ນ້ຳມັນແອັດຊັງ ຊຸດທຳອິດ ທີ່ນຳເຂົ້າຈາກຈີນ

ສປປ ລາວ ນໍາເຂົ້າ ນໍ້າມັນແອັດຊັງ ຈາກ ສປ ຈີນ ແທນນໍ້າມັນສ່ວນໃຫຍ່ ທີ່ນຳເຂົ້າຈາກປະເທດໄທຍ, ແຕ່ຍັງບໍ່ມີຂໍ້ມູນລະບຸເທື່ອວ່າ ນໍ້າມັນທີ່ນໍາເຂົ້າມານັ້ນ ມີປະຣິມານເທົ່າໃດ ແລະ ຈະຂາຍໃນລາຄາລິດລະເທົ່າໃດ ເຊິ່ງປະຊົນຕັ້ງຄວາມວ່າ ຈະເຫັນຄາລານ້ຳມັນ ຫຼຸດລົງ ເຖິິງຈະບໍ່ຫຼາຍກໍຕາມ.
ຈຳປາທອງ
2023.07.03
ນ້ຳມັນແອັດຊັງ ຊຸດທຳອິດ ທີ່ນຳເຂົ້າຈາກຈີນ ພິທີ ມອບ-ຮັບ ນ້ຳມັນເຊື້ອເພີງ ຈາກ ສປ ຈີນ ເພື່ອຈຳໜ່າຍຕາມຮູບແບບ ຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ. ວັນທີ 27 ມິຖຸນາ 2023.
ຂອບໃຈຮູບພາບຈາກ: ຂ່າວສານສື່ມວນຊົນ ກພລ/ຄຳປະສົງ ລາດຊະວົງ

ບໍຣິສັດ ຊິໂນເພັກ ຮົງກົງ ຈາກປະເທດຈີນ ໄດ້ສົ່ງມອບນໍ້າມັນ ໃຫ້ບໍຣິສັດຣັຖ ວິສາຫະກິຈ ນໍ້າມັນເຊື້ອໄຟວຽງຈັນ ແລະບໍຣິສັດ ຊິໂນລາວ ລົງທຶນ ຈໍາກັດ ຢູ່ດ່ານບໍ່ເຕັນ ແຂວງຫລວງນໍ້າທາ ໃນມື້ວັນທີ 27 ມິຖຸນາ 2023 ເພື່ອນໍາມາຂາຍຍົກ ແລະ ຂາຍຍ່ອຍ ຢູ່ປະເທດລາວ ພາຍຫລັງທີ່ທາງບໍຣິສັດ ຣັຖວິສາຫະກິຈ ເຊື້ອໄຟວຽງຈັນ ຂອງກົມໃຫຍ່ພາລາທິການ ກອງທັບ ປະຊາຊົນລາວ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ກັບບໍຣິສັດຊິໂນລາວ ລົງທຶນຈໍາກັດ  ກ່ຽວກັບທຸຣະກິຈ ການນໍາເຂົ້ານໍ້າມັນເຊື້ອໄຟ, ອີງຕາມຂໍ້ມູນ ຂອງກົມໃຫຍ່ພາລາທິການ ກອງທັບປະຊາຊົນລາວ.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງນີ້ ເປັນຕົ້ນ ເຣື່ອງປະຣິມານນໍ້າ ທີ່ນໍາເຂົ້າມາລາວວ່າ ມີເທົ່າໃດແລ້ວ  ແລະຈະນໍາເຂົ້າມາຕື່ມອີກເທົ່າໃດ ນັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ ຖາມໄປຍັງບໍຣິສັດ ຣັຖວິສາຫະກິຈ ເຊື້ອໄຟວຽງຈັນ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ປະຊາຊົນລາວ ຈໍານວນນຶ່ງ ທີ່ຕິດຕາມຂ່າວດັ່ງກ່າວ ໄດ້ເວົ້າວ່າ ມາຮອດປັດຈຸບັນ ກໍຍັງບໍ່ເຫັນແຈ້ງການເພິ່ມຕື່ມເທື່ອວ່າ ນໍ້າມັນທີ່ຖືກນໍາຈາກຈີນເຂົ້າມາລາວນັ້ນ ໄດ້ເຣີ່ມຈໍາໜ່າຍແລ້ວ ຫລືຍັງ, ແຕ່ກໍເຊື່ອວ່າ ລາຄາຈໍາໜ່າຍນັ້ນ ອາດຫລຸດລົງ ແຕ່ກໍຈະຫລຸດລົງບໍ່ຫລາຍ ເພາະວ່າ ທາງບໍຣິສັດຣັຖ ວິສາຫະກິຈ ເຊື້ອໄຟລາວ ກໍຕ້ອງການກໍາໄລເຊັ່ນກັນ.

ດັ່ງປະຊາຊົນລາວ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 3 ກໍຣະກະດານີ້ວ່າ:

“ຍັງບໍ່ທັນໄດ້ໃຊ້ ຍັງບໍ່ທັນໄດ້ເຫັນໂຕຈິງ ກໍຄິດວ່າຊິຫລຸດຢູ່ ແຕ່ກະຊິບໍ່ຫລຸດຫລາຍດອກ ກະຫາກເຫັນເຣີ່ມໆເອົາມານີ້ນະ. ເຫັນແຕ່ວ່າຂ່າວ ມີມາຮອດກະຢ່າ ມາຮອດກະດາຍ.

ໃນຂະນະດຽວກັນ ຜູ້ປະກອບການທຸຣະກິຈ ດ້ານການນໍານໍ້າມັນເຊື້ອເພີງ ເຂົ້າມາລາວທ່ານນຶ່ງ ກໍເຊື່ອວ່າ ການນໍານໍ້າມັນ ຈາກຈີນເຂົ້າມາຈໍາໜ່າຍ ຢູ່ລາວນີ້ ບໍ່ໝາຍຄວາມວ່າ ຈະມາຊ່ອຍເຫລືອ ຫລື ຈະມາຂາຍໃນລາຄາຖືກໄດ້ ເນື່ອງຈາກວ່າ ມັນເປັນທຸຣະກິຈ, ແຕ່ຖ້ານໍານໍ້າມັນ ເຂົ້າມາຫລາຍ ມັນກໍອາດເຮັດໃຫ້ລາຄານໍ້າມັນ ໃນລາວຫລຸດລົງແດ່.

“ມັນເປັນທຸຣະກິຈ, ໂຕນີ້ນ່າ ບໍ່ມີນະໂຍບາຍ. ບໍ່ແມ່ນມາຊ່ອຍເຫລືອຫຍັງດອກ ຍັງບໍ່ຮູ້ແນ່ຊັດ ຖ້າເຂົາເອົາເຂົ້າມາຫລາຍ ລາຄາມັນກໍອາຈລົງ ບໍ່ໝາຍຄວາມວ່າ ຂາຍຖືກຫັ້ນນະ ມັນມີແຕ່ວ່ານໍ້າມັນເຂົ້າມາຫລາຍ ລາຄາມັນກໍລົງ ລາຄາປໍ້າທົ່ວໄປມັນກະລົງມາ.

ຜູ້ປະກອບການ ປໍ້ານໍ້າມັນແຫ່ງນຶ່ງ ກໍເວົ້າວ່າ ມາເຖິງປັດຈຸບັນ ກໍຍັງບໍ່ໄດ້ເອົານໍ້າມັນເຊື້ອເພີງ ທີ່ໄດ້ນໍາເຂົ້າມາຈາກຈີນນັ້ນ ມາຈໍາໜ່າຍເທື່ອ, ມີແຕ່ຈໍາໜ່າຍນໍ້າມັນ ທີ່ນໍາເຂົ້າມາຈາກປະເທດໄທຍ ແລະນໍ້າມັນທີ່ຊື້ມາຈາກບໍຣິສັດ ນໍາເຂົ້ານໍ້າມັນເຊື້ອເພີງ ພາຍໃນປະເທດ.

“ຍັງບໍ່ໄດ້ເຂົ້າເທື່ອເດ ບໍ່ຮູ້ແຫລະ ຂ້ອຍເອົານໍາລາວ ອັນນັ້ນເທື່ອເດ ເອົານໍາບໍຣິສັດ ລິດນຶ່ງ ກາຊວນນີ້ 18,400 ປາຍກີບ ເຂົາເອົາມາສົ່ງ.

ໃນຂະນະດຽວກັນ ຜູ້ປະກອບການ ປໍ້ານໍ້າມັນອີກທ່ານນຶ່ງ ກໍເວົ້າຄືກັນວ່າ ມາຮອດປັດຈຸບັນ ກໍຍັງບໍ່ໄດ້ຊື້ນໍ້າມັນ ທີ່ນໍາມາຈາກປະເທດຈີນ ມາຂາຍເທື່ອ ຍ້ອນຍັງບໍ່ຮູ້ລາຄານໍ້າມັນນັ້ນເທື່ອ, ຍັງໄດ້ຊື້ນໍ້າມັນ ທີ່ນໍາມາຈາກປະເທດໄທຍຢູ່.

“ລາຄານໍ້າມັນແຕ່ຈີນມານີ້ ທາງພວກເຮົາກໍບໍ່ຮູ້ຄືກັນ ວ່າເພິ່ນເອົາໄປຈັ່ງໃດໆ ພວກເຮົາເອົາທາງເມືອງເງິນ ມັນເປັນຂອງບໍຣິສັດເອກກະຊົນນ່າ ເຂົາເຈົ້ານໍາເຂົ້າມາ ລາຄາຊີ້ນໍາເພິ່ນນີ້ ລາຄາມັນກໍບໍ່ໄດ້ປົກກະຕິ ແຕ່ລະເທື່ອມັນກໍຂື້ນໆລົງໆ ເຂົາເຈົ້າກະຊິໄລ່ຫລຸດໜ້າປໍ້າໃຫ້ປະມານ 2,000 ກີບ(ຕໍ່ລິດ).

ແຕ່ເຖິງຢ່າງໃດກໍຕາມ ຂ່າວລ່າສຸດກໍຣາຍງານວ່າ ໂຮງງານປຸງແຕ່ງນໍ້າມັນເຊື້ອເພີງ ຂອງບໍຣິສັດ ຍອດງື່ມພາວເວີມະຫາຊົນ ທີ່ຕັ້ງຢູ່ເມືອງແປກ ແຂວງຊຽງຂວາງ  ກໍໄດ້ກຽມນໍາວັດຖຸດິບ ຈາກຕ່າງປະເທດເຂົ້າມາລາວເພື່ອປຸງແຕ່ງ ນໍ້າມັນເຊື້ອເພີງ. ວັດຖຸດິບທີ່ວ່ານັ້ນ ຈະຂົນມາທາງເຮືອ ຈາກທ່າເຮືອເກືອລໍ່ ແຂວງເຫງະອານ ຂອງວຽດນາມ ຜ່ານດ່ານສາກົລ ນໍ້າກັ່ນ ເຂົ້າມາໂຮງງານ, ຈະນໍາເຂົ້າມາໃນໄວໆນີ້. ໃນເບື້ອງຕົ້ນ ຈະຜລິດນໍ້າມັນ ຈໍານວນ 3 ລ້ານລິດ. ແຕ່ຍັງບໍ່ຮູ້ເທື່ອວ່າ ໂຮງງານນັ້ນຈະເຣີ່ມປຸງແຕ່ງນໍ້າມັນໃນເດືອນໃດ ຂອງປີນີ້.

ດັ່ງພະນັກງານບໍຣິສັດ ຍອດ ງື່ມພາວເວີ ມະຫາຊົນ ກ່າວວ່າ:

“ທາງວຽດນາມນີ້ ກໍາລັງຊິເຂົ້າ ປະມານທິດນີ້ແຫລະ ມີແຜນຜລິດປີນີ້ແຫລະ ໂຕນີ້ຍັງບໍ່ທັນຄອນເຟິມໄດ້ແນ່ວ່າ ປະມານເດືອນໃດ ລໍການນໍາເຂົ້ານີ້ແຫລະ ກໍຈະນໍາເຂົ້າທາງວຽດນາມນີ້ໃນໄວໆນີ້ແຫລະ.

ລາຄານໍ້າມັນເຊື້ອເພີງ ຢູ່ປະເທດລາວປັດຈຸັນ: ນໍ້າມັນແອັດຊັງພິເສດ ລິດນຶ່ງ26,490 ກີບ, ນໍ້າມັນແອັດຊັງທໍາມະດາ -21,050 ກີບ, ນໍ້າມັນກາຊວນ- 19,020 ກີບ ອີງຕາມແຈ້ງການ ຂອງຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ໃນມື້ວັນທີ 3 ກໍຣະກະດາ 2023 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.