ຊາວບ້ານ ທວງຖາມ ຄ່າຊົດເຊີຍທີ່ດິນ ນຳບໍຣິສັດ ສິດທິ ໂລຈິສຕິກສ໌

ຈຳປາທອງ
2022.08.19
ຊາວບ້ານ ທວງຖາມ ຄ່າຊົດເຊີຍທີ່ດິນ ນຳບໍຣິສັດ ສິດທິ ໂລຈິສຕິກສ໌ ທ່ານ ທອງລຸນ ສີສຸລິດ (ຜູ້ທີ 3 ນັບຈາກຊ້າຍມື) ປະທານປະເທດລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດໂລຈິສຕິກ (Logistics) ທ່າບົກ-ທ່ານາແລ້ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ທີ່ຊາວບ້ານ ຈຳນວນນຶ່ງ ຍັງລໍຖ້າຄ່າຊົດເຊີຍທີ່ດິນ ຈາກໂຄງການ, ວັນທີ 29 ມິຖຸນາ 2022.
ຮູບພາບ: Phongsavanh Group

ຊາວບ້ານປະມານ 20 ຄອບຄົວ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ພາກັນໄປ ບໍຣິສັດ ສິດທິ ໂລຈິສຕິກສ໌ ລາວຈໍາກັດ ເມື່ອວັນທີ 15 ສິງຫານີ້ ເພື່ອທວງຖາມ ຄ່າຊົດເຊີຍ ຍ້ອນໄດ້ເສັຍດິນໃຫ້ໂຄງການ ເຂດພັທນາທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກສ໌ ນະຄອນຫລວງວຽງຈັນ ມາເປັນເວລາເກືອບ 3 ປີແລ້ວ ແຕ່ຄ່າຊົດເຊີຍ ຍັງບໍ່ມີຄວາມຄືບໜ້າ.

ດັ່ງຊາວບ້ານ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ສິງຫານີ້ວ່າ:

ບໍ່ດີຂຶ້ນກະຢູ່ປົກກະຕິຄືເກົ່າ ຈັກຊິເຮັດຈັ່ງໃດປະຊາຊົນກະດາຍ. ມີຕັ້ງແຕ່ວ່ານັດເດືອນນີ້, ນັດເດືອນນັ້ນກະບໍ່ແກ້ໄຂໃຫ້ຄືເກົ່າ. ຍັງແກ້ໄຂໃຫ້ບໍ່ໄດ້ ແກ້ໄຂໃຫ້ປະຊາຊົນຄົນລະ 200 ລ້ານ. ປະຊາຊົນຫັ້ນດິນຄົນຜູ້ນຶ່ງ ມັນບໍ່ແມ່ນໜ້ອຍໆ ດິນຜູ້ນຶ່ງກ 2 ຕື້ 3 ຕື້.

ນາງເວົ້າຕື່ມວ່າ ໃນໄລຍະຜ່ານມາ ຊາວບ້ານທີ່ໄດ້ຮັບຜົລກະທົບນັ້ນ ກໍໄດ້ພາ ກັນເຮັດໜັງສືເຖິງສະພາປະຊາຊົນ ນະຄອນຫລວງວຽງຈັນ ແລະຫລາຍພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຂໍໃຫ້ຊ່ອຍແກ້ໄຂ ໃຫ້ໄດ້ຄ່າຊົດເຊີຍນັ້ນໄວທີ່ສຸດ, ແຕ່ຈົນມາຮອດເດືອນສິງຫານີ້ແລ້ວ ກໍຍັງບໍ່ມີຫຍັງຄືບໜ້າ, ມີແຕ່ຊາວບ້ານໄດ້ຮັບຄວາມເດືອດຮ້ອນຫລາຍເພີ່ມຂຶ້ນ ເພາະວ່າເງິນນອກລະບົບ. ທີ່ຫລາຍຄົນໄດ້ກູ້ຢືມມາໃຊ້ຢູ່ ໃຊ້ກິນກໍໝົດໄປແລ້ວ ແຕ່ດອກເບັ້ຍເພິີ່ມຫລາຍຂຶ້ນນໍາເລື້ອຍໆ.

