ເຈົ້າໜ້າທີ່ ຫ້າມຊາວບ້ານ ທວງຄ່າຊົດເຊີຍ ທີ່ດິນອີກ
2022.09.08

ຊາວບ້ານຊຽງດາ ເມືອງໄຊເສດຖາ, ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ບ້ານໃກ້ຄຽງ ຢູ່ ນະຄອນຫລວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂດທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ທີ່ດິນຄົບເທື່ອ.
ສ່ວນວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລົງມາພົບຊາວບ້ານທີ່ ໄດ້ຮັບຜົລກະທົບ ແລະ ໄດ້ຂໍຄວາມຮ່ວມມື ໃນແບບນາບຂູ່ທາງອ້ອມ ໂດຍບໍ່ໃຫ້ທວງຖາມ ຄ່າຊົດເຊີຍ ຈາກພາກສ່ວນກ່ຽວຂ້ອງອີກ ແຕ່ບອກໃຫ້ຊາວບ້ານລໍຖ້າ.
ຊາວບ້ານຜູ້ທີ່ຂໍສງວນຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກັນຍາ ວ່າ:
“ຫຼັງຈາກ ຊາວບ້ານປະມານ 20 ຄອບຄອບ ຢູ່ເມືອງຫາດຊາຍຟອງ ໄດ້ຖາມທວງຖາມຄ່າຊົດເຊີຍ ຢູ່ໜ້າ ບໍຣິສັດ ສິດທິລາວ ໂລຈິສຕິກສ໌ ຈຳກັດ ໃນເດືອນສິງຫາ ທີ່ຜ່ານມາ. ເຈົ້າໜ້າທີ່ເມືອງໄຊເສດຖາ ກໍໄດ້ມາລົມກັບຊາວບ້ານ ແລ້ວບອກຊາວບ້ານ ບໍ່ໃຫ້ໄປທວງຖາມ ເລື່ອງຄ່າຊົດເຊີຍ ຈາກພາກສ່ວນກ່ຽວຂ້ອງ ແຕ່ໃຫ້ອົດໃຈລໍໄປເລື້ອຍໆ.”
ນາງກ່າວຕື່ມວ່າ:
“ຄອບຄົວຂອງລາວ ໄດ້ເຊັນເອກສານ ຮັບເງິນຄ່າຊົດເຊີຍທີ່ດິນ ໄດ້ປະມານປີປາຍແລ້ວ ແຕ່ມາຮອດປັດຈຸບັນ ກໍບໍ່ມີທ່າທີວ່າ ຈະໄດ້ຮັບຄ່າຊົດເຊີຍໂຕຈິງ ເມື່ອໄປຖາມເຈົ້າໜ້າທີ່ ກໍເລື່ອນໄປ ເລື່ອນມາຢູ່ຄືເກົ່າ ແຕ່ກໍມີບາງຄອບຄົວ ທີ່ໄດ້ເຊັນເອກສານ ຮັບເງິນຄ່າຊົດເຊີຍພ້ອມກັນ ກໍພັດໄດ້ຄ່າຊົດເຊີຍໄປແລ້ວ.”
ທາງການເຄີຍບອກວ່າ ຈະຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ມາໄດ້ຫຼາຍປີແລ້ວ ແຕ່ຍັງບໍ່ຈ່າຍຄົບໝົດນັ້ນ ເຮັດໃຫ້ຊາວບ້ານ ເສັຽໂອກາດໃນການທຳມາຫາກິນ ແລະ ເສັຽໂອກາດປັບປຸງຊີວິຕ ການເປັນຢູ່.
