄວາມສໍາຄັນຕໍ່ການສຶກສາ ແຕ່ວ່າ ມາຮອດປີ 2023 ຢູ່ຫຼາຍເມືອງ ຫຼາຍແຂວງ ຍັງມີນັກຮຽນຊັ້ນອະນຸບານ ຫາຊັ້ນມັທຍົມ ບໍ່ຮູ້ໜັງສືຈໍານວນຫຼາຍ ທັງກຸ່ມຊົນເຜົ່າ ແລະ ກຸ່ມລາວລຸ່ມ (ຄົນລາວ) ໃນເຂດຫ່າງໄກສອກຫຼີກ ໂດຍສະເພາະ ຢູ່ແຂວງສວັນນະເຂດ ນັກຮຽນທຸກລະດັບຊັ້ນທົ່ວແຂວງ (ຊັ້ນອະນຸບານ ອາຍຸ 3-5 ປີ, ນັກຮຽນປະຖົມ ອາຍຸ 6-10 ປີ, ນັກຮຽນມັທຍົມຕົ້ນ ອາຍຸ 11-14 ປີ ແລະນັກຮຽນມັທຍົມປາຍ ອາຍຸ 15-17 ປີ) ມີອັດຕຣາການຮຽນຮູ້ໜັງສືຫຼຸດລົງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ກັນຍາ ນີ້ວ່າ:

“ຂອງອະນຸບານ ມັນກໍ 3 ຫາ 5 (ປີ) ເນາະ ຂອງປະຖົມ ມັນກໍ 6 ຫາ 10 (ປີ) ແຕ່ວ່າໂດຍລວມມັນກະ ແຕ່ອັດຕຣາຮຽນກະຫຼຸດລົງໝົດ ແຕ່ວ່າ ຄວາມຢາກຄວາມມັກຂອງເຂົາຫັ້ນມັນບໍ່ເກີດ ເພາະວ່າ ບາງເຂດມັນກະໃຫຍ່ແດ່ ກໍອອກໄປຫາທໍາງານ.”

ຂະນະທີ່ ຢູ່ເມືອງອາດສະພັງທອງ ສົກຮຽນ ປີ 2022-2023 ມີອັດຕຣານັກຮຽນຊັ້ນປະຖົມ ອາຍຸ 6 ປີ ຫາ 10 ປີ ເລື່ອນຊັ້ນຫຼຸດລົງ 0.7% ຈາກ 94% ໃນສົກຮຽນ 2021-2022 ຫຼຸດເປັນ 93.3% ໃນສົກຮຽນ ປີ 2022-2023. ໂຕເລຂດັ່ງກ່າວ ສະແດງໃຫ້ເຫັນວ່າ ເມື່ອມີອັດຕຣາເລື່ອນຊັ້ນ ຫຼຸດລົງນັ້ນ ໝາຍວ່າ ອັດຕຣາຄ້າງຫ້ອງກໍຈະເພີ່ມຂຶ້ນ ເຊິ່ງອັດຕຣາຄ້າງຫ້ອງເພີ່ມຂຶ້ນນັ້ນ ນັກຮຽນຈະບໍ່ຮູ້ໜັງສື ໂດຍສະເພາະ ນັກຮຽນທີ່ຢູ່ເຂດຊົນນະບົດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງອາດສະພັງທອງ ຂຍາຍຄວາມໃຫ້ຈະແຈ້ງກວ່ານີ້ວ່າ:

“ອັດຕຣາຄ້າງຫ້ອງມັນຊິເພີ່ມຂຶ້ນ ນັກຮຽນມັນຊິຮຽນບໍ່ໄດ້ ບໍ່ຮູ້ໜັງສື ແຕ່ວ່າຄັນວ່າ ມາທຽບຢູ່ນໃນເທສບານ ອາດໄຄແນ່ ແຕ່ວ່າ ອອກໄປຢູ່ໃນເຂດນອກ ພໍ່ແມ່ປະຊາຊົນສ່ວນໃຫຍ່ລະແມ່ນ ເຮັດນາເປັນຫຼັກເດ້ ມັນກໍຕ້ອງໄດ້ໄປນໍາພໍ່ນໍາແມ່ ບາງເທື່ອການກິນອາຫານຕ່າງໆມິຫຍັງ ມັນກໍອາດບໍ່ພຽງພໍ ເພາະວ່າເປັນເມືອງທີ່ບໍ່ຮັບໂຄງການຊ່ວຍເຫຼືອ ທາງອາຫານ ຄັນຖ້າວ່າ ເຂົາບໍ່ຮຽນໜັງສື ກໍຈະເຮັດໃຫ້ຄວາມຈະເຣີນກ້າວໜ້າ ອາດເປັນການກົດໜ່ວງຖ່ວງດືງ ເພາະວ່າຄວາມຮູ້ຄວາມສາມາດ ໃນການພັທນາ ມັນບໍ່ຖືກເລິກຊື້ງເຖິງຖອງ.”

