ຣັຖບານ ຫລຸດຈຳນວນໂຄຕ້າ ຣັຖກອນໃໝ່ລົງ

ຈຳປາທອງ
2022.12.02
ຣັຖບານ ຫລຸດຈຳນວນໂຄຕ້າ ຣັຖກອນໃໝ່ລົງ ໂຮງຮຽນແຫ່ງນຶ່ງ ທາງພາກເໜືອ ຂອງລາວ, ເດືອນ ຕຸລາ 2021
ນັກຂ່າວ ພົລເມືອງ

ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ໄດ້ກ່າວຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ທັນວານີ້ວ່າ ອີງໃສ່ຂໍ້ຫຍຸ້ງຍາກ ທາງດ້ານເສຖກິຈ ຣັຖບານໄດ້ສເນີໃຫ້ ສະພາແຫ່ງຊາຕ ພິຈາຣະນາຮັບຮອງເອົາ ຣັຖກອນໃໝ່ໃນປີ 2023 ຈຳນວນ 800 ຄົນ. ຈໍານວນຣັຖກອນໃໝ່ ທັງໝົດ ທີ່ວ່າຈະໃຫ້ມີພຽງ 800 ຄົນໃນປີໜ້ານີ້ນັ້ນ ເຮັດໃຫ້ຄຣູອາສາສມັກ ກັງວົນໃຈ ຢ້ານຈະບໍ່ຖືກຮັບເຂົ້າເປັນຣັຖກອນ ແລະ ຄິດຢາກໄປເຮັດວຽກອື່ນ ຄືກັນກັບໝູ່ ທີ່ພາກັນລາອອກ ຈາກຄຣູອາສາສມັກໃນປີນີ້, ອີງຕາມຄໍາເວົ້າ ຂອງຄຣູອາສາສມັກ ຢູ່ໂຮງຮຽນມັທຍົມສົມບູນ ໂພນສະຫວ່າງ ທີ່ໄດ້ສອນມາແລ້ວ 7 ປີ ຢູ່ເມືອງປາກອູ ແຂວງຫລວງພຣະບາງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ທັນວານີ້.

ກໍບັນຫາວ່າອອກນີ້ ກໍຍ້ອນວ່າໂຄຕ້າ ໜ້ອຍລົງນີ້ແຫລະ ນ້ອຍໃຈ ຍ້ອນວ່າຄອງຄອຍແຕ່ ໂຄຕ້າຣັຖກອນນີ້ນ່າ ມາເບິ່ງແລ້ວຈາກ 5 ມາເປັນ 4 ຈາກ 4 ມາເປັນ 2 ຈາກ 2 ມາເປັນ 1 ມັກຊວນກັນອອກເດ້ ໄປເຮັດຕາມອັນນ່າ ຜູ້ທີ່ຖນັດຫັ້ນນ່າ ມີແຕ່ວ່າໄປສ້າງເສຖກິຈຄອບຄົວ.

ຄຣູອາສາສມັກອີກຜູ້ນຶ່ງ ທີ່ສອນມາໄດ້ 5 ປີ ຢູ່ໂຮງຮຽນປະຖົມສຶກສາ ບ້ານໂນນສະຫວ່າງ ເມືອງຊົນນະບູຣີ ແຂວງສວັນນະເຂດ ກໍເວົ້າໃນມື້ດຽວກັນນີ້ວ່າ ຕົນກໍຮູ້ສຶກເປັນຫ່ວງອະນາຄົຕ ຂອງຕົນເອງ ຢ້ານຈະບໍ່ໄດ້ໂຄຕາເຂົ້າເປັນຣັຖກອນ ແລ້ວຈະບໍ່ມີຄວາມໝັ້ນຄົງໃນຊີວິຕ ຫລືບໍ່ມີເງິນບໍານານໄວ້ໃຊ້ ຫລັງອາຍຸກະສຽນ ຖ້າຫາກຂັ້ນເທິງຫລຸດໂຄຕ້າ ຣັຖກອນໃໝ່ທັງໝົດໃຫ້ເຫລືອພຽງ 800 ຄົນ, ແຕ່ເຖິງແນວໃດກໍຕາມ ຕົນກໍຕັ້ງໃຈວ່າ ຈະລໍຖ້າໂຄຕາຣັຖກອນຄຣູ ໄປຈົນຮອດອາຍຸ 38 ປີ, ຖ້າບໍ່ໄດ້ກໍຈຶ່ງຈະອອກ ໄປເຮັດວຽກອື່ນ.

ເປັນຫ່ວງຫັ້ນແຫລະ ບຸກບືນ ໃຜກໍຢາກໄດ້ ແລ້ວກໍມາເຮັດວຽກເຮັດງານ ຕໍ່ໄປ ເຂົ້າເປັນຣັຖກອນ ມັນກໍຄວາມໝັ້ນຄົງເນາະ ເຮັດຫຍັງກໍມີຄວາມເຊື່ອໝັ້ນວ່າຊັ້ນສາ ສ່ວນຫລາຍທາງນີ້ຫັ້ນ ບໍ່ເອົາບໍາເນັດດອກ ມີແຕ່ບໍານານ.

