ສປປ ລາວ ຍັງປະເຊີນກັບ ບັນຫາເສຖກິຈ ທີ່ຖົດຖອຍ

ຈຳປາທອງ
2023.09.07
ສປປ ລາວ ຍັງປະເຊີນກັບ ບັນຫາເສຖກິຈ ທີ່ຖົດຖອຍ ປະຊາຊົນ ທີ່ຈັບຈ່າຍ ທີ່ຫ້າງຊັບພະສິນຄ້າແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນສິງຫາ ປິ 2023.
ນັກຂ່າວ ພົລເມືອງ

ສປປ ລາວ ປະສົບກັບບັນຫາເສຖກິຈຕົກຕໍ່າ, ເງິນກີບເຟີ້, ເງິນກີບອ່ອນຄ່າຢ່າງໜັກ ມາຕັ້ງແຕ່ປີກາຍ, ມາເຖິງປັດຈຸບັນ ກໍຍັງບໍ່ສາມາດແກ້ໄຂໄດ້. ເວົ້າເຖິງສາເຫດຂອງບັນຫາດັ່ງກ່າວ ແມ່ຄ້າຢູ່ນະຄອນຫລວງວຽງຈັນນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກັນຍານີ້ວ່າ ສາເຫດນຶ່ງ ທີ່ເຮັດໃຫ້ເງິນກີບເຟີ້, ເງິນກີບອ່ອນຄ່າໜັກແຮງຄືແນວນັ້ນ ແມ່ນປະເທດລາວ ນໍາສິນຄ້າຈາກຕ່າງປະເທດ ເຂົ້າມາຢ່າງດຽວ ແລະຍັງບໍ່ມີການຜລິດ ໂຮງງານອຸດສາຫະກັມປຸງແຕ່ງ ມີແຕ່ເພື່ອໄວ້ໃຊ້, ໄວ້ຂາຍ ຢູ່ພາຍໃນປະເທດ, ເຮັດໃຫ້ສິນຄ້າທຸກຢ່າງໃນລາວແພງຂຶ້ນ ຕາມອັດຕຣາແລກປ່ຽນເງິນຕຣາ ແລະຣັຖບານກໍຍັງບໍ່ມີເງິນຕຣາຕ່າງປະເທດສໍາລອງພຽງພໍ ທີ່ຈະໃຫ້ປະຊາຊົນລາວ ແລກປ່ຽນໄດ້, ເຮັດໃຫ້ຍັງມີການແລກປ່ຽນເງິນຕຣານອກະບົບ ໃນອັດຕຣາສູງກວ່າທະນາຄານກັນຢູ່.

ດັ່ງທີ່ນາງເວົ້າວ່າ:

ເພາະທຸກຢ່າງມັນນໍາເຂົ້າໝົດເດ້ ບ້ານເຮົາມັນບໍ່ໄດ້ຜະລິດຫຍັງຈັກຢ່າງ ບາດນີ້ນໍາເຂົ້າທຸກຢ່າງ ເງິນເພີ່ມຂຶ້ນມັນກະ ຂອງທຸກຢ່າງຂຶ້ນລາຄາໝົດເລີຍ ເງິນລາວມັນເຟີ້ເດ່ ແລ້ວບາດນີ້ເຮົາຂາຍກໍຂາຍ ເປັນເງິນກີບ ບາດເຮົາໄປປ່ຽນເປັນບາດເປັນຫຍັງມັນກໍຍາກຫັ້ນນ່າ ເພາະທະນາຄານແລກປ່ຽນອິຫຍັງ ມັນກໍບໍ່ມີຄືແຕ່ກ່ອນແລ້ວຫັ້ນນ່າ.

ນາງເວົ້າຕື່ມວ່າ ເມື່ອເປັນຄືແນວນັນ ຣັຖບານຄວນສົ່ງເສີມໃຫ້ມີການສ້າງໂຮງ ງານອຸດສາຫະກັມປຸງແຕ່ງ ເຄື່ອງອຸປະໂພກ-ບໍຣິໂພກ, ຜລິດສິນຄ້າ ພາຍໃນປະເທດໃຫ້ຫລາຍຂຶ້ນ ແລະສົ່ງເສີມໃຫ້ປະຊາຊົນລາວ ໃຊ້ສິນຄ້າລາວ ເພື່ອຫລຸດຜ່ອນການນໍາເຂົ້າ ອັນຈະເຮັດໃຫ້ເງິນໝຸນວຽນຢູ່ພາຍໃນປະເທດ.

