ເງິນກີບອ່ອນຄ່າ ສົ່ງຜົລໃຫ້ລາຄານ້ຳມັນ ແພງຂຶ້ນຕື່ມ
2023.08.02
ກະຊວງອຸດສາຫະກັມ ແລະການຄ້າ ປະກາດແຈ້ງການປັບຂຶ້ນ ລາຄານໍ້າມັນເຊື້ອເພີງ ທຸກປະເພດ ຊຶ່ງໄດ້ເຣີ່ມປະຕິບັດແຕ່ມື້ວັນທີ 27 ກໍຣະກະດາ ເປັນຕົ້ນມາ ຍ້ອນເງິນກີບອ່ອນຄ່າ, ລາຄານໍ້າມັນໃນຕລາດໂລກຂຶ້ນ ແລະຣັຖບານລາວ ບໍ່ມີເງິນອຸດໜູນລາຄານໍ້າມັນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງອຸດສາຫະກັມ ແລະການຄ້າ ເວົ້າວ່າ ສົງຄາມ ຫລືວ່າການເມືອງໂລກ ເຮັດໃຫ້ການຜລິດນໍ້າມັນໜ້ອຍກວ່າຄວາມຕ້ອງການ ດັ່ງນັ້ນຈຶ່ງເຮັດໃຫ້ລາຄານໍ້າມັນໃນຕລາດໂລກຂຶ້ນ ແລະປະເທດລາວ ຕ້ອງໄດ້ປັບລາຄານໍ້າມັນຂຶ້ນຢູ່ເລື້ອຍໆ ຍ້ອນບໍ່ມີກອງທຶນຄວບຄຸມລາຄານໍ້າມັນ ເຖິງແມ່ນວ່າ ທີ່ຜ່ານມາ ຣັຖບານພະຍາຍາມແກ້ໄຂບັນຫາລາຄານໍ້າມັນແພງ ດ້ວຍການຫລຸດພາສີ ໃຫ້ພາກສ່ວນທີ່ນໍານໍ້າມັນເຂົ້າມາ ກໍຕາມ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 2 ສິງຫານີ້ວ່າ:
“ເຣື່ອງລາຄານໍ້າມັນໂລກ ກໍມີການເໜັງຕີງນໍ ກໍມາຈາກພວກສົງຄາມ ຫລືວ່າມາຈາກການເມືອງ ແລ້ວເຮັດໃຫ້ການເຮັດທຸຣະກິຈມັນບໍ່ໜ້າເຊື່ອຖື ແລ້ວກໍເຮັດໃຫ້ມີການເໜັງຕີງຂຶ້ນ ການຜລິດໜ້ອຍລົງຈັ່ງຊີ້ ຄວາມຕ້ອງການຫລາຍຈັ່ງຊີ້ ເພາະວ່າປະເທດນໍາເຂົ້າເດ ລາຄາຕົ້ນທຶນມາຈາກສິງກະໂປ ເຂົາເຈົ້າກໍແພງ ບາດນີ້ມາໃສ່ໂຄງສ້າງລາຄາ ບວກຄ່າເສັຍຄ່າຫຍັງຕ່າງໆ ແລ້ວກໍອັດຕຣາແລກປ່ຽນມີການເໜັງຕີງ (ລາຄານໍ້າມັນ) ມັນກໍສູງແດ່. ເຮົາກໍບໍ່ມີກອງທຶນແດ່ຄວບຄຸມ ເຣື່ອງລາຄາຊ່ອຍຄືກັບຕ່າງປະເທດນໍ. ເພິ່ນກໍປັບປຸງເຣື່ອງເກັບຄ່າພາສີໃຫ້ ມັນຖືກລົງ ຜູ້ຂາຍກໍຂາຍໄດ້ ຜູ້ຊື້ກໍຊື້ໄດ້.”
ທ່ານກ່າວຕື່ມວ່າ ຍ້ອນເງິນກີບອ່ອນຄ່າລົງເລື້ອຍໆ ແລະອັດຕຣາແລກປ່ຽນເງິນ ຕຣາເໜັງຕີງຢູ່ເລື້ອຍໆເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ລາຄານໍ້າມັນແພງຂຶ້ນ.
