ເຣື້ອງທີ່ເກັບບັນທຶກໄວ້
2022-09-12
ເປີດສົກຮຽນໃໝ່ແລ້ວ ແຕ່ບັນຫາຄຣູບໍ່ພຽງພໍ ກັບຈຳນວນນັກຮຽນ ທີ່ເພີ່ມຂຶ້ນ ຍັງລໍຖ້າໃຫ້ຣັຖບານ ແກ້ໄຂໃຫ້ຖືກຈຸດ ໂດຍສະເພາະ ຄຣູອາສາ ທີ່ເຂົ້າມາສອນ ນັກຮຽນໂດຍບໍ່ໄດ້ເງິນເດືອນ ຍິ່ງຮ້າຍໄປກວ່ານັ້ນ ບາງຄົນ ສອນມາໄດ້ຫຼາຍປີ ແຕ່ຜົລສຸດທ້າຍ ຕ້ອງລາອອກ ໄປປະກອບອາຊີບອື່ນ.
2022-09-12
ຣົຖບັນທຸກ ຂົນແຮ່ຄໍາ ທີ່ບໍ່ມີເອກສານ ອະນຸຍາດ ເຄື່ອນຍ້າຍ ຖືກເຈົ້າໜ້າທີ່ຍຶດໄດ້ ໃນຄືນວັນທີ 8 ກັນຍານີ້, ປັດຈຸບັນເຣື່ອງດັ້ງກ່າວ ຢູ່ລະຫວ່າງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຜແນກການເງິນ ແຂວງສວັນນະເຂດ.
2022-09-12
ປະຊາຊົນ ຢູ່ເມືອງຫລາ, ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມເມື່ອ 2 ສັບປະດາ ທີ່ຜ່ານມາ ຍັງບໍ່ທັນໄດ້ຮັບ ການຊ່ອຍເຫລືອ ຈາກຣັຖບານ ເທົ່າທີ່ຄວນເທື່ອ ຂະນະທີ່ ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຕ້ອງການຄວາມຊ່ອຍເຫຼືອ ເພື່ອຟື້ນຟູຊີວິຕ ແລະການກະເສຕ ຕ່າງໆ.
2022-09-12
ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ເຣີ່ມທົດລອງ ເກັບຄ່າບໍຣິການ ຝາກຣົຖ ຢູ່ສະຖານີ ຣົຖໄຟນະຄອນຫຼວງວຽງຈັນ ພ້ອມກັນນັ້ນ ກໍຕຣຽມເປີດ ໃຫ້ບໍຣິການຫ້ອງນ້ຳ ອອກອາຄານ ຜູ້ໂດຍສານ ໂດຍທັງໝົດນັ້ນ ຜູ້ໃຊ້ບໍຣິການ ຈະຕ້ອງໄດ້ເສັຽ ຄ່າໃຊ້ຈ່າຍ.
2022-09-11
ສເດັດ ສຸວັນນະພູມາ ກໍຮັບຫລັກການ ທີ່ຈະເຈຣະຈາກັບ ເຈົ້າສຸພານຸວົງ.
2022-09-10
ສານໄທຍ ຮື້ຟື້ນຄະດີ ການລັກພາໂຕ ນັກເຄື່ອນໄຫວ ດ້ານສິທທິທີ່ດິນ ຊາວກະຫລ່ຽງ ຄືນໃໝ່ ແລະ ສັ່ງຈັບຜູ້ຕ້ອງສົງໄສ 4 ຄົນ ທີ່ມີສ່ວນພົວພັນ ການການລັກພາໂຕ, ສ່ວນວ່າ ກໍຣະນີ ການລັກພາໂຕ ທ່ານ ສົມບັດ ນັກພັທນາດີເດັ່ນ ຂອງລາວ ຢູ່ປະເທດລາວ ຜ່ານໄປ 9 ປີ ປາຍແລ້ວ ແຕ່ທາງການລາວ ກໍຍັງມິດງຽບ.
2022-09-09
ເມືອງນາໝໍ້ ແຂວງອຸດົມໄຊ ແລະເມືອງຂວາ ແຂວງຜົ້ງສາລີ ເລັ່ງຟື້ນຟູ ເນື້ອທີ່ທົ່ງນາ ທີ່ເສັຽຫາຍຈາກພັຍນ້ຳຖ້ວມ ເພື່ອໃຫ້ທັນການປູກເຂົ້າໃນ ຣະດູແລ້ງປີນີ້.
2022-09-09
ໂຮງງານກັ່ນນໍ້າ ເຊື້ອເພີງລາວ ທີ່ວ່າຈະສາມາດກັ່ນນໍ້າມັນ ໄດ້ 3 ລ້ານຕັນຕໍ່ປີ ແລະໃນໄລ ຍະທີ 1 ຈະກັ່ນໄດ້ແຕ່ 1 ລ້ານຕັນຕໍ່ປີນັ້ນ ຍັງບໍ່ໄດ້ຂາຍນໍ້າມັນຈັກຢ່າງ ຍ້ອນໂຄງສ້າງ ລາຄາຈໍາໜ່າຍ ນໍ້າມັນຂອງບໍຣິສັດ ເປໂຕຣລາວ ຈໍາກັດຍັງບໍ່ທັນແລ້ວ.