ຊາວບ້ານ ເມືອງໄຊເສດຖາ ຜູ້ທີ່ໄດ້ຜົລກະທົບ ຈາກໂຄງການດັ່ງກ່າວ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີວ່າ: “ໂອ້ເພິ່ນເວົ້າແຕ່ປີ 2019. ຍັງບໍ່ພາກັນເຮັດແນວໃດ ເຂົາບໍ່ໃຫ້ເຮົາເຮັດ ເຮົາສ້າງ. ເຂົາອອກໃບຕາດິນຂອບທອງ ກວມເອົາດິນຂອງເຮົາໝົດແລ້ວ. ຄ່າຊົດເຊີຍຫັ້ນເຂົ້າຍັງບໍ່ວ່າແນວໃດ ແຕ່ວ່າ ກີດກັນການພັທນາ ຂອງປະຊາຊົນ ການທຳມາຫາກິນ ຊິເຮັດ ຊິສ້າງ ກະບໍ່ໃຫ້ເຮັດໃຫ້ສ້າງ.”
ປະຊາຊົນບາງຄົນກໍທໍ້ໃຈ ຫຼັງຈາກໄປຖາມຄ່າຊົດເຊີຍຫຼາຍເທື່ອແລ້ວ ແຕ່ບໍ່ໄດ້ຈັກເທື່ອ. ຊາວບ້ານເມືອງຫາດຊາຍຟອງ ຜູ້ທີ່ຖືກຜົລກະທົບ ໄດ້ກ່າວວ່າ:
“ໂອ້ຍກະເມື່ອຍໄປແລ້ວ ໄປຍາມໃດກະບໍ່ໄດ້ຈັກເທື່ອ ເງິນກະດາຍ, ຈັກຊິເຮັດຈັ່ງໃດ ກັບປະຊາຊົນ ປະຊາຊົນຊິເປັນຂໍທານໝົດແລ້ວ. ເລື່ອງເງິນນີ້ ກະຖືກໂຄງການ ບໍ່ໄດ້ເງິນ ກະບໍ່ໄດ້ຄືເກົ່າຫັ້ນລະ ບໍ່ຮູ້ຈັກຊິວ່າຈັ່ງໃດແລ້ວ ປະຊາຊົນກະບໍ່ມີແນວຊິວ່າລະ.”
ເຈົ້າໜ້າທີ່ ຫ້າມຊາວບ້ານບໍ່ໃຫ້ ໄປທວງເງິນຄ່າຊົດເຊີຍ ນຳບໍຣິສັດ ຫຼື ເປັນການນາບຂູ່ທາງອ້ອມ. ຊາວເມືອງຫາດຊາຍຟອງ ອີກຄົນນຶ່ງ ໄດ້ກ່າວວ່າ:
“ເພິ່ນກະບໍ່ໃຫ້ເຂົ້າໄປທວງ ນຳບໍຣິສັດພຸ້ນແລ້ວ. ເພິ່ນບໍ່ໃຫ້ເຂົາໄປ ມື້ໃດເພິ່ນກະບໍ່ໃຫ້ເຂົາໄປທວງ. ເພິ່ນກະບອກ ເພິ່ນກຳລັງຊິຂຶ້ນແຜນຈ່າຍ ແຕ່ບໍ່ທັນໄດ້ຈ່າຍຊັ້ນດອກ. ບໍ່ທັນມີຄຳຕອບມາເທື່ອວ່າ ຊິເຮັດຈັ່ງໃດກັບປະຊາຊົນ. ເພິ່ນກະວ່າ ຊິໃຫ້ໝົດແລ້ວປີນີ້ແຫຼະ ແຕ່ວ່າ ຍັງບໍ່ເຫັນເພິ່ນໂທມາບອກເທື່ອວ່າ ຊິເປັນແນວໃດ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການ ປົກຄອງເມືອງໄຊເສດຖາ, ຫ້ອງການປົກຄອງເມືອງຫາດຊາຍຟອງ ແລະ ບໍຣິສັດລາວ ໂລຈິສຕິກສ໌ ຈຳກັດ ເພື່ອສອບຖາມ ຄວາມຄືບໜ້າ ກ່ຽວກັບການຊົດເຊີຍຊາວບ້ານ ແຕ່ ບໍ່ມີເຈົ້າໜ້າທີ່ຄົນໃດ ສະດວກໃຫ້ສັມພາດ.
