ຄຣູອາສາ ລາອອກ ຈຳນວນຫຼາຍ ກາຍເປັນບັນຫາ ຄຣູບໍ່ພຽງພໍ
2022.08.23

ຄຣູອາສາສມັກ ລາອອກຫລາຍຄົນ ຍ້ອນບໍ່ໄດ້ຮັບບັນຈຸເຂົ້າ ເປັນຣັຖກອນຄຣູ ເຮັດໃຫ້ຈໍານວນຄຣູ ຢູ່ໂຮງຮຽນຫລາຍແຫ່ງບໍ່ພຽງພໍ ກັບຄວາມຕ້ອງການ ທີ່ຈໍາເປັນ ຈົນວ່າໂຮງຮຽນປະຖົມສຶກສາ ຈໍາເປັນຕ້ອງໄດ້ຈັດການ ຮຽນ-ການສອນ ແບບຄວບຊັ້ນ ອັນໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ນາຍຄຣູ ແລະມີ ຜົລ ກະທົບ ຕໍ່ການຮຽນຂອງພວກເດັກນ້ອຍ ທັງໃນສົກການສຶກສາ ປີ 2022-2023 ນີ້. ເຈົ້າໜ້າທີ່ຂແນງສາມັນສຶກສາ ຊັ້ນປະຖົມ ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ສິງຫານີ້ວ່າ:
“ຄຣູເຮົາບໍ່ພຽງພໍ! ນັກຮຽນຫັ້ນຫລາຍ. ບ້ານກໍຂຍາຍຫລາຍ ຄຣູບໍ່ພຽງພໍ ຄຣູອາສາ ອອກມັນກໍຕ້ອງໄດ້ໃຊ້ຫ້ອງຄວບເນາະ. ມັນກໍການຮຽນ ມັນກໍບໍ່ເຕັມເມັດເຕັມໜ່ວຍ. ຄົນສອນກໍຄືກັນເນາະ ມັນບໍ່ຄືກັນກັບຫ້ອງດຽວ. ຄຣູປະຖົມເຮົາຈະໃຫ້ 30 ຕໍ່ຫ້ອງຫັ້ນນ່າ ຕົວຢ່າງວ່າ ປ.1, ປ2. ຈະມີ 7-8 ຄົນ ຫັ້ນນ່າ ປ.3 ກໍ 10 ຄົນແນວນີ້ນ່າ.”
ປັດຈຸບັນ ໂຮງຮຽນຊັ້ນປະຖົມສຶກສາ ຢູ່ປະເທດລາວ ມີຫລາຍພັນແຫ່ງ ຊຶ່ງໃນຈໍານວນນັ້ນ ຫລາຍກວ່າເຄິ່ງນຶ່ງ ຕ້ອງໄດ້ຈັດການຮຽນ-ການສອນ ແບບຄວບຊັ້ນ ໂດຍສ່ວນຫລາຍແມ່ນ ຢູ່ໂຮງຮຽນຂນາດນ້ອຍ ທີ່ຢູ່ຕາມຊົນນະບົດ ແລະເຂດພູດອຍ ໃນທົ່ວປະເທດ ເປັນຕົ້ນຢູ່ແຂວງພາກເໜືອຂອງລາວ.
ດັ່ງເຈົ້າໜ້າທີ່ອົງການ ຈັດຕັ້ງທາງສັງຄົມ ທີ່ເຮັດວຽກດ້ານການສຶກສາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄຣູອາສາສມັກແທ້ ມັນບໍ່ມີແຮງດອກ ເພາະວ່າງົບປະມານ ສ່ວນຫລາຍ ແຂວງຜົ້ງສາລີ, ຫລວງນໍ້າທາບໍ່ອີ່ຫຍັງ ຖ້າເວົ້າເຣື່ອງຄຸນ ນະພາບ ກໍບໍ່ປານໃດດອກເນາະ. ຂະເຈົ້າໄດ້ຮຽນຕາມປຶ້ມແມ່ນຫຍັງຕ່າງໆ. ຄຣູຜູ້ນຶ່ງອາຈເເບິ່ງປະມານ 30-40 ປາຍຕໍ່ຫ້ອງ. ຂະເຈົ້າເອົາມາຄວບກັນເປັນບ້ານຕໍ່ບ້ານເນາະ ສ່ວນຫລາຍປະຖົມຫັ້ນແຫລະ ຄວບຂອງ ມັທຍົມກໍບໍ່ຄ່ອຍມີດອກ ມັທຍົມສ່ວນຫລາຍ ມີມັນໄປເຂົ້າຢູ່ຈຸດດຽວຈຸດໃຫຍ່.”