“ອັດຕຣາແລກປ່ຽນພວກເຮົານີ້ ນໍ້າມັນ ຊິເປັນໂດລ້າຣ໌ສະຫະຣັຖ ເດ້. ເງິນຕຣາບ້ານເຮົາ ຖາມວ່າມີບໍ່ ກໍມີ ແຕ່ວ່າ ບາງປະເພດສິນຄ້າເຮົາສົ່ງອອກ ມັນໜ້ອຍ. ແລ້ວເຮົາກໍບໍ່ມີເງິນຕຣາເຂົ້າມາທົດແທນ ໂຕທີ່ວ່າເຮົາໄປສັ່ງຊື້ນໍ້າມັນ ແຕ່ວ່າທີ່ຈິງຕອນນີ້ ເງິນກີບອ່ອນຄ່າ ອັດຕຣາແລກປ່ຽນເຮົາຂຶ້ນໄປສູງຫລາຍ ແລ້ວເຂົາເຈົ້າສັ່ງຊື້ນໍ້າມັນ ກໍສັ່ງເປັນໄລຍະ 3-5 ວັນ ຊົ່ວຊິໄດ້ນໍ້າມັນເຂົ້າມາ ຊົ່ວຮອດມື້ນັ້ນ. ມັນອາດເພີ່ມຂຶ້ນ ອາດຫລຸດລົງ. ເຮົາກໍບໍ່ຮູ້ໄດ້.”
ຢູ່ປໍ້ານໍ້າມັນທີ່ແຂວງຊຽງຂວາງ ມີການປັບຂຶ້ນລາຄານໍ້າ ມັນຕາມການແຈ້ງການທີ່ວ່ານັ້ນ ໃນມື້ວັນທີ 2 ສິງຫານີ້ ຄືນໍ້າມັນກາຊວນປັບຂຶ້ນລິດນຶ່ງ 470 ກີບ ເປັນ 19,110 ກີບ ແລະນໍ້າມັນແອັດຊັງທັມມະດາ ປັບຂຶ້ນລິດນຶ່ງ 610 ກີບ ເປັນ 22,110 ກີບ. ນໍ້າມັນຢູ່ໃນລາຄາເກົ່າ ຫລືວ່າຈະມີການປັບຂຶ້ນ ຫລືປັບລົງທຸກອາທິດໃນມື້ວັນພະຫັດ.
ດັ່ງເຈົ້າຂອງປໍ້ານໍ້າມັນກ່າວ ໃນມື້ດຽວກັນນີ້ວ່າ:
“ປັດຈຸບັນນີ້ ກາຊັວນເນາະ 19,110 ກີບ ເຈົ້າ. ແອັດຊັງກໍ 22,110 ກີບ ເຈົ້າ ທຸກໆພາກ ຈະບໍ່ຄືກັນ ເຈົ້າ ໂຕນີ້ເພິ່ນຂຶ້ນແຕ່ອາທິດກ່ອນແລ້ວ ລາຄາຈະປັບທຸກວັນພະຫັດ ເຈົ້າ. ໂຕນີ້ຈະເປັນຕາມທາງຣັຖບານໝົດ. ເພິ່ນຈະປັບຂຶ້ນອາທິດນຶ່ງ ເພິ່ນຈະປັບເທື່ອນຶ່ງ ຫລືວ່າຈະມີປັບຂຶ້ນປັບລົງ ຫລືວ່າບາງທີລາຄາ ກໍອາດສໍ່າເກົ່າ ຕາມຣັຖບານແຈ້ງການເລີຍ ເຈົ້າ. ເຮົາບໍ່ສາມາດກໍານົດເອງໄດ ເຈົ້າ.”
ຢູ່ແຂວງອັດຕະປື ປະຊາຊົນຢູ່ບ້ານສົມບູນ ເມືອງພູວົງ ກໍເວົ້າໃນມື້ດຽວກັນນີ້ວ່າ ປະຊາຊົນ ທີ່ຢູ່ຫ່າງຈາກຕົວເມືອງ 30 ກິໂລແມັດ ກໍາລັງປະເຊີນກັບບັນຫາປໍ້ານໍ້າໃນທ້ອງຖິ່ນ ກໍານົດລາຄາຂາຍນໍ້າມັນແບບຕາຍໂຕ ບໍ່ຂຶ້ນ ບໍ່ລົງ. ນັບແຕ່ເດືອນມົກກະຣາ 2023 ມານີ້ ລິດນຶ່ງ 25,000 ກີບ, ນໍ້າມັນແພງ ແລະສິນຄ້າອື່ນໆກໍແພງ ນໍາດ້ວຍ.
