ເງິນກີບຍັງເຟີ້ ຕໍ່ໄປ, ສ່ວນຣັຖ ຂາຍພັນທະບັດ
2023.09.06

ໃນເດືອນກັນຍາ 2023 ອັດຕຣາເງິນບາທຢູ່ຕລາດນອກລະບົບ ບາງແຫ່ງໃນອາທິດທີ່ຜ່ານມາ ຂຶ້ນຮອດ 680,000 ກີບ ຕໍ່ 1,000 ບາທ ສ່ວນອັດຕຣາເງິນໂດລ້າຣ໌ ຢູ່ທີ່ 2,200,000 ກີບ ຕໍ່ 100 ໂດລ້າຣ໌.
ສ່ວນວ່າ ປີ 2022 ທີ່ຜ່ານມາ ອັດຕຣາ ແລກປ່ຽນເງິນ ຢູ່ຮ້ານແລກປ່ຽນນອກລະບົບ ເງິນບາທ 500,000 ປາຍກີບ ຕໍ່ 1,000 ບາທ, ສ່ວນວ່າ ເງິນໂດລ້າຣ໌ ປະມານ 1,500,000 ກີບຕໍ່ 100 ໂດລ້າຣ໌.
ນັກທຸຣະກິຈ ທ່ານນຶ່ງ ໄດ້ໃຫ້ສໍາພາດກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ: “ຊິ້ນໝູດຽວນີ້ 80,000 ກີບ ເມື່ອສອງທິດກ່ອນ 75,000 ກີບ. ຄັນວ່າ ເອົາບາທໄປແລກກີິບເຂົາຈະໄລ່ກັນຖືກ ແຕ່ວ່າ ເອົາກີບໄປແລກບາທ ບໍ່ມີໃຜກ້າເອົາ ແລະ ໄປຊື້ຂອງບໍ່ມີໃຜກ້າເອົາ ຄັນເອົາເຂົາກະໄລ່ແພງ 680 ພຸ້ນ, ໂດລ້າຣ໌ ຄືວ່າ 22,000 ກີບ ຕໍ່ໂດລ້າຣ໌.”
ນັກທຸລະກິຈ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຢູ່ຕລາດນອກລະບົບ ບາງບ່ອນ ເງິນບາທຂຶ້ນຮອດ 680,000 ກີບ ຕໍ່ 1,000 ບາທ ຣັຖບານ ມີແຕ່ຕັ້ງ ເຣດອັດຕຣາການແລກປ່ຽນ ແຕ່ ບໍ່ມີເງິນຕຣາຕ່າງປະເທດຂາຍໃຫ້ ມີແຕ່ຊື້ໄວ້.”
ນັກທຸຣະກິຈທ່ານນີ້ ກ່າວຕື່ມອີກວ່າ:
“ເອົາເງິນກີບໄວ້ ມັນກໍບໍ່ອຸ່ນໃຈເດືອນນຶ່ງມັນເຟີ້ 20-30 ເປເຊັນ ຂັ້ນກໍາເງິນກີບໄວ້ມັນກະອັນຕະຣາຍແຫຼ ມັນກະບໍ່ມີຄ່າຫຍັງຫຼາຍ ມັນເປັນຄືເສດກະດາດເຮົາລະ ມັນບໍ່ຢາກອຸ່ນໃຈລະນ່າດຽວນີ້.”
ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ, ອັດຕຣາເງິນເຟີ້ ໃນເດືອນມິຖຸນາ ຢູ່ທີ 28.64%, ເດືອນກໍຣະກະດາ ຢູ່ທີ່ 27.80% ແລະ ເດືອນສິງຫາ ອັດຕຣາເງິນເຟີຢູ່ທີ່ 25.88%.
ໃນການແກ້ໄຂບັນຫາ ເສຖກິຈ ແລະ ບັນຫາເງິນເຟີ້ ຣັຖບານ ໄດ້ປະກາດຂາຍພັນທະບັດເປັນງວດທີ 3.
ທະນາຄານແຫ່ງ ສປປ ລາວ ໄດ້ປະກາດຂາຍພັນທະບັດ ສະກຸນເງິນກີບ ງວດທີ 03 ຈຳນວນ 3,000 ຕື້ກີບ, ອັດຕາດອກເບັ້ຍ 15%/ປີ ເຊິ່ງອາຍຸພັນທະບັດ 06 ເດືອນ. ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງ ໃນລະຫວ່າງ ວັນທີ 06-08 ກັນຍາ 2023.
ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ອອກພັນທະບັດ ງວດທີ 2 ດອກເບ້ຍ 20% ຕໍ່ປີ (ອາຍຸ 6 ເດືອນ) ມູນຄ່າ 1,000 ຕື້ກີບ ເຊິ່ງອອກຈໍາໜ່າຍ ໃນວັນທີ 09 ມົກກະຣາ 2023.
ສ່ວນວ່າ ງວດທີ 1, ຣັຖບານ ໄດ້ອອກໃນວັນທີ 15 ມິຖຸນາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ອອກຈຳໜ່າຍພັນທະບັດ ສະກຸນເງິນກີບ, ວົງເງິນ 5,000 ຕື້ກີບ, ດອກເບ້ຍ 20% ຕໍ່ປີ, ອາຍຸພັນທະບັດ 06 ເດືອນ.
ສ່ວນວ່າ ເຣື່ອງລາຄາສິນຄ້າແພງ ເຈົ້າໜ້າທີ່ກ່ຽວຂ້ອງ ກໍມີການອອກລະບຽບຫຼັກການ ເພື່ອກໍານົດຄວບຄຸມລາຄາ.
ເຈົ້າໜ້າທີ່ການຄ້າ ທ່ານນຶ່ງ ໄດ້ກ່າວວ່າ:
1 “ພວກເຮົາກໍໄດ້ກໍານົດໄປແລ້ວ ເຣື່ອງລາຄາ ອັນຈໍາເປັນບາງສິນຄ້າ ປັດຈຸບັນ ການເພີ່ມຂຶ້ນສິນຄ້າຂອງພວກເຮົາກໍ ຈໍາເປັນຕ້ອງໃສ່ລາຄາຂຶ້ນເຕີ່ມ ລະກະກໍານົດຕື່ມ.”
ແຕ່ ລາຄາສິນຄ້າບາງຢ່າງ ເຈົ້າໜ້າທີ່ຕ້ອງໄດ້ປ່ອຍໄປຕາມກົນໄກລາຄາຕລາດ.
ເຈົ້າໜ້າທີ່ການຄ້າ ທ່ານນີ້ ກ່າວຕື່ມອີກວ່າ:
2 “ອັດຕາມນິຕິກັມຂອງພວກເຮົາຫັ້ນເນາະ ສິນຄ້າບາງຢ່າງທີ່ເຮົາຄວບຄຸມ ກໍຊິຄິດໄລ່ຕາາຕົ້ນທຶນ ສິນຄ້າໂຕອື່ນເຮົາຈະປ່ອຍ ໄປຕາມເສຖກິຈກົລໄກການຕລາດ.”
ປັດຈຸບັນ ປະເທດລາວ ກໍາລັງຕົກຢູ່ໃນສະພາບຂາດແຄນ ເງິນຕຣາຕ່າງປະເທດ ແລະ ພາວະໜີ້ສິນ.
ທີ່ຜ່ານມາ, ສຳນັກຂ່າວ ເອເຊັຽທາມສ໌ ໄດ້ຣາຍງານ ແລະ ວິເຄາະວ່າ ໜີ້ສິນຂອງປະເທດລາວ ລວມທັງໜີ້ສິນ ຄຳປະກັນ ທີ່ບໍ່ໄດ້ລະບຸ ຢູ່ໃນໂຕເລກ ນັ້ນຈະເຮັດໃຫ້ ຍອດມູນຄ່າທັງໝົດ ຂອງໜີ້ສິນ ທີ່ຣັຖບານລາວ ຈະຮັບຜິດຊອບນັ້ນ ມີອັດຕຣາສ່ວນເກີນ 100% ຂອງລວມຍອດ ມູນຄ່າຜລິຕພັນພາຍໃນ ຫຼື GDP.