ເຈົ້າໜ້າທີ່ຂແນງສາມັນສຶກສາ ຊັ້ນປະຖົມ ຜແນກສຶກສາທິການ ແລະກິລາ ແຂວງ ບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງຄືກັນນັ້ນກໍເວົ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ສິງຫານີ້ວ່າ ທີ່ຜ່ານມາ ກະຊວງສຶກສາທິການ ແລະກິລາ ໄດ້ກໍານົດ ໃຫ້ຄຣູຜູ້ນຶ່ງ ຮັບຜິດຊອບສອນນັກຮຽນ ຊັ້ນປະຖົມປະມານ 20 ຄົນ, ແຕ່ກໍ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ພໍເທົ່າໃດ ໂດຍສະເພາະໃນເຂດຊົນນະບົດຫ່າງໄກ ທີ່ມີນັກຈໍານວນກຮຽນຊັ້ນປະຖົມໜ້ອຍ ດັ່ງນັ້ນຈຶ່ງໄດ້ມີການຮຽນການ ສອນແບບຄວບຊັ້ນ.
ດັ່ງທີ່ທ່ານກ່າວວ່າ:
“ເອີ! ຫຍູ້ງຍາກລະເນາະ ເພາະວ່າສົມມຸດວ່າ ປະຖົມ 1 ມັນຈະຕ້ອງມີ ປ.1-ປ.5 ເນາະ. ຄຣູກໍຈະຕ້ອງມີ 5 ຄົນຢ່າງໜ້ອຍ ແຕ່ວ່າໃນໂຮງຮຽນແຫ່ງນັ້ນເນາະ ນັກຮຽນ ປ.1-ປ.5 ທັງໝົດສົມມຸດວ່າມີແຕ່ 30 ຄົນແລ້ວ ເຮົາມີດໍາຣັຖຂອງພວກເຮົາກໍຄື ຄຣູຜູ້ນຶ່ງຕ້ອງຕໍ່ນັກຮຽນ 20 ຄົນບໍ່ ສົມມຸດວ່າເຮົາຊິເອົາຄຣູ 5 ຄົນມັນກໍບໍ່ໄດ້ ຈະຕ້ອງເອົາຄຣູພຽງແຕ່ 1 ຫາ 2 ຄົນກໍສະແດງວ່າ ເຮົາຈະຕ້ອງສອນຄວບເນາະ.”
ເຈົ້າໜ້າທີ່ສູນຝຶກອາຊີບຄຣູ ຜູ່ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ເຖິງແມ່ນການຈັດການຮຽນ-ການສອນ ແບບຄວບຊັ້ນຮຽນ ມີຄວາມຫຍຸ້ງຍາກ ແລະເປັນບັນຫາ ເຣື່ອງຄຸນນະພາບ ຂອງນັກຮຽນຕ່ຳ ແຕ່ກໍຈຳເປັນຕ້ອງໄດ້ເຮັດຕໍ່ໄປ ເພື່ອຫລຸດຜ່ອນ ບັນຫາການປະລະການຮຽນ ຂອງພວກເດັກນ້ອຍ ນັກຮຽນຊັ້ນປະຖົມ ທີ່ຢູ່ຕາມຊົນນະບົດຫ່າງໄກ ຊຶ່ງຢູ່ກັນແບບກະຈັກກະຈາຍ ບ້ານລະໜ້ອຍ.