2022-09-09
ຊາວບ້ານ ຈຳນວນ 341 ຄອບຄົວ ໄດ້ຮັບຄ່າຊົດເຊີຍ ຈາກເຂື່ອນໄຟຟ້ານໍ້າຄານ 3 ມູນຄ່າ 5.8 ຕື້ກີບ ຂະນະທີ່ ຍັງມີຊາວບ້ານ ອີກຈຳນວນຫຼາຍຄອບຄົວ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໂດຍສະເພາະ ຜູ້ທີ່ສູນເສັຽດິນ ເພື່ອຕັດເສັ້ນທາງຜ່ານ.
2022-09-09
ຍີ່ປຸ່ນ ມອບປາກະປ໋ອງ 402 ຕັນ, ມູນຄ່າປະມານ 3.6 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ຣັຖບານລາວ ຜ່ານອົງການອາຫານໂລກ ສໍາລັບໂຄງການ ອາຫານທ່ຽງ ເດັກນ້ອຍນັກຮຽນ ປະຖົມຢູ່ 31 ເມືອງໃນ 8 ແຂວງ ຊຶ່ງມີໂຮງຮຽນ 1,423 ແຫ່ງ ແລະ ນັກຮຽນ 132,450 ຄົນ.
2022-09-09
ຄົບຮອບ 5 ປີ ການປະທ້ວງໃຫຍ່ ຄະດີສໍ້ໂກງຊັພພົລເມືອງ ຂອງ ບໍຣິສັດ ພີເອັສ ເຖິງຕອນນີ້ ຍັງບໍ່ມີຄວາມຄືບໜ້າໃດໆ ກ່ຽວກັບການສົ່ງເງິນຄືນ ໃຫ້ກັບຜູ້ເສັຽຫາຍ ຂະນະທີ່ຜູ້ເສັຍຫາຍ ຫຼາຍຮ້ອຍຄົນ ໄດ້ແຕ່ຫວັງວ່າ ມື້ນຶ່ງຈະໄດ້ຮັບເງີນ ຂອງຕົນຄືນ.
2022-09-08
ກະຊວງ ປ້ອງກັນຄວາມສງົບ ແລະ ພາກສ່ວນກ່ຽວຂ້ອງ ແຂວງບໍ່ແກ້ວ ລົງພື້ນທີ່ກວດກາ ຫາສິ່ງຜິດກົດໝາຍ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ ຂອງຜູ້ປະກອບການ ແລະ ຄົນງານ ພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ ບໍ່ພົບຫຍັງ.
2022-09-08
ຜູ້ຂົນສົ່ງຢາເສບຕິດ 2 ຄົນ ຖືກຕຳຣວດ ເມືອງນານ ແຂວງຫຼວງພຣະບາງ ຈັບພ້ອມຢາເສບຕິດ ນໍ້າໜັກ 2,175 ກິໂລກຣາມ ແລະຢາເສບຕິດທີ່ຍຶດໄດ້ ມີຢາໄອສ໌ 259 ກິໂລກຣາມ, ໂຄເຄນ 1,807 ກິໂລກຣາມ, ເຮໂຣອີນ 109 ກິໂລກຣາມ.
2022-09-08
ຜົລກະທົບ ຈາກພັຍນ້ຳຖ້ວມ ເຮັດໃຫ້ປະຊາຊົນ ຫຼາຍຮ້ອຍຊີວິຕ ຕົກຢູ່ໃນຄວາມບຳບາກ ນັບຕັ້ງແຕ່ວັນທີ່ 31 ສິງຫາ ຮອດວັນທີ່ 8 ກັນຍາ ນີ້, ພົບຊາວບ້ານ 1,000 ປາຍຄົນ ໃນ 13 ບ້ານ ເຣີ່ມເປັນພຍາດໄຂ້ຫວັດໃຫຍ່ ແລະຖອກທ້ອງ ພາຍຫຼັງນໍ້າແຫ້ງ.
2022-09-08
ເຈົ້າໜ້າທີ່ ເມືອງໄຊເສດຖາ ໄດ້ລົງມາພົບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ແລະ ຫ້າມບໍ່ໃຫ້ເຂົາເຈົ້າ ໄປທວງຖາມຄ່າຊົດເຊີຍ ຈາກພາກສ່ວນກ່ຽວຂ້ອງອີກ ແຕ່ບອກໃຫ້ຊາວບ້ານລໍຖ້າ ຂະນະນີ້ຊາວບ້ານ ຍັງບໍ່ຮູ້ວ່າ ຈະໄດ້ຮັບຄ່າຊົດເຊີຍ ປີໃດ.