ຫຼັງຈາກ ປະເທດສີລັງກາ ເກີດວິກິດການ ທາງດ້ານການເງິນ ໃນຕົ້ນປີ 2022, ປະເທດລາວ ປະສົບກັບບັນຫາ ທາງດ້ານການເງິນ ແລະ ສະຖາບັນຫານເງິນຕ່າງໆ ກໍບໍ່ໃຫ້ຄວາມສົນໃຈ ໃຫ້ເງິນກູ້ຢືມແກ່ລາວ.
ສຳນັກຂ່າວ ເອເຊັຽທາມສ໌ ຍັງຣາຍງານວ່າ ປະເທດລາວ ຈະຕ້ອງຈ່າຍໜີ້ສິນ ຕໍ່ປີເປັນມູນຄ່າ 1.3 ລ້ານໂດລ້າຣ໌ ແຕ່ປີ 2022-2026. ຣັຖບານລາວ ປັດຈຸບັນ ກຳລັງຂຸ້ນຂ້ຽວ ການຄ້ຳປະກັນ ຂໍເລື່ອນການຊຳລະໜີ້.
ປະເທດລາວ ມີບັນຫາການຈ່າຍໜີ້ສິນ ຕາມກຳນົດເວລາ ຍ້ອນວ່າ ປະເທດລາວ ໄດ້ຮັບຜົລກະທົບທາງດ້ານເສຖກິຈ.
ປະເທດລາວ ຕິດໜີ້ຕ່າງປະເທດ ເພີ່ມຂຶ້ນເປັນລຳດັບ ໂດຍສະເພາະນັບແຕ່ປີ 2010-2016 ເຊິ່ງເປັນປີທີ່ຣັຖບານ ມີການຢືມຕ່າງປະເທດຫຼາຍ. ອີງຕາມຂໍ້ມູນຈາກກະຊວງການເງິນ, ໃນປີ 2010 ປະເທດລາວ ໃຊ້ໜີ້ຕ່າງປະເທດ ບໍ່ເກີນ 160 ລ້ານ ໂດລ້າຣ໌ ສະຫະຣັຖ ແຕ່ ປີ 2019 ປະເທດລາວ ຕ້ອງຈ່າຍໜີ້ 1,200 ລ້ານ ໂດລ້າຣ໌ ສະຫະຣັຖ ຕໍ່ປີ ມາຮອດປີ 2022 ນີ້ລະແມ່ນ 1,400 ລ້ານໂດລ້າຣ໌ ສະຫະຣັຖຕໍ່ປີ ສະເພາະໃຊ້ໜີ້ສິນຕ່າງປະເທດ.”
ສະຖາບັນ Moody’s ທີ່ເປັນສະຖານບັນ ຈັດອັນດັບຄວາມໜ້າເຊື່ອຖື ຂອງການຈ່າຍໜີ້ ໄດ້ຈັດອັນດັບປະເທດລາວ ເປັນປະເທດທີ່ບໍ່ມີຄວາມສາມາດໃຊ້ໜີ້ ໃຫ້ຫຼຸດລົງໄປຕື່ມອີກ ຍ້ອນວ່າ ປະເທດລາວ ມີບັນຫາຂາດແຄນເງິນຕຣາ ຕ່າງປະເທດ ແລະ ເງິນຕຣາໃນປະເທດ ໃນໄລຍະຍາວ.
ໃນການເດືອນມິຖຸນາ 2022 ທີ່ຜ່ານມາ ຜແນກຝ່າຍນັກລົງທຶນ ຂອງສະຖາບັນ Moody’s ໄດ້ຈັດອັນດັບປະເທດລາວ ໃຫ້ຢູ່ໃນອັນດັບ Caa3 ຈາກແຕ່ກ່ອນຢູ່ໃນອັນດັບ Caa2.
ແຕ່ກ່ອນລາວ ຢູ່ໃນອັນດັບ Caa2 ກໍເປັນອັນດັບທີ່ ບໍ່ມີຄວາມສາມາດ ໃນການໃຊ້ໜີ້ຢູ່ແລ້ວ ແລະ ມາຖືກຈັດຢູ່ໃນອັນດັບ Caa3 ກໍຍັງຍິ່ງຢູ່ໃນອັນດັບ ທີ່ຫຼຸດລົງ ຫຼືເປັນອັນດັບທີ່ ຂີ້ຮ້າຍກວ່າເກົ່າ.
