ຄຣູອາສາ 3 ແຂວງພາກໃຕ້ ທະຍອຍລາອອກ ຫຼາຍຂຶ້ນ

ໄຊຍາ
2022.09.12
ຄຣູອາສາ 3 ແຂວງພາກໃຕ້ ທະຍອຍລາອອກ ຫຼາຍຂຶ້ນ ຮູບໂຕຢ່າງ: ຄຣູອາສາ ທີ່ ສອນຢູ່ໃນເຂດ ຊົນນະບົດ ຕ້ອງໄດ້ກຸ້ມຕົນເອງ ທຸກຢ່າງ ຈຶ່ງຂໍຮ້ອງຜູ້ໃຈບຸນ ມາຊ່ອຍເຫຼືອ ເຂົ້າປາອາຫານ, ວັນທີ 14 ເດືອນມິຖຸນາ ປີ 2020.
ຮູບພາບ: ນັກຂ່າວພົລເມືອງ

ໂຕເລຂຄຣູອາສາ ທີ່ບໍ່ເປັນທາງການ ປະມານປີ 2017 ຢູ່ ແຂວງສວັນນະເຂດ ເຄີຍມີຄຣູອາສາທົ່ວແຂວງ 3,000 ປາຍຄົນ. ປັດຈຸບັນເຫຼືອຄຣູອາສາ ປະມານ 2,200 ຄົນ ນັ້ນໝາຽຄວາມວ່າ 5 ປີຜ່ານມາ ຄຣູອາສາ ຢູ່ແຂວງສວັນນະເຂດ ພາກັນລາອອກ ເກືອບ 1,000 ຄົນແລ້ວ ຍ້ອນ ກະຊວງ ສຶກສາທິການ ແລະ ກິລາ ມີຄຳສັ່ງໃຫ້ ຜແນກສຶກສາທິການ ແລະ ກິລາ ແຂວງສວັນນະເຂດ ບໍ່ຮັບຄຣູອາສາເພີ່ມ ແຕ່ປີ 2017 ແລະ ຄຣູອາສາຈຳນວນນຶ່ງ ໄດ້ໂຄຕ້າເຂົ້າຣັຖກອນຄຣູ ໃນແຕ່ລະປີຮວມເຖິງຄຣູອາສາທະຍອຍລາອອກ ດ້ວຍໂຕເອງ ຍ້ອນເຮັດວຽກມາຫຼາຍປີແລ້ວ ບໍ່ໄດ້ຣັຖກອນຄຣູ ທັງໝົດຈຶ່ງເປັນສາເຫດສຳຄັນ ທີ່ເຮັດໃຫ້ຄຣູອາສາ ແຂວງສວັນນະເຂດຫຼຸດລົງ.

ແລະຖ້າຄຣູອາສາ ພາຍໃນແຂວງສວັນນະເຂດ ພາກັນລາອອກຫຼາຍ ກໍອາຈະເຮັດໃຫ້ ລະບົບການສຶກສາພາຍໃນແຂວງ ເປັນອັມມະພາຕ ຍ້ອນມີຄຣູບໍ່ພຽງພໍ ຕໍ່ຈຳນວນນັກຮຽນ ອີກທັງຄຣູຣັຖ ກໍບໍ່ພຽງພໍຢູ່ແລ້ວຈຶ່ງຕ້ອງມີຄຣູອາສາ ມາຊ່ອຍສອນ.

ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງສວັນນະເຂດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກັນຍາ ນີ້ວ່າ:

2,200 ທີ່ເຮົາມີປັດຈຸບັນຕະກີ້ແທ້ໆ ມັນກໍຫຼາຍກ່ວາຫັ້ນປະມານ 3,000 ປາຍບໍ່ຄືວ່າແຕ່ 2017 ມາເນາະ. ເຮົາກໍອີງຕາມແຈ້ງການ ຂອງກະຊວງ ບໍ່ໃຫ້ຮັບເຂົາເນາະ. ເຂົາກໍບໍ່ໄດ້ຮັບສອງ ມາບັນຈຸ ໄປນໍາທີ່ລະເລັກ ລະນ້ອຍ ກໍທະຍອຍອອກນໍາ ແບບນີ້ແຫຼະ ທີ່ມັນຫຼຸດ 8 ປີ, 9 ປີ ບໍ່ໄດ້ບັນຈຸ ເຂົາກໍອອກ.