ທ່ານກ່າວຕື່ມວ່າ ເມືອງອາດສະພັງທອງ ມີການແຕ່ງຕັ້ງຄະນະກັມມະການ ພັທນາການສຶກສາຂັ້ນບ້ານ ເພື່ອລົງຕິດຕາມການຮຽນຂອງນັກຮຽນ ແລະສຶກສາອົບຮົມແນວຄິດໃນໃຈ ຂອງພໍ່ແມ່ຜູ້ປົກຄອງ ໃຫ້ມີຄວາມໃສ່ໃຈສົ່ງລູກ-ຫຼານຮຽນໜັງສື ແຕ່ວ່າ ມັນກໍປະຕິບັດບໍ່ໄດ້ຢ່າງເຕັມເມັດເຕັມໜ່ວຍ ເນື່ອງຈາກທັງນັກຮຽນ ແລະພໍ່ແມ່ຜູ້ປົກຄອງ ຍັງມີແນວຄິດວ່າ ຮຽນຈົບສູງກໍບໍ່ມີວຽກເຮັດ.

ສອດຄ່ອງກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງບໍ່ແຕນ ແຂວງໄຊຍະບູຣີ ກ່າວວ່າ ນັກຮຽນແລະພໍ່ແມ່ຜູ້ປົກຄອງ ທົ່ວປະເທດລາວ ຈະມີແນວຄິດວ່າ ຮຽນຈົບມາ ກໍບໍ່ໄດ້ເຮັດວຽກ ບວກກັບຄວາມຫວັງເຂົ້າໂກຕ້າຣັຖກອນກໍໜ້ອຍ ອີກທັງຄອບຄົວກໍທຸກຍາກ ຈຶ່ງເຮັດໃຫ້ ສົກຮຽນ 2022-2023 ອັດຕຣາການຮູ້ໜັງສືຢູ່ພາຍໃນເມືອງຫຼຸດລົງ 30% ຈາກສົກຮຽນ 2021-2022.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງບໍ່ແຕນ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:

“ບໍ່ໄດ້ດີເທົ່າທີ່ຄວນ ເພາະວ່ານັກຮຽນປະລະຫຼາຍ ແລ້ວກໍຮູ້ຮຽນກໍ ພໍໄດ້ມາແຕ່ໂຮງຮຽນຊື່ໆ ແຕ່ບໍ່ໄດ້ຕັ້ງໃຈມິຫຍັງ ຮຽນເອົາຈິງເອົາຈັງນ່າ ມັນກໍເບິ່ງໂດຍລວມ ທົ່ວປະເທດເນາະວ່າ ຮູ້ຢູ່ໄປຮຽນຈົບມາ ກໍບໍ່ໄດ້ເຮັດວຽກ ໄດ້ມາເຮັດວຽກນໍາຄອບຄົວຄືເກົ່າ ຄືໂກຕ້າຣັຖກອນມິຫຍັງຈັ່ງຊີ້ນ່າ ແລ້ວກໍ ພໍ່ແມ່ກໍບໍ່ຢາກສົ່ງເສີມລູກເຕົ້າໄປເຂົ້າໂຮງຮຽນ.”

ທ່ານກ່າວຕື່ມວ່າ ຢູ່ເມືອງບໍ່ແຕນ ໄດ້ພະຍາຍາມສອນໃຫ້ປະຊາຊົນທຸກຄົນ ໃຫ້ໄດ້ຮຽນຮູ້ໜັງສື ດ້ວຍການມອບອຸປະກອນການຮຽນ, ເຄື່ອງນຸ່ງຂອງຖື ໃຫ້ກັບນັກຮຽນທີ່ມີຖານະທຸກຍາກ ພ້ອມທັງແຕ່ງຕັ້ງຄະນະກັມມະການ ພັທນາການສຶກສາຂັ້ນບ້ານ, ຂັ້ນເມືອງ ເພື່ອສຶກສາອົບຮົມແນວຄິດຈິດໃຈ ຂອງພໍ່ແມ່ຜູ້ປົກຄອງ ແຕ່ກໍບໍ່ເປັນຜົລ.

