ຍຶດຢາເສບຕິດ ພ້ອມຜູ້ຂົນສົ່ງ 2 ຄົນ ຢູ່ຫຼວງພຣະບາງ
2022.09.08
ໃນວັນທີ່ 19 ສິງຫາ 2022 ເຈົ້າໜ້າທີ່ຕໍາຣວດເມືອງນານ ແຂວງຫຼວງພຣະບາງ ຈັບຜູ້ຂົນສົ່ງຢາເສບຕິດໄດ້ຈໍານວນ 2 ຄົນ ພ້ອມກັບຢາເສບຕິດ ນໍ້າໜັກ 2,175 ກິໂລກຣາມ ພາຍໃນຣົຖບັນທຸກ 12 ລໍ້ ປ້າຍທະບຽນ ມາຈາກນະຄອນຫຼວງວຽງຈັນ ໂດຍເອົາເສດເຫຼັກປົກປິດໄວ້ ເຈົ້າໜ້າທີ່ຈຶ່ງຈັບຜູ້ຂັບຣົຖ 2 ຄົນດັ່ງກ່າວ ເພື່ອນໍາໂຕໄປດໍາເນີນຄະດີຕາມກົດໝາຍ ແລະສືບສວນ-ສອບສວນ ຫາຜູ້ຮ່ວມຂບວນການ ສ່ວນແຫຼ່ງທີ່ມາ ແລະປາຍທາງຂອງຢາເສບຕິດນັ້ນ ເຈົ້າໜ້າທີ່ ກໍຍັງບໍ່ຮູ້ຣາຍລະອຽດເທື່ອ ແລະຍັງຢູ່ລະຫວ່າງ ການສືບສວນ-ສອບສວນ ຂອງເຈົ້າໜ້າທີ່.
ດັ່ງເຈົ້າໜ້າທີ່ ຕໍາຣວດເມືອງນານ ແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ່ 8 ກັນຍາ ນີ້ວ່າ:
“ກະຢູ່ເມືອງຂອງພວກເຮົາ ເຮົາໄດ້ກວດກາຕາມໜ້າທີ່ ພວກເຮົາກະເລີຍພົບເນາະ ກະເປັນຄັ້ງນຶ່ງ ທີ່ພວກເຮົາຈັບໄດ້ ທີ່ມີຂອງກາງເປັນຈໍານວນຫຼາຍເນາະ ສ່ວນເຣື່ອງ ທີ່ພາຍຫຼັງພວກເຮົາກວດພົບ ພວກເຮົາຈັບໄດ້ ຖືວ່າທາງແຂວງເຂົາເຈົ້າກະມາເອົາໄປເນາະ ສ່ວນກ່ຽວກັບຂໍ້ມູນ ທີ່ໄປທີ່ມານັ້ນ ຖືວ່າພວກເຮົາກະບໍ່ຮູ້ເນາະ ບໍ່ສາມາດຢັ້ງຢືນໄດ້ເນາະ.”
ການຈັບຢາເສບຕິດລ໊ອດໃຫຍ່ໃນເທື່ອນີ້ ຂອງແຂວງຫຼວງພຣະບາງ ຄາດວ່າ ມີແຫຼ່ງຂ່າວພາຍໃນ ສົ່ງຂໍ້ມູນໃຫ້ທາງປກສ ແຂວງຫຼວງພຣະບາງຮັບຮູ້ ທາງ ປກສ ແຂວງຫຼວງພຣະບາງ ຈຶ່ງໄດ້ສັ່ງໃຫ້ຕໍາຣວດເມືອງນານ ແຂວງຫຼວງພຣະບາງ ຕັ້ງຈຸດກວດກາ ເພື່ອສະກັດກັ້ນ.
ສໍາລັບຢາເສບຕິດທີ່ຍຶດໄດ້ ມີ ຢາໄອສ໌ 259 ກິໂລກຣາມ, ໂຄເຄນ 1,807 ກິໂລກຣາມ, ເຮໂຣອີນ 109 ກິໂລກຣາມ ນອກຈາກນີ້ ຍັງພົບເງິນກີບ ຈໍານວນ 4,700,000 ກີບ ແລະເງິນບາດໄທຍ ຈໍານວນ 50,000 ບາດ.