ປະຊາຊົນລາວ ອີກຜູ້ນຶ່ງ ກໍເວົ້າວ່າ ສາເຫດນຶ່ງສໍາຄັນ ທີ່ເຮັດໃຫ້ເສຖກິຈ ແລະການເງິນລາວ ຕົກຕໍ່າ ແມ່ນເປັນຍ້ອນ ຢູ່ພາຍໃນປະເທດ ຍັງມີການແລກ ປ່ຽນເງິນຕຣາ ນອກລະບົບຢູ່ ເຮັດໃຫ້ມີການຟອກເງິນ ແລະປັ່ນປ່ວນອັດຕຣາແລກປ່ຽນເງິນຕຣາ.

ເຮົາແລກປ່ຽນ ພວກຢູ່ນອກ ທີ່ບໍ່ໄດ້ກ່ຽວຂ້ອງກັບທະນາຄານຫັ້ນນ່າ ເຂົາເຈົ້າຟອກເງິນພ້ອມ ເຂົາເຈົ້າພະຍາຍາມເພີ່ມເຣດ ເງິນຂຶ້ນ ແລ້ວມັນບໍ່ຍອມລົງດຽວນີ້ນ່າ ອັດຕຣາການເງິນ ຂອງທີ່ເຂົາເຈົ້າປະເງິນຖິ້ມໄວ້ມັນຍັງຢູ່ເດ້.

ບັນຫານີ້ ເປັນເຣື່ອງທີ່ຣັຖບານ ຈະຕ້ອງໄດ້ແກ້ໄຂ ດ້ວຍການຕິດຕາມ ກວດກາຢ່າງຈິງຈັງ ໂດຍທີ່ແຕ່ລະທະນາຄານ ຕ້ອງມີເງິນຕຣາຕ່າງປະເທດສໍາຮອງ ທີ່ສາມາດໃຫ້ຊາວຄ້າຂາຍ ແລກປ່ຽນໄດ້ ບໍ່ແມ່ນແຕ່ສະເພາະໃຫ້ນັກທຸຣະກິຈ ບໍ່ດັ່ງນັ້ນ ຕໍ່ໃຫ້ເຈົ້າໜ້າທີ່ ປາບປາມຮ້ານແລກປ່ຽນ ເງິນຕຣານອກະບົບໄດ້ ບັນຫາທີ່ວ່ານັ້ນ ກໍຈະຍັງມີຢູ່ຄືເກົ່າ.

ໃນຂະນະດຽວກັນ ປະຊາຊົນອີກຜູ້ນຶ່ງ ກໍເວົ້າວ່າ ອີກສາເຫດນຶ່ງ ທີ່ເຮັດໃຫ້ຣັຖບານ ບໍ່ສາມາດແກ້ໄຂບັນຫາເສຖກິຈ ແລະການເງິນຕົກຕໍ່ານີ້ໄດ້ ແມ່ນຍ້ອນລະບົບການເຮັດວຽກຢູ່ລາວ ບໍ່ເຂັ້ມແຂງ ແລະບໍ່ມີງົບປະມານພຽງພໍ ທີ່ຈະສົ່ງເສີມໃຫ້ພະນັກງານ-ຣັຖກອນ ເຮັດວຽກຢ່າງຈິງຈັງ, ເມື່ອມີໂອກາດ ພວກເຂົາເຈົ້າກໍໂກງກິນ ເພາະເງິນເດືອນໜ້ອຍ ບໍ່ກຸ້ມຢູ່ບໍ່ກຸ້ມກິນ ແລະການກວດກາການສໍ້ ຣາບັງຫລວງ ກໍເປັນເຣື່ອງຍາກ ເພາະກວດກາຍາກ ຍ້ອນຜູ້ທີ່ສໍ້ໂກງເປັນເຄືອຍາດກັນ, ເກັບເງິນຈາກປະຊາຊົນມາໄດ້ ກໍໂກງເອົາໄປ ສ້າງຮັ່ງຄູນມີ ໃນຂະ ນະທີ່ເງິນເດືອນ ໄດ້ພຽງ 2 ລ້ານປາຍກີບ; ເມື່ອຣັຖບານບໍ່ມີເງິນ ກໍກູ້ຢືມເປັນນີ້ສິນຕ່າງປະເທດ ເປັນຕົ້ນກໍແມ່ນຈີນ.

ດັ່ງທີ່ທ່ານກ່າວວ່າ:

ລະບົບລາວມັນບໍ່ເຂັ້ມແຂງ ບໍ່ເຂັ້ມງວດ ມັດຮັດກຸມບໍ່ໄດ້ ມັນມີເປັນຮູບການ ພໍໄປກວດພໍມັນຄືຫັ້ນນ່າ ເນາະ ເພາະວ່າມັນເປັນນໍາເຈົ້ານໍານາຍພຸ້ນເດ້ ມັນຮົ່ວມາແຕ່ແປນ່າ ມີແຕ່ລູກຫລານກັນທັງນັ້ນນ່າ ສົມມຸດວ່າເກັບເງິນມາແລ້ວ ບໍ່ໄປຖອກຫັ້ນນ່າ ພັດແມ່ນພີ່ນ້ອງຕົນເອງ ກໍວ່າກັນບໍ່ໄດ້ ມັນກໍຢາກເຮັດແບບນີ້ເປັນໜີ້ຕ່າງປະເທດ ຢືມນໍາຈີນເນາະ ເອົາ ບໍ່ຄໍາຢູ່ເຂດນັ້ນ ດິນຢູ່ນີ້ໄປຄໍ້າປະກັນເຂົາ ມັນຄຸ້ມຄອງບໍ່ໄດ້ຫັ້ນນ່າ. ທ່ານກ່າວຕື່ມວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ ຢາກໃຫ້ຣັຖບານ ແກ້ໄຂເຣື່ອງລະບົບການເຮັດວຽກໃນລາວ ໃຫ້ເຂັ້ມແຂງຂຶ້ນ ບໍ່ຄວນເອົາແຕ່ພີ່ນ້ອງ ເຄືອຍາດກັນ ເຂົ້າເຮັດວຽກ ເພາະການກວດກາມີຄວາມຫຍຸ້ງຍາກ ເຮັດໃຫ້ມີການໂກງກິນໄດ້ງ່າຍ, ເງິນທີ່ເກັບໄດ້ ຖືກຖອກເຂົ້າຄັງໜ້ອຍ, ບໍ່ມີງົບປະມານໃຊ້ຈ່າຍ.

ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ນອກຈາກບັນຫານັ້ນແລ້ວ ໃນຄວາມເປັນຈິງ ຣັຖບານຄວນຈະຄວບຄຸມລາຄາສິນຄ້ານໍາດ້ວຍ ບໍ່ໃຫ້ແພງເກີນໄປ.

ຍອມເລີຍ ເພາະວ່າຊື້ກິນມັນກໍແພງເນາະ ບໍ່ວ່າແຕ່ອັນໃດຫັ້ນນ່າ ມັນກໍຂຶ້ນຂຶ້ນຫລາຍເດ້ ຢາກໃຫ້ເພິ່ນຄວບຄຸມອັນສິນຄ້າເນາະ ເຄື່ອງໃຊ້ຂອງສອຍຫັ້ນນ່າ ມັນຂຶ້ນແທບເຄິ່ງພຸ້ນນ່າ.

ກ່ຽວກັບບັນຫາທີ່ວ່ານັ້ນ ເມື່ອບໍ່ດົນມານີ້ ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານ ສະຖາບັນ ວິທຍາສາດເສຖກິຈ ແລະສັງຄົມແຫ່ງຊາ ກໍຍອມຮັບຕໍ່ສື່ມວນຊົນລາວວ່າ ປະເທດລາວຕົກຢູ່ໃນສະພາບເສຖກິຈ-ການເງິນຕົກຕໍ່າ ກໍຍ້ອນຫລາຍສາເຫດ ເປັນຕົ້ນ ເສຖກິຈລາວອ່ອນແອ ຖືກກະທົບໄດ້ງ່າຍ, ອາສແຕ່ຊັພຍາກອນທໍາມະຊາດ ຊຶ່ງມີລາຄາຕົກຕໍ່າ ແຕ່ປີ 2016 ເປັນຕົ້ນມາ, ການຜລິດພາຍໃນໜ້ອຍ, ບໍ່ມີອຸດສາຫະກັມປຸງແຕ່ງ. ຣັຖບານລາວ ຍົກເວັ້ນພາສີອາກອນ ໃຫ້ນັກລົງທຶນຫລາຍເກີນໄປ ເຮັດໃຫ້ຣັຖບານຂາດລາຍໄດ້ ຂາດເຂີນຄົນງານ ກະທົບຕໍ່ການລົງທຶນ ຂາດດູນງົບປະມານມາຕລອດ, ລາຍຈ່າຍຫລາຍກວ່າລາຍຮັບ ກູ້ຢືມເງິນຈາກຕ່າງປະເທດຫລາຍເກີນໄປ, ເງິນຕຣາຕ່າງປະເທດມີໜ້ອຍ, ເສຖກິຈນອກະບົບ ແຂງແຮງກວ່າໃນະບົບ ເງິນຕຣາຕ່າງປະເທດຢູ່ໃນມືປະຊາຊົນ ຫລາຍກວ່າຣັຖບານ ແລະຄົນງານລາວ ໜີໄປເຮັດວຽກຢູ່ຕ່າງປະເທດ.

ເຈົ້າໜ້າທີ່ການຄ້າ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍເວົ້າວ່າ ເງິນກີບຍັງເຟີ້ ແລະອ່ອນຄ່າຢູ່ ຍັງບໍ່ມີແນວໂນ້ມຈະແຂງຂຶ້ນ, ສາເຫດກໍມີຫລາຍປັດໄຈ, ສ່ວນນຶ່ງກໍແມ່ນຍ້ອນ ປະເທດລາວ ນໍາສິນຄ້າເຂົ້າມາຈາກຕ່າງປະເທດຢ່າງດຽວ ເພາະການຜະລິດພາຍໃນໜ້ອຍ.