ນາງຜະດຸງຄັນອາສາສມັກ ທີ່ເຮັດວຽກມາໄດ້ 2 ປີ ຢູ່ບ້ານຈະເຣີນໄຊ ເມືອງລອງ ແຂວງຫລວງນໍ້າທາ ເວົ້າວ່າ ກວ່າຈະໄດ້ເປັນນາງຜະດຸງຄັນ ຕ້ອງໄດ້ຝຶກອົບຮົມ ແລະຮຽນຢ່າງໜັກ ທັງເຣື່ອງການວາງແຜນ ຄອບຄົວ ແລະຊ່ອຍແມ່ຍິງເກີດລູກຢ່າງປອດພັຍ. ຖ້າຫາກໂຄຕ້າຣັຖກອນໃໝ່ ຫລຸດລົງ ໂອກາດຂອງຕົນ ທີ່ຈະໄດ້ຖືກບັນຈຸເຂົ້າເປັນຣັຖກອນ ກໍໜ້ອຍລົງຕາມໄປດ້ວຍ. ຕົນບໍ່ໄດ້ເງິນເດືອນ ແຕ່ໄດ້ເງິນຍາມ ຊຶ່ງເປັນເງິນອຸດໜຸນຈາກຣັຖ ເມື່ອເຮັດວຽກ 24 ຊົ່ວໂມງ ແມ່ນໄດ້ເດືອນລະ 6-8 ແສນກີບ. ດຽວນີ້ອາຍຸຂອງຕົນກໍໄດ້ 20 ປີ ແລ້ວ ແລະຈະສູ້ຊົນເປັນນາງຜະດຸງຄັນ ອາສາສມັກ ເພື່ອຊ່ອຍໃຫ້ແມ່ຍິງ ແລະລູກນ້ອຍປອດພັຍ ແລະມີສຸຂພາບແຂງແຮງຕໍ່ໄປ.

ດັ່ງທີ່ນາງກ່າວວ່າ:

ຖ້າວ່າເຮົາໄດ້ໂຄຕ້າ ມີອະນາຄົດຢູ່ ເພາະວ່າເວລາເຮົາເຖົ້າມາ ກໍມີບໍາເນັດ ບໍານານ ອີ່ຫຍັງນີ້ນ່າ ແລ້ວຖ້າວ່າເຮົາໄປເຮັດວຽກ ນໍາເອກຊົນຫັ້ນນ່າ ສົມມຸດເຮົາເຈັບເປັນອີ່ຫຍັງ ແລ້ວເຮົາບໍ່ໄປເຮັດວຽກ ຖືວ່າບໍ່ໄດ້ເງິນມື້ເຈັບເປັນ ຊິໄດ້ຖ້າຕໍ່ໄປ ຊິສູ້ຊົນເພາະວ່າອອກໄປ ກໍບໍ່ຮູ້ວ່າສິເຮັດວຽກຫຍັງ ຊິໄປເຮັດຫຍັງຫັ້ນນ່າ ທຽບໃສ່ອາຊີພອື່ນກໍຖືວ່າດີແລ້ວເດ້ ມີເງິນຍາມໃຫ້.

ປັດຈຸບັນ ນັກສຶກສາຣຸ້ນໃໝ່ ຜູ້ທີ່ບໍ່ມີຖານນະ, ບໍ່ມີພັກບໍ່ມີພວກເປັນເຈົ້ານາຍ ບໍ່ມີຄວາມຄຶດ ຢາກເຂົ້າເປັນຣັຖກອນ ຍ້ອນບໍ່ເຊື່ອໝັ້ນ ໃນຂັ້ນຕອນການສອບເສັງ ແລະບໍ່ມີເສັ້ນສາຍໃຫຍ່ ພໍທີ່ຈະອາສັຍ. ຍິ່ງປີໜ້ານີ້ ກໍມີຂ່າວວ່າຈະຫລຸດໂຄຕາຣັຖກອນໃໝ່ລົງ. ດັ່ງນັ້ນຈຶ່ງວາງແຜນ ໄປເຮັດວຽກນໍາບໍຣິສັດ ເອກຊົນ ຄືກັນກັບລຸ້ນເອື້ອຍຣຸ້ນອ້າຍ ທີ່ໄດ້ເງິນເດືອນຫລາຍກວ່າ ເຮັດນໍາຣັຖຕັ້ງ 2 ເທົ່າ ແລະຈະສາມາດຕັ້ງຕົນຕັ້ງໂຕໄດ້ ດັ່ງທີ່ນັກສຶກສາ ຄະນະວິສະວະກັມສາຕ ປີທີ 4 ມະຫາວິທຍາລັຍແຫ່ງຊາຕລາວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ທັນວານີ້ວ່າ:

ບໍ່ຄ່ອຍ ແບບຄິດວ່າສິເຂົ້າຣັຖເຂົ້າຫຍັງຈັ່ງຊີ້ ກໍຮູ້ສຶກແບບ ໜ້າຈະມີລູກເຈົ້າຫລານນາຍບໍ່ ລູກຫລານຜູ້ນັ້ນຜູ້ນີ້ບໍ່ ແລ້ວເຮົາບໍ່ສາມາດ ໄປຍາດແຍ່ເຂົາໄດ້ ເຮົາກໍບໍ່ມີເສັ້ນສາຍນີ້ແດ່.

