ຣົຖໄຟ ລາວ-ຈີນ ເຣີ່ມເກັບຄ່າ ຝາກຣົຖ ຢູ່ສະຖານີ ນະຄອນຫຼວງ
2022.09.12
ໃນວັນທີ 12 ກັນຍາ ນີ້ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ເຣີ່ມທົດລອງເກັບຄ່າ ບໍຣິການຝາກຣົຖຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ທັງແບບຊົ່ວຄາວ ແລະແບບຄ້າງຄືນ ໂດຍມອບໝາຽ ໃຫ້ບໍຣິສັດ Boten Frontier Service Limited ເປັນຜູ້ຮັບໜ້າທີ່ ຮັກສາຄວາມປອດພັຍ ຍານພາຫະນະ ທີ່ມາຈອດຢູ່ໜ້າສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ໂດຍຄ່າບໍຣິການຝາກຣົຖຊົ່ວຄາວ ມີຫຼາຍປະເພດ ປະກອບດ້ວຍ:
- ຣົຖຈັກລາຄາ 5,000 ກີບຕໍ່ຄັ້ງ
- ຣົຖໃຫຍ່ບໍ່ເກີນ 7 ບ່ອນໜັ່ງ 10,000 ກີບຕໍ່ຄັ້ງ
- ຣົຖເມ ຂນາດກາງ ແລະ ຂນາດໃຫຍ່ 30,000 ກີບຕໍ່ຄັ້ງ ແລະ
- ຄ່າບໍຣິການຝາກຣົຖແບບຄ້າງຄືນ ມີລາຄາຢູ່ທີ່ 80,000 ກີບຕໍ່ຄືນ ທຸກປະເພດຣົຖ.
ອີງຕາມການແຈ້ງການ ຂອງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ເມື່ອວັນທີ 11 ກັນຍາ ທີ່ຜ່ານມານີ້.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າໃນຕອນເຊົ້າ ຂອງວັນທີ 12 ກັນຍາ ນີ້ ຢູ່ໜ້າສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ກໍໄດ້ເຣີ່ມທົດລອງ ຝາກຣົຖແລ້ວ ແລະກໍມີຜູ້ໂດຍສານ ຈຳນວນນຶ່ງທີ່ໃຊ້ບໍຣິການດັ່ງກ່າວ.
ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກັນຍານີ້ວ່າ:
“ເຂົາເຈົ້າເຣີ້ມວັນທີ 12 ໄປມີພນັກງານເຂົາເຈົ້າເກັບປີ້ ຢູ່ຫັ້ນເຈົ້າໝົດມື້ໝົດຄືນກໍໄດ້ມື້ນຶ່ງໄລ່ 80 ພັນຈ່າຍເຂົາເປັນມື້ ໆ ຈະເອົາໄວ້ຈັກມື້ກໍໄດ້.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ກ່ຽວກັບການເກັບຄ່າຝາກຣົຖ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກ ໃຫ້ສັມພາດເພີ່ມຕື່ມ.
ໃນຂະນະທີ່ ຜູ້ໃຊ້ບໍຣິການຣົຖໄຟ ລາວ-ຈີນ ຫຼາຍຄົນເຫັນວ່າ ຄ່າບໍຣິການຝາກຣົຖ ຢູ່ສະຖານີຣົຖໄຟນະຄອນຫຼວງວຽງຈັນ ຍັງເປັນລາຄາທີ່ແພງຢູ່ ໂດຍສະເພາະຄ່າຝາກຣົຖ ແບບຄ້າງຄືນ ທີ່ຄິດລາຄາ 80,000 ກີບຕໍ່ຄືນ ຊຶ່ງທັງຣົຖຈັກ ແລະຣົຖໃຫຍ່ ມີລາຄາສໍ່າກັນ ດັ່ງນັ້ນຈຶ່ງເຫັນວ່າ ບໍ່ເໝາະສົມປານໃດ. ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:
“ແພງເຂົາເຈົ້າຄ້າງຄືນ 80 ພັນ, ແພງຫຼາຍຕໍ່ຄືນ 80 ພັນ ຖືວ່າມະຫາໂຫດເລີຍແຫຼະ ສູງໂພດແທ້. ບໍ່ໄດ້ເຮັດຫຍັງ ເຮົາໄດ້ໄປຈອດຮອດ 80 ພັນຫັ້ນ ມັນສູງ.”
