ເກີດເຫຕຍິງກັນຢູ່ ມ.ຕົ້ນເຜິ້ງ
2020.07.08

ໃນຕອນເຊົ້າຂອງວັນທີ 8 ກໍຣະກະດາ ນີ້ໄດ້ເກີດເຫຕຄົນຈີນ ໃຊ້ອາວຸດປືນຄາຕກັມຄົນຈີນດ້ວຍກັນ ທີ່ເຂດກາຊິໂນ ໃນເຂດເສຖກິຈພິເສດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຮັດໃຫ້ມີຄົນຈີນ ເສັຽຊີວິຕ ຢ່າງໜ້ອຍ 3 ຄົນ.
ໃນເບື້ອງຕົ້ນ ຄາດວ່າຈະເປັນການຄາຕກັມ ເພື່ອຊິງຊັພຫຼືປຸ້ນຊັພ, ອີງຕາມການບອກເລົ່າ ຂອງແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ຈາກແຂວງບໍ່ແກ້ວ ຕໍ່ມາໃນຕອນບ່າຍ, ຊາວບ້ານນາງນຶ່ງ ທີ່ ອາສັຍຢູ່ບ້ານໃຫຍ່ນ້ຳເກິ່ງໃໝ່, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ເຫັນເຫຕການ ກໍໄດ້ເລົ່າສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນມື້ດຽວກັນກັບມື້ເກີດເຫຕວ່າ, ຕອນສວາຍເວລາກິນ ເຂົ້າທ່ຽງ ພໍດີ ນາງເອງ ແລະ ຊາວບ້ານໃກ້ຄຽງ ກໍໄດ້ຍິນສຽງ ດວນປືນ ດັງຄັບບ້ານ ໂດຍແມ່ນເຈົ້າໜ້າທີ່ຕຳຣວດ ມາລ້ອມຍິງຄົນຮ້າຍ ທີ່ກໍ່ເຫຕ.
“ປະມານ 12 ໂມງຕອນສວາຍ. ເຮືອນເຂົາອັນຢູ່ແຄມນັ້ນ ເຂົານັ່ງກິນເຂົ້າກັນຢູ່ ແລ້ວກໍມາຍິງຢູ່ຫັ້ນເລີຍ. ເປັນເຮືອນທີ່ຄົນຈີນ ມາເຊົ່ານຳຄົນ ລາວ. ເຂົາໄປປຸ້ນມາ ລະເຂົາມາລີ້ມາ, ແລ້ວຕຳຣວດເຂົາ ຮູ້ບ່ອນ. ບາດນັ້ນແລ້ວເຂົາກໍນຳມາລ້ອມ ແລ້ວໂຈນຫັ້ນຍິງຕຳຣວດກ່ອນ ແລ້ວ ຕຳຣວດກໍຍິງໂຈນ.”
ຊາວບ້ານ ບ້ານໃຫຍ່ນ້ຳເກິ່ງໃໝ່ ອີກທ່ານນຶ່ງ ທີ່ເຫັນເຫຕເຫີດການຢ່າງລະອຽດ ແລະ ໄດ້ສອບຖາມເຈົ້າໜ້າທີ່ທ້ອງຖິ່ນ ກໍໄດ້ເລົ່າສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນມື້ດຽວກັນກັບມື້ ເກີດເຫຕ ຄືກັນອີກວ່າ ເຫຕທີ່ເກີດຂຶ້ນ ແມ່ນຄົນຈີນປຸ້ນຄົນຈີນ ແລ້ວເຈົ້າໜ້າທີ່ນຳມາຊອກຈັບ, ແຕ່ ຄົນຮ້າຍບໍ່ຍອມມອບໂຕ ໂດຍດີ ຈຶ່ງເກີດມີການຕໍ່ສູ້ກັນ ແລະ ມີການດວນປືນກັນ ດັງສະນັ່ນຄັບບ້ານ.
ສຸດທ້າຍ, ຄົນຮ້າຍຜູ້ກໍ່ເຫຕທີ່ເປັນຄົນຈີນ ກໍຖືກເຈົ້າໜ້າທີ່ຕຳຣວດຍິງຫຼາຍນັດ ຈົນໄດ້ຮັບບາດເຈັບ ແລະເຈົ້າໜ້າທີ່ກໍຈັບໂຕລາວ ແລ້ວນຳສົ່ງ ໂຮງໝໍ ເພື່ອນຳໄປປິ່ນປົວ ແລະ ດຳເນີນ ຄະດີ ໃນຂັ້ນຕໍ່ໄປ.
“ມັນເປັນຜູ້ເຄາະຮ້າຍ ທີ່ວ່າຄົນຈີນໄປປຸ້ນຫັ້ນແຫຼະມານ່າ. ເພາະວ່າມັນຢູ່ໃນເຂດກາຊິໂນ. ຄົນດຽວ ໜ້າຈະແມ່ນຄົນດຽວ ເພາະວ່າເຂົາເຈົ້າ ຕິດຕາມມາ ລະມາເຫັນຣົດຢູ່ ແຖວໆນ້ຳເກິ່ງ ໃໝ່ ປະມານນີ້ແຫຼະ. ລະກະມາຕໍ່ສູ້ກັນຢູ່ຣະຫວ່າງມໍ່ຊິເຂົ້າບ້ານນ້ຳເກິ່ງໃໝ່ຫັ້ນແຫຼະ. ເພາະວ່າ ເຂົາເຈົ້າຍັງໃສ່ ກັບມືຢູ່ເນາະ ເພາະ ວ່າເຂົາບາດເຈັບ ຫຼືວ່າປະມານນັ້ນແຫຼະ.”
ປັດຈຸບັນ, ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ເຫຕການທີ່ເກີດຂຶ້ນນັ້ນ ເປັນການຄາຕກັມ ເພື່ອປຸ້ນຊັພ ຫຼືເປັນການຂັດແຍ່ງທາງທຸຣະກິຈ ຣະຫວ່າງ ຄົນຈີນ ດ້ວຍກັນເອງ, ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍພວມຢູ່ຣະຫວ່າງສືບສວນສອບສວນ ແລະ ຮິບໂຮມຂໍ້ມູນ ເພື່ອສະສາງຂໍ້ຂ້ອງໃຈຂອງ ສັງຄົມລາວຢູ່.