ຄຣູອາສາສມັກ ທີ່ເຮັດວຽກມາຫລາຍປີ ແຕ່ກໍບໍ່ໄດ້ເຂົ້າເປັນຣັຖກອນ ຈໍານວນນຶ່ງ ພາກັນລາອອກໄປເຮັດວຽກອື່ນ ສົ່ງຜົລກະທົບ ຕໍ່ການສຶກສາ ທີ່ບໍ່ມີຄຸນນະພາບ. ຍ້ອນ ຄຣູທີ່ຍັງເຫລືອ ຕ້ອງໄດ້ສອນເກີນຊົ່ວໂມງ ແລະຕ້ອງໄດ້ສອນວິຊາ ທີ່ບໍ່ກົງກັບວິຊາທີ່ໄດ້ຮຽນຈົບມາ.

ດັ່ງນັກວິຊາການ ດ້ານການສຶກສາ ແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ:

ເພາະວ່າອັນຄຣູ ອາຈານຢູ່ຫັ້ນ ເພິ່ນກໍໄດ້ເພີ່ມຊົ່ວໂມງສອນຂຶ້ນຕື່ມ ເພາະວ່າຄຣູບໍ່ພຽງພໍ ອັນເອື້ອຍຍົກຕົວຢ່າງ ຄື ມ.4 ເນາະ ສາຍທັມຊາຕ ຄືຄຣູຈົບຊັ້ນສູງສາຍທັມຊາຕ ມັນຕ້ອງລວມໃນ 3 ວິຊາ ວິຊາຊີວະສາຕ, ເຄມີສາຕ, ແລະຟີຊິກສາຕ ແບບເບື້ອງຕົ້ນທົ່ວໄປ ຢູ່ດ້ວຍກັນ ແລ້ວເຂົາເຈົ້າສາຍນັ້ນ ແລ້ວເຂົາເຈົ້າຕ້ອງສອນ ມ.4 ໂດຍສະເພາະແມ່ນບໍ່ ແຕ່ບາດນີ້ຄຣູບໍ່ພຽງພໍ ກໍຈໍາເປັນເອົາໄປສອນ ມ.6-ໝ.7  ວິຊາຊີວະສາຕ, ເຄມີສາຕ ແລະຟີຊິກສາຕ ແບບເຈາະເລິກ.

ອີງຕາມການຣາຍງານ ຂອງຣັຖມົນຕຣີ ກະຊວງພາຍໃນ, ສະຖິຕິຣັຖກອນທົ່ວປະເທດ ໃນປີ 2022 ນີ້ ປະເທດມີຣັຖກອນທັງໝົດ 175,058 ຄົນ. ໃນນັ້ນຍິງ 83,066 ຄົນ. ທົ່ວປະເທດມີຣັຖກອນຄຣູ 72,602 ຄົນ. ໃນນັ້ນຍິງ 39,423 ຄົນ ກວມເອົາ 42% ແລະຣັຖກອນແພດມີ 15,907 ຄົນ, ໃນນັ້ນຍິງ 10,828 ຄົນກວມເອົາ 9%.

ສໍາລັບອາສາສມັກ ທຸກຂແນງການໃນທົ່ວປະເທດ ມີ 15,826 ຄົນ, ໃນນັ້ນຍິງ 4,819 ຄົນ. ໃນຈໍານວນອາສາສມັກທັງໝົດນັ້ນ ເປັນຄຣູອາສາສມັກ 7,379 ຄົນ ກວມເອົາ 46.6%, ເປັນແພດອາສາສມັກ 5,228 ຄົນ ກວມເອົາ 33%.

ເຣື່ອງການຮັບເອົາຣັຖກອນໃໝ່ ຂອງຣັຖບານລາວ ໃນ 4 ປີ ຄືແຕ່ປີ 2020 ເຖິງປີ 2023 ແມ່ນຫລຸດລົງທຸກປີ. ປີ 2020 ຮັບເອົາ 2,000 ຄົນ, ປີ 2021 ຮັບເອົາ 1,600 ຄົນ, ປີ 2022 ຮັບເອົາ 1,300 ຄົນ ແລະ ປີ 2023 ທີ່ຈະມາເຖິງນີ້ ຄາດວ່າຈະຮັບເອົາ ຣັຖກອນໃໝ່ ທັງໝົດພຽງ 800 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.