ທາງການລາວ ກວດກາ ສິ່ງຜິດກົດໝາຍ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ

ອຸ່ນແກ້ວ
2022.09.08
ທາງການລາວ ກວດກາ ສິ່ງຜິດກົດໝາຍ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຢູ່ຕໍ່ໜ້າ ກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
RFA

ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ ຂ​ອງ​ແຂວງບໍ່​ແກ້ວ ລົງ​ພື້ນ​ທີ່ກວດ​ກາ ຫາ​ສິ່ງ​ຜິດ​ກົດ​ໝາຍ ເພື່ອ​ສ້າງ​ຄວາມ​ເປັນ​ຣະ​ບຽບ​ຮຽບ​ຮ້ອຍ ຂອງ​ຜູ້​ປະ​ກອບ​ການ ແລະ ຄົນ​ງານ ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດສາມ​ຫລ່ຽມ​ຄຳ ເມືອ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ.

ການລົງ​ກວດ​ກາ ໄດ້​ມີ​ຂຶ້ນ​ໃນ​ຕອນ​ຄ່ຳ​ຂອງວັນ​ທີ 6 ກັນ​ຍາ ໂດຍ ເຈົ້າ​ໜ້າ​ທີ່​ມີ​ຈຸດ​ປະ​ສົງ ກວດ​ກາ​ຫາ​ສິ່ງ​ເສບ​ຕິດ, ການ​ນຳ​ໃຊ້​ແຮງ​ງານຜິດ​ກົດ​ໝາຍ, ກາ​ນ​ຄ້າ​ມະ​ນຸ​ສ ແລະ ການ​ສໍ້​ໂກງ ​ທາງ​ອິນ​ເຕີຣ໌​ເນັດ ແຕ່​ປະ​ກົດ​ວ່າ ບໍ່​ພົບເຫັນສິ່ງ​ຜິດ​ກົດ​ໝາຍ.

ເຈົ້າ​ໜ້າ​ທີ່ ປກ​ສ ແຂວ​ງບໍ່​ແກ້ວ ທ່ານ​ນຶ່ງ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 8 ກັນ​ຍາ ວ່າ:

ເຈົ້າໜ້າທີ່ເຮົາໄປຫັ້ນ ທີ່ຜ່ານມາ ກະບໍ່ເຄີຍເຫັນ ເພາະໃນຫັ້ນ ມັນເຂົ້າຍາກຢູ່ແລ້ວ ແຕ່ສະເພາະເຈົ້າໜ້າທີ່ເຮົາ ຊິເຂົ້າໄປໃນເຂດຫັ້ນກະຍາກ ໄປແບບເຮົາມີວຽກເຮົາກະຈັ່ງໄປ.

ທ່ານ​ກ່າວ​ຕື່ມ​ວ່າ ການ​ລົງ​ພື້ນ​ທີ່ກວດ​ກາ​ຫາ​ສິ່ງ​ຜິດ​ກົດ​ໝາຍ ເພື່ອ​ສ້າງ​ຄວາມ​ເປັນ​ລະ​ບຽບຮຽບ​ຮ້ອຍ ຂອງ​ຜູ້​ປະ​ກອບ​ການ ແລະ ຄົນ​ງານ ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ​ ພິ​ເສດສາມ​ຫລ່ຽມ​ຄຳ ໃນ​ຄັ້ງ​ນີ້ ແມ່ນ​ກໍ​ລະ​ນີ​ພິ​ເສດ ເນື່ອງ​ຈາກ​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ສູນ​ກາງ ຕ້ອງ​ການ​ປັບ​ປຸງ​ຄຸ້ມ​ຄອງ ແລະ ຍົກ​ລະ​ດັບ​ຄວາມ​ປອດ​ພັຍ​ໃນ​ເຂ​ດ.

ປັດ​ຈຸ​ບັນ​ ການ​ລົງ​ພື້ນ​ທີ່ກວດ​ກາ​ ເພື່ອ​ສ້າງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຂອງ​ຜູ້​ປະ​ກອບ​ການ ແລະ ຄົນ​ງານ​ພາຍ​ໃນ​ເຂດເສ​ຖ​ກິ​ຈ ​ພິ​ເສດສາມ​ຫລ່ຽມ​ຄຳ ຈະ​ບໍ່​ໄດ້​ປະ​ຕິ​ບັດ​ເປັນ​ປະ​ຈຳ ແລະ ຕໍ່​ເນື່ອງ ຍ້ອນ​ວ່າ ມີ​ຄົນ​ຄຸ້ມ​ຄອງ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ.

ທີ່​ຜ່ານ​ມາ ມີ​ເຫດ​ການ​ຕີ​ກັນ, ຂ້າ​ກັນ, ຍິງ​ກັນ, ການ​ເຂົ້າ​ໄປ​ຊ່ວຍ​ເຫຼືອ ​ຄົນ​ງານ​ທີ່​ຖືກ​ຕົວະ​ໄປ​ເຮັດ​ວຽກ ຫຼື ການ​ບັງ​ຄັບ​ໃຊ້​ແຮງ​ງານ ແລະ ບັນ​ຫາ​ດັ່ງ​ກ່າວ ກໍ​ຖືກ​ປົກ​ປິດ​ໄວ້ ແຕ່ຜູ້​ຄົນ​ຈະ​ຮູ້​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ນ໌ ເທົ່າ​ນັ້ນ. 

ເຈົ້າ​ໜ້າ​ທີ​ທ້ອງ​ຖິ່ນ​ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 8 ກັນ​ຍາ ວ່າ:

ເຂດຂະເຈົ້າຂຶ້ນເປັນເຂດພິເສເນາະ ເມືອງເຮົາກະບໍ່ຊ່າງຊິວ່າ ເຂົາກະບໍ່ຢາກເປີດເຜີຍແມ່ນຫຍັງຂອງເຂົາແຫຼະ ເຂົາກະຄືຊິບໍ່ແຈ້ງເປັນທາງການ ວ່າ ມື້ນັ້ນ, ມື້ນີ້ ມີຜູ້ຂ້າກັນຕາຍ. ແຕ່ຜ່ານມາຫັ້ນ ເຫັນເຂົາລົງເຟ, ເຫັນຂະເຈົ້າລົງຢູ່ເນາະ ແຕ່ວ່າ ເຮົາກະບໍ່ມີສ່ວນກ່ຽວຂ້ອງຫຍັງ ກັບຂະເຈົ້າແຫຼະ ກະບໍ່ມີສິທໄປເວົ້າຫຍັງ ມີແຕ່ໜ່ວຍສະເພາະກິຈ ຂະເຈົ້າໄປແກ້ໄຂກັນເອງ.”

ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ມີ​ຄົນ​ຈີນ ເຂົ້າ​ເປີດ​ບໍ​ຣິ​ສັດ ແລະ ຫ້າງ​ຮ້ານ ເປັນ​ຈຳ​ນວນ​ຫຼາຍ​ ເຊິ່ງ​ບາງ​ບໍ​ຣິ​ສັດ ກໍ​ດຳ​ເນີນ​ທຸ​ຣະ​ກິ​ຈ ​ແບບ​ໂປ່ງ​ໄສ ມີ​ຄວາມ​ໜ້າ​ເຊື່ອ​ຖືໝັ້ນ​ຄົງ ແຕ່ກໍ​ມີ​ບາງ​ບໍ​ຣິ​ສັດ ທີ່​ດຳ​ເນີນ​ທຸ​ຣະ​ກິຈ ​ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ ຈົນ​ເຮັດ​ໃຫ້​ຄົນ​ງານ ​ທີ່​ເຮັດ​ວຽກ​ນຳ​ບໍ​ຣິ​ສັດ ຖືກ​ເອົາ​ປຽບ ແລະ ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ ຈາກ​ທາງ​ການ.

ຄົນ​ງານ​ລາວ ​ທີ່​ເຮັດ​ວຽກ​ຢູ່​ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 8 ກັນ​ຍາ ວ່າ:

ການຄຸ້ມຄອງຄັນວ່າ ເປັນວຽກທີ່ຜິດກໍ ຍາກໆ ໂຕນີ້ ເຂົ້າໄປມັນກະຫຍຸ້ງຍາກເຮົາເອງ ເພາະວ່າ ຄວາມກົດດັນມັນຕ້ອງສູງໜ້ອຍນຶ່ງໄດ໋ໂຕນັ້ນ, ຄັນວ່າເຮັດວຽກນຳບໍຣິສັດ ເຮົາຕ້ອງເບິງກວດກາເບິ່ງວ່າ ມີສັນຍາ ຫຼື ບໍ່ມີສັນຍາ ຄັນວ່າ ມີສັນຍາ ເຈົ້າເຮັດຕາມສັນຍາເຂົາ 3 ເດືອນ 6 ເດືອນ.”

ປັດ​ຈຸບັນ ຂ່າວ​ການ​ບັງ​ຄັບ​ໃຊ້​ແຮງ​ງານ​ຄົນ ໃນ​ຮູບ​ແບບ​ອື່ນໆ ຢູ່​ເຂດ​ເສ​ຖ​ກິ​ຈ ກໍ​ມິດ​ງຽບ​ໄປ.

ນາຍ​ໜ້າ​ຊາວ​ລາວ ທີ່າ​ຊອກ​ຫາ​ຄົນ​ງານ ​ເຂົ້າ​ໄປ​ເຮັດ​ວຽກ ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ຂະເຈົ້າບໍ່ສາມາດຄ້າຂາຍຄົນໄດ້ ບໍ່ສາມາດບັງຄັບຄົນແບບຈັ່ຊີ້ ຈັ່ງຊັ້ນໄດ້ ຕີກັນບໍ່ ຫຼື ຍັງເຫັນນ່າ. ມັນບໍ່ໄດ້ແລ້ວໂຕນີ້ນ່າ ຖ້າວ່າ ຂະເຈົ້າເກີດບັນຫາແບບຕີກັນບໍ່ ຫຼືວ່າ ແມ່ນຫຍັງຫັ້ນນ່າ ເຮົາສົ່ງກັບໝົດ.”

ອີງ​ຕາມຂໍ້ມູນຈາກປະຊາຊົນ, ເຂດເສກິພິເສດສາມຫລ່ຽມຄຳ ເຄີຍຖືກຮ້ອງຮຽນ ກ່ຽວກັບບັນຫາຢາເສບຕິດການທຳຮ້າຍຮ່າງກາຍຄົນງານ ແລະ ການຄ້າມະນຸ, ແຕ່ບັນຫາ ແລະ ຄໍຮ້ອງເຫຼົ່ານັ້ນ ກໍບໍ່ໄດ້ຮັບການແກ້ໄຂ ຢ່າງເປັນຮູບປະທັມ ແລະ ນອກຈາກນີ້ ຢູ່ເຂດຄາສິໂນ ເຈົ້າໜ້າທີ່ທາງການລາວ ກໍບໍ່ສາມາດເຂົ້າໄປກວດກາ ໄດ້ຢ່າງເປັນອິສຣະ.

ເຈົ້າ​ໜ້າທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ທ່ານນຶ່ງ ໄດ້ກ່າວວ່າ:

ຄືເຫັນຫັ້ນລະ ຂັ້ວ່າກົດໝາຍເຮົາຈະໃຊ້ຢູ່ຫັ້ນໄດ້ ຫຼາຍຄົນຄົງຊິບໍ່ຕົກເປັນການຄ້າມະນຸສ ແຕ່ວ່າ ອັນນີ້ ເຮົາກະເຂົ້າໄປບໍ່ໄດ້ໂຕນີ້, ກວດກາໄດ້ນີ້ ແຕ່ກວດຢູ່ແຖວໂຕເມືອງ ແຖວຕົ້ນເຜິ້ງເນາະ ແຕ່ວ່າ ເຂົ້າຄາສິໂນ ກວດແບບຮ້ານບັນເທີງ ອັນນີ້ຖືວ່າ ກວດບໍ່ໄດ້ເນາະ ສ່ວນຫຼາຍຈະເປັນຂອງຄົນຈີນໝົດເລີຍເນາະ.”

ຍາ​ນາງ ກ່າວຕື່ມວ່າ: “ຣັ​ບານ ຕ້ອງໃຊ້ສິທອຳນາດ ໃຫ້ເຈົ້າໜ້າທີ່ລາວ ເປັນຕົ້ນສະຫະພັນແມ່ຍິງ, ສະພາປະຊາຊົນແຂວງ, ກັມມະບານ, ແນງການຄຸ້ມຄອງແຮງງານ ແລະ ອົງການຈັດຕັ້ງສິທທິມະນຸສ ສາມາດເຂົ້າກວດກາຢ່າງຈິງຈັງ ເພື່ອປາປາມການຄ້າມະນຸສ ແລະ ການໃຊ້ແຮງງານ ຢູ່ໃນເຂດເສກິພິເສດສາມຫລ່ຽມຄຳ.”

ແມ່​ຍິງລາວຫຼາຍຄົນ ເຂົ້າໄປເຮັດວຽກຕອບແຊັດ ຢູ່ໃນເຂດເສກິພິເສດສາມຫລ່ຽມຄຳ ແຕ່ຖືຕົວະໃຫ້ຂາຍບໍຣິການທາງເພດ ຫຼື ຖືກບັງຄັບໃຊ້ແຮງງານຕ່າງໆ.

ໃນ​ວັນທີ 19 ກະຣະກະດາ 2022 ທີ່ຜ່ານມາ ຄະນະຄຸ້ມອງເຂດເສກິພິເສດສາມຫລ່ຽມຄຳ ກໍໄດ້ອອກແຈ້ງການໃຫ້ບໍຣິສັດຕ່າງໆ ໃນ ເຂດດັ່ງກ່າວ ໂຈະການນຳເຂົ້າຄົນງານ ມາເຮັດວຽກຕອບແຊັດ.

ປັດ​ຈຸບັນ ກະຊວງແຮງງານ ແລະ ສວັດດີການສັງຄົມ ຍັງເລັ່ງຂຶ້ນທະບຽນຄົນງານລາວ ທີ່ມາເຮັດວຽກຢູ່ໃນເຂດເສກິພິເສດສາມຫລ່ຽມຄຳ ເພື່ອໃຫ້ງ່າຍໃນການຕິດຕາມກວດກາ ແລະ ຄຸ້ມຄອງໃຫ້ໄປຕາມລະບຽບກົດໝາຍ ຂອງປະເທດລາວ.

ທາງ​ການລາວ ໄດ້ຣາຍງານວ່າ ໄດ້ມີການຂຶ້ນທະບຽນຄົນງານລາວ ຢູ່ໃນເຂດເສກິພິເສດໄປແລ້ວ 1,200 ປາຍຄົນ ແລະ ຍັງສືບຕໍ່ຂຶ້ນທະບຽນໄປເລື້ອຍໆ ຈົນກວ່າຈະໄດ້ໝົດທຸກຄົນ ສ່ວນວ່າ ຄົນງານຕ່າງປະເທດນັ້ນ ທາງການລາມີແຜນຂຶ້ທະບຽນໃນຕົ້ນປີ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.