ແລະຊາວບ້ານອີກນາງນຶ່ງ ທີ່ໄດ້ໄປຮ່ວມທວງຖາມຄ່າຊົດເຊີຍນໍາ ບໍຣິສັດ ສິດທິ ໂລຈິສຕິກສ໌ ລາວຈໍາກັດ ນັ້ນກໍເວົ້າວ່າ ພະນັກງານ ບໍຣິສັດ ດັ່ງກ່າວໄດ້ອອກມາຊີ້ແຈງວ່າ ການທີ່ຍັງບໍ່ທັນໄດ້ຊົດເຊີຍ ໃຫ້ຊາວບ້ານນັ້ນ ແມ່ນເປັນຍ້ອນ ທາງບໍຣິສັດ ກໍາລັງລໍຖ້າງົບປະມານ ຈາກຣັຖບານຢູ່ ທັ້ງໆທີ່ເມື່ອກ່ອນໜ້ານີ້ ເຈົ້າ

ໜ້າທີ່ ທາງການບອກໃຫ້ຮູ້ວ່າ ເງິນຄ່າຊົດເຊີຍ ໄດ້ຢູ່ນໍາ ບໍຣິສັດ ນີ້ແລ້ວ.

ໂອ໋ ພະນັກງານ. ເພິ່ນກະສົ່ງພະນັກງານ ເພິ່ນແຫລະມາເວົ້າ ມີແຕ່ປະຕິເສດວ່າ ບໍ່ມີເງິນ ລໍຖ້າງົບປະມານ ຈາກຣັຖບານວ່າຊັ້ນ ຊິແມ່ນຫລືບໍ່ແມ່ນ. ບາດຣັຖບານພັດວ່າ ຍັງຢູ່ນໍາບໍຣິສັດ ບໍຣິສັດບໍ່ຈ່າຍເພິ່ນວ່າ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ ໄປຫາ ບໍຣິສັດ ສິດທິ ໂລຈິສຕິກສ໌ລາວ ຈໍາກັດເພື່ອຂໍຄວາມກະຈ່າງແຈ້ງ ແຕ່ກໍບໍ່ສາມາດຕິດຕໍ່ຫາພະນັກງານ ຜູ້ໃດໄດ້, ແລະພ້ອມດຽວກັນນີ້ ກໍໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງຫາດຊາຍຟອງ ເພື່ອຂໍຮູ້ຣາຍລະອຽດກ່ຽວກັບ ເຣື່ອງດຽວກັນນີ້ ແຕ່ກໍບໍ່ໄດ້ຮັບຄໍາຊີ້ແຈງ ເພີ່ມຕື່ມແນວໃດເລີຍ.

ເຂດພັທນາ ທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກສ໌ ມີເນື້ອທີ່ຮວມກັນທັງໝົດ 417 ເຮັກຕ້າຣ໌, ໃນນັ້ນເຂດໂລຈິສຕິກ ກວມເອົາ 327 ເຮັກຕ້າຣ໌ ແລະເຂດທ່າບົກ-ທ່ານາແລ້ງ 90 ເຮັກຕ້າຣ໌. ເຂດໂລຈິສຕິກສ໌ ໄດ້ເລີ່ມກໍ່ສ້າງ ມາຕັ້ງແຕ່ເດືອນພຶສຈິກາ 2020 ແລະໄດ້ເປີດໃຊ້ແຕ່ວັນທີ 4 ທັນວາ 2021 ເປັນຕົ້ນມາ. ສ່ວນເຂດທ່າບົກ-ທ່ານາແລ້ງ ມາຮອດມື້ນີ້ ກໍ່ສ້າງໄປແລ້ວ 90% ແລະຄາດວ່າຈະສ້າງສໍາເຣັດ ໃນອີກ 3 ເດືອນຂ້າງໜ້າ. 

ບໍ່ພຽງເທົ່ານັ້ນ ໂຄງການພັທນາເຂດທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກສ໌ ຍັງມີແຜນທີ່ຈະຂຍາຍເນື້ອທີ່ເພີ່ມຕື່ມອີກ ແລະຈະກວມເອົາເນື້ອທີ່ດິນຂອງຊາວ ບ້ານຊຽງດາ ເມືອງໄຊທານີ ອີກປະມານ 53 ເຮັກຕ້າຣ໌ ຊຶ່ງຄາດວ່າຈະເຣີ່ມບຸກ ເບີກໃນທ້າຍປີ 2022 ນີ້ ຂະນະທີ່ຍັງບໍ່ຮູ້ວ່າ ຄ່າຊົດເຊີຍທີ່ວ່ານັ້ນ ຊາວບ້ານຈະໄດ້ຮັບເມື່ອໃດ.