ສ່ວນຜູ້ຕ້ອງຫາ 2 ຄົນ ມີຊື່ວ່າ ທ້າວ ບຸນສົ່ງ ຄໍາໄຊແກ້ວ ອາຍຸ 32 ປີ ອາຊີບຂັບຣົຖ ເປັນຄົນລາວ ຊົນເຜົ່າລື້ ຢູ່ບ້ານນາງົວ ເມືອງເງິນ ແຂວງໄຊຍະບູຣີ ແລະເຍົາວະຊົນຄົນນຶ່ງ ອາຍຸ 15 ປີ ເປັນຄົນລາວ ຊົນເຜົ່າມົ້ງ ຢູ່ບ້ານ ຫ້ວຍລໍາແພນ ເມືອງປາກທາ ແຂວງບໍ່ແກ້ວ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ປກສ ແຂວງຫຼວງພຣະບາງ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ກ່ຽວກັບການດໍາເນີນຄະດີ ແລະທີ່ໄປທີ່ມາ ຂອງຢາເສບຕິດ ແຕ່ບໍ່ສາມາດຕິດຕໍ່ໄດ້.
ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ໃນແຂວງໄຊຍະບູຣີ ກ່າວກ່ຽວກັບເຣື່ອງດັ່ງກ່າວນີ້ວ່າ ການລັກລອບຂົນຢາເສບຕິດ ຈໍານວນດັ່ງກ່າວນັ້ນ ຖ້າຫາກຣົຖບັນທຸກລັກລອບຂົນຢາເສບຕິດ ແລ່ນມາຈາກເມືອງນານ ແຂວງຫຼວງພຣະບາງ ຜ່ານມາທາງສົ້ນຂົວຂ້າມນໍ້າຂອງ ປາກຄອນ-ທ່າເດື່ອ ແນ່ນອນວ່າ ຈະຕ້ອງຜ່ານເຂົ້າມາ ໃນແຂວງໄຊຍະບູຣີ ແລະຈຸດໝາຍປາຍທາງ ອາຈຂ້າມໄປທາງຝັ່ງໄທຍ ຫຼືໄປຍັງແຂວງບໍ່ແກ້ວ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ກໍເປັນໄດ້ ແຕ່ທີ່ຜ່ານມາ ສ່ວນໃຫຍ່ຢາເສບຕິດ ມາຈາກທາງເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະສາມາດຜ່ານເຂົ້າມາທາງແຂວງໄຊຍະບູຣີ ໄດ້ຫຼາຍເສັ້ນທາງ ເພາະເຈົ້າໜ້າທີ່ ບໍ່ໄດ້ຕັ້ງດ່ານກວດກາເຂັ້ມງວດຄັກແນ່.
“ໂຕຂົວ ລະຫວ່າງບ້ານທ່າເດື່ອ ຫາປາກຄອນ ຫັ້ນນ່າເນາະ ເມືອງນານນີ້ ກໍຕິດກັບເມືອງໄຊຍະບູຣີຫັ້ນ ໂດຍລວມ ຈະມາທາງສາມຫຼ່ຽມຄໍາ ບໍ່ແກ້ວເນາະພຸ້ນແຫຼະ ຈະມາທາງພຸ້ນຫຼາຍ ມັນບໍ່ຄ່ອຍມີດ່ານ ມັນກໍຊິຊອກເອົາມາຈາກ ເມືອງປາກທາ ກະຊິເຂົ້າເມືອງຄອບ ແລ້ວກະຊິລ່ອງມາ ທາງເມືອງຊຽງຮ່ອນ ເມືອງເງິນ ຫົງສາ ມາໄຊຍະບູຣີເຮົານີ້ ກໍຈະອອກໂຕຂົວນີ້.”
ບັນຫາການລັກລອບຂົນສົ່ງຢາເສບຕິດນີ້ ຊາວລາວໃນແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ຢາເສບຕິດຈໍານວນດັ່ງກ່າວນີ້ ຄິດວ່າ ໜ້າຈະມີເຈົ້າໜ້າທີ່ທີ່ກ່ຽວຂ້ອງຈໍານວນນຶ່ງ ເຂົ້າມາພົວພັນ ຫຼືຫາຜົລປໂຍດເຂົາໂຕເອງ ບໍ່ດັ່ງນັ້ນ ຄົງບໍ່ສາມາດຜ່ານເຂົ້າມາຈຸດນີ້ໄດ້.