ຍານາງໄດ້ກ່າວຕື່ມວ່າ ຫາກສູນກາງຕ້ອງການໃຫ້ຄຣູອາສາ ທົ່ວແຂວງ ສືບຕໍ່ການສອນ ຕໍ່ໄປຕ້ອງໄດ້ໃຫ້ຂວັນ ແລະກຳລັງໃຈ ແກ່ພວກເຂົາເຈົ້າ ເປັນຕົ້ນເງິນເດືອນ 7-8 ແສນກີບ ໃນລະຫວ່າງທີ່ເຂົາເຈົ້າ ຍັງບໍ່ທັນໄດ້ໂຄຕ້າຣັຖກອນ ເນື່ອງຈາກການມີສ່ວນຮ່ວມ ສົມທົບທຶນປະເພດ ເຂົ້າສານ, ອາຫານແຫ້ງ ຫຼື ເງິນຂອງຂັ້ນບ້ານ ທີ່ມີຄຣູອາສາ ປະຈຳຢູ່ນັ້ນ ບາງເທື່ອກໍບໍ່ໄດ້ເຂັ້ມແຂງ ເຮັດໃຫ້ຄຣູອາສາ ໂດຍສະເພາະເຂດນອກ ຕ້ອງປະເຊີນກັບຄວາມທຸກຍາກ ຈຶ່ງເຮັດໃຫ້ເຂົາເຈົ້າ ພາກັນທະຍອຍລາອອກ ຈາກຄຣູອາສາ.

3 ປີຜ່ານມາ ຢູ່ແຂວງຈຳປາສັກ ກໍມີຄຣຸູອາສາທົ່ວແຂວງ 600 ປາຍຄົນ ປັດຈຸບັນທົ່ວແຂວງ ມີຄຣູອາສາ 400 ປາຍຄົນເນື່ອງຈາກ ໂຄຕ້າບັນຈຸ ເປັນຣັຖກອນຄຣູ ຂອງແຂວງໃນແຕ່ລະປີ ໄດ້ໂຄຕ້າສະເລັ່ຽ 30 ຄົນ ຂະນະທີ່ແຕ່ລະປີ ມີຄຣູອາສາ ຕໍ່ຄີວບັນຈຸຣັຖກອນ ສະເລັ່ຽຫຼາຍຮ້ອຍຄົນ ຈຶ່ງເຮັດໃຫ້ໂຄຕ້າຣັຖກອນຄຣູ ບໍ່ພຽງພໍຄຣູອາສາຈຳນວນນຶ່ງ ຈຶ່ງພາກກັນທະຍອຍລາອອກ ຍ້ອນໝົດຫວັງ ຮວມເຖິງຢູ່ເມືອງໂຂງ ໄດ້ຍຸບໂຮງຮຽນຊັ້ນປະຖົມສຶກສາ ທີ່ມີນັກຮຽນເປັນຊົນເຜົ່າມົ້ງໄປ 6 ແຫ່ງແລ້ວ ຍ້ອນບໍ່ມີຄຣູສອນ, ນັກຮຽນກໍພາກັນ ປະລະການຮຽນ ອີກຈຳນວນນຶ່ງ ກໍຈຳເປັນຕ້ອງໄປໂຮງຮຽນ ທີ່ຢູ່ໃກບ້ານ.

ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:

ເອົາໂກ້ຕ້າຣ໌ນີ້ 3 ປີນີ້ມັນກໍມີແຕ່ 30 ໂອ້ຍມັນກໍມັນບໍ່ແມ່ນວ່າ ຄຣູເຫຼືອຫຼາຍເດ້ຢູ່ໃນຊັ້ນປະຖົມ ຄືບາງເມືອງເມືອງໂຂງ ມັນກໍຈົນຢາກເຊົາຍຸບໄປແລ້ວ 6-7 ຫຼັງ. ໂຮງຮຽນມົ້ງຫັ້ນນ່າ ມັນບໍ່ມີຄຣູເດ້ ໂຕເພິ່ນສນອງໂກຕ້າໃຫ້ນ່າມັນໜ້ອຍ.

