ຄຣູອາສາ ລາອອກຫຼາຍ ກາຍເປັນບັນຫາ ຂາດແຄນຄຣູ ທົ່ວປະເທດ

ຈຳປາທອງ
2023.02.06
ຄຣູອາສາ ລາອອກຫຼາຍ ກາຍເປັນບັນຫາ ຂາດແຄນຄຣູ ທົ່ວປະເທດ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ທາງພາກເໜືອຂອງລາວ, ເດືອນພຶສຈິກາ ປີ 2022.
ນັກຂ່າວ ພົລເມືອງ

ການລາອອກ ຂອງຄຣູອາສາສມັກ ຢ່າງຫລວງຫລາຍ ນໍາໄປສູ່ບັນຫາການຂາດເຂີນຄຣູ, ເຮັດໃຫ້ຕ້ອງໄດ້ມີການຮຽນການສອນ ແບບຄວບຊັ້ນຮຽນ ຫລືໄປຈົນຮອດຍຸບໂຮງຮຽນນ້ອຍ ໂຮມກັນເປັນໂຮງຮຽນໃຫຍ່ ກໍມີ. ສິ່ງດັ່ງກ່າວເປັນສາເຫດນຶ່ງ ທີ່ເຮັດໃຫ້ນັກຮຽນປະລະການຮຽນ ຫລາຍຂຶ້ນ ຍ້ອນບໍ່ສາມາດເດີນທາງໄປຮຽນ ຢູ່ໂຮງຮຽນໃໝ່ ທີ່ຢູ່ຫ່າງໄກບ້ານ ຂອງພວກເຂົາເຈົ້ານັ້ນໄດ້. ອັນນີ້ມີຜົລກະ ທົບຕໍ່ການພັທນາຊັບພະຍາກອນມະນຸສຢູ່ລາວ. ຄຣູອາສາສມັກ ສອນມາຫລາຍປີ ໂດຍບໍ່ໄດ້ຮັບເງິນເດືອນ ແລະບໍ່ໄດ້ເຂົ້າເປັນຣັຖກອນ ຈັກເທື່ອ ຊຶ່ງລາງຄົນກໍໄດ້ເຮັດວຽກ ສອນນັກຮຽນມາເຖິງ 10 ປີ ດັ່ງທີ່ຍານາງ ສີພະຈັນ ນັນທະວົງສາ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວກ່ຽວກັບຂໍ້ສເນີ ຂອງປະຊາຊົນກ່ຽວກັບບັນຫາລະບົບເງິນເດືອນ ແລະການບັນຈຸ ອາສາສມັກເຂົ້າເປັນຣັຖກອນ ຢູ່ໃນກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 28 ທັນວາ 2022 ທີ່ຜ່ານມາວ່າ:

ປະຊາຊົນສເນີໃຫ້ພັກແລະຣັຖບານ ເລັ່ງຄົ້ນຄວ້າແກ້ໄຂ ບັນຫາຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ທີ່ສົ່ງຜົລຕໍ່ຊີວິຕການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ພະນັກງານຣັຖກອນ ໂດຍສະເພາະແມ່ນ ລະບົບເງິນເດືອນ ພະນັກງານອາສາຫຼາຍປີ ບໍ່ໄດ້ຮັບໂກຕ້າ ເຂົ້າເປັນຣັຖກອນແລະອື່ນໆ ເປັນສາເຫຕນຶ່ງ ໃຫ້ສະພາບການປະລະການສຶກສາ ຂອງນັກຮຽນຂັ້ນຊັ້ນປະຖົມ ມັທະຍົມ ມີທ່າອຽງເພີ່ມຂຶ້ນ.

ເຖິງແມ່ນວ່າ ຣັຖບານຈະໄດ້ຮັບຮູ້ບັນຫາ ການລາອອກ ຂອງຄຣູອາສາສມັກ ມາດົນນານແລ້ວ ແຕ່ກໍບໍ່ສາມາດແກ້ໄຂໄດ້.

ຕົກມາໃນກາງເດືອນພຶສຈິກາ 2022 ທີ່ຜ່ານມາ ຣັຖບານໄດ້ສເນີ ແຜນການຮັບຣັຖກອນໃໝ່ ປີ 2023 ຈໍານວນ 800 ຄົນ, ອີງຕາມແຈ້ງການ ຂອງຣັຖມົນຕຣີ ຫົວໜ້າຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ທີ່ອີງຕາມການຕົກລົງ ແລະທິດຊີ້ນໍາ ຂອງກອງປະຊຸມນາຍົກ, ຮອງນາຍົກຣັຖມົນຕຣີ ຄັ້ງວັນທີ 14 ພຶສຈະກາ 2022. ຈຳນວນ 800 ຄົນທີ່ວ່ານີ້ ແມ່ນຫລຸດລົງ ຈາກຈຳນວນຣັຖກອນໃໝ່ ປີ 2022 ເຖິງ 500 ຄົນ.

ຫລັງຈາກນັ້ນ ຣັຖບານກໍໄດ້ສເນີ ຕໍ່ສະພາແຫ່ງຊາຕ ເພື່ອພິຈາຣະນາຮັບຮອງເອົາ. ໃນແຈ້ງການດັ່ງກ່າວ ນອກຈາກຈະໄດ້ລະບຸເຖິງ ຈໍານວນຣັຖກອນ ທີ່ຈະຮັບເອົາແລ້ວ ຍັງໄດ້ລະບຸເຖິງການຢຸດຮັບ ພະນັກງານຕາມສັນຍາ ແລະອາສາສມັກ ເຮັດວຽກໃໝ່ໃນທຸກຂົງເຂດ ວຽກງານຂອງຣັຖອີກດ້ວຍ.

ໃນຈໍານວນຣັຖກອນໃໝ່ 800 ຄົນທີ່ວ່ານັ້ນ ກໍວ່າຈະໃຫ້ບຸຣິມະສິດ ແກ່ພະນັກງານຕາມສັນຍາ ແລະອາສາສມັກ ທີ່ຕົກຄ້າງມາຫລາຍປີ ເຊັ່ນ ຄຣູ ແລະແພດອາສາສມັກ ຢູ່ເຂດຫ່າງໄກ ສອກຫລີກ ທຸຣະກັນດານ, ແຕ່ເຖິງຢ່າງໃດກໍຕາມ ຣັຖບານກໍຍັງຈະບໍ່ສາມາດແກ້ໄຂ ບັນຫາດັ່ງກ່າວໄດ້ຢ່າງເປັນຮູບປະທັມເທື່ອ ຍ້ອນການບັນຈຸຄຣູອາສາສມັກ ເຫລົ່ານັ້ນເຂົ້າເປັນຣັຖກອນ ຍັງຈະບໍ່ທົ່ວເຖິງ, ຍ້ອນຍັງມີຄຣູອາສາສມັກຫລາຍພັນຄົນຢູ່. ຊໍ້າບໍ່ພໍ ຣັຖບານຍັງຫລຸດຈໍານວນ ຮັບຣັຖກອນໃໝ່ ຈາກປີກາຍເຖິງ 500 ຄົນ ຊຶ່ງເຮັດໃຫ້ຄຣູອາສາສມັກ ຕັດສິນໃຈລາອອກຫລາຍຂຶ້ນ ເພື່ອໄປປະກອບອາຊີບອື່ນ ທີ່ມີລາຍໄດ້ພໍກຸ້ມຕົນເອງ ດັ່ງອະດີດຄຣູອາສາສມັກ ນາງນຶ່ງຢູ່ແຂວງສາລະວັນ ຊຶ່ງປັດຈຸບັນໄດ້ລາອອກ ມາປະກອບອາຊີບຂາຍເຄື່ອງ ໄດ້ໂພສເຟສບຸກຄ໌ ລະບາຍຄວາມໃນໃຈ ຂອງນາງ ທີ່ບໍ່ໄດ້ຖືກບັນຈຸ ເຂົ້າເປັນຣັຖກອນ ຕອນນຶ່ງວ່າ:

ໂລກນີ້ໂຫດຮ້າຍເກີນນໍ, ຄືບໍ່ຍຸດຕິທັມກັບຂ້ອຍເເທ້ເດ, ຮຽນມາ 5 ປີ ຈົບປະຣິນຍາຕຣີ ໂຄດວ່າທຸກແລ້ວ ຈົບມາເຮັດວຽກ ທຸກ 10 ເທົ່າ, ສອນບໍ່ໄດ້ເງິນຈັກເທື່ອ ມີແຕ່ລໍໆ ອົດທົນ ບອກໃຈໂຕເອງມາຕະຫລອດ ຈົນມາຮອດ 9 ປີ 3 ເດືອນ, ສຸດມັກຮັກໃນອາຊີບ ແຕ່ສູ້ກັບອາຊີບບໍ່ໄຫວ ຖອຍອອກມາຈາກອາຊີບຄຣູບາງທີອາຊີບອື່ນອາດເໝາະສົມກັບເຮົາ. ກ່ອນນີ້ ເຄີຍມີຄວາມຄິດ ຢາກຮຽນສູງໆ, ຈົບມາມີເງິນເດືອນ ໃຫ້ແມ່, ເອຶ້ອຍ, ນ້ອງ ພູມໃຈ, ສຸດທ້າຍກະໄປບໍ່ຮອດຝັ່ງຝັນ, ລູກຂໍໂທດເດີແມ່ ເອຶ້ອຍ, ນ້ອງ ທຸກຄົນ.

ພ້ອມກັນນັ້ນ ນາງຍັງໄດ້ພັລະນາເຖິງເຣື່ອງ ທີ່ບໍ່ໄດ້ຖືກບັນຈຸ ເຂົ້າເປັນຣັຖກອນ ກໍເນື່ອງຈາກ ການທີ່ມີຜູ້ສວຍໃຊ້ ເສັ້ນສາຍ, ເງິນຄໍາ, ການເປັນລູກເຈົ້າຫລານນາຍ ຊ່ອຍໃຫ້ໄດ້ບັນຈຸ ເຂົ້າເປັນຣັຖກອນ ແລະນາງຍັງສະແດງອອກ ເຖິງຄວາມກັງວົນ ໃນບັນຫາດັ່ງກ່າວ ທີ່ຈະສົ່ງຜົລກະທົບ ຕໍ່ການພັທນາປະເທດຊາຕ ໃນໄລຍະຍາວນໍາອີກ.

ນາງເວົ້າວ່າ:

ຍ້ອນເຮົາຄົນຈົນ ເງິນນ້ອຍ ສອນຫລາຍປີສ່ຳໃດ ກະບໍ່ໄດ້ເຂົ້າເປັນຣັຖກອນບາດລູກເຈົ້າລູກນາຍ ມານຳຫລັງດັງກ່ອນ ໄດ້ເຂົ້າເປັນຣັຖກອນ. ຖ້າໂລກນີ້ເປັນແບບນີ້ ປະເທດຊາຕ ບ້ານເມືອງ ຊິຈະເຣີນກ້າວໜ້າໄດ້ແນວໃດ, ແຕ່ລະປີ ຕ້ອງມີພະນັກງານຄຣູອາສາດີໆ ເຮັດດ້ວຍໃຈ ຕັ້ງໃຈສອນໄປ ໂດຍບໍ່ຫວັງສິ່ງຕອບແທນສູ້ຈົນເບິດແຮງ ແຕ່ກະສູ້ລູກເຈົ້າຫລານນາຍບໍ່ໄດ້, ພັກ-ຣັຖ ຕັ້ງບໍ່ເຫັນໃຈຜູ້ເງິນນ້ອຍນໍ. ພີມນຳ, ນ້ຳຕາໄຫລນຳ ບໍ່ຢາກໄຫ້ ແຕ່ມັນໄຫລອອກເອງ.

ນອກຈາກບັນຫາການລາອອກ ຂອງຄຣູອາສາສມັກແລ້ວ ອີກປັດໄຈນຶ່ງ ທີ່ສົ່ງຜົລກະທົບຕໍ່ການປະລະການຮຽນ ກໍແມ່ນເຣື່ອງ ການຢຸດການຮຽນການສອນ ເປັນເວລາດົນ ຍ້ອນການແພ່ຣະບາດ ຂອງໂຄວິດ-19 ຊຶ່ງເຮັດໃຫ້ນັກຮຽນ ບໍ່ຢາກກັບຄືນມາຮຽນອີກ, ອີງຕາມຄໍາເວົ້າ ຂອງຜູ້ທີ່ເຮັດວຽກ ຢູ່ອົງການພາກປະຊາສັງຄົມ ດ້ານການຊ່ອຍເຫລືອ ເດັກນ້ອຍ ແລະຊາວໜຸ່ມຢູ່ລາວ ໃນມື້ວັນທີ 6 ກຸມພານີ້.

ໂດຍສະເພາະຊ່ວງໂຄວິດ ກະມີເນາະ ເພາະວ່າຢູ່ຂົງເຂດ ຂ້ອຍໄປເຮັດຫັ້ນ ກະມີປັດຈັຍທີ່ເຈົ້າເວົ້າມາກະຖືກ (ການລາອອກ ຂອງຄຣູອາສາ ແລະການໂຮມໂຮງຮຽນ) ເພາະວ່າອິກນຶ່ງກະເຂົາເຈົ້າຢູ່ຫ່າງໄກສອກຫຼີກແດ່ ໂຕບັນຫາທີສອງ ເຫັນຕາມຄຣູເວົ້າເນາະ ວ່ານັກຮຽນໄດ້ພັກຮຽນດົນ ກັບຄືນມາປົກກະຕິແລ້ວນັກຮຽນ ມັນບໍ່ລຶ້ງມາໂຮງຮຽນຕິ ແລ້ວມັນບໍ່ມາເນາະ.

ການປະລະ ການຮຽນ ກໍາລັງຈະສ້າງບັນຫາ ໃຫ້ແກ່ການພັທນາຊັບພະຍາກອນມະນຸສ ແລະບັນຫາທາງສັງຄົມອື່ນໆ ຢ່າງຫລີກລ່ຽງບໍ່ໄດ້, ແຕ່ເຖິງຢ່າງ ໃດກໍຕາມ ທາງອົງການພາກປະຊາສັງຄົມ ດັ່ງກ່າວ ກໍພະຍາຍາມປະກອບສ່ວນ ເຂົ້າໃນວຽກງານ ເພື່ອຫລຸດຜ່ອນບັນຫາ ທາງສັງຄົມ ທີ່ເກີດຈາກການປະລະການຮຽນ ໂດຍການຈັດຕັ້ງ ໂຄງການສົ່ງເສີມ ການປູກຜັກສວນຄົວ ແລະລ້ຽງຈິຫລໍ່ ເພື່ອໃຫ້ຊາວໜຸ່ມ ທີ່ບໍ່ໄດ້ຮຽນຕໍ່ ມີອາຊີບລ້ຽງຕົວເອງ.

ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:

ປັດຈຸບັນ ໂຄງການຂອງຂ້ອຍຫັ້ນ ແມ່ນຊ່ອຍເຣື່ອງຟື້ນຟູຊີວິຕ ການເປັນຢູ່ນໍ ທັງເຮົາໄດ້ເຝິກອົບຮົມ ເຣື່ອງການເຮັດສວນຄົວ ສວນຜັກປອດສານພິດ ໄດ້ ສນອງການລ້ຽງແມງຈິ້ງຫລີດ ໃຫ້ກັບຄອບຄົວພໍ່ແມ່ນັກຮຽນ ທີ່ວ່າ ຄອບຄົວທີ່ທຸກຈົນ ຄອບຄົວທີ່ມີບັນຫາ. 

ພ້ອມກັນນັ້ນ ທ່ານກໍຍັງກ່າວຕື່ມວ່າ ໂຄງການສົ່ງເສີມ ການປູກພືດຜັກສວນຄົວ ແລະລ້ຽງຈິຫລໍ່ ທີ່ທາງອົງການພາກປະຊາສັງຄົມ ຂອງທ່ານ ໄດ້ພະຍາຍາມປະ ກອບສ່ວນຊ່ອຍນັ້ນ ຍັງມີຈຸດປະສົງເພື່ອໃຫ້ຄອບຄົວຂອງນັກຮຽນ ທີ່ບໍ່ໄດ້ຮຽນຕໍ່ ມີອາຊີບລ້ຽງຕົນເອງ ແລະບໍ່ສ້າງພາຣະໃຫ້ແກ່ສັງຄົມ, ແຕ່ຄວາມພະຍາຍາມ ຂອງອົງການທ່ານນັ້ນ ກໍບໍ່ແມ່ນການແກ້ໄຂບັນຫາທີ່ຕົ້ນເຫດ.

ບັນຫາການປະລະການຮຽນ ຍ້ອນການລາອອກຂອງຄຣູ ອາສາສມັກ ແລະຍ້ອນການພັກ ໂຮງຮຽນດົນນານນັ້ນ ຍັງເປັນບັນຫາ ທີ່ຣັຖບານລາວ ບໍ່ສາມາດແກ້ໄຂ ໃນໄລຍະມໍ່ໆນີ້ໄດ້ ຢ່າງແນ່ນອນ ແລະກໍອາຈກາຍເປັນບັນຫາຊໍາເຮື້ອ ທີ່ແກ່ຍາວໄປອີກຫລາຍປີ ແລະຖ້າຫາກຣັຖບານ ບໍ່ສາມາດແກ້ໄຂບັນຫານີ້ໄດ້ ກໍເທົ່າກັບວ່າ ປະເທດລາວ ຈະບໍ່ສາມາດສ້າງຊັບພະຍາກອນມະນຸສ ທີ່ມີຄວາມຮູ້ ຄວາມສາ ມາດສູງ ເພື່ອຮັບໃຊ້ວຽກງານ ອຸດສາຫະກັມ ຊຶ່ງຈະເຮັດໃຫ້ເປັນຈຸດອ່ອນ ຕໍ່ການດຶງດູດການລົງທຶນ ຈາກພາຍນອກເຂົ້າມາລາວ. ພ້ອມດຽວກັນນັ້ນ ຄົນງານລາວ ຈະມີແຕ່ຄົນງານ ທີ່ບໍ່ມີຝີມື, ເຮັດວຽກໄດ້ແຕ່ງານປະຖົມ ປະຖານ ແລະຈະໄດ້ເງິນເດືອນໜ້ອຍ ແລະສະພາບເສຖກິຈ ທີ່ຝືດເຄືອງຢູ່ລາວ ປັດຈຸບັນນີ້ ເຮັດໃຫ້ຄົນງານລາວ ພາກັນອອກໄປເຮັດວຽກຢູ່ນອກປະເທດ ຫລາຍຂຶ້ນ ໂດຍສະເພາະປະເທດໄທຍ ຊຶ່ງຈະເຮັດໃຫ້ລາວຂາດຄົນງານລາວໄດ້ໃນອະນາຄົດ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ອົງການພາກປະສາສັງຄົມ ດ້ານການຊ່ອຍເຫລືອ ເດັກນ້ອຍ ແລະຊາວໜຸ່ມໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.