ຂາດຄຣູສອນ ຍັງເປັນບັນຫາ ຂະນະທີ່ຄຣູອາສາ ລາອອກເປັນແຖວ

ຈຳປາທອງ
2022.08.09
ຂາດຄຣູສອນ ຍັງເປັນບັນຫາ ຂະນະທີ່ຄຣູອາສາ ລາອອກເປັນແຖວ ນັກຮຽນກຸ່ມນຶ່ງ ກຳລັງຊ່ອງປ່ອງເບິ່ງ ນັກຮຽນຫ້ອງອື່ນ ຮຽນໜັງສືຢູ່ (ຮູບຊ້າຍມື) ແລະ ນັກຮຽນຊາຍ ຜູ້ນຶ່ງກຳລັງຊັກທຸກຊາຕ ຂຶ້ນເທິງເສົາທຸງ (ຮູບຂວາມື).
ນັກຂ່າວ ພົລເມືອງ

ທົ່ວປະເທດລາວ ຈະເປີດສົກຮຽນໃໝ່ 2022-2023 ໃນມື້ວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ຂະນະທີີ່ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະມັທຍົມຈໍານວນນຶ່ງ ຍັງຂາດເຂີນທັງຄຣູ, ຫ້ອງຮຽນ ແລະປື້ມແບບຮຽນກໍບໍ່ພຽງພໍ.

ໃນໄລຍະ 2 ເດືອນຜ່ານມານີ້ ຢູ່ເມືອງລອງ ແຂວງຫລວງນໍ້າທາ ຄຣູອາສາ ສມັກລາອອກເຖິງ 20 ປາຍຄົນ ຊຶ່ງປັດຈຸບັນຍັງເຫລືອພຽງ 40​ ຄົນ ແລະຄາດວ່າ ໃນເດືອນກັນຍາ ຈະລາອອກຕື່ມອີກປະມານ 10 ຄົນ ຍ້ອນບໍ່ມີຄວາມຫວັງ ທີ່ຈະໄດ້ເຂົ້າເປັນຣັຖກອນ. ບັນຫານີ້ຈະເຮັດໃຫ້ຄຣູ ຊັ້ນປະຖົມ ແລະມັທຍົມຢູ່ໃນເມືອງນີ້ ຕ້ອງໄດ້ສອນຄວບຫ້ອງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາເມືອງລອງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້.

ຄຣູປະຖົມກໍ ມັນກໍມີ 5 ຫ້ອງ ມີ 3 ຄົນສອນ ເຮົາກໍເອົາ 2 ຄົນສອນ. ມັທຍົມ ກໍໃຫ້ສອນໂມງເກີນຫັ້ນແຫລະ ທິດນຶ່ງສອນແຕ່ 10 ຊົ່ວໂມງ 15 ຊົ່ວໂມງ ມາປະມານ 30 ຊົ່ວໂມງ ມາ 28 ຊົ່ວໂມງ ຊົ່ວໂມງເກີນແນວນັ້ນ ໄລ່ເປັນເງິນພິເສດໃຫ້ ຄັນເປັນຄຣູອາສາສອນນີ້ ເຂົາບໍ່ໄລ່ ອັນເຂົາໄລ່ໃຫ້ຄຣູຣັຖກອນນີ້ນ່າ.

ທ່ານກ່າວຕື່ມວ່າ ຢູ່ເຂດຊົນນະບົດ ຂອງເມືອງລອງນີ້ ໂຮງຮຽນຊັ້ນປະຖົມຫລາຍແຫ່ງ ຂາດເຂີນຫລາຍແນວ, ປື້ມແບບຮຽນແຕ່ຊັ້ນ ປ.1-ປ.4 ທີ່ປັບປຸງໃໝ່ ກໍບໍ່ພຽງພໍ, ບ່ອນໃຫ້ນັກຮຽນກິນເຂົ້າກໍບໍ່ມີ; ພາຍຫລັງອົງການອາຫານ ໂລກປະຈໍາລາວ ຍຸຕິການຊ່ອຍເຫລືອ ໂຄງການອາຫານທ່ຽງ ບ່ອນກິນເຂົ້າກໍເພ, ອາຫານໃຫ້ເດັກນ້ອຍນັກຮຽນ ກິນກໍບໍ່ພຽງພໍ.

ຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍສະເພາະໂຮງຮຽນປະຖົມ ຢູ່ຕາມເຂດຊົນນະບົດ ທີ່ຜ່ານມາ ນາຍຄຣູໄດ້ສອນຄວບຫ້ອງ ເຮັດໃຫ້ການສອນ ການຮຽນບໍ່ມີຄຸນນະພາບເທົ່າທີ່ຄວນ. ນອກຈາກນັ້ນ ຢູ່ເມືອງນີ້ຍັງຂາດປື້ມແບບຮຽນຊັ້ນ ປ.5 ແລະຊັ້ນມັທຍົມ ສະບັບປັບປຸງ ໂດຍສະເພາະວິຊາສິລປະ ແລະຟີຊິກ ເຮັດໃຫ້ນັກຮຽນທີ່ບໍ່ໄດ້ປື້ມ ຕ້ອງໄດ້ໃຊ້ປື້ມຮຽນນໍາໝູ່, ກະດານດໍາໃນຫ້ອງຮຽນ ກໍບໍ່ມີຄຸນນະພາບ, ເອົາສໍຂາວຂຽນກໍບໍ່ອອກຕົວໜັງສືດີ.

ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາ ເມືອງທ່າແຕງເວົ້າໃນມື້ດຽວກັນນີ້ວ່າ:

ເອີ ກໍຍັງໃຫ້ເຂົາເຈົ້າສອນຫ້ອງຄວບ ປ.1, ປ.2, ປ.3, ປ.4, ປ.5 ຄຣູເຮົານີ້ ຂນາດສອນຫ້ອງດຽວນີ້ນ່າ ກິຈກັມຂອງເຮົານີ້ ບໍ່ແມ່ນຂອງງ່າຍໆ ຊົ່ວຊິແລ້ວຫ້ອງນັ້ນມາໃສ່ຫ້ອງນີ້ ຊິແລ້ວຫ້ອງນີ້ມາໃສ່ຫ້ອງນັ້ນ ມັນ 3 ຫ້ອງເດ໋ 3 ຊັ້ນຮຽນເດ໋ເນາະ ຄຸນນະພາບນີ້ ຈະໃຫ້ໄດ້ມັນກໍບໍ່ໄດ້ ແຕ່ວ່າກໍພໍທຸລົນທຸເລົາໄປຊັ້ນແຫລະ ຂ້ອຍກະຍັງສຶກສາຢູ່ເຣື່ອງກະດານ ຍັງເຄີຍຖາມນາຍຄຣູວ່າ ອ້າວ ກະດານ ສຶກສາເມືອງເພິ່ນໃຫ້ແລ້ວເດ໋ ແລ້ວເຈົ້າຄືໃຊ້ແນວໃດ ຄືມັນເພໄວແທ້ ເຂົາວ່າກໍໄດ້ຢູ່ອາຈານ ແຕ່ວ່າມັນຂຽນແລ້ວມັນບໍ່ອອກ.

ຢູ່ໂຮງຮຽນມັທຍົມນາຕາກ ເມືອງ ແລະແຂວງໄຊຍະບູຣີ ກ່ອນໜ້ານີ້ ມີຄຣູອາ ສາສມັກ 7 ຄົນ ແຕ່ໄດ້ລາອອກໄປເຮັດວຽກອື່ນ ທັງຢູ່ພາຍໃນປະເທດ ແລະໄປໄທຍ 4 ຄົນ ພາຍຫລັງທີ່ເປັນຄຣູອາສາສມັກມາໄດ້ 8-9 ປີ ແຕ່ບໍ່ມີໂອກາດໄດ້ເຂົ້າເປັນຣັຖກອນ.

ໃນບາງກໍຣະນີ ທີ່ຜ່ານມາ ການເຂົ້າເປັນຣັຖກອນຄຣູ ມີການຫລິ້ນເສັ້ນຫລິ້ນສາຍ, ມີການຈ່າຍກ້ອງໂຕະ; ເມື່ອໄດ້ເຂົ້າເປັນຣັຖກອນແລ້ວ ກໍຂໍຍ້າຍໄປສອນຢູ່ໃນເມືອງ, ສ່ວນຄຣູອາສາສມັກ ຢູ່ຕາມຊົນນະບົດ ຫ່າງໄກ ກໍບໍ່ສູ້ໄປສອນເດັກ ນ້ອຍນັກຮຽນ ຍ້ອນບໍ່ມີເງິນເດືອນ, ບໍ່ມີເງິນຄ່ານໍ້າມັນຣົຖ ແລະຄ່າກິນເຂົ້າ, ເຮັດໃຫ້ມີການສອນຄວບຫ້ອງ ແລະສອນເກີນໂມງ ຊຶ່ງທາງການບໍ່ສາມາດແກ້ໄຂ ບັນຫານີ້ໄດ້.