ທ່ານກ່າວຕື່ມວ່າ ສ່ວນໂຮງຮຽນຊັ້ນປະຖົມສຶກສາ ແລະມັທຍົມສຶກສາໃນເມືອງກໍມີ ຄຣູສອນບໍ່ພຽງພໍທາງສູນກາງ ຈຶ່ງໄດ້ຝຶກອົບຮົມໃຫ້ຄຣູຣັຖ ເພື່ອເຮັດການສອນຫ້ອງຄວບ ໝາຽຄວາມວ່າ ນຶ່ງຫ້ອງຮຽນມີນັກຮຽນຊັ້ນ ປ1 ແລະ ປ2 ຮຽນຫ້ອງດຽວກັນ ແລະ ແບ່ງກະດານຮຽນກັນຄົນລະຝັ່ງ. ປ1 ຝັ່ງຊ້າຍ, ປ2 ຝັ່ງຂວາ ຊຶ່ງການຮຽນ-ການສອນ ຈະໄດ້ປະສິທທິພາບ ຫຼືບໍ່ນັ້ນ ໂຕເອງເຊື່ອວ່າ ນາຍຄຣູສາມາດ ຄຸມນັກຮຽນໄດ້ ຍ້ອນໄດ້ຮັບການຝຶກອົບຮົມແລ້ວ ຮວມເຖິງຄຣູຣັຖ ໃນໂຮງຮຽນທີ່ມີຄຣູພຽງພໍ ກໍຕ້ອງໄດ້ຜັດປ່ຽນກັນ ມາສອນຢູ່ໂຮງຮຽນ ທີ່ຄຣູບໍ່ພຽງພໍນຳດ້ວຍ.

ປີທີ່ຜ່ານມາ ຢູ່ແຂວງສາຣະວັນ ມີຄຣູອາສາປະມານ 220 ຄົນ ປັດຈຸບັນເຫຼືອຄຣູອາສາປະມານ 200 ຄົນເນື່ອງຈາກ ຄຣູອາສາໄດ້ສອນຫ້ອງຄວບ ແລະບໍ່ໄດ້ເງິນເດືອນ ຈຶ່ງໄດ້ພາກັນລາອອກ ເຮັດໃຫ້ປັດຈຸບັນທັງຄຣູ ແລະຄຣູອາສາ ທີ່ເຫຼືອຢູ່ໄດ້ພາກັນຜັດປ່ຽນ ມາສອນຫ້ອງຄວບ ໃນໂຮງຮຽນທີ່ມີຄຣູ ບໍ່ພຽງພໍ ຮວມເຖິງໂຮງຮຽນ ທີ່ຢູ່ໃກ້ກັນກໍໃຫ້ນັກຮຽນ ຍ້າຍມາຮຽນຮ່ວມກັນ.

ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງສາຣະວັນ ກ່າວໃນມື້ດຽວກັນວ່າ:

ຫຍຸ້ງຍາກຫຼາຍແຫຼະ ເພາະວ່າເຮົາສ່ວນຫຼາຍ ອັນເຂດຊົນນະບົດຫ່າງໄກເນາະ ທີ່ເພິ່ນລາອອກຫັ້ນ ສອນກໍໄດ້ສອນຫ້ອງຄວບ ເຂົາລາອອກຢູ່ແລ້ວ ພວກເຮົາກໍຫຍຸ້ງຍາກໃນການຈັດການສອນ ມັນກໍຍາກທີ່ສຸດແລະອາຈານ ຄືຈັ່ງຊັ້ນແຫຼະເນາະ ຫ້ອງຄວບເນາະ ຕ້ອງໄດ້ແບ່ງນາຍຄຣູຫັ້ນ ເຂົ້າໄປສອນ ແລ້ວຖ້າບ່ອນໃດ ມັນມີເງື່ອນໄຂໃກ້ກັນ ເຮົາຕ້ອງໄດ້ເອົານັກຮຽນ ມາຮຽນຮ່ວມກັນ ກໍຊິບໍ່ໄດ້ຄຸນນະພາບແຫຼະ ຫ້ອງຮຽນເຮົານີ້ ຄືຊິພໍໃຊ້ໄດ້ທາງຊຸມຊົນ ເຂົາເຈົ້າກໍພະຍາຍາມ ເອົາໃຈໃສ່ຢູ່ ແຕ່ນາຍຄຣູເຮົານີ້ບໍ່ພໍ.