ສ່ວນຜູ້ປະກອບການ ທີ່ຮັບຈອງປີ້ຣົຖໄຟ ລາວ-ຈີນ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ກ່າວວ່າສຳລັບຄ່າບໍຣິການ ຝາກຣົຖແບບຄ້າງຄືນລາຄາ 80,000 ກີບຕໍ່ຄືນນັ້ນ ກໍແມ່ນລາຄາທີ່ກຸ້ມຄ່າ ແກ່ນັກທ່ອງທ່ຽວ ທີ່ຝາກຣົຖໄວ້ຫຼາຍມື້ ແຕ່ບໍ່ກຸ້ມຄ່າສຳລັບຊາວບ້ານທົ່ວໄປ ແລະຜູ້ທີ່ຮັບຈອງປີ້ ເນື່ອງຈາກຕ້ອງເສັຽຄ່າຝາກຣົຖ ທຸກຄັ້ງທີ່ມາແວ່ ສົ່ງໝູ່ຂຶ້ນຣົຖໄຟ ຫຼືມາຊື້ປີ້ຣົຖໄຟ ຢູ່ສະຖານີຣົຖໄຟ.
ດັ່ງ ທ່ານກ່າວວ່າ:
“ຄົນກາວິພາກ ວິຈານຫຼາຍ. ເອີມັນແພງເກີນໄປຊີ້ນ່າ, 80 ພັນຄ້າງຄືນ ແຕ່ວ່າມັນກາຄຸ້ມຄ່າ ກັບພວກທ່ອງທ່ຽວ ອີ່ຫຍັງຫັ້ນ ສົມມຸດຈຸພວກຂ້ອຍເນາະ ຮັບຈອງປີ້ ຕ້ອງໄດ້ຝາກຣົຖອີກຊີ້ນ່າ ມັນກາລຳບາກຂຶ້ນໄປອີກ ຊື້ປີ້ເຂົາກາຈະລຳບາກໄປຫຼາຍ.”
ທາງດ້ານຊາວລາວ ທີ່ໃຊ້ບໍຣິການຣົຖໄຟ ລາວ-ຈີນ ນາງນຶ່ງກ່າວວ່າ ໃນວັນທີ 12 ກັນຍາ ນີ້ ລາວເອງກໍໄດ້ເສັຽຄ່າ ບໍຣິການຝາກຣົຖ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ຊຶ່ງຜູ້ທີ່ມາລໍຖ້າຮັບໝູ່ ຫຼືນັກທ່ອງທ່ຽວ ກໍຕ້ອງໄດ້ເສັຽຄ່າຝາກຣົຖ ນຳກັນໝົດ ຊຶ່ງສຳລັບຍານາງເອງແລ້ວ ກໍຄິດວ່າໜ້າຈະເປັນເທື່ອດຽວ ທີ່ເອົາຣົຖສ່ວນໂຕມາຝາກ ຢູ່ບ່ອນດັ່ງກ່າວ.
ດັ່ງຍານາງ ກ່າວວ່າ:
“ແມ່ນ! ຄືວ່າເຣີ່ມເກັບແລ້ວວ່າຊັ້ນ ເສັຽເບິດ ຄັນເປັນຣົຖເມຫັ້ນນ່າ 30 ພັນ/ຄັນ. ສົມມຸດວ່າ ເຈົ້າຈອດຂ້າມຄືນ ມື້ນຶ່ງຫັ້ນນ່າ ຈ່າຍຢູ່ 80 ພັນ ເປັນຈັ່ງໃດບຸ ບໍ່ໄຫວແລ້ວ.”