“ຈະຜ່ານເຂົ້າມາໃຈກາງ ຂອງເມືອງນ່ານນີ້ໄດ້ ມັນກໍຕ້ອງໄດ້ເຂົ້າຫາໂຕເມືອງໄຊຍະບູຣີ ແຂວງໄຊຍະບູຣີກ່ອນ ແຂວງອຸດົມໄຊ ແຂວງບໍ່ແກ້ວເນາະ ຕິດກັນມາຫັ້ນນ່າ ເຂົ້າໄປຈີນ ໄປພຸ້ນແຫຼະ ບາງເທື່ອມັນກໍມີສ່ວນກ່ຽວຂ້ຫອງ ກັບເຈົ້າໜ້າທີ່ຫັ້ນແຫຼະ ກໍມີຈຶ່ງຜ່ານມາໄດ້ຫັ້ນນ່າ ຂອງອັນນີ້ນີ່ນ່າ ມີເຈົ້າມີນາຍຊຸກຍູ້ອູ້ມຊູ ເຂົ້າມາຫັ້ນນ່າ.”
ພ້ອມດຽວກັນນີ້ ຊາວລາວໃນແຂວງໄຊຍະບູຣີ ທີ່ບ້ານຕິດກັບເມືອງນານ ທ່ານນຶ່ງ ກ່າວວ່າ ກໍເຫັນຂ່າວ ກ່ຽວກັບຢາເສບຕິດນີ້ຢູ່ ກໍຖືວ່າ ຜູ້ລັກລອບຂົນສົ່ງຢາເສບຕິດ ບໍ່ໄດ້ຢ້ານກົວຕໍ່ກົດໝາຍເລີຍ ສ່ວນນຶ່ງກໍອາຈເປັນຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ໄດ້ເຂັ້ມງວກວດກາຄັກແນ່ ອາສັຍແຕ່ແຫຼ່ງຂ່າວຣາຍງານ ຈຶ່ງຈະຕັ້ງດ່ານສະກັດກັ້ນກວດກາ.
“ດ່ານທັມມະດາກະມີຢູ່ ແຕ່ເຂົາເຈົ້າບໍ່ກວດ ສິນຄ້າໄປໆມາໆ ທັມມະດານີ້ ມັນບໍ່ກວດ ມັນຕ້ອງມາຈາກອັນນ່າ ເລີ່ມຈາກແຂວງບໍ່ແກ້ວ ແຂວງຫຼວງນໍ້າທາ ແຂວງອຸດົມໄຊ ທີ່ວ່າຕິດກັບຈີນ ຊິຕິດກັບແຂວງຫຼວງພຣະບາງເນາະ ມັນກໍມີ ມັນກໍປະຕິເສດບໍ່ໄດ້ເນາະ ຂອງໂຕນີ້ເນາະ ພວກວັຍຣຸ້ນມັນກະສ່ວນຫຼາຍ ກະເປັນຢາບ້າຫັ້ນແຫຼະເນາະ.”
ເຫດກາຢ່າງໃດກໍຕາມ ຢາເສບຕິດທີ່ເຂົ້າມາໃນລາວ ສ່ວນໃຫຍ່ຈະມາຈາກປະເທດພະມ້າ ຫຼື ເຂດເສຖກິຈພິເສດສາມາຫຼ່ຽມຄໍາ ຜ່ານເຂົ້າທາງແຂວງບໍ່ແກ້ວ ເຊິ່ງໃນວັນທີ່ 6 ສິງຫາ 2022 ທີ່ຜ່ານມາ ປກສ ແຂວງບໍ່ແກ້ວ ກໍໄດ້ຈັບໂຕຜູ້ຄ້າຢາເສບຕິດ 2 ຄົນ ເປັນຄູ່ຜົວເມັຍ ສັນຊາຕລາວ ລັກລອບຂົນຢາເສບຕິດ 6,600,000 ປາຍເມັດ ຈາກປະເທດພະມ້າ ເຂົ້າມາຍັງປະເທດລາວ ຜ່ານແຂວງບໍ່ແກ້ວ.