ພາກເອກຊົນໄທຍ ກຳລັງສ້າງ ໂຮງກັ່ນນ້ຳມັນ ຢູ່ເຂດເສຖກິຈພິເສດ ທ່າແຂກ

ໄຊຍາ
2023.07.14
ພາກເອກຊົນໄທຍ ກຳລັງສ້າງ ໂຮງກັ່ນນ້ຳມັນ ຢູ່ເຂດເສຖກິຈພິເສດ ທ່າແຂກ ໂຮງກັ່ນນ້ຳມັນ ທີ່ຕັ້ງຂຶ້ນ ໃນເຂດພັທນາ ກວມລວມ ໄຊເສດຖາ, ນະຄອນຫຼວງວຽງຈັນ ທີ່ບໍ່ເກີດການຜລິດ ເພື່ອສນອງຄວາມຕ້ອງການ ຂອງຕລາດ ໃນ ສປປ ລາວ ແຕ່ຢ່າງໃດ. ເດືອນກັນຍາ ປີ 2022.
RFA

ບໍຣິສັດ ພັທນາພະລັງງານລາວ ຈໍາກັດ ຫຼື Energy Development Lao ເຊິ່ງວ່າເປັນບໍຣິສັດເອກຊົນຂອງໄທຍ ກຳລັງສ້າງ ໂຮງກັ່ນນໍ້າມັນ ຂນາດນ້ອຍ ທີ່ມີກຳລັງການຜລິດ ລວມປະມານ 6-10 ລ້ານລິດຕໍ່ເດືອນ ແລະສາງເກັບມ້ຽນນໍ້າມັນ ໄດ້ສູງສຸດ 11.50 ລ້ານລິດ ຢູ່ພາຍໃນເຂດເສຖກິຈພິເສດ ທ່າແຂກ ແຂວງຄຳມ່ວນ ເພື່ອຜລິດນໍ້າມັນ ແລະ ຈຳໜ່າຍຢູ່ໃນລາວ. ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນກ່າວວ່າ ດຽວນີ້ກໍາລັງຢູ່ລະຫວ່າງການກໍ່ສ້າງ ໂຮງກັ່ນ ຍັງບໍ່ທັນໄດ້ມີການຕິດຕັ້ງ ຖັງຜລິດເທື່ອ ຕາມແຜນການຄາດວ່າ ຈະສ້າງສຳເຣັດໃນເດືອນພຶສຈິກາ 2023 ນີ້.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ກໍຣະກະດາ ນີ້ວ່າ:

ເຂົາກາໄດ້ຍື່ນສເນີແລ້ວ ໂຮງກັ່ນນໍ້າມັນເຮົາແມ່ນບໍຣິສັດ ເປັນຜູ້ເຮັດເອງຫັ້ນນ່າ ມີແຕ່ແທ່ງສື່ໆ. ເຂົາຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ.

ໂຄງການດັ່ງກ່າວ ໄດ້ມີພິທີວາງສີລາຣຶກໃນວັນທີ 16 ມິຖຸນາ 2023 ທີ່ຜ່ານມາ ໂດຍຈະໃຊ້ໄລຍະເວລາກໍ່ສ້າງປະມານ 8 ເດືອນ ແລະ ທົດລອງຜລິດ ລະຫວ່າງເດືອນພຶສຈິກາ 2023 ໄປຫາເດືອນມົກກະຣາ 2024 ຫາກ ບໍ່ມີບັນຫາຫຍັງເກີດຂຶ້ນ ບໍຣິສັດຄາດວ່າຈະເຣີ່ມຈຳໜ່າຍນໍ້າມັນໄດ້ເລີຍ ແລະຈະສ້າງລາຍຮັບໄດ້ປະມານ 56 ລ້ານໂດລ້າຣ໌ສະຫະຣັຖ ຕໍ່ປີ.

ສໍາລັບໂຮງກັ່ນນໍ້າມັນດິບ ຂນາດນ້ອຍແຫ່ງນີ້ ຈະໃຊ້ລະບົບກັ່ນນໍ້າມັນ ຂັ້ນຕົ້ນ ແລະ ສາມາດເພີ່ມກຳລັງການຜລິດໄດ້ ໂດຍປະເມີນວ່າ ຈະສາມາດຜລິດນໍ້າມັນ ແອດຊັງ 5-9 ແສນລິດ ຕໍ່ເດືອນ, ນໍ້າມັນກາຊວນ 2.22 –​ 5.50 ລ້ານລິດຕໍ່ເດືອນ ແລະ ນໍ້າມັນເຕົາ 3.12 ລ້ານລິດຕໍ່ເດືອນ.

ໂຄງການນີ້ ເປັນການຮ່ວມທຶນ ຂອງບໍຣິສັດເອກະຊົນໄທຍ ໂດຍບໍຣີສັດ PJR Holding ຈຳກັດຖືຫຸ້ນ 95% ແລະ ບໍຣິສັດເອກະຊົນລາວ PPST Construction Complete and Import-Export ຖືຫຸ້ນ 5%. ມູນຄ່າການລົງທຶນ 65 ຕື້ກີບ, ເນື້ອທີ່ສັມປະທານ 23 ເຮັກຕ້າຣ໌ ແລະໄລຍະສັມປະທານ 30 ປີ.

ກ່ຽວກັບເຣື່ອງນີ້ ເຈົ້າຂອງປໍ້ານໍ້າມັນແຫ່ງໜຶ່ງ ໃນແຂວງຄໍາມ່ວນກ່າວວ່າ ຍັງບໍ່ທັນໝັ້ນໃຈວ່າບໍຣິສັດດັ່ງກ່າວ ຈະສາມາດຜລິດ ແລະ ຈຳໜ່າຍນໍ້າມັນໄດ້ຕາມເປົ້າໝາຍ ຈົນກ່ວາຈະເຫັນເປັນຮູບປະທັມ ເພາະໄລຍະທີ່ຜ່ານມາ ກໍມີທັງບໍຣິສັດຈີນ ແລະ ເອກະຊົນລາວ ໄດ້ມີການລົງທຶນສ້າງໂຮງກັ່ນນໍ້າມັນ ໃນລາວຄືກັນ ແຕ່ກາບໍ່ເຫັນມີຜົລຜລິິດ ຖືກຈຳໜ່າຍໃນລາວເທື່ອ. ເຖິງວ່າບໍຣິສັດດັ່ງກ່າວ ສາມາດຜລິດ ແລະຈໍາໜ່າຍນໍ້າມັນ ໄດ້ຕາມແຜນການ ແຕ່ກາບໍ່ເຊື່ອວ່າ ລາຄານໍ້າມັນທີ່ຜລິດຈາກໂຮງກັ່ນດັ່ງກ່າວຫັ້ນ ຈະມີລາຄາຖືກກ່ວາຕລາດໃນປັັດຈຸບັນ ເພາະກົລໄກຂອງລາຄານໍ້າມັນ ຢູ່ລາວແມ່ນຣັຖເປັນຜູ້ຄຸ້ມຄອງ ໂດຍກົງບໍ່ແມ່ນບໍຣິສັດເອກະຊົນ.

ດັ່ງເຈົ້າຂອງປໍ້າກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຖັງລະແສນລິດ ສິບຖັງມັນການລ້ານໜຶ່ງ. ເຮົາເວົ້າເວົ້າໄດ້ຢູ່ຫາກຊິໂຕຈິງ ມັນບໍ່ໄດ້ມັນບໍ່ງ່າຍໃດເຫັນບໍ່ໂຮງກັ່ນສອງໂຮງ ຢູ່ລາວນີ້ຄັນວ່າມັນກັ່ນໄດ້ມັນເປັນຫຍັງ ມັນບໍ່ອອກມາຂາຍຊັ້ນ ຂາຍລາຄາຖືກໆຕີ້.”

ສຳລັບໂຮງກັ່ນນໍ້າມັນຂອງຈີນ ທີ່ຕັ້ງຢູ່ໃນເຂດພັທນາກວມລວມໄຊເສດຖາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ທົດລອງກັ່ນນໍ້າມັນເມື່ອປີ 2018 ຜ່ານມາ ແຕ່ໃນໄລຍະທີ່ເຮັດ ການທົດລອງນັ້ນພົບວ່າ ຖັງນໍ້າມັນມີຄວັນດຳ ແລະກິ່ນເໝັນຂີວຮຸນແຮງ ບໍ່ໄດ້ຕາມມາຕຖານສາກົລ ຫຼື ISO (International Organization Standardization) ເຊິ່ງມີຄວາມສ່ຽງ ທີ່ຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ມາຕຖານຄວາມປອດພັຍ ປັດຈຸບັນກໍມິດງຽບໄປເລີຍ.

ສ່ວນຊາວລາວອີກຜູ້ໜຶ່ງ ໃນແຂວງຈໍາປາສັກກ່າວວ່າ ຫາກບໍຣິສັດເອກະຊົນສາມາດຜລິດ ແລະ ຈຳໜ່າຍນໍ້າມັນໄດ້ ຄືກັບປະເທດອື່ນ ແລະ ມີລາຄາຖືກກໍເປັນເຣື່ອງທີ່ດີ ເພາະຈະຊ່ອຍໃຫ້ປະເທດລາວຫຼຸດຜ່ອນການນຳເຂົ້າ ນໍ້າມັນຈາກຕ່າງປະເທດໄດ້ ແລ້ວຍັງເປັນການຊ່ອຍໃຫ້ປະຊາຊົນລາວ ຫຼຸດຜ່ອນຄ່າໃຊ້ຈ່າຍນໍາດ້ວຍ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກາຊິມີບັນຫາຫຍັງກາດີຫັ້ນແລ້ວ ຊິເຮັດນໍ້າມັນຫັ້ນເພື່ອໃຫ້ແກ້ໄຂ ກ່ຽວກັບຊີວິດການເປັນຢູ່ ຂອງປະຊາຊົນຫັ້ນກາແຮງຊົມເຊີຍຫັ້ນແລ້ວ ເຣື່ອງເຮັດຫັ້ນນ່າ.

ທາງດ້ານເຈົ້າໜ້າທີ່ ທະນາຄານ ພັທນາ ເອເຊັຽ ຫຼື ADB ປະຈຳລາວກ່າວວ່າ ການສ້າງໂຮງກັ່ນນໍ້າມັນໃນລາວ ຖືເປັນອີກບາດກ້າວໜຶ່ງ ຂອງຣັຖບານລາວ ທີ່ຈະຜລິດແລະຈຳໜ່າຍນໍ້າມັນ ທີ່ຜລິດໃນປະເທດລາວ ເພາະໄລຍະຜ່ານມາ ປະເທດລາວເພີ່ງພາ ການນຳເຂົ້ານໍ້າມັນ ຈາກຕ່າງປະເທດ ເປັນຫຼັກໂດຍສະເພາະໄທຍ ທີ່ນໍາເຂົ້າຫຼາຍທີ່ສຸດ ສ່ວນວຽດນາມ ແລະ ຈີນມີພຽງເຫຼັກໜ້ອຍ ເທົ່ານັ້ນ.

ການລົງທຶນສ້າງໂຮງກັ່ນນໍ້າມັນ ພາຍໃນປະເທດລາວ ແມ່ນເປັນແນວຄິດ ຂອງຣັຖບານລາວ ແລະ ຢາກພັທນາໃຫ້ສຳເຣັດ ໂດຍໄວບໍ່ວ່າຈະເປັນໂຮງກັ່ນນໍ້າມັນ ຂນາດນ້ອຍ, ຂນາດກາງ ຫຼື ຂນາດໃຫຍ່ ສືບເນື່ອງຈາກປະເທດລາວ ມີຄວາມສ່ຽງສູງທີ່ຈະຂາດເຂີນນໍ້າມັນ ເຊື້ອເພີງ ຄືທີ່ປະເຊີນມາແລ້ວ ໃນປີ 2022, ຍ້ອນຂາດແຄນເງິນຕຣາ, ບັນຫາໜີ້ສິນສາທາຣະນະ, ເສຖກິຈມະຫາພາກຕົກຕໍ່າ ລວມເຖິງປັດໄຈ ຈາກສົງຄາມ ແລະ ບໍ່ມີຄວາມແນ່ນອນທາງການເມືອງ ລະຫວ່າງປະເທດ.

ດັ່ງທ່ານໄດ້ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໂຮງກັ່ນຢູ່ລາວນີ້ ຂະເຈົ້າຫາກໍເຣີ່ມໄດ້ໜ້ອຍໜຶ່ງ. ລາວກາຢາກຫາທາງອອກ ຖ້າມັນມີການຊື້ (ນໍ້າມັນ) ທີ່ຖືກລົງໄປ ເຣື່ອງພະລັງງານນໍ້າມັນນີ້ດອກ. ລາວນີ້ຖືວ່າເກືອບ 90% ອີງໃສ່ການນຳເຂົ້ານໍ້າມັນ ປັດຈຸບັນນີ້ກາແມ່ນໄທຍ.

ເມື່ອວັນທີ 5 ມິຖຸນາ 2023 ທີ່ຜ່ານມາ ບໍຣິສັດ Gaia Petro ຂອງປະເທດເກົາຫຼີໃຕ້ ກໍໄດ້ເຂົ້າມາເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ກັບຣັຖວິສາຫະກິຈນໍ້າມັນ ເຊື້ອໄຟລາວເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງ ໂຮງງານຜລິດນໍ້າມັນ ເອຕານອລ ຫຼື ນໍ້າມັນຊີວະພາບ ໃນປະເທດລາວ. ນໍ້າມັນດ່ັງກ່າວຈະນໍາໃຊ້ ກັບເຄື່ອງຈັກທຸກຊະນິດ.

ຫຼ້າສຸດຣັຖບານລາວ ກໍອະນຸຍາດໃຫ້ບໍຣິສັດ ຣັຖວິສາຫະກິຈນໍ້າມັນ ເຊື້ອໄຟ ວຽງຈັນ ແລະ ບໍຣິສັດ ຊິໂນລາວ ລົງທຶນ ຈຳກັດ ນໍາເຂົ້ານໍ້າມັນຈາກຈີນ ເພື່ອນຳມາຂາຍຍົກ ແລະ ຂາຍຍ່ອຍ ຢູ່ໃນປະເທດລາວແຕ່ບໍ່ມີການເປີດເຜີຍ ຂໍ້ມູນວ່າໄດ້ນຳເຂົ້ານໍ້າມັນໜ້ອຍຫຼາຍປານໃດ ແລະ ມູນຄ່າເທົ່າໃດ.

ປະເທດລາວມີຄຄວາມຕ້ອງການ ໃຊ້ນໍ້າມັນເຊື້ອເພີງ ເພື່ອສນອງກັບຄວາມຕ້ອງການ ຂອງວຽກງານພັກ-ຣັຖ, ທຸຣະກິຈ ແລະ ປະຊາຊົນລາວ ປະມານ 120 ລ້ານລິດຕໍ່ເດືອນ. ປັດຈຸບັນປະເທດລາວ ນຳເຂົ້ານໍ້າມັນເຊື້ອເພີງ ຈາກຕ່າງປະເທດ ອີງຕາມການຣາຍງານໃນປີ 2022 ທີ່ຜ່ານມາໄດ້ນໍາເຂົ້ານໍ້າມັນແອັດຊັງມູນຄ່າ 953 ລ້ານໂດລ້າຣ໌ ສະຫະຣັຖ ແລະ ນໍ້າມັນກາຊວນ ມູນຄ່າ 238 ລ້ານໂດລ້າຣ໌ສະຫະຣັຖ.

ດຣ. ພັນຄໍາ ວິພາວັນ ໃນຄະນະທີ່ດໍາຣົງຕໍາແໜ່ງ ນາຍົກຣັຖມົນຕຣີ ໄດ້ກ່າວໃນກອງປະຊຸມ ໄສມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 23 ມິຖຸນາ 2022 ວ່າ ໃນການນໍາເຂົ້ານໍ້າມັນເຊື້ອເພີງ ຢູ່ປະມານ 1,200 ລ້ານລິດ ຕໍ່ປີ, ແຕ່ການຣາຍງານຂໍ້ມູນໂຕຈິງ ຂອງປະເທດວຽດນາມ ແລະ ໄທຍພົບວ່າ ປະເທດລາວນຳເຂົ້ານໍ້າເຊື້ອເພີງ ລວມກັນແລ້ວ ແມ່ນຢູ່ປະມານ 1,900 ລ້ານລິດຕໍ່ປີ ເຊິ່ງໝາຍຄວາມວ່່າ ມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງຣັຖຮ່ວມກັບບໍຣິສັດນຳເຂົ້ານໍ້າມັນ ເຊື້ອເພີງ ບໍ່ແຈ້ງຂໍ້ມູນເພື່ອເສັຍພາສີ-ອາກອນ ນຳເຂົ້ານໍ້າມັນເຊື້ອເພີງ ປະມານ 700 ລ້ານລິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.