ຂະນະທີ່ ຜູ້ປົກຄອງຢູ່ບ້ານນໍ້າພຽງ ເມືອງບໍ່ແຕນ ກ່າວວ່າ ສະພາບໂຕຈິງ ຢູ່ບ້ານນໍ້າພຽງ ມີນັກຮຽນຈໍານວນຫຼາຍບໍ່ຮູ້ໜັງສື ບາງຄົນ ຂຶ້ນ ປ.4 ປ.5 ແລະ ມ.1 ແລ້ວ ກໍຍັງຂຽນໜັງສືບໍ່ເປັນ ແກ້ເລຂບໍ່ໄດ້.

ດັ່ງຜູ້ປົກຄອງ ບ້ານນໍ້າພຽງ ເມືອງບໍ່ແຕນ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີິ້ວ່າ:

“ຄັນຖ້ານັບແຕ່ສມັຍເຫິງໆມາ ແຕ່ເຫິງໆມາພຸ້ນ ກໍຖືວ່າ ນັກຮຽນນີ້ ຍັງຮຽນໜັງສືນີ້ ບໍ່ໄດ້ຄືແຕ່ກີ່ແຕ່ກ່ອນເນາະ ບາງເທື່ອໄປໂຮງຮຽນ ກໍຂຽນໜັງສືບໍ່ໄດ້ ແກ້ເລຂກໍບໍ່ໄດ້ກໍມີ ບາງຄົນນ່າ ຄືວ່າ ປ.4 ປ.5 ບາງຄົນນີ້ ຢູ່ ມ.1 ນີ້ ບາງຄົນນີ້ ຍັງຂຽນໜັງສືຍັງບໍ່ເປັນກໍຍັງມີ ຢູ່ບ້ານນີ້ ມີບາງຄອບຄົວ ຖ້າວ່າ ມີການສຶກສາດີແດ່ ໄປດີແດ່.”

ສ່ວນຢູ່ແຂວງຫົວພັນ ມີນັກຮຽນກຸ່ມຊົນເຜົ່າ ທີ່ມີຖານະທຸກຍາກ ປະມານ 27% ທີ່ບໍ່ຮູ້ໜັງສື ແລ້ວເຂົາເຈົ້າຈະອອກໂຮງຮຽນໄປເຮັດວຽກຮັບຈ້າງທົ່ວໄປ ຫຼື ກັມມະກອນ ໄດ້ຄ່າແຮງງານຂັ້ນຕໍ່າ ເຊິ່ງເປັນອຸປະສັກ ຕໍ່ການພັທນາຊີວິດ ການເປັນຢູ່ຂອງເຂົາເຈົ້າ ໃຫ້ຫຼຸດພົ້ນຄວາມທຸກຍາກ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ຊົນເຜົ່ານີ້ ເກນອາຍຸຂອງຊົນເຜົ່ານີ້ 73% ຮູ້ໜັງສື ການບໍ່ຮູ້ໜັງສື ມັນກໍມີອຸປະສັກຫຼາຍຢ່າງ ຕໍ່ການພັທນາຊີວິດການເປັນຢູ່ຂອງເຂົາເຈົ້າ ເປັນຕົ້ນວ່າ ມີແຕ່ວ່າ ໄປຊອກຂາຍແຮງງານຂັ້ນຕໍ່າຫັ້ນ ບໍ່ໄດ້ຮັບການພັທນາ ກໍສ່ວນຫຼາຍກໍຄອບຄົວທີ່ທຸກຍາກ ພໍ່ແມ່ຕິດສິ່ງເສບຕິດພວກນີ້ແຫຼະ ບໍ່ສາມາດເຂົ້າເຖິງການສຶກສາໄດ້.”

ທ່ານກ່າວຕື່ມວ່າ ແຂວງຫົວພັນ ມີນະໂຍບາຍສົ່ງເສີມ ໃຫ້ພົລເມືອງລາວທຸກຄົນ ໄດ້ຮຽນຮູ້ໜັງສື ຄືວ່າ ນັກຮຽນຄົນໃດກໍຕາມ ທີ່ຕົກຫຼົ່ນຈາກການສຶກສາສາຍສາມັນ ກໍສາມາດສມັກຮຽນການສຶກສານອກໂຮງຮຽນໄດ້ ແຕ່ຄວາມເປັນຈິງ ກໍມີນັກຮຽນຈໍານວນໜ້ອຍ ທີ່ຈະໄປຮຽນຕໍ່ການສຶກສານອກໂຮງຮຽນ ຍ້ອນນັກຮຽນສ່ວນຫຼາຍ ຈະເລືອກໄປເຮັດວຽກເພື່ອຫາລາຍໄດ້ໃຫ້ຄອບຄົວຫຼາຍກວ່າ.