ຕາມຫຼັກກົດໝາຍແລ້ວ ເຈົ້າໜ້າທີ່ຄົນໃດ ໄປນາບຂູ່ຊາວບ້ານ ບໍ່ວ່າຈະທາງກົງ ຫຼື ທາງອ້ອມ ບໍ່ສົມຄວນ ເພາະວ່າ ມັນເປັນສິທທິຂັ້ນພື້ນຖານ ຂອງເຂົາເຈົ້າທີ່ຈະໄດ້ຮັບ ຄ່າຊົດເຊີຍນັ້ນ.
ນັກກົດໝາຍ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
“ກະຜິດຫັ້ນແຫຼວເນາະ. ໄປຂົ່ມຂູ່ຈັ່ງໃດ ອັນນີ້ແມ່ນສິທ ແລະ ພັນທະຂອງພົລເມືອງ ຕ້ອງໄດ້ຫັ້ນນ່າ ພາກສ່ວນໃດກະຂຽນຄຳຮ້ອງໃສ່ຫັ້ນ ໃສ່ໃນຄຳຮ້ອງຫັ້ນ ຟ້ອງໄປຫາກວດກາຣັຖບານ ຂໍຄວາມເປັນທັມ.”
ໂຄງການເຂດທ່າບົກ-ທ່ານາແລ້ງ ກວມເອົາທີ່ດິນ ຂອງຂາວບ້ານຊຽງດາ ທັງໝົດປະມານ 1,000 ຄອບຄົວ ແຕ່ບໍ່ ໄດ້ລະບຸເນື້ອທີ່ ຖືກຜົລກະທົບ, ໃນນັ້ນ ກໍມີຊາວບານຫຼາຍຄອບຄົວ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ເພາະວ່າ ເຂົາເຈົ້າເຫັນວ່າ ຄ່າຊົດເຊີຍບໍ່ເໝາະສົມ ອີງຕາມຂໍ້ມູນຈາກຊາວບ້ານ. ໂຄງການຈະຊົດເຊີຍຊາວບ້ານ ສຳລັບສິ່ງປຸກສ້າງເທົ່ານັ້ນ ແຕ່ຈະບໍ່ຊົດເຊີຍທີ່ດິນ ໃຫ້ແກ່ຊາວບ້ານ.
ໂຄງການເຂດທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ທີ່ໄດ້ກວມເອົາທີ່ດິນຂອງຊາວບ້ານ ຢູ່ເມືອງຫາດຊາຍຟອງ ໄປແລ້ວນັ້ນ ບໍ່ໄດ້ລະບຸຢ່າງຄັກແນ່ວ່າ ເອົາດິນຊາວບ້ານໄປຈັກຄອບຄົວ ແຕ່ຍັງມີຊາວບ້ານອີກປະມານ 50 ຄອບຄົວ ທີ່ຍັງລໍຖ້າຄ່າຊົດເຊີຍ ຈາກໂຄງການນີ້ ອີງຕາມຂໍ້ມູນຈາກຊາວບ້ານ.
ໂຄງການ ເຂດພັທນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ມີເນື້ອທີ່ທັງໝົດ 417 ເຮັກຕ້າຣ໌.
ເຂດໂລຈິສຕິກສ໌ ພາຣ໌ກ ມີເນື້ອທີ່ 327 ເຮັກຕ້າຣ໌ ໄດ້ເປີດນຳໃຊ້ໃນເດືນທັນວາ 2021 ສ່ວນວ່າ ເຂດທ່າບົກ-ທ່ານາແລ້ງ ທີ່ມີເນື້ອທີ່ 90 ເຮັກຕ້າຣ໌ ໄດ້ສ້າງສຳເລັດແລ້ວ 90 ເປີເຊັນ ແລະ ຈະເປີດນຳໃຊ້ໃນທ້າຍປີ 2022.