ດັ່ງຄຣູອາສາສມັກ ຢູ່ໂຮງຮຽນມັທຍົມນາຕາກ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້ວ່າ:

ຢູ່ໄປກໍບໍ່ມີເງິນມີຄໍາເດ໋ເນາະ ແຕ່ລະມື້ຄ່າຄອງຊີພມັນກໍສູງ ແບບວ່າ ບັນຫາການບໍຣິຫານແບ່ງພັກແຍ່ງພວກແດ່ ຈັ່ງຊີ້ ແຕ່ກໍເຂດຊົນນະບົດນີ້ ແມ່ນຂາດຄຣູຢູ່ແລ້ວ ເພາະວ່າສ່ວນຫລາຍ ຢູ່ນີ້ເນາະ ເຂົາເຈົ້າ ຖ້າຜູ້ໃດໄດ້ບັນຈຸ ປົກກະຕິແລ້ວຈະອອກໄປ... ເນາະ ຖ້າວ່າໄດ້ບັນຈຸເປັນຣັຖກອນແລ້ວ ເຂົາເຈົ້າຈະປະມານ 3 ປີເຂົາເຈົ້າຈະຍ້າຍເຂົ້າມາໃນ ແຕ່ວ່າມາກອງກັນຢູ່ ແຕ່ວ່າຢູ່ນອກຫັ້ນ ກໍຂາດຄຣູຄືເກົ່າ.

ສົກຮຽນປີກາຍ ຢູ່ໂຮງຮຽນປະຖົມບ້ານຍາງ ເມືອງພິນ ແຂວງສວັນນະເຂດ ມີ ຄຣູ 2 ຄົນ ຄື ຄຣູອາສາສມັກ 1 ຄົນ ແລະຜູ້ອໍານວຍການໂຮງຮຽນ, ມີນັກ ຮຽນແຕ່ຊັ້ນ ປ.1 ຫາ ປ. 5 ຮວມທັງໝົດ 80 ຄົນ. ຄຣູ 2 ຄົນທີ່ວ່ານີ້ ສອນນັກຮຽນທັງ 5 ຊັ້ນ ແລະໂຮງຮຽນແຫ່ງນີ້ ມີປື້ມແບບຮຽນແຕ່ລະຊັ້ນສໍາລັບນາຍຄຣູ, ນາຍຄຣູຂຽນບົດຮຽນໃສ່ກະດານ ໃຫ້ພວກນັກຮຽນຈົດກ່າຍເອົາ; ເຣື່ອງນໍ້າສະອາດ ແລະຫ້ອງນໍ້າກໍຍັງບໍ່ມີ.

ດັ່ງນາຍຄຣູອາສາສມັກ ຢູ່ໂຮງຮຽນປະຖົມບ້ານຍາງ ເວົ້າໃນມື້ດຽວກັນນີ້ວ່າ:

ກໍສອນໄປນັ້ນແຫລະ ຮວບເຂົ້າກັນບາງຊັ້ນກໍມີປຶ້ມຫົວດຽວ ມີແບບຊັ້ນນຶ່ງ ແບບມີແຕ່ລະວິຊາຊື່ໆ ລະກໍສອນຕາມນັ້ນແຫລະ ໃຫ້ເຂົາເຈົ້າຈົດຕາມກະດານ ສອນໄປແບບອີ່ລາກອີ່ເລືອ. ຂາດຫລາຍຢ່າງ ນໍ້າກໍບໍ່ມີ ນໍ້າສະອາດນໍ້າໃຊ້ຍັງບໍ່ມີ ຫ້ອງນໍ້າກໍຍັງບໍ່ມີ ຫ້ອງນໍ້າກໍທັມຊາຕຫັ້ນແລ້ວ ຂຸດຂູມເອົາ. ແຕ່ວ່ານໍ້າລ້າງມືນີ້ ຕ້ອງກຸ້ມໃຜກຸ້ມມັນ ໃຫ້ເດັກນ້ອຍເຂົາຖືຂຶ້ນມາ ມາແຕ່ເຮືອນພຸ້ນແຫລະ.