ສະຖາບັນ Moody’s ມີຫ້ອງການໃຫຍ່ ຕັ້ງຢູ່ປະເທດສະຫະຣັຖອາເມຣິກາ ແລະ ຍັງມີຫ້ອງການທີ່ເປັນໂຕແທນຕັ້ງຢູ່ຫຼາຍປະເທດ (ສຖາບັນ ຈັດອັນດັບ ຄວາມໜ້າເຊື່ອຖື).
ສະຖາບັນ Moody’s ໄດ້ຣາຍງານວ່າ ການຕັດສິນໃຈ ຈັດອັນດັບໃຫ້ລາວ ລົງມາຢູ່ໃນລະດັບ Caa3 ນັ້ນສະທ້ອນໃຫ້ເຫັນເຖິງ ຄວາມສ່ຽງຂາດແຄນເງິນສົດ ແລະ ຄວາມບອບບາງ ທີ່ປະເທດລາວຕ້ອງຕົກເປັນໜີ້ ລວມທັງ ຄວາມອ່ອນແອຂອງ ຣັຖບານລາວ ທີ່ເຮັດໃຫ້ເກີດຄວາມສ່ຽງຫຼາຍຂຶ້ນ.
ໃນການແກ້ໄຂບັນຫາ ທາງດ້ານການເງິນ, ປະເທດລາວ ກໍຍັງເພິ່ງພາອາໄສ ການຄ້າພາຍໃນ ແລະ ຕ່າງປະເທດ ຫຼາຍຂຶ້ນກວ່າເກົ່າ ເຊິ່ງຈະສົ່ງຜົລເຮັດໃຫ້ ມີການເປີດເຜີຍໂຕເອງ ຕໍ່ຕລາດທາງການຄ້າ ຫຼາຍຂຶ້ນ.
ກ່ຽວກັບການຊໍາລະໜີ້ສິນ, ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”
ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ:
“ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງ ຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້.”
ສິ່ງທີ່ເກີດຂຶ້ນຜ່ານມາ ບໍຣິສັດຈີນທີ່ຊື່ວ່າ China Southern Power Grid ເຂົ້າມາຄວບຄຸມ ແລະ ຖືຮຸ້ນຫຼັກໃນໂຄງການລະບົບ ສາຍສົ່ງໄຟຟ້າລາວ ຂອງບໍຣິສັດ ຣັຖວິສາຫະກິຈໄຟຟ້າລາວ ຍ້ອນວ່າ ລາວຕິດໜີ້ຈີນ ອີງຕາມການຣາຍງານ ຂອງສຳນັກຂ່າວ Reuters ຂອງອັງກິດ.
ອົງການ Fitch Rating ທີ່ເປັນອົງການ ຈັດອັນດັບຄວາມໜ້າເຊື່ອຖື ດ້ານການຈ່າຍໜີ້ ທີ່ຕັ້ງຢູ່ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານ 2021 ວ່າ:
“ປະເທດລາວຍັງຄ້າງຈ່າຍໜີ້ສິນ ໃຫ້ຕ່າງປະເທດ ປະມານ 400 ລ້ານ ໂດລ້າຣ໌ ສະເພາະໃນປີ 2021, ແລະ ແຕ່ ປີ 2022-2025 ປະເທດລາວ ມີໜີ້ຕ້ອງຈ່າຍປະມານ 1 ຕື້ ໂດລ້າຣ໌ (1,000 ລ້ານ ໂດລ້າຣ໌) ໃນຂນະທີ່ ຣັຖບານລາວ ໃຊ້ໜີ້ໄດ້ພຽງ 150 ລ້ານ ໂດລ້າຣ໌ ໃນເດືອນ ມິຖຸນາ 2021.”
ອີງຕາມການຄາດການ ຂອງອົງການ Fitch Ratings, ຣັຖບານລາວ ຍັງຈະສືບຕໍ່ຂາຍຊັບສິນ ແລະ ຂາຍສັມປະທານ ເພີ່ມເຕີມອີກ ເພື່ອເອົາເງິນມາໃຊ້ໜີ້ຕ່າງປະເທດໃນອີກ 5 ປີ ຕໍ່ໜ້າໂດຍສເພາະ ຄະນະຣັຖບານຊຸດໃໝ່ ທີ່ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການໃຊ້ໜີ້.