ຫຼ້າສຸດເມື່ອວັນທີ 05 ກັນຍາ ທີ່ຜ່ານມາ ທ່ານ ສຸລິຍາ ຂຸນວິຈິດ ເປັນຄຣູອາສາ ຢູ່ໂຮງຮຽນມັທຍົມ ສົມບູນ ອຸທຸມພອນ ເປັນຄຣູອາສາມາໄດ້ 9 ປີ ແລະ ປັດຈຸບັນອາຍຸໄດ້ 35 ປີ ຊຶ່ງເປັນອາຍຸທີ່ຈະເສັງເຂົ້າເປັນຣັຖກອນ ບໍ່ໄດ້ອີກຕໍ່ໄປແລ້ວ ກໍໄດ້ລາອອກຈາກອາຊີພຄຣູ ແລະໄດ້ໄປຊອກວຽກເຮັດງານທຳ ແນວອື່ນແລ້ວ.

ດັ່ງເມັຽຂອງທ່ານ ສຸລິຍາ ຂຸນວິຈິດ ກ່າວໃນມື້ດຽວກັນນີ້ວ່າ:

ອອກແລ້ວ ແຕ່ເພິ່ນໄປເຮັດວຽກຢູ່ໄທຍ. 9 ປີ ບໍ່ທັນໄດ້ຣັຖກອນ ກໍໄດ້ລາອອກ ສອນໄດ້ 9 ປີ ກໍເລີຍຕັດສິນໃຈອອກ. ອາຍຸເພິ່ນກໍເກີນແລ້ວ ປີໜ້າກໍ 35 ແລ້ວ.

ເມື່ອຄຣູອາສາ ລາອອກໃນແຕ່ລະແຂວງ ເປັນຈຳນວນຫຼາຍ ກໍຈະເຮັດໃຫ້ຄຣູສອນ ບໍ່ພຽງພໍ ເຮັດໃຫ້ຄຣູທີ່ເຫຼືອ ຕ້ອງສອນຫ້ອງຄວບ ຊຶ່ງການສອນຫ້ອງຄວບ ໃນເຂດຊົນນະບົດ ຄືຄຣູ 1 ຄົນສອນນັກຮຽນ 2 ຫ້ອງ ຮຽນແລ້ວແຍກເວລາສອນ ຕອນເຊົ້າ ແລະຕອນແລງ ເຮັດໃຫ້ນັກຮຽນຊົນນະບົດ ບໍ່ໄດ້ຮຽນໝົດມື້ຄືກັບນັກຮຽນ ໃນເມືອງ ຊຶ່ງເປັນຄວາມບໍ່ເທົ່າທຽມ ທາງການສຶກສາ ແລ້ວເຮັດໃຫ້ນັກຮຽນ ຊົນນະບົດເອົາເວລາຫວ່າງ ທີ່ບໍ່ໄດ້ຮຽນນັ້ນ ໄປເລາະຫຼິ້ນ ແລ້ວບໍ່ກັບເຂົ້າມາຮຽນຕາມເວລາ ທີ່ຄຣູນັດສອນ ແລ້ວກໍຈະພາກັນອອກໂຮງຮຽນ ໃນທີ່ສຸດ ຍ້ອນບໍ່ໄດ້ຮຽນເຕັມເມັດ ເຕັມໜ່ວຽ ແລະບໍ່ເຫັນຄວາມສຳຄັນ ຂອງການສຶກສາ.

ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ຫຼືອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ໄດ້ເຮັດວຽກດ້ານການສຶກສາ ຢູ່ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

ບັນຫາ ກໍເຮັດໃຫ້ຫຼາຍໆຄົນ ທີ່ຕ້ອງອອກໂຮງຮຽນກໍມີເນາະ. ສົມມຸດວ່າ ຄຣູອາສາອອກໄປ ສະແດງວ່າຈຳນວນຄຣູ ບໍ່ພຽງພໍ ສະນັ້ນຄຣູຜູ້ນຶ່ງ ຕ້ອງໄດ້ຮັບຫ້ອງສອນ ຄວບເນາະ ກໍໝາຽວ່າ ປ1 ຮຽນຕອນເຊົ້າ ປ2 ຮຽນຕອນແລງ ຈັ່ງຊີ້ນ່າ. ມັນແນ່ນອນແຫຼະ ມັນຕ້ອງບໍ່ມັກຢູ່ແລ້ວ ບາງເທື່ອອາຈານ ໄປຢູ່ຫ້ອງນີ້ເນາະ ຫ້ອງນີ້ຕ້ອງໄດ້ພັກຜ່ອນກ່ອນ ຈັ່ງຊີ້. ບາງເທື່ອກໍຮຽນຕອນເຊົ້າ ຕອນແລງໝູນກັນຈັ່ງຊີ້ນ່າ ເດັກນ້ອຍ ຖ້າມັນເປັນຊັ້ນ ມັນໄດ້ຫຼິ້ນ ກໍຫຼິ້ນເລີຍ ມັນກໍບໍ່ຢາກໄປໂຮງຮຽນ.

