ຄຣູອາສາສມັກ ລາອອກ ເພື່ອປະກອບ ອາຊີບອື່ນ
2022.06.15

ໃນວັນທີີ່ 9 ມິຖຸນາ ທີ່ຜ່ານມານີ້ ຄຣູອາສາສມັກ ທ່ານນຶ່ງ ທີ່ສອນຢູ່ໂຮງຮຽນປະຖົມ ບ້ານດົງຄັນຈ້ອງ ເມືອງຊົນນະບູຣີ ແຂວງສວັນນະເຂດ ໄດ້ຕັດສິນໃຈລາອອກ ຈາກການເປັນຄຣູອາສາສມັກ ແລ້ວໄປຊອກຫາເຮັດວຽກອາຊີບອື່ນໆ ຍ້ອນບໍ່ໄດ້ຮັບໂອກາດ ເຂົ້າເປັນຣັຖກອນໃນປີນີ້ ເຖິງວ່າລາວໄດ້ເຮັດໜ້າທີ່ຄຣູອາສາສມັກ ມາເປັນເວລາ 8 ປີ ແລ້ວກໍຕາມ ຈຶ່ງເຮັດໃຫ້ໝົດກໍາລັງໃຈ ທີ່ຈະເຮັດວຽກນີ້ຕໍ່ ແບບບໍ່ມີເງິນເດືອນ ແລະຕ້ອງໃຊ້ເງິນໂຕເອງ ໃນການຊື້ຢູ່-ຊື້ກິນ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາຄຣູອາສາສມັກ ຄົນດັ່ງກ່າວ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ກໍຍັງບໍ່ສາມາດຕິດຕໍ່ຫາ ຜູ້ກ່ຽວໂດຍຕຣົງໄດ້.
ແຕ່ເຖິງຢ່າງໃດກໍຕາມ ຄຣູອາສາສມັກ ຢູ່ເມືອງຊົນນະບູຣີ ອີກທ່ານນຶ່ງ ກ່າວວ່າ ການເປັນຄຣູອາສາສມັກ ຢູ່ເມືອງຊົນນະບູຣີ ໃນທຸກມື້ນີ້ ແຫ່ງຫຍຸ້ງຍາກຫຼາຍ ເນື່ອງຈາກຕ້ອງໄດ້ຫາລາຍໄດ້ ສໍາລັບຊື້ຢູ່-ຊື້ກິນ ໂດຍບໍ່ໄດ້ຮັບເງິນອຸດໝູນໃດໆ ອີກທັງຕ້ອງໄດ້ແບກຮັບພາລະ ສອນເດັກນ້ອຍນັກຮຽນ ຈໍານວນຫຼາຍຄົນຕໍ່ມື້ ແລະປີນີ້ ກໍບໍ່ຮູ້ວ່າຈະໄດ້ຮັບ ການບັນຈຸບັນຣັຖກອນຄຣູ ຫຼືບໍ່.
ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 15 ມິຖຸນາ ນີ້ວ່າ:
“ກະຍັງບໍ່ແນ່ໃຈ ສອນມາຫຼາຍປີແລ້ວ ສອນແຕ່ ປ.1 ຮອດ ປ.5 ພຸ້ນເດ້ ສອນຄົນດຽວ ແບບຄຣູບໍ່ມີນ່າ ໃຜກະບໍ່ຢາກລົງມາຮອດເຂດນອກ ເງິນປະມູນກໍຍັງບໍ່ມີ ອິຫຍັງກະບໍ່ມີ ໃຊ້ຈ່າຍເອງໝົດທຸກຢ່າງ ຢາກໃຫ້ເຂົາເຈົ້າຮັບຮູ້ນໍາຫັ້ນແຫຼະ.”
ໃນຂະນະທີ່ ເຈົ້າໜ້າທີ່ຫ້ອງການ ສຶກສາແລະກິລາ ເມືອງຊົນນະບູຣີ ທ່ານນຶ່ງ ກ່າວວ່າ ຄຣູອາສາສມັກ ຢູ່ເມືອງຊົນນະບູຣີ ໃນທຸກມື້ນີ້ ຍັງເຫຼືອຢູ່ປະມານເກືອບ 200 ຄົນ ເຊິ່ງກໍມີທັງຜູ້ທີ່ເປັນຄຣູ ອາສາສມັກສອນມາແລ້ວ 7-8 ປີ ສ່ວນຈໍານວນໂກຕ້າ ຣັຖກອນຄຣູ ປະຈໍາປີນີ້ ທີ່ທາງເມືອງໄດ້ຮັບ ຍັງບໍ່ທັນຮູ້ຄັກແນ່ ວ່າໄດ້ຈັກຄົນ.
ດັ່ງທ່ານກ່າວວ່າ:
“ຫຼາຍເດ້ ເມືອງຊະນະບູຣີນ່າ 100 ປາຍພຸ້ນໃດ໋ 7-8 ປີແລ້ວກະມີໃດ໋ ໂອຍັງບໍ່ຮູ້ລະອຽດເດີ້ນໍານາຍເພິ່ນ ເພິ່ນວ່າຈັ່ງໃດ.”