ເຖິງຢ່າງໃດກໍດີ ຈໍານວນເດັກນ້ອຍລາວ ໃນເມືອງແລະແຂວງອື່ນໆ ທີ່ໄດ້ຮຽນຮູ້ໜັງສືກໍເພີ່ມຂຶ້ນ ໂຕຢ່າງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຂວາ ແລະເມືອງຜົ້ງສາລີ ແຂວງຜົ້ງສາລີ ກໍກ່າວຄືກັນວ່າ ພາຍໃນເມືອງຂວາ ແລະເມືອງຜົ້ງສາລີ ມີອັດຕຣານັກຮຽນຊັ້ນອະນຸບານ ເຖິງຊັ້ນມັທຍົມປາຍທົ່ວເມືອງ ຮູ້ໜັງສືເພີ່ມຂຶ້ນ.

ຢ່າງໃດກໍຕາມ ກະຊວງສຶກສາທິການ ແລະກິລາ ຈະເພີ່ມການລົງທຶນ ແລະນໍາໃຊ້ຊັພຍາກອນທີ່ມີຢູ່ ເພື່ອແກ້ບັນຫາປະກອນທີ່ຢູ່ເຂດຫ່າງໄກ ສອກຫຼີກ ແລະຜູ້ດ້ອຍໂອກາດ ບໍ່ເຂົ້າເຖິງການສຶກສາ ພາຍໃຕ້ຄໍາຂວັນປີນີ້ “ສົ່ງເສີມການຮຽນໜັງສື ໃຫ້ທຸກຄົນບົນໂລກ ໃນໄລຍະຂ້າມຜ່ານ: ສ້າງພື້ນຖານໃຫ້ແກ່ສັງຄົມ ມີຄວາມສງົບ ແລະຍືນຍົງ.

ດັ່ງ ຮສ. ດຣ. ພຸດ ສິມມະລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກ່າວຕໍ່ສື່ມວນຊົນລາວ ເນື່ອງໂອກາດວັນສາກົລ ແຫ່ງການຮຽນຮູ້ໜັງສື ຄົບຮອບ 58 ປີ ເມື່ອບໍ່ດົນມານີ້ ວ່າ:

“ສປປ ລາວ ຍັງມີປະຊາກອນ ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະຜູ້ດ້ອຍໂອກາດ ຈໍານວນບໍ່ໜ້ອຍ ທີ່ເຂົ້າເຖິງການສຶກສາໄດ້ຍາກ ແລະອັດຕຣາການປະລະ ຂອງນັກຮຽນໂດຍທົ່ວໄປ ຍັງສູງຢູ່ ສິ່ງນີ້ເປັນສິ່ງທ້າທາຍອັນໃຫຍ່ຫຼວງ ຂອງປະເທດພວກເຮົາ ທີ່ຈະສົ່ງໄດ້ຊົມໃຊ້ ວຽກງານການສຶກສາ ເປັນຕົ້ນ ເພິີ່ມການລົງທຶນ ແລະນໍາໃຊ້ຊັພກອນທີ່ມີຢູ່ ເຖິງແມ່ນວ່າຈະຕົກຢູ່ໃນສະພາບ ຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິນ ບັນຫາພັຍຄຸກຄາມທາງທັມມະຊາຕ ທີ່ເກີດຂຶ້ນຢູ່ຫຼາຍແຂວງ ພາວະຂາດແຄນຄຣູສອນກໍຕາມ.”

ປີນີ້ ຢູ່ປະເທດລາວ ໃນຫຼາຍເມືອງ ແລະຫຼາຍແຂວງ ບໍ່ໄດ້ມີການຈັດກິຈກັມ ເນື່ອງໃນວັນສາກົລແຫ່ງການຮຽນຮູ້ໜັງສື ຍ້ອນບໍ່ມີງົປມານ ບວກກັບ ສະພາບເສຖກິຈປັດຈຸບັນ ອັດຕຣາເງິນກີບລາວອ່ອນຄ່າ ເຮັດໃຫ້ງົປມານທີ່ເຄີຍມີເພື່ອຈັດກິຈກັມດັ່ງກ່າວ ຖືກຫຼຸດຈໍານວນໄປ, ອີງຕາມຂໍ້ມູນ ຈາກຜແນກສຶກສາທິການ ແລະກິລາ ແຂວງຫົວພັນ, ແຂວງສວັນນະເຂດ, ເມືອງຂວາ, ເມືອງຜົ້ງສາລີ ແຂວງຜົ້ງສາລີ ແລະເມືອງບໍ່ແຕນ ແຂວງໄຊຍະບູຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.