ໃນຂະນະດຽວກັນ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ກໍໄດ້ແຈ້ງຕື່ມວ່າ ຍັງຈະມີການເປີດໃຫ້ບໍຣິການຫ້ອງນໍ້າ ນອກສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ໂດຍຈະເກັບຄ່າບໍຣິການ ຫ້ອງນໍ້ານອກສະຖານີຣົຖໄຟ ລາວ-ຈີນ ຄາ 3,000 ກີບຕໍ່ຄົນຕໍ່ຄັ້ງ, ແຕ່ບໍ່ໄດ້ລະບຸຢ່າງຄັກແນ່ວ່າ ຫ້ອງນໍ້ານອກສະຖານີ ຣົຖໄຟນັ້ນຈະເປີດໃຊ້ເມື່ອໃດ.
ກ່ຽວກັບເຣື່ອງນີ້ ຜູ້ໂດຍສານທາງຣົຖໄຟ ລາວ-ຈີນ ສ່ວນໃຫຍ່ກໍບໍ່ເຫັນດີ ທີ່ຈະມີການເກັບຄ່າ ບໍຣິການຫ້ອງນໍ້າ ນອກສະຖານີຣົຖໄຟ ຍ້ອນເຫັນວ່າຄວນໃຫ້ຜູ້ໂດຍສານ ໃຊ້ບໍຣິການແບບບໍ່ເສັຽຄ່າໃຊ້ຈ່າຍ ຄືກັນກັບຫ້ອງນໍ້າ ຢູ່ໃນສະຖານີຣົຖໄຟ ທີ່ເປີດໃຫ້ບໍຣິການແບບ ບໍ່ເສັຽຄ່າໃຊ້ຈ່າຍ.
ດັ່ງຜູ້ໂດຍສານຣົຖໄຟ ລາວ-ຈີນ ທ່ານນຶ່ງກ່າວວ່າ:
“ກະດີໃຈແຫຼະ ແຕ່ວ່າມັນກາຍັງບໍ່ຄັກ ບ່ອນທີ່ວ່າເພີ່ນເກັບເງິນ ຫຼືວ່າເພິ່ນເກັບເງິນຄ່າ ບູຣະນະ ແມ່ນຫຍັງຂອງເພິ່ນຫັ້ນບໍ່ ໂຕທາງນອກນີ້ ຍັງບໍ່ທັນແລ້ວເສັດສົມບູນ ຍັງໄດ້ໃຊ້ໂຕຢູ່ໃນຕຶກຫັ້ນ ຄືເກົ່າຢູ່.”
ເຖິງຢ່າງໃດກໍຕາມ ກໍມີຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ອີກຈຳນວນບໍ່ໜ້ອຍ ທີ່ເຫັນດີກັບການເກັບຄ່າ ຝາກຣົຖຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ຮວມທັງການເກັບຄ່າ ບໍຣິການຫ້ອງນໍ້າຢູ່ນອກສະຖານີ ຣົຖໄຟ ຊຶ່ງເຫັນວ່າ ດີກ່ວາ ບໍ່ມີຫຍັງປ່ຽນແປງເລີຍ.
ສ່ວນການຂາຍປີ້ຣົຖໄຟ ລາວ-ຈີນ ຜ່ານທາງລະບົບອ໋ອນລາຍນ໌ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ກໍຍັງບໍ່ທັນມີຄວາມຄືບໜ້າເທື່ອວ່າ ທາງບໍຣິສັດ ຈະມີການນຳໃຊ້ ໃນເມື່ອໃດ ມີແຕ່ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ໄດ້ຣາຍງານໃນຫວ່າງໝໍ່ໆ ມານີ້ວ່າ ການຂາຍປີ້ຣົຖໄຟ ລາວ-ຈີນ ຜ່ານລະບົບອ໋ອນລາຍນ໌ ແມ່ນຈະນໍາໃຊ້ ໃນທ້າຍປີນີ້.