ທ່ານກ່າວຕື່ີມວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ບໍ່ຄວນແກ້ບັນຫາ ຄຣູອາສາ ແຕ່ຄວນແກ້ໄຂສື່ການຮຽນຮູ້ ເພື່ອເປັນແຮງດຶງດູດ ໃຫ້ນັກຮຽນຢູ່ໂຮງຮຽນ ເຖິງແມ່ນວ່າມີເວລາຫວ່າງ ຈາກຊົ່ວໂມງຮຽນ ເປັນຕົ້ນຫ້ອງສະມຸດນ້ອຍ ສົ່ງເສີມການອ່ານ, ຈັບຄູ່ຜູ້ເກັ່ງ ແລະຜູ້ອ່ອນຊ່ອຍກັນ ສອນໜັງສືໃນເວລາຫວ່າງ ແລະ ສ້າງສນາມເດັກຫຼິ້ນ ມີຊິງຊ້າ, ຕະລູດ ໃຫ້ເດັກນ້ອຍໄວ້ຫຼິ້ນ ພາຍໃນໂຮງຮຽນ ກໍຈະເຮັດໃຫ້ນັກຮຽນ ບໍ່ໄປເລາະຫຼິ້ນ ແລະຢູ່ໂຮງຮຽນຫຼາຍຂຶ້ນ ລໍຖ້າເວລາທີ່ນາຍຄຣູນັດສອນ.

ປັດຈຸບັນຈຳນວນຄຣູອາສາ ທີ່ລາອອກຈາກອາຊີພຄຣູ ໃນ 3 ແຂວງຄື ແຂວງສວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາຣະວັນ ເປັນຈຳນວນທີ່ບໍ່ເປັນທາງການ ເນື່ອງຈາກຫາກໍເຣີ່ມ ເປີດສົກຮຽນໃໝ່ ຕ້ອງໄດ້ລໍຖ້າອີກ 1-2 ເດືອນ ທາງຫ້ອງການສຶກສາເມືອງ ຂອງແຕ່ລະແຂວງ ຈະມີຣາຍງານອກກມາ ແລ້ວຈະໄດ້ຮັບຮູ້ໂຕເລຂທີ່ຄັກແນ່ ແລະໂດຍທົ່ວໄປພາຍຫຼັງ ທີ່ລາຍຊື່ໂຄຕ້າຣັຖກອນຄຣູ ປະກາດຜົລ ໃນແຕ່ລະແຂວງ ແຕ່ລະເມືອງ ຈະເປັນສາເຫດ ເຮັດໃຫ້ຄຣູອາສາ ພາກັນລາອອກ ຈາກອາຊີພຄຣູນໍາດ້ວຍ ເນື່ອງຈາກຮູ້ລາຍຊື່ແລ້ວວ່າ ໂຕເອງບໍ່ໄດ້ຣັຖກອນຄຣູ. ອີງຕາມຂໍ້ມູນ ຜແນກສຶກສາທິການ ແລະກິລາແຂວງສວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາຣະວັນ.

ນອກຈາກນີ້ ກໍຍັງບໍ່ສາມາດຮັບຮູ້ໄດ້ວ່າ ໃນສົ່ງຮຽນປີ 2022-2023 ຍັງຄຣູອາສາ ຈຳນວນຫຼາຍປານໃດໃນທົ່ວປະເທດ ເພາະຕ້ອງໄດ້ລໍຖ້າ ໃຫ້ມີການຣາຍງານ ຂອງກະຊວງສຶກສາທິການ ແລະກິລາຜ່ານກອງປະຊຸມ ສະພາແຫ່ງຊາຕ ຄືດັ່ງທີ່ປະຕິບັດໃນແຕ່ລະສມັຍປະຊຸມ ຈຶ່ງຈະສາມາດຮູ້ໄດ້ຢ່າງຈະແຈ້ງວ່າ ມີຈຳນວນໂຕເລຂ ຄຣູອາສາພາຍໃນປະເທດ ຍັງເຫຼືອຈັກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.