ຄວາມອ່ອນຄ່າຂອງເງິນກີບ ຍັງບໍ່ມີແນວໂນ້ມແຂງເທື່ອ ຍັງອ່ອນຢ່ ການຜະລິດພາຍໃນຂອງພວກເຮົາ ມັນຍັງບໍ່ເຂັ້ມ ແຂງ ຍັງບໍ່ທັນໄດ້ຫລາຍ ຄັນເອົາບໍ່ເອົາເຂົ້ານອກ ມັນກໍບໍ່ມີເດ້ ມັນກໍຈໍາເປັນແຫລະ ການຜລິດພາຍໃນຍັງບໍ່ຕອບສນອງໄດ້.

ກ່ຽວກັບບັນຫາດັ່ງກ່າວ ທ່ານ ຈາຕຸຣົງ ບຸນນາກ ປະທານສະພາທຸຣະກິຈ ໄທຍ-ລາວ ໃຫ້ສັມພາດ ຜ່ານຣາຍການ ທັນໂລກເສຖກິຈ ຊ່ອງ 5 ຂອງໄທຍ ເມື່ອບໍ່ດົນມານີ້ວ່າ ເງິນເຟີ້ຍັງສູງຢູ່ ແຕ່ກໍຍັງຄວບຄຸມອັດຕຣາແລກປ່ຽນ ເງິນກີບອ່ອນຄ່າ ມາແຕ່ປີ 2016, ແຕ່ຣັຖບານລາວ ພະຍາຍາມແກ້ໄຂມາຕລອດ ແລະໃນອະນາຄົດ ຍັງບໍ່ນ່າກັງວົນໃຈເທົ່າໃດ ວ່າ ລາວ ຈະລົ້ມລະລາຍ.

ດັ່ງທີ່ທ່ານກ່າວວ່າ:

ເງິນເຟີ້ຍັງສູງຢູ່ ແຕ່ກໍຍັງຄວບຄຸມ ອັດຕຣາແລກປ່ຽນຂອງລາວ ເຂົາມີບັນຫາກະທົບມາຕັ້ງແຕ່ປີ 2559 ຫລືແຕ່ປີ 2016 ແລ້ວ ທີ່ຜ່ານມານີ້ ທີ່ເຂົາມາອອກສະກຸນບາທ ເຂົາກໍສາມາດ ຊໍາລະໄດ້ ທາງຣັຖບານລາວ ໃຫ້ເລັ່ງລັດ ແລະກໍສ້າງວິນດ້ານການຊໍາະໜີ້ ຕ່າງປະເທດ ບໍ່ນ່າກັງວົນໃຈພໍເທົ່າໃດ.

ອີງຕາມຄໍາສັ່ງ ຂອງນາຍົກຣັຖມົນຕຣີລາວ ວັນທີ 29 ສິງຫາ 2023, ໃຫ້ກະ ຊວງການເງິນ, ກະຊວງອຸດສາຫະກັມ ແລະການຄ້າ ແລະທະນາຄານແຫ່ງ ສປປ ລາວ ຮ່ວມກັນແກ້ໄຂ ບັນຫາເງິນເຟີ້ ແລະເງິນກີບອ່ອນຄ່າ ໃຫ້ຜ່ອນ ຄາຍລົງ ໂດຍຄວບຄຸມ ຄຸ້ມຄອງອັດຕຣາເງິນເຟີ້ ໃຫ້ຫລຸດລົງ ພ້ອມທັງສຸມໃສ່ຄວບຄຸມລາຄາສິນຄ້າ ທີ່ສົ່ງຜົນກະທົບຕໍ່ການດໍາເນີນຊີວິດ ຂອງປະຊາຊົນ ແລະຕິດຕາມກວດກາ ການແກ້ໄຂແລກປ່ຽນເງິນຕຣາ ທີ່ບໍ່ຖືກຕ້ອງ ແລະໃຫ້ດໍາເນີນຄະດີ ຕໍ່ບຸກຄົນ ນິຕິບຸກຄົນ ທີ່ແລກປ່ຽນຊະຊາຍ ດໍາເນີນຕາມຂະບວນການ ຂອງກົດໝາຍຢ່າງເຂັ້ມງວດ ແລະສະກັດກັ້ນ ການລັກລອບນໍາສິນຄ້າ ຜິດກົດໝາຍ ເຂົ້າມາ ແລະຈໍາກັດ ການນໍາສິນຄ້າ ທີ່ຟູມເຟືອຍ ເຂົ້າມາ ແລະເຮັດໃຫ້ຫລຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.