“ບາດນີ້ ຄັນເດັກເຂົ້າເຖິງແລ້ວ ມັນເວົ້າເຣື່ອງຄຣູ ບາດນີ້ ຄືໂຄຕ້າຂອງຄຣູເຮົາຍັງຈໍາກັດ 2-3 ບ້ານມີນັກຮຽນປ.1 ກໍ 7-8 ຄົນ ປ.2 ກໍປະມານ 10 ຄົນ ປ.3 ກໍ 5-6 ຄົນ ຖ້າຈະເອົາຄຣູໄປສອນຢູ່ຫັ້ນ 3 ຄົນມັນກໍບໍ່ເໝາະສົມ ມີຫ້ອງຄວບເພື່ອຫລຸດຜ່ອນ ໂຕນີ້ ກໍຍັງເປັນບັນຫາຢູ່ ອັນອັດຕຣາປະລະນີ້ລະເນາະ ພະຍາຍາມ ຢາກຫລຸດຜ່ອນຫ້ອງຄວບລົງ ແຕ່ ກໍຍັງຫລຸດບໍ່ໄດ້ດອກເພາະວ່າ ຄັນຍຸບແລ້ວ ເດັກນ້ອຍມັນບໍ່ໄປໂຮງຮຽນ ແມ່ນລະມັນໄກຊິໄປແນວໃດ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບ ການປັບປຸງຫລັກສູຕ ການຮຽນຊັ້ນປະຖົມສຶກສາ ຢູ່ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 23 ສິງຫານີ້ວ່າ ສຳລັບແນວທາງການແກ້ໄຂ ບັນຫາດັ່ງກ່າວ ເພື່ອເພີ່ມປະສິທທິພາບ ຂອງການຮຽນການສອນ ແບບຄວບຊັ້ນນັ້ນ ກະຊວງສຶກສາທິການ ແລະກິລາ ມີນະໂຍບາຍຈະຈັດການຮຽນ-ການສອນ ແບບຄວບຊັ້ນໃຫ້ນັກຮຽນປະຖົມ ປ.2-ປ.4 ເທົ່ານັ້ນ ເນື່ອງຈາກນັກຮຽນຊັ້ນ ປ.1 ຈຳເປັນຕ້ອງໄດ້ຮຽນຮູ້ພາສາລາວ ຫລາຍກ່ອນ ແລະນັກຮຽນຊັ້ນ ປ.5 ຈຳເປັນຕ້ອງໄດ້ຮຽນຫລາຍຢ່າງ ກ່ອນຈະຂຶ້ນຮຽນຕໍ່ຊັ້ນມັທຍົມ.
ດັ່ງທີ່ນາງກ່າວວ່າ:
“ແນ່ນອແຫລະເນາະ ມັນກໍບໍ່ໄດ້ຄຸນນະພາບເດ໋ເນາະ ເຮົາເປັນ ຫຍັງຈຶ່ງວ່າຊັ້ນ ເຮົາໄປສອນຫ້ອງດຽວ ເຮົາກໍຢາກໃຫ້ມັນໄດ້ຄຸນນະພາບ ຄືກັນແມ່ນບໍ່ ແຕ່ມັນກໍຍັງບໍ່ໄດ້ຄຸນ ນະພາບ ແຕ່ມັນກໍຍັງບໍ່ໄດ້ເຕັມ 100 ແມ່ນຕ້ ບາດນີ້ເຈົ້າໄປສອນຫ້ອງຄວບອີກ ຊິເອົາຫຍັງມາໃຫ້ໄດ້ຄຸນ ນະພາບ ແຕ່ເຮົາບໍ່ພະຍາຍາມຈະເອົາປ.1 ຫລືປ.5 ມາຄວບກັບຫ້ອງອື່ນຍ້ອນວ່າ ປ.5 ມັນເປັນຊັ້ນສຸດ ທ້າຍຂອງຊັ້ນປະຖົມເນາະ ແລ້ວເຮົາຈະບໍ່ຢາກໃຫ້ຄວບ.”
ນາງເວົ້າວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍລັງຢູ່ໃນລະຫວ່າງການປັບປຸງ ຫລັກສູຕການສຶກສາ ສຳລັບການຮຽນ-ການສອນ ແບບຄວບຊັ້ນຮຽນ ຊຶ່ງເບື້ອງຕົ້ນນີ້ ຈະມີການກຳນົດ ໃຫ້ແບບຮຽນຂອງນັກຮຽນຊັ້ນປະຖົມສຶກສາ ປີທີ 2-4 ທີ່ມີເນື້ອໃນຄືກັນ ແລະສຳລັບຄຣູຜູ້ສອນ ຈະຕ້ອງຈັດກິຈກັມ ໃນຊັ້ນຮຽນໃຫ້ນັກຮຽນ ແຕ່ລະຊັ້ນແຕກຕ່າງກັນ.
ນາງກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ມີຄຣູອາສາສມັກ ຈຳນວນຫລາຍໄດ້ຕັດສິນໃຈ ລາອອກ ໄປເຮັດວຽກອື່ນ ຊຶ່ງສ່ວນນຶ່ງກໍເປັນຍ້ອນ ພວກເຂົາເຈົ້າເຮັດວຽກມາດົນ ແຕ່ບໍ່ໄດ້ຖືກສັບຊ້ອນ ເຂົ້າເປັນຣັຖກອນຄຣູ ແລະອີກສ່ວນນຶ່ງ ແມ່ນເປັນຍ້ອນພາກສ່ວນທີ່ກ່ຽວຂ້ອງ ແນະນຳພວກເຂົາເຈົ້າ ໄປເຮັດວຽກອື່ນ ຍ້ອນການເປັນຄຣູອາສາສມັກ ບໍ່ໄດ້ຮັບເງິນເດືອນ.
“ເຮົາກໍພະຍາຍາມຫລຸດຜ່ອນ ບໍ່ຢາກໃຫ້ມີຄຣູອາສາຍ້ອນວ່າມັນຜິດກົດລະບຽບ ຫລືວ່ານິຕິກັມຂອງເຮົານ່າເພາະວ່າທີ່ເປັນຄຣູອາສາຫັ້ນ ເຮົາຈະບໍ່ໄດ້ມີເງິນເດືອນ ຣັຖຈະບໍ່ໄດ້ສນັບສນູນອີ່ຫຍັງໂຕໃດໂຕນີ້ມັນຜິດນະໂຍບາຍແຮງງານເນາະ ຜິດກົດໝາຍຂອງເຮົາຢູ່ແລ້ວ ແຕ່ມັນກໍປາສຈາກບໍ່ໄດ້ດອກນ້ອງ ເພາະວ່າເຮົາກໍພະຍາຍາມແກ້ເນາະ ແມ່ນຣັຖບານຫລືນະໂຍບາຍຕ່າງໆ ເຮົາກໍພະຍາຍາມ.”
ແຕ່ປີ 2020 ມາຫາປີ 2022 ນີ້ ກະຊວງສຶກສາທິການ ແລະກິລາ ໄດ້ຮັບໂຄຕາ ບັນຈຸເຂົ້າເປັນຣັຖກອນຄຣູ ຈຳນວນ 1,814 ຄົນ. ໃນນັ້ນ ປີ 2020 ບັນຈຸເຂົ້າ 966 ຄົນ, ປີ 2021 – 530 ຄົນ ແລະໃນປີ 2022 ນີ້ບັນຈຸເຂົ້າ 318 ຄົນ. ແຂວງທີ່ໄດ້ໂຄຕາຣັຖກອນ ຄຣູຫລາຍກວ່າແຂວງອື່ນໆ ແມ່ນແຂວງສວັນນະເຂດ 55 ຄົນ, ຮອງລົງມາກໍແມ່ນແຂວງຈຳປາສັກ 33 ຄົນ ແລະແຂວງສາຣະວັນ 28 ຄົນ.