ໂຮງງານ ກັ່ນນໍ້າມັນ ຂອງລາວ ຍັງບໍ່ໄດ້ຈຳນ່າຍ ນ້ຳມັນເທື່ອ
2022.09.09
ໂຮງງານກັ່ນນໍ້າມັນເຊື້ອເພີງ ແລະເຄມີພັນ ຂອງບໍຣິສັດເປໂຕຣລາວ ຈໍາກັດ ມາຮອດປັດຈຸບັນນີ້ ກໍຍັງບໍ່ທັນໄດ້ຂາຍນໍ້າມັນ ທີ່ຜລິຕໄດ້ ໃຫ້ສັງຄົມໄດ້ໃຊ້ເທື່ອ ຍ້ອນໂຄງສ້າງລາຄາ ຈໍາໜ່າຍນໍ້າມັນ ຂອງບໍຣິສັດ ຍັງບໍ່ທັນສໍາເລັດ ແລະຍັງບໍ່ຖືກຮັບຮອງ ຈາກຣັຖບານລາວເທື່ອ, ອີງຕາມການຣາຍງານ ຂອງສູນຂ່າວສານ ພະລັງງານ ແລະບໍ່ແຮ່ ເມື່ອວັນທີ 8 ກັນຍານີ້.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດ ເປໂຕຣລາວ ຈໍາກັດ ແລະກົມສົ່ງເສີມພະລັງງານທົດແທນ ທີ່ຂຶ້ນກັບກະຊວງພະລັງງານ ແລະບໍ່ແຮ່ ແຕ່ເຈົ້າໜ້າທີ່ທີ່ກຽວຂ້ອງ ຂອງທັງ 2 ໜ່ວຍງານນີ້ ຍັງບໍ່ສາມາດເວົ້າໄດ້ເທື່ອວ່າ ຈະເຣີ່ມຂາຍໄດ້ໃນມື້ໃດ, ຕ້ອງໄດ້ລໍຖ້າໃຫ້ມີກອງປະຊຸມ ຕົກລົງກັນຕື່ມກ່ອນ.
ແລະເຈົ້າໜ້າທີ່ລາວ ຂັ້ນແຂວງທ່ານນຶ່ງ ທີ່ຕິດຕາມເຣື່ອງນໍ້າມັນເຊື້ອເພີງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ກັນຍານີ້ວ່າ ກ່ຽວກັບເຣື່ອງນີ້ ທ່ານເອງກໍບໍ່ສາມາດ ໃຫ້ຄວາມເຫັນຢ່າງຕຣົງໄປຕຣົງມາໄດ້, ແຕ່ກໍເວົ້າໄດ້ພຽງແຕ່ວ່າ ປັດຈຸບັນຫລາຍແຂວງໃນລາວ ຍັງນໍາໃຊ້ນໍ້າມັນ ທີ່ນໍາເຂົ້າມາຈາກຕ່າງປະເທດຢູ່.
“ເອີ! ມັນກໍການສນອງນໍ້າມັນ ຖືວ່າບັນດາບໍຣິສັດ ຖືວ່ານໍາເຂົ້າກໍມີບໍຣິສັດ...ມີ 2 ບໍຣິສັດແລ້ວ ກໍບັນດາປໍ້ານໍ້າມັນຍ່ອຍເນາະ ບໍຣິການປົກຕິ ແຕ່ວ່າຈໍານວນນຶ່ງກໍໄດ້ຢຸດ.”
ໃນຂະນະດຽວກັນ ເຈົ້າຂອງປໍ້ານໍ້າມັນແຫ່ງນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຫາງສຽງໃນສັງຄົມ ສ່ວນໃຫຍ່ກໍແມ່ນຢາກໃຫ້ບໍຣິສັດ ເປໂຕຣລາວ ຈໍາກັດ ເລັ່ງນໍານໍ້າມັນ ທີ່ສາມາດຜລິຕເອງໄດ້ນັ້ນ ອອກຈໍາໜ່າຍໃນແຂວງຕ່າງໆທົ່ວປະເທດ ຍ້ອນເຊື່ອວ່າ ຖ້າສາມາດກັ່ນນໍ້າມັນ ແລະຈໍາໜ່າຍເອງໄດ້ ກໍຈະເຮັດໃຫ້ລາຄານໍ້າມັນເຊື້ອເພີງຖືກລົງ ຊຶ່ງປັດຈຸບັນ ຍັງຕ້ອງນໍາເຂົ້າ ມາຈາກຕ່າງປະເທດຢູ່.
“ກະຄຶຊິດີເນາະ ມັນຢູ່ໃກ້ເນາະ ຄ່າແກ່ມັນກະຊິບໍ່ແພງ ລາຄາມັນກະຊິບໍ່ແພງປານໃດ ຊ່ວງນີ້ກະບໍ່ຍາກປານໃດ ກະບໍ່ໄດ້ຮູ້ວ່າບໍຣິສັດແມ່ ໄດ້ເອົາທາງໃດເນາະ ເພາະວ່າປົກຕິ ກະເອົາບໍຣິສັດແມ່ ສົມບັດຈະເຣີນນີ້.”
ແລະເຈົ້າຂອງປໍ້ານໍ້າມັນ ອີກແຫ່ງນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ຖ້າບໍຣິສັດ ເປໂຕຣລາວ ສາມາດຈໍາໜ່າຍນໍ້າມັນ ທີ່ກັ່ນໄດ້ຢູ່ໃນໂຮງງານນັ້ນແລ້ວ ກໍໜ້າຈະເປັນຜົລດີ ຕໍ່ຜູ້ປະກອບການປໍ້ານໍ້າມັນໃນທົ່ວປະເທດ ລາຄານໍ້າມັນ ໃນທຸກມື້ນີ້ ຍັງແພງຢູ່ ຍ້ອນເປັນນໍ້າມັນ ທີ່ນໍາເຂົ້າມາຈາກຕ່າງປະເທດ
“ຄື ກະດີ ຫລຸດປາຣິມານຄ່າໃຊ້ຈ່າຍລົງຫັ້ນ ລາຄານໍ້າມັນຈະບໍ່ແພງບໍ່ສູງ ຕອນນີ້ປາຣິມານເຂົາເຈົ້າສົ່ງໃຫ້ຫັ້ນມີຈໍາກັດນ່າ ເຂົາເຈົ້າມານໍ້າມັນປຕທ. ຫັ້ນຕ້ອງໄດ້ນໍາເຂົ້າແຕ່ໄທຍຫັ້ນນ່າ.”
ແລະເຈົ້າຂອງຣົຖຂົນສົ່ງ ນັກທ່ອງທ່ຽວຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ໂດຍເຊື່ອວ່າ ຖ້າບໍຣິສັດດັ່ງກ່າວ ຂາຍນໍ້າມັນ ທີ່ກັ່ນເອງໄດ້ ກໍໜ້າຈະເຮັດໃຫ້ລາຄານໍ້າມັນ ໃນລາວຖືກລົງ. ແຕ່ກໍບໍ່ແນ່ໃຈວ່າ ຈະຂາຍໄດ້ດີ ຫລືບໍ່ ເພາະເມື່ອຫລາຍປີກ່ອນນີ້ ກໍເຄີຍມີບາງບໍຣິສັດໃນລາວ ທີ່ຜລິຕນໍ້າມັນເອງ ແຕ່ກໍໄດ້ເຊົາໄປ ຍ້ອນຂາຍບໍ່ໄດ້ດີ.
“ຄັນຖ້າວ່າເພິ່ນຜລິຕເອງ ລາຄາກະໜ້າຈະຖືກລົງໜ້ອຍນຶ່ງຕິບໍ໋ ໜ້າຈະຖືກກວ່າທີ່ເຮົານໍາເຂົ້າ. ຕັ້ງແຕ່ກ່ອນເພິ່ນເຄີຍຜລິຕນໍ້າມັນເນາະ ແຕ່ກະຍຸບໄປແລ້ວ ຄົນລາວເຂົາເຈົ້າບໍ່ໝັ້ນໃຈ ຜລິຕພັນຂອງຄົນລາວ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າຂອງຣົຖຮັບຈ້າງອີກຜູ້ນຶ່ງ ກໍເວົ້າເຖິງລາຄານໍ້າມັນ ຢູ່ລາວໃນປັດຈຸບັນວ່າ ຖືກລົງແດ່. ຖ້າບໍຣິສັດພາຍໃນປະເທດ ສາມາດຈໍາໜ່າຍນໍ້າມັນທີ່ກັ່ນໄດ້ເອງ ກໍຄິດວ່າ ຈະເຮັດໃຫ້ລາຄານໍ້າມັນຖືກລົງ ແລະເປັນຜົນດີ ຕໍ່ປະຊາຊົນ ທີ່ມີລາຍໄດ້ໜ້ອຍ.
“ໂອ໋ ຫລາຍແລ້ວບໍ໋ດຽວນີ້ ບັກຫລາຍໆນີ້ ໄຄແດ່ແລ້ວ ຖືວ່າສະດວກສະບາຍແດ່ແລ້ວ ແຕ່ວ່າລາຄາມັນກໍແພງ ລິດນຶ່ງເກືອບໝົດ 20 ພັນຈັ່ງວ່າແຫລະ ຄັນວ່າມີບ່ອນໃກ້ບ້ານກະຊິຖືກ.”
ໃນຂະນະດຽວກັນ ກໍມີຊາວລາວຫລາຍຄົນ ໄດ້ສະແດງຄວາມຄິດເຫັນຜ່ານສື່ສັງຄົມ ອອນລາຍນ໌ວ່າ ຢາກໃຫ້ທາງບໍຣິສັດ ເລັ່ງເຮັດໂຄງສ້າງລາຄາຈໍາໜ່າຍນໍ້າມັນ ໃຫ້ແລ້ວໄວທີ່ສຸດ ແລະໃຫ້ໄດ້ຈໍາໜ່າຍພາຍໃນປີນີ້ ຍ້ອນຈະໄດ້ຫລຸດທັງຄ່າຂົນສົ່ງ ແລະຄ່າພາສີນໍ້າມັນ, ຄ່າກວດສອບມາຕຖານນໍ້າມັນ ແລະອື່ນໆລົງ ແລະກໍຄາດຫວັງວ່າ ນໍ້າມັນທີ່ສາມາດກັ່ນໄດ້ເອງ ແລະຈໍາໜ່າຍພາຍໃນປະເທດນັ້ນ ຈະມີລາຄາຖືກກວ່ານໍ້າມັນ ທີ່ນໍາເຂົ້າມາຈາກຕ່າງປະເທດ.
ບໍຣິສັດ ເປໂຕຣລາວ ຈໍາກັດ ກໍ່ຕັ້ງຂຶ້ນເມື່ອເດືອນກັນຍາ 2014, ເປັນບໍຣິສັດຮ່ວມທຶນ ລະຫວ່າງກຸ່ມບໍຣິສັດກໍ່ສ້າງ ແລະລົງທຶນ ແຂວງຍຸນນ່ານ ຂອງຈີນ, ບໍຣິສັດ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ແລະວິສາຫະກິຈຂອງຈີນ ໃນການດໍາເນີນກິຈການ ໂຮງງານກັ່ນນໍ້າມັນເຊື້ອເພີງ ແລະເຄມີພັນ ຢູ່ເຂດເສຖກິຈພິເສດ ກວມລວມໄຊເສຖາ ນະຄອນຫລວງວຽງຈັນ, ມີທຶນລົງທະບຽນ 36,960,000 ໂດລ້າຣ໌ສະຫະຣັຖ, ສາມາດກັ່ນນໍ້າມັນໄດ້ທັງໝົດ 3 ລ້ານຕັນຕໍ່ປີ ແຕ່ໃນໄລຍະທີ 1 ສາມາດກັ່ນນໍ້າມັນໄດ້ແຕ່ 1 ລ້ານຕັນຕໍ່ປີ, ອີງຕາມການຣາຍງານຂອງ ທ່ານ ຫວັງ ເຕິ້ງ ຖ່າວ ຮອງຜູ້ອໍານວຍການ ບໍຣິສັດ ເປໂຕຣລາວ ຈໍາກັດ ໃນມື້ວັນທີ 5 ກັນຍານີ້.
ໃນໄລຍະ 2-3 ປີຜ່ານມາ ປະເທດລາວ ໄດ້ນໍານໍ້າມັນເຂົ້າມາຈາກປະເທດໄທຍ ແລະປະເທດສິງກະໂປ ສະເລັ່ຍ 1,900 ລ້ານລິດຕໍ່ປີ, ອີງຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າລາວ.