ດັ່ງປະຊາຊົນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 19 ສິງຫາ ນີ້ວ່າ:

ເຂົາບໍ່ທັນມີຄໍາຕອບໃຫ້ດອກ ວ່າຈະຊົດເຊີຍແນວໃດ. ເຮົາກະບໍ່ຮູ້ນໍາຂັ້ນເທິງເຂົາວ່າ ເພິ່ນຊິເຮັດແນວໃດ ວ່າຊັ້ນສາ, ແຕ່ເຮົາກະຂ້ອງໃຈວ່າຊັ້ນສາ ວ່າເດືອນໃດ ປີໃດ ມີການຊົດເຊີຍແນວໃດ. ຖ້າຊົດເຊີຍເໝາະສົມ ປະຊາຊົນກະບໍ່ຂັດ ບໍ່ຂ້ອງຫຍັງ ເຂົາກະອອກ.

ຊາວບ້ານຢູ່ບ້ານຊຽງດາ ອີກຜູ້ນຶ່ງ ກໍເວົ້າວ່າ ຖ້າຫາກທາງພາກສ່ວນທີ່ກ່ຽວ ຂ້ອງ ຕົກລົງໃຫ້ຄ່າຊົດເຊີຍຢ່າງເໝາະສົມ ຊາວບ້ານຫລາຍຄົນກໍຄົງຈະບໍ່ຂັດ ຂ້ອງ ແລະຈະຍ້າຍອອກ ໄປຢູ່ບ່ອນອຶ່ນທັນທີ ເພື່ອເປີດທາງໃຫ້ ແກ່ທາງໂຄງການກໍ່ສ້າງ.

ຖ້າສາມາດຊົດເຊີຍໄດ້ ເຂົາເຈົ້າກະເອົາດິນເອົາເຮືອນເລີຍ. ເຂົາເຈົ້າໄດ້ເຮັດຫ້ອງ ການຢູ່ຫັ້ນເລີຍ ຊາວບ້ານ ເພິ່ນກະບໍ່ແມ່ນວ່າບໍ່ໃຫ້. ເພິ່ນກະຢາກໄດ້ເງິນ ທີ່ວ່າຈໍານວນເພິ່ນຊື້ ຫລືວ່າຄູນຕາມປັດຈຸບັນແຫລະເນາະ.

ສ່ວນຊາວບ້ານໃກ້ຄຽງ ອີກນາງນຶ່ງ ເວົ້າວ່າ ທີ່ດິນຢູ່ເຂດບ້ານຊຽງດາ ເມືອງໄຊເສດຖາ ແລະບ້ານດົງໂພສີ ເມືອງຫາດຊາຍຟອງ ລ້ວນແລ້ວແຕ່ເປັນດິນທີ່ ໂຄງການຕ່າງໆ ແລະນັກລົງທຶນສົນໃຈຫລາຍ ຍ້ອນເປັນດິນ ທີ່ມີເນື້ອທີ່ກ້ວາງໃຫຍ່ ແລະກໍຈະເປັນເຂດ ທີ່ຈະມີຄວາມຈະເຣີນໃນອະນາຄົດ.

ແມ່ນແຫລະມັນເຂດພັທນາເດ໋. ມັນເຂດໃນເມືອງເດ່ເນາະ. ກະບໍ່ຮູ້ວ່າໂຄງການມັນຖືກບ່ອນແຖວໃດ ພວກເຂົາເຈົ້າຊື້ຢູ່ຫັ້ນນ່າ ເພິ່ນຢາກໄດ້ຢູ່ ແຕ່ວ່າເຂົາກະຕໍ່ຫລາຍຄົນ ເອື້ອຍບໍ່ຂາຍ.

ໂຄງການພາກຂຍາຍ ຂອງເຂດພັທນາ ທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກ ທີ່ວ່າຈະໃຊ້ເນື້ອທີ່ 53 ເຮັກຕ້າຣ໌ເປັນຢ່າງໜ້ອຍ ຈະເຮັດໃຫ້ຊາວບ້ານປະມານ 1,000 ຄອບຄົວ ທີ່ສ່ວນໃຫຍ່ ມີພຽງຖືສິທນໍາໃຊ້ທີ່ດິນນັ້ນ ຕ້ອງໄດ້ຍ້າຍໄປຢູ່ບ່ອນໃໝ່ ແລະເມື່ອເດືອນກໍຣະກະດາ ທີ່ຜ່ານມານີ້ ເຈົ້າໜ້າທີ່ສະເພາະກິຈ ກໍໄດ້ມີຄໍາສັ່ງ ບໍ່ໃຫ້ຊາວບ້ານໃນເນເຂດນັ້ນ ກໍ່ສ້າງສິ່ງປຸກສ້າງ ຫລືປຸກເຮືອນໃສ່ຕື່ມອີກ, ຖ້າປຸກໃສ່ຕື່ມ ກໍຈະບໍ່ໄດ້ຮັບຄ່າຊົດເຊີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.