ເມື່ອປີກາຍ ໂຮງຮຽນປະຖົມບ້ານປາກແຈກ ເມືອງປາກອູ ແຂວງຫລວງພຣະບາງ ມີຄຣູ ຖືກບັນຈຸເຂົ້າເປັນຣັຖກອນທັງໝົດ 5 ຄົນ, ຜູ້ນຶ່ງໄດ້ສອນຄວບຫ້ອງ ຄືຫ້ອງ ປ.1 ແລະ ປ.2, ຜູ້ນຶ່ງສອນຫ້ອງ ປ.3 ແລະ ປ.4, ຜູ້ນຶ່ງສອນຫ້ອງກຽມອະນຸບານ ແລະອີກຜູ້ນຶ່ງສອນຫ້ອງອະນຸບານ, ສ່ວນຜູ້ອໍານວຍການໂຮງ ຮຽນບໍ່ໄດ້ສອນ, ເຮັດວຽກບໍລິຫານພາຍໃນໂຮງຮຽນ. ໂຮງຮຽນ, ຫ້ອງຮຽນ, ໂຕະ, ຕັ່ງ ເປ່ເພ ແລະປື້ມແບບຮຽນກໍມີບໍ່ຄົບນັກຮຽນ.

ດັ່ງນາຍຄຣູ ຢູ່ໂຮງຮຽນແຫ່ງນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້ວ່າ:

ວິທີສອນກໍ ເບິ່ງກໍ ໃຊ້ 2 ກະດານເນາະ ສໍາລັບ ປ.3 ກໍປິ່ນໜ້າໄປທາງນຶ່ງ. ປ.4 ກໍປິ່ນໜ້າໄປທາງນຶ່ງຫັ້ນນ່າ. ປ.ກຽມ ຫັ້ນເຂົາເຈົ້າຕ້ອງມີຫ້ອງຕ່າງຫາກເນາະ ແຕ່ວ່າບໍ່ສົມບູນວ່າຊັ້ນສາ. ເປັນໄມ້ເປັນຫຍັງ ມີແມງມີມອດ ຢ້ານສິທັບໃສ່ນັກຮຽນແດ່ ກໍເລີຍເອົາໃສ່ຫ້ອງປະຖົມນີ້. ຕໍາລາໃໝ່ຫັ້ນ ເພິ່ນກໍວ່າເດ໋ເນາະ ມັນບໍ່ຢາກພໍເນາະ. ທີ່ນີ້ເດັກນ້ອຍກໍບໍ່ຊ່າງເຮັດເດ໋ ມີແຕ່ເຂົ້າກຸ່ມກັນ ຮຽນນໍາກັນ.

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຫ້ອງການ ສຶກສາທິການ ແລະກິລາ ເມືອງລອງ ແຂວງຫລວງນໍ້າທາ ແລະເມືອງທ່າແຕງ ແຂວງເຊກອງ ແລ້ວແມ່ນວ່າ ສົກຮຽນໃໝ່ທີ່ຈະມາເຖິງນີ້ ຈະຫລຸດຜ່ອນມາຕການປ້ອງກັນ ການຣະບາດຂອງໂຄວິດ-19, ຈະຮຽນແບບເຊິ່ງໜ້າ, ຈັດໂຕະຕັ່ງຮຽນຕາມປົກກະຕິ, ບໍ່ເວັ້ນລະຍະຫ່າງ, ບໍ່ໃສ່ຜ້າອັດປາກອັດດັງ ຍ້ອນວ່າຢູ່ 2 ເມືອງນີ້ ບໍ່ມີຄົນຕິດໂຄວິດ-19 ຫລາຍແລ້ວ ແລະຢູ່ເຂດຫ່າງໄກ ສ່ວນຫລາຍພໍ່ແມ່ຜູ້ປົກຄອງນັກຮຽນ ກໍທຸກຍາກ. ນັບຕັ້ງແຕ່ມື້ວັນທີ 15 ສິງຫານີ້ເປັນຕົ້ນໄປ ຄຣູຈະເຂົ້າປະຈໍາການ ເພື່ອທໍາຄວາມສະອາດໂຮງຮຽນ, ກະຕຣຽມຫ້ອງຮຽນ ໂຕະ, ຕັ່ງ ສໍາລັບນັກຮຽນໃນສົກຮຽນໃໝ່ 2022-2023 ທີ່ຈະມາເຖິງນີ້. ໃນລະຫວ່າງແຕ່ມື້ວັນທີ 25 ສິງ ຫານີ້ເປັນຕົ້ນໄປ ຄຣູປະຈໍາຫ້ອງຮຽນ ກໍຈະກວດສອບລາຍຊື່ນັກຮຽນ ທີ່ຈະເຂົ້າມາຮຽນໃໝ່ ແລະຫລັງຈາກນັ້ນ ກໍຈະໄດ້ເປີດການຮຽນ-ການສອນ ໃນມື້ວັນທີ 1 ກັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.