ທ່ານກ່າວຕື່ມວ່າ ສໍາລັບກໍຣະນີ ຂອງຄຣູອາສາສມັກ ຢູ່ໂຮງຮຽນບ້ານດົງຄັນຈ້ອງ ທີ່ຫາກໍລາອອກໄປນັ້ນ ທ່ານເອງ ກໍຍັງບໍ່ໄດ້ສອບຖາມ ຣາຍລະອຽດ ຢ່າງຄັກແນ່ ແຕ່ກໍຮູ້ສຶກເຫັນໃຈ ທີ່ເຂົາເຈົ້າ ຕັດສິນໃຈລາອອກ.
ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຄຣູອາສາສມັກອີກຫຼາຍຄົນ ໃນຫຼາຍແຂວງ ທີ່ຍັງຕ້ອງຕໍ່ສູ້ກັບລະບົບການໃຊ້ເສັ້ນສາຍ ຫຼືຊື້ຈ້າງໃນການເຂົ້າເປັນຣັຖກອນຄຣູ ເຊິ່ງເປັນບັນຫາທີ່ຫຼາຍຄົນ ຮູ້ສຶກເບື່ອໜ່າຍທີ່ສຸດ ເຖິງແມ່ນວ່າ ຄຣູອາສາສມັກຫຼາຍຄົນ ຈະສ້າງຜົລງານດີ ມາຫຼາຍປີກໍຕາມ ແຕ່ຄັນບໍ່ມີເສັ້ນສາຍກັບຜູ້ໃຫຍ່ ຫຼືບໍ່ມີເງິນຊື້ຈ້າງ ກໍເກືອບຈະບໍ່ໄດ້ຮັບໂອກາດ ເຂົ້າເປັນຣັຖກອນເລີຍ.
ດັ່ງຄຣູອາສາສມັກ ຢູ່ແຂວງອຸດົມໄຊ ນາງນຶ່ງ ກ່າວວ່າ:
“ຢ້ານແນວນັ້ນຫັ້ນລະ ເພາະວ່າຜ່ານມານີ້ແມ່ນ ປະມານ 2-3 ເດືອນຫຼັງນີ້ ຜູ້ທີ່ຕິດຕໍ່ມາ ວ່າໄດ້ບໍ ທຶນນ່າ ເຂົາວ່າເອີ່ ກະບໍ່ຕໍ່າກວ່າ 30-40 (ລ້ານ) ນີ້ແຫຼະ ຄັນວ່າຄຶດວ່າຈະສອນຕໍ່ແນວໃດ ກໍສູ້ຊົນໃຫ້ເອົາແນ່ ຄົ້ນຄວ້າແລ່ນ ເຂົາເຈົ້າວ່າຊິ.”
ຍານາງກ່າວຕື່ມວ່າ ສໍາລັບໂກຕ້າຣັຖກອນຄຣູ ທີ່ແຂວງອຸດົມໄຊ ໄດ້ຮັບໃນປີນີ້ ມີຈໍານວນ 12 ຄົນ ແຕ່ບໍ່ໄດ້ລະບຸຢ່າງຄັກແນ່ວ່າ ຈະແບ່ງໃຫ້ແຕ່ລະເມືອງ ເມືອງລະຈັກຄົນ ແຕ່ທ່ານ ເອງກໍຫວັງວ່າ ຈະຖືກເອີ້ນໄປສອບເສັງ ເພື່ອຄັດເລືກເປັນຣັຖກອນໃນປີນີ້ ຍ້ອນລໍຖ້າເຂົ້າເປັນຣັຖກອນຄຣູ ມາເປັນເວລາ 7 ປີແລ້ວ.
ໃນຂະນະດຽວກັນ ຄຣູອາສາສມັກ ຢູ່ເມືອງພິນ ແຂວງສວັນນະເຂດ ນາງນຶ່ງ ທີ່ເປັນຄຣູອາສາສມັກມາເປັນເວລາ 8 ປີແລ້ວ ກ່າວວ່າ ທ່ານເອງ ກໍຍັງລໍຖ້າໂອກາດເປັນຣັຖກອນຄຣູຢູ່ ເຖິງແມ່ນວ່າຍາກທີ່ສຸດ ແລະຕ້ອງຕໍ່ສູ້ມາແລ້ວຫຼາຍປີກໍຕາມ ແລະກໍຢາກໃຫ້ຂັ້ນເທິງ ເຫັນຄວາມສໍາຄັນວ່າ ການເປັນຄຣູອາສາສມັກໃນທຸກມື້ນີ້ ແຫ່ງຫຍຸ້ງຍາກຫຼາຍ ຍ້ອນລາຄາສິນຄ້າ, ອາຫານ ຮວມເຖິງນໍ້າມັນ ກໍແພງຂຶ້ນຫຼາຍ.
ດັ່ງຍານາງກ່າວວ່າ:
“ກະຍັງບໍ່ໝັ້ນໃຈ ກະຍາກຢູ່ຫັ້ນແຫຼະ ນໍ້າມັນກະແພງ ໂອ້ກະຫຼາຍຢ່າງແຫຼະເນາະ ເຣື່ອງການໄປ-ມາ ສອນມາຫຼາຍປີ ກະຢາກໄດ້ຄືໝູ່ຫັ້ນແຫຼ້ວ.”
ສ່ວນຄຣູອາສາສມັກ ອີກທ່ານນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວວ່າ ທ່ານເອງ ກໍກໍາລັງລໍຖ້າໂອກາດເຂົ້າເປັນຣັຖກອນຄຣູ ເຖິງແມ່ນວ່າຈະຍາກຫຼາຍກໍຕາມ ແຕ່ກໍເຫັນຄຣູອາສາສມັກຣຸ້ນອ້າຍຫຼາຍຄົນ ທີ່ໄດ້ລາອອກ ຈາກການເປັນຄຣູອາສາສມັກໄປແລ້ວ ຍ້ອນຢູ່ຈົນຄົບກໍານົດ 15 ປີ ໂດຍບໍ່ໄດ້ຮັບການບັນຈຸ ເປັນຣັຖກອນຄຣູ.
ດັ່ງທ່ານກ່າວວ່າ:
“8 ປີ ບໍ່ຮູ້ຄືກັນໃດ໋ ກະຍາກ ນໍ້າມັນຣົຖອິຫຍັງ ກະອອກຫຼາຍແລ້ວຫວາ ກະຈົນຮອດດອາຍຸນັ້ນ ພຸ້ນແຫຼະຈຶ່ງໄດ້ອອກ.”
ທາງດ້ານຊາວບ້ານອີກທ່ານນຶ່ງ ກໍຮູ້ສຶກເຫັນໃຈຄຣູອາສາສມັກ ທີ່ສ້າງຜົລງານດີ ແຕ່ບໍ່ໄດ້ເຂົ້າເປັນຣັຖກອນຄຣູ ຍ້ອນບໍ່ສາມາດສູ້ກັບລະບົບເສັ້ນສາຍ ແລະໃຊ້ເງິນຊື້ຈ້າງໄດ້ ດັ່ງນັ້ນ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫານີ້ແບບຮີບດ່ວນ ເພື່ອໃຫ້ຄຣູອາສາສມັກ ທີ່ມີຄວາມສາມາດສູງ ໄດ້ຮັບໂອກາດເປັນຣັຖກອນຄຣູ.
ດັ່ງທ່ານກ່າວວ່າ:
“ກະເປັນຫ່ວງຂະເຈົ້າໂອ ເປັນຕາດູຕົນເຂົາເຈົ້າ ສົງສານເນາະ ເຮັດມາກະຫຼາຍປີ ສອນມາກະຄິດວ່າ ຈະໄດ້ເຂົ້າຣັຖກອນ ໄດ້ເງິນເດືອນແດ່ ແທ້ຈິງແລ້ວ ສອນກາສອນມາລະລ້າ ຜູ້ເຮັດແທ້ພັດບໍ່ໄດ້ໂອກາດ ຢາກໃຫ້ທາງຂັ້ນເທິງ ເພິ່ນເບິ່ງເງິນຊ່ວຍເຂົາເຈົ້າຫັ້ນເນາະ.”
ສໍາລັບໂກຕ້າ ສະເພາະຣັຖກອນຄຣູ ໃນທົ່ວປະເທດໃນປີນີ້ ມີຈໍານວນພຽງແຕ່ 318 ຄົນ ຫຼຸດລົງຈາກປີ 2021 ເຖິງ 530 ຄົນ ໂດຍແຂວງທີ່ໄດ້ຮັບໂກຕ້າຫຼາຍທີ່ສຸດ ແມ່ນແຂວງສວັນນະເຂດ ຈໍານວນ 59 ໂກຕ້າ ຮອງລົງມາ ແມ່ນແຂວງຈໍາປາສັກ 34 ໂກຕ້າ ແລະແຂວງທີ່ໄດ້ໜ້ອຍທີ່ສຸດ ແມ່ນແຂວງເຊກອງ ແລະແຂວງອັດຕະປື ແຂວງລະ 9 ໂກຕ້າ, ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະກິລາ ໃນວັນທີ່ 31 ພຶສພາ ປີ 2022.
ຢ່າງໃດກໍຕາມ ຄຣູອາສາສມັກໃນທົ່ວປະເທດລາວ ມີຈໍານວນຢູ່ປະມານ 9,800 ຄົນ ໂດຍແຂວງທີ່ມີຄຣູອາສາສມັກຫຼາຍທີ່ສຸດ ແມ່ນແຂວງສວັນນະເຂດ ຈໍານວນ 2,298 ຄົນ ຮອງລົງມາແມ່ນແຂວງຫຼວງພຣະບາງ 1,154 ຄົນ, ອີງຕາມຂໍ້ມູນຈາກ ກະຊວງສຶກສາທິການ ແລະກິລາ ປະຈໍາປີ 2020.