ຣັຖບານຍີ່ປຸ່ນ ຊ່ອຍເຫຼືອ ເດັກນັກຮຽນ ໃນ 31 ເມືອງ

ຈຳປາທອງ
2022.09.09
ຣັຖບານຍີ່ປຸ່ນ ຊ່ອຍເຫຼືອ ເດັກນັກຮຽນ ໃນ 31 ເມືອງ ປາກະປ໋ອງ 402 ຕັນ, ມູນຄ່າປະມານ 3.6 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ຣັຖບານລາວ ຜ່ານອົງການອາຫານໂລກ ເພື່ອຊ່ອຍ ເດັກນ້ອຍນັກຮຽນ.
ຮູບພາບ: WFP Vientiane Harehouse

ຣັຖບານຍີ່ປຸ່ນ ມອບປາກະປ໋ອງ 402 ຕັນ, 402 ຕັນ, ມູນຄ່າປະມານ 3.6 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ຣັຖບານລາວ ຜ່ານອົງການອາຫານໂລກ ໂດຍແມ່ນທ່ານ ເຄນິຊິ ໂກບາຍາຊິ ທູດຍີ່ປຸ່ນປະຈໍາລາວ ເປັນຜູ້ມອບ ແລະ ທ່ານ ພຸດ ສິມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ເປັນຜູ້ຮັບ ທີ່ສາງອົງການອາຫານໂລກ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 6 ກັນຍານີ້.

ເຄື່ອງຊ່ອຍເຫລືອ ເປັນກະປ໋ອງນັ້ນມີປາທູ ແລະປາຊາດິນ ສໍາລັບອາຫານທ່ຽງ ຂອງໂຮງຮຽນປະຖົມຢູ່ 31 ເມືອງໃນ 8 ແຂວງ ຊຶ່ງມີໂຮງຮຽນ 1,423 ແຫ່ງ, ນັກຮຽນ 132,450 ຄົນໃນທົ່ວປະເທດ ພາຍຫລັງໂຄງການອາຫານທ່ຽງ ຂອງອົງການອາຫານໂລກ ສໍາລັບໂຮງຮຽນ 915 ແຫ່ງ ໝົດໄປໃນທ້າຍປີ 2021.

ໃນສົກຮຽນ 2021-2022 ທີ່ຜ່ານມາ ຣັຖບານລາວ ໄດ້ຊ່ອຍເຫລືອອາຫານທ່ຽງ ໃຫ້ນັກຮຽນພຽງແຕ່ຜູ້ລະ 800 ກີບຕໍ່ຄາບ ຊຶ່ງເປັນຈໍານວນໜ້ອຍ ທີ່ເຮັດໃຫ້ນັກຮຽນ ບໍ່ໄດ້ກິນອາຫານຄົບໝວດໝູ່. ດັ່ງນັ້ນ ທາງກະຊວງດັ່ງກ່າວ ຈຶ່ງໄດ້ຂໍໃຫ້ອົງການອາຫານໂລກ ຊ່ອຍເຫລືອຕື່ມອີກ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາ ທີ່ບໍ່ປະສົງອອກຊື່ ແລະສຽງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ກັນຍານີ້. ທ່ານກ່າວວ່າ:

ໂຕທີ່ປາກະປ໋ອງ ທີ່ມອບມານີ້ ແມ່ນໂຄງການເພິ່ນສິ້ນສຸດແລ້ວ ເພິ່ນມອບໃຫ້ຣັຖບານສືບຕໍ່ ໂດຍທີີ່ຣັຖບານ ໄດ້ສນອງເງິນສົດໃຫ້ ໃນອັດຕຣາ 800 ກີບຕໍ່ຄົນຕໍ່ຄາບ ແລ້ວເຫັນວ່າ ອັດຕຣາມັນໜ້ອຍ ທາງຣັຖບານເຮົາຈຶ່ງໄດ້ສເນີ ຂໍໃຫ້ທາງອົງການອາຫານໂລກ ຊ່ອຍເຫລືອ. ຢາກໃຫ້ອົງການນີ້ປະກອບສ່ວນ ຊ່ອຍເຫລືອຕື່ມ ໃຫ້ເດັກນ້ອຍໄດ້ກິນອາຫານ ທີ່ຫລາກຫລາຍ ແລະກໍແຊບຂຶ້ນ ໃຫ້ເດັກນ້ອຍມາໂຮງຮຽນ ຫລາຍຂຶ້ນ ບໍ່ອຶດບໍ່ຫິວເຂົ້າ ແລ້ວກໍມີສະມາທິໃນການຮຽນ.

ທ່ານກ່າວຕື່ມວ່າ ອົງການອາຫານໂລກ ຈະສົ່ງປາກະປ໋ອງໄປໃຫ້ໂຮງຮຽນ ເປົ້າໝາຍຢູ່ 8 ແຂວງ ຊຶ່ງເປັນແຂວງທີ່ໄດ້ຮັບການຊ່ອຍເຫລືອ ຈາກອົງການດັ່ງກ່າວ ມາແຕ່ປີ 2002  ຮວມທັງແຂວງຜົ້ງສາລີ, ອຸດົມໄຊ, ເຊກອງ ແລະແຂວງອັດຕະປື ທີ່ເດັກນ້ອຍນັກຮຽນ ຂາດສານອາຫານ ແລະປະລະການຮຽນຫລາຍ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ອົງການອາຫານໂລກ ປະຈໍາພາກເໜືອຂອງລາວ ເວົ້າໃນມື້ດຽວກັນນີ້ວ່າ:

ຍັງ ຍັງບໍ່ໄດ້ປາກະປັອງເທື່ອ ເພາະວ່າດຽວນີ້ ມັນເປັນຕາມສະພາບອາກາດ ຍັງບໍ່ທັນແລ້ງເດ໋ ໂຕນີ້ມັນຂຶ້ນກັບສະພາບຂົນສົ່ງ ຂຶ້ນກັບພະນັກງານຂົນສົ່ງເຮົາ ບາງເທື່ອມັນກໍຂຶ້ນຢູ່ກັບເສັ້ນທາງ ຈະແລ່ນແລ້ວບໍ່ແລ້ວນີ້ບໍ່ທັນຮູ້ເທື່ອ ນ້ອງກໍບໍ່ຮູ້ຄືກັນວ່າ ໄດ້ຈໍານວນເທົ່າໃດເທົ່າໃດ ມີແຕ່ນ້ອງເປັນຜູ້ກວມສັງລວມ ມີແຕ່ວ່າປ໋ອງ ປາມາຮອດ ກໍມີແຕ່ແຈ້ງເຂົາເຈົ້າແຫລະ ບໍ່ຮູ້ວ່າມັນຊິໄດ້ເທົ່າໃດໆ ບໍ່ຮູ້ຈັກມື້ອິຫຍັງ ກໍມີແຕ່ວ່າພະນັກງານທາງພຸ້ນ ເປັນຄົນຄິດໄລ່ໝົດ.

ສໍາລັບການຊ່ອຍເຫລືອອາຫານທ່ຽງ “ງວດພິເສດ” ຢູ່ແຂວງອຸດົມໄຊ  ມີ 6 ເມືອງ ຮວມທັງເມືອງໄຊ, ເມືອງນາໝໍ້ ແລະເມືອງຮຸນ ໄດ້ຮັບມາຕັ້ງແຕ່ມື້ວັນທີ 25 ສິງຫາທີ່ຜ່ານມານັ້ນແລ້ວ.

ດັ່ງເຈົ້າໜ້ທີ່ ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊກ່າວໃນມື້ວັນທີ 9 ກັນຍານີ້ວ່າ:

ມີແຕ່ເຫັນເຂົາເຈົ້າ ແຈກຢາຍງວດພິເສດຫັ້ນ ມີ 6 ເມືອງເຂົາເຈົ້າແຈກຢາຍໄປແລ້ວ ຄາດຄະເນ ບາງຈຸດຈະກຸ້ມໝົດປີ ບາງບ່ອນນັ້ນຈະກຸ້ມແຕ່ສົກດຽວເນາະ ເວົ້າເຣື່ອງອາຫານທ່ຽງເນາະ ເດັກນ້ອຍເຂດນອກ ເຂົາເຈົ້າຈະບໍ່ມີອາຫານຄົບໝວດໝູ່ນ່າ ກິນອາຫານໄປຕາມຣະດູ ເຂົາເຈົ້າຊື່ໆເນາະ ປາກະປ໋ອງມັນມາ ມັນຈະມີແບບໂປຣຕີນຈະສູງຫລາຍກວ່ານ່າ ມີເວລາເຮັດກິຈກັມຫວ່າງຢູ່ໂຮງຮຽນຫັ້ນ ຫລີກລ່ຽງອຸບັດຕິເຫດທີ່ວ່າ ເຂົາເຈົ້າຈະໄດ້ອອກໂຮງຮຽນ ໄປບ່ອນອື່ນຫັ້ນ ໄປເລາະຫລິ້ນ ບໍ່ມາທັນໂຮງຮຽນບໍ່ທັນໂມງບໍ່ທັນເວລາເນາະ.

ແລະຜູ້ປົກຄອງນັກຮຽນປະຖົມ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ກໍເວົ້າໃນມື້ດຽວກັນນີ້ວ່າ ໂຮງຮຽນບ້ານນີ້ໄດ້ຮັບປາກະປ໋ອງ ຈາກອົງການອາຫານໂລກ ແລະພວກນັກຮຽນ ກໍໄດ້ກິນມາແຕ່ວັນທີ 5 ກັນຍານີ້ແລ້ວ, ດີໃຈທີ່ນັກຮຽນໄດ້ກິນ, ເປັນອາຫານທີ່ເດັກນ້ອຍ ຢູ່ເຂດນອກຈະຫາກິນໄດ້ຍາກ ແລະຊ່ອຍຜູ້ປົກຄອງ ນັກຮຽນປະຢັດ ການໃຊ້ຈ່າຍນໍາດ້ວຍ.

ເພິ່ນສົ່ງປາກະປ໋ອງ ໄປຮອດໂຮງຮຽນແລ້ວ ເຈົ້າ ໃຫ້ແຕ່ນັກຮຽນ ໃຫ້ໄປແຕ່ງ ແຕ່ງໃຫ້ນັກຮຽນກິນຢູ່ໃນໂຮງ ຮຽນ ເຣີ່ມຕັ້ງແຕ່ວັນຈັນມາແລ້ວ. ໂອ໋ ເດັກນ້ອຍກໍດີໃຈຫັ້ນແຫລະ ໂດຍສະເພາະແມ່ນເຂດຫ່າງໄກສອກຫລີກເນາະ ວ່າອາຫານໂຕນີ້ ມັນໄປເຖິງເຂົາເຈົ້າຫັ້ນນ່າ. ບາງມື້ເພິນກໍຄົວ ແລ້ວກໍໃສ່ຫອມ ບາງມື້ເຂົາເຈົ້າກໍໃສ່ຜັກ ບາງມື້ເຂົາເຈົ້າກໍເຮັດແຕ່ປາກະປ໋ອງຫັ້ນ ປຸງແລ້ວເອົາຕົ້ນຫອມໃສ່ຊື່ໆ ເພາະວ່າ ພວກເຂົາເຈົ້າກໍຊ່ວຍຜູ້ປົກຄອງປະຢັດເນາະ.

ສໍາລັບເມືອງຍອດອູ ແຂວງຜົ້ງສາລີ ເຈົ້າໜ້າທີ່ຫ້ອງການສຶກສາເມືອງ ເວົ້າໃນມື້ດຽວກັນນີ້ວ່າ ເປັນການດີທີ່ຣັຖບານຍີ່ປຸ່ນ ຊ່ອຍປາກະປ໋ອງເປັນອາຫາທ່ຽງ ໃຫ້ເດັກນ້ອຍນັກຮຽນ ຍ້ອນປັດຈຸບັນ ອາຫານທ່ຽງຢູ່ໂຮງຮຽນ ຍັງເຫລືອໜ້ອຍ, ຖ້າທາງແຂວງຜົ້ງສາລີ ໄດ້ຮັບການຊ່ອຍເຫລືອນັ້ນແລ້ວ ກໍຈະຊ່ອຍເຮັດໃຫ້ຄວາມສ່ຽງ ຕໍ່ການຂາດສານອາຫານ ຂອງເດັກນ້ອຍໄດ້ຮັບການແກ້ໄຂໄດ້ ໃນລະດັບນຶ່ງ ແລະບໍ່ໃຫ້ເດັກນ້ອຍ ຂາດຮຽນໄປເຮັດວຽກຢູ່ໄຮ່, ຢູ່ນາ ຊ່ອຍພໍ່ແມ່.

ດັ່ງທີ່ທ່ານກ່າວວ່າ:

ເຂົາກໍບໍ່ສາມາດປະກອບສ່ວນໄດ້ເນາະ ພາຍຫລັງທີ່ເຮົາມອບໂອນແລ້ວ ເນື່ອງຈາກວ່າສະຖານະການໂຄວິດ-19 ເຮັດໃຫ້ເຮົາຍັງຫຍູ້ງຍາກເນາະ ອາຫານຍັງເຫລືອໜ້ອຍ ກໍບໍ່ພໍກໍຂໍເພິ່ນ ແຕ່ມື້ວານມື້ຄືນນີ້ ເຫັນຢູ່ທາງເອກອັກຄະຣາຊທູຕຍີ່ປຸ່ນ ເພິ່ນມາມອບແຕ່ຍັງບໍ່ເຫັນ ເພິ່ນຣາຍງານຂ່າວ ວ່າຈະໃຫ້ໃຜແດ່ ຊ່ວຍທາງໂພສະນາການ ລູກຫລານເຂົາເຈົ້າບໍ່ມີຄວາມສ່ຽງແດ່ ໄປນໍາພໍ່ແມ່ເຮັດວຽກ ເວລາເລີກໂຮງຮຽນເດັກນ້ອຍຈະຢູ່ພາຍໃນໂຮງຮຽນ ຈະບໍ່ອອກທາງຣົຖ ຈະມີຄວາມສ່ຽງໃນການສັນຈອນ.

ອົງການອາຫານໂລກ ໄດ້ຊ່ອຍເຫລືອລາວມາດົນແລ້ວ, ບໍ່ພຽງແຕ່ປາກະປ໋ອງ ແຕ່ມີທັງໝາກຖົ່ວ, ນໍ້າມັນພືດ, ຫ້ອງມ້ຽນອາຫານ, ສາງເກັບເຄື່ອງ, ເຮືອນຄົວ, ສວນຄົວໃນໂຮງຮຽນ, ໜອງປາ, ນໍ້າສະອາດ ແລະອື່ນໆ ຊຶ່ງປັດຈຸບັນ ຍັງສືບຕໍ່ການຝຶກອົບຮົມ ພະນັກງານໃຫ້ຮູ້ຈັກຈັດຕັ້ງປະຕິບັດ ແລະຕິດຕາມໂຄງການຊ່ອຍເຫລືອ ອາຫານທ່່ຽງນັ້ນໃຫ້ປະສົບຜົລສໍາເລັດ ເພື່ອປະກອບສ່ວນເຂົ້າໃນການພັທນາ ຊັພຍາກອນມະນຸສໃນລາວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ອົງການອາຫານໂລກ ປະຈໍາແຂວງພາກເໜືອ ທີ່ວ່ານັ້ນ.

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະຜູ້ຕາງໜ້າ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ກ່າວຕໍ່ສື່ມວນຊົນ ໃນມື້ວັນທີ 6 ກັນຍານີ້ວ່າ ອົງການອາຫານໂລກ ໄດ້ອຸທິດ ແລະພະຍາຍາມສຸດຄວາມສາມາດ ໃນການພັທນາໂຮງຮຽນ ທົ່ວປະເທດລາວ ເພື່ອປັບປຸງສຸຂພາບ ແລະ ເສີມສ້າງດ້ານໂພສະນາການ ຂອງເດັກນ້ອຍ. ນອກຈາກຈະເຮັດໃຫ້ອັດຕຣາ ການເຂົ້າຮຽນເພີ່ມຂຶ້ນ, ການເຂົ້າຮຽນ ແລະຜົລການຮຽນ ຂອງເດັກນ້ອຍດີຂຶ້ນແລ້ວ ກໍຍັງເຊື່ອວ່າ ຈະຊ່ອຍເຮັດໃຫ້ພວກເຂົາເຈົ້າ ຫລຸດພົ້ນອອກຈາກຄວາມທຸກຍາກ ໂດຍການສ້າງໂອກາດ ແລະລາຍໄດ້ໃຫ້ຊຸມຊົນນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.