ເຣື້ອງທີ່ເກັບບັນທຶກໄວ້
2023-08-10
ລະດັບນໍ້າຂອງຂຶ້ນຢ່າງໄວ ເຮັດໃຫ້ກັນເຈື່ອນແຕກ ແລ້ວນໍ້າໄຫຼຖ້ວມສວນຜັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນອກຈາກນີ້ຍັງໄຫຼຖ້ວມ ສວນສະນຸກ ທ່າວັດຈັນ ເມືອງຈັນທະບູຣີ ແລະ ທົ່ງນາຢູ່ກ້ອງເຂື່ອນຫີນບູນ ຂອງປະຊາຊົນນໍາດ້ວຍ.
2023-08-10
ບໍຣິສັດຈີນ ຢູ່ເຊໂປນ ສວັນນະເຂດ ຈະຂຸດຄົ້ນຄໍາໃຫ້ໄດ້ຫລາຍຂຶ້ນ ແຕ່ຊາວບ້ານໃນເຂດນັ້ນ ຍັງທຸກຍາກຢູ່ ເຊິ່ງປີນີ້ເວົ້າວ່າ ຈະຜລິດຄໍາໃຫ້ໄດ້ຫລາຍກ່ວາ 6 ຕັນ ແລະທອງ 7 ຕັນ. ປີກາຍຜລິດ ຄໍາໄດ້ 6.7 ຕັນ ແລະທອງ 6.6 ຕັນ.
2023-08-10
ການສໍາຣວດເນື້ອ ທີ່ຂຸດຄົ້ນບໍ່ເກືອກາລີ ໃນເນື້ອທີ່ປະມານ 48 ກິໂລຕາແມັດ ຂອງ ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຂອງຈີນຢູ່ເຂດເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄຳມ່ວນໄດ້ສຳເຣັດແລ້ວພ້ອມທັງມີແຜນຈະສົ່ງບົດຣາຍງານ ຜົລການສຳຣວດໃຫ້ ກົມທໍຣະນີສາດ ແລະ ແຮ່ທາດຮັບຊາບເພື່ອທີ່ຈະດຳເນີນການໃນຂັ້ນຕອນຕໍ່ໄປ.
2023-08-10
ປະເທດລາວ ຂາດດຸນການຄ້າ ໃນເດືອນກໍຣະກະດາ ທີ່ຜ່ານມາ ເຖິງ 166 ລ້ານໂດລ້າຣ໌ສະຫະຣັຖ ຄືສູງທີ່ສຸດໃນຮອບ 7 ແລະ ໃນ 7 ເດືອນຕົ້ນປີນີ້ ຂາດດຸນການຄ້າເຖິງ 297 ລ້ານໂດລ້າຣ໌ ສ່ວນສາເຫດເກີດຈາກ ການເພີ່ງພາ ການນຳເຂົ້າສິນຄ້າ ຈາກຕ່າງປະເທດເປັນສ່ວນໃຫຍ່.
2023-08-09
ຄົນລາວ ຍັງບໍ່ນິຍົມໃຊ້ສິນຄ້າລາວ ຍ້ອນສິນຄ້າລາວ ຍັງບໍ່ໄດ້ຄຸນນະພາບມາຕຖານ ແລະການສົ່ງເສີມຂອງຣັຖບານ ກໍຍັງຫນ້ອຍເກີນໄປ.
2023-08-09
ປັດຈຸບັນເງິນກີບອ່ອນຄ່າ ເປັນອັນດັບ 3 ຂອງໂລກ ເຊິ່ງຍັງບໍ່ມີທ່າທີວ່າ ຣັຖບານຈະສາມາດ ຫຼື ມີທີວີແກ້ໄຂບັນຫາ ສ່ວນປະຊາຊົນ ຕ້ອງໄດ້ເຜິ່ງພາຕົນເອງ ໂດຍສະເພາະຄົນໄວເຮັດວຽກຈຳນວນຫຼາຍ ຕ້ອງເດີນທາງໄປຊອກວຽກເຮັດງານທຳ ໃນປະເທດເພື່ອນບ້ານ.
2023-08-09
ທາງການລາວ ສືບຕໍ່ປາບປາມ ປະຊາຊົນ ທີ່ໃຊ້ສື່ສັງຄົມອອນລາຍນ໌ ທີ່ອອມາເວົ້າຄວາມຈິງ ກ່ຽວກັບເຫດການ ຕ່າງໆທີ່ເກີດຂຶ້ນ, ແຕ່ຖືກທາງການຖືວ່າ ເປັນການຕໍານິຕິຕຽນຣັຖບານ ລວມທັງບຸກຄົນທີ່ສ້າງຂ່າວປັ່ນປ່ວນ.
2023-08-09
ເຂື່ອນໄຟຟ້າຫຼາຍແຫ່ງຂອງລາວ ໂດຍສະເພາະຫຼາຍແຂວງທາງພາກເໜືອ ເຣີ່ມລະບາຍນໍ້າອອກຈາກເຂື່ອນແລ້ວ ແລະ ສົ່ງຜົລເຮັດໃຫ້ລະດັບນ້ຳສູງຂຶ້ນ ໄຫຼເຂົ້າຖ້ວມບ້ານເຮືອນ ແລະ ພືດພັນທັນຍາຫານ ຊັບສິນຂອງປະຊາຊົນ.
2023-08-08
ຜ່ານມາ ລາວ ແລະ ຈີນ ໄດ້ສືບຕໍ່ຮ່ວມມື ແລະ ແລກປ່ຽນຂໍ້ມູນນຳກັນ ໃນຫຼາຍດ້ານ ແລະ ຫຼາຍຂແນງການເຊິ່ງນອນຢູ່ໃນການ ຂຍາຍຄວາມສັມພັນລະຫວ່າງ ລາວ-ຈີນ ເປັນຕົ້ນໃນວຽກງານຮ່ວມມືດ້ານ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ, ວຽກງານຮ່ວມມື ດ້ານອາຊີວະສຶກສາລວມເຖິງການຮ່ວມການຮ່ວມມື ໃນວຽກງານແນວໂຮມ.
2023-08-08
ໄລຍະຣະດູຝົນນີ້ ນ້ຳຖ້ວມຫຼາຍໃນທົ່ວປະເທດ ເຮັດໃຫ້ສະພາບເສັ້ນທາງຫຼາຍສາຍ ເປ່ເພ ເປັນຂຸມເປັນບວກ ຂນາດນ້ອຍໃຫຍ່ ບາງບ່ອນມີດິນເຈື່ອນທັບຖົມທາງ ແລະຂົວເພພັງ ຍານພາຫະນະໄດ້ຮັບຄວາມເສັຽຫາຍ.
2023-08-08
ສະຖາບັນຂົງຈື້ ຂອງຈີນຢູ່ທີ່ມະຫາວິທຍາໄລແຫ່ງຊາຕລາວ ຈະເປີດຫລັກສູດປະຣິນຍາໂທ ໃຊ້ພາສາຈີນເປັນສື່ການຮຽນການສອນ, ທາງການລາວ ຕ້ອງການໃຫ້ເນັ້ນໃສ່ການສອນ ເພື່ອໃຫ້ຜູ້ຮຽນຈົບ ສາມາດ ເປັນຄຣູສອນ ພາສາຈີນຢູ່ຕາມແຂວງຕ່າງໆໄດ້.
2023-08-08
ຝົນທີ່ຕົກລົງມາຫຼາຍມື້ ເຮັດໃຫ້ເຂື່ອນຫຼາຍແຫ່ງ ທາງພາກເໜືອຂອງລາວ ປ່ອຍນ້ຳອອກຈາກເຂື່ອນ ເຊິ່ງຊາວບ້ານບາງສ່ວນ ທີ່ຢູ່ຕາມແຄມນ້ຳ ໄດ້ຮັບຜົລກະທົບ ຂະນະທີ່ບາງແຂວງ ເກີດດິນເຈື່ອນທັບເສັ້ນທາງ ເຮັດໃຫ້ເກີດອຸບັດຕິພັຍຂຶ້ນ.
2023-08-07
ປັດຈຸບັນ ປະຊາຊົນລາວ ມີຄວາມຕ້ອງການຊົມໃຊ້ໂທຣະສັບມືຖື smartphone ແລະ ອິນເຕີເນັດຫຼາຍຂຶ້ນ ຍ້ອນວ່າ ຄວາມຈຳເປັນໃນການຕິດຕໍ່ສື່ສານ ລະຫວ່າງກັນ ໂດຍສະເພາະ ການຄ້າຂາຍເຄື່ອງອ໋ອນລາຍນ໌ ການໂອນເງິນ ຜ່ານໂທຣະສັບມືຖື ລວມທັງ ການຮັບຂ່າວສານ.
2023-08-07
ພັນທະມິຕເພື່ອປະຊາທິປະໄຕໃນລາວ ອອກຖແລງການ ເພື່ອປະນາມທາງການ ສປປ ລາວ ທີ່ຈັບກຸມທະນາຍຄວາມດ້ານສິດທິມະນຸສ ຊາວຈີນ ຢູ່ລາວ ໃນມື້ວັນທີ່ 28 ກໍຣະກະດາ ຜ່ານມາ. ຈໍາປາທອງ ມີບົດສັມພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການດັ່ງ ກ່າວ ມາສເນີທ່ານ.
2023-08-07
ແຂວງອຸດົມໄຊ ປະກາດບ້ານພົ້ນທຸກໄດ້ທັງໝົດ 247 ບ້ານ ຫຼື ປະມານ 52.77% ຂອງຈຳນວນບ້ານທັງໝົດມີບ້ານພົ້ນທຸກແລ້ວ 37,907 ຄອບຄົວ, ຄິດເປັນ 60.4% ຂອງຈຳນວນຄອບຄົວ ທັງໝົດທົ່ວແຂວງ, ອີງຕາມຂອງ ຍານາງ ຄຳຈັນທະລາ ໄຊບຸຸນເຮືອງ ຫົວໜ້າຜແນກແຜນການ ແລະການລົງທຶນ ຂອງແຂວງອຸດົມໄຊ.