“ລາຄານໍ້າມັນຢູ່ບ້ານເຮົານີ້ ເພາະວ່າເຂົາຂາຍລິດນຶ່ງ 25 ພັນກີບດຽວນີ້ນິ ນັບແຕ່ເດືອນນຶ່ງປີ 2023 ລາຄາເທົ່າເກົ່າບໍ່ຂຶ້ນບໍ່ລົງ ມັນແພງຫລາຍເດ້ ຄັນທຽບຢູ່ໃນເມືອງ ຍົກໂຕຢ່າງລິດນຶ່ງ 18-19 ພັນກີບເນາະ ບາດມັນລົງຫັ້ນນ່າ ເພິ່ນກໍຂາຍຢູ່ 25 ພັນກີບຫັ້ນນ່າ ສິນຄ້ານີ້ກໍຂຶ້ນແຫລະສິນຄ້ານ່າ ແຕ່ວ່າເຮົາບໍ່ຮູ້ລະອຽດ. ບາດເຮົາໄປຊື້ບາງເທື່ອ ເພິ່ນກໍບໍ່ຂາຍປົກຕິ. ບາດເຮົາຊື້ ສົມມຸດວ່າ ເອັມຮ້ອຍແກ້ວນຶ່ງ ເຮົາຊື້ 8 ພັນກີບກໍມີ ບາດຜູ້ອື່ນມາຊື້ 10 ພັນກີບກໍມີຫັ້ນນ່າ.”
ຢູ່ນະຄອນຫລວງວຽງຈັນ ປະຊາຊົນຢູ່ບ້ານໄຮ່ ເມືອງໄຊທານີ ກໍເວົ້າໃນມື້ວັນທີ 2 ສິງຫານີ້ວ່າ ປະຊາຊົນທີ່ຢູ່ໄກຕົວເມືອງ ພາກັນຈົ່ມວ່າ ລາຄານໍ້າມັນຂຶ້ນ-ລົງ ແບບທີ່ວ່າ ປັບຂຶ້ນແມ່ນປັບຫລາຍ ແຕ່ບາດປັບລົງພັດປັບໜ້ອຍ ແລະລາຄາສິນຄ້າທີ່ຈໍາເປັນປະຈໍາວັນ ເມື່ອຖືກປັບຂຶ້ນແລ້ວ ແມ່ນບໍ່ລົງຕາມລາຄາຂຶ້ນ-ລົງຂອງນໍ້າມັນ ແຕ່ຈໍາເປັນກໍຕ້ອງໄດ້ຊື້.
ດັ່ງທີ່ທ່ານກ່າວວ່າ:
“ຂຶ້ນໆລົງໆບໍ່ປົກຕິແຫລະ ຂຶ້ນ 1,000 ກີບບາດລົງ 500 ລົງ 200 ໄປຊັ້ນແຫລະ ເຂົາເຈົ້າຊື້ສິນຄ້າມາຂາຍ ຂາຍຍ່ອຍ ເຂົາເຈົ້າອີງໃສ່ອັດຕຣາແລກປ່ຽນທ້ອງຕລາດນ່າ ມື້ນີ້ ຊື້ມາແລ້ວ ອັດຕຮາແລກປ່ຽນລົງ ສິນຄ້າບໍ່ລົງ ນໍ້າມັນກໍຢາກລົງຍາກນໍ້າມັນກໍຢາກລົງຍາກ ແຕ່ເຣື່ອງໄຫວມັນກໍໄຫວແຫລະ ແຕ່ວ່າເຣດຈັ່ງໃດ ແນວມັນຈໍາເປັນເນາະ ກໍໄດ້ບຸກໄດ້ບືນ ກໍໄດ້ສູ້ໄດ້ຊົນໄປຊັ້ນແຫລະ.”
ລາຄານໍ້າມັນແອັດຊັງທັມມະດາຢູ່ລາວ ແພງເປັນອັນດັບທີ 2 ໃນບັນດາປະເທດສະມາຊິກອາຊຽນ ຮອງລົງມາຈາກປະເທດສິງກະໂປ ແລະລາຄານໍ້າມັນກາຊວນ ຢູ່ລາວແພງເປັນອັນດັບທີ 4 ໃນອາຊຽນ. ສ່ວນວ່າຢູ່ປະເທດບຣູໄນ ນໍ້າມັນ ແອັດຊັງທັມມະດາ ແລະນໍ້າມັນກາຊວນ ແມ່ນຖືກກວ່າຢູ່ປະເທດອື່ນໆໃນອາຊຽນ, ອີງຕາມການຣາຍງານຂ່າວ ຂອງສໍານັກງານຂ່າວໄທຍ ເມື່ອຕົ້ນປີ 2023 ນີ້ ແລະອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງອຸດສາຫະກັມ ແລະການຄ້າຂອງລາວ ໃນມື້ວັນທີ